ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ຢືນຢັດ ກ່ຽວກັບ ການສ້າງກຳແພງ ໃນຂະນະ​ທີ່ ພັກເດໂມແຄຣັດ ໃນສະພາຕ່ຳ ກຽມແຜນງົບປະມານ ໃນສ່ວນອື່ນ


ປະທານາທິບໍດີ ດໍໂນລ ທຣຳ ໂອ້ລົມ ກັບບັນດານັກຂ່າວ ໃນຂະນະ ແຈ້ງລາຍລະອຽດ ກ່ຽວກັບ ແບບຢ່າງຂອງກຳແພງຕ່າງໆ, ໃນນະຄອນ ແຊນ ດີເອໂກ ລັດຄາລີຟໍເນຍ, ວັນທີ 13 ມີນາ 2018.
ປະທານາທິບໍດີ ດໍໂນລ ທຣຳ ໂອ້ລົມ ກັບບັນດານັກຂ່າວ ໃນຂະນະ ແຈ້ງລາຍລະອຽດ ກ່ຽວກັບ ແບບຢ່າງຂອງກຳແພງຕ່າງໆ, ໃນນະຄອນ ແຊນ ດີເອໂກ ລັດຄາລີຟໍເນຍ, ວັນທີ 13 ມີນາ 2018.

ບັນດາຜູ້ນຳສະຫະລັດ ຍັງຄົງຢູ່ໃນສະພາບ ທີ່ບໍ່ມີຄວາມກ້າວໜ້າແຕ່ຢ່າງໃດ ໃນຂະນະ
ທີ່ ບັນດາສະມາຊິກສະພາຕ່ຳ ສັງກັດພັກເດໂມແຄຣັດ ພວມວາງແຜນ ຈະຮັບຜ່ານຮ່າງ
ກົດໝາຍ ໃນວັນພະຫັດຈະມາເຖິງນີ້ ທີ່ຈະ​ອະ​ນຸ​ມັດທຶນໃຊ້ຈ່າຍ ໃຫ້ພະ​ແນກການ​ຕ່າງໆ
​ຂອງລັດຖະບານ ຊຶ່ງໃນປັດຈຸບັນນີ້ ກຳ​ລັງຖືກປິດຢູ່ນັ້ນ ຫາກແຕ່ປາດສະຈາກເງິນ ສຳ
ລັບການ​ສ້າງກຳແພງ ຢູ່ຊາຍແດນ ທີ່ປະທານາທິບໍດີ ດໍໂນລ ທຣຳ ໄດ້ຢືນຢັດວ່າ ມີ
ຄວາມຈຳເປັນ ເພື່ອຄວາມປອດໄພຂອງປະເທດ.

ຄວາມພະຍາຍາມໃນການຮັບຜ່ານຮ່າງກົດໝາຍດັ່ງກ່າວ ຊຶ່ງກຳນົດຈະມີຂຶ້ນ ໃນເວລາ
ທີ່ສະພາຊຸດໃໝ່ ຈະເປີດກອງປະຊຸມ ໂດຍພັກເດໂມແຄຣັດ ທີ່​ກຳສຽງສ່ວນຫຼາຍ ໃນ
ສະພາຕ່ຳ ແມ່ນມີສອງຮ່າງກົດໝາຍດ້ວຍ​ກັນ. ຮ່າງ​ກົດ​ໝາຍທີນຶ່ງ ຈະເປັນທຶນການໃຊ້
ຈ່າຍ ສຳລັບພະ​ແນກການຕ່າງໆສ່ວນໃຫຍ່ ທີ່ໄດ້ຖືກປິດລົງ ຈົນຮອດທ້າຍເດືອນກັນຍາ
ໃນຂະນະທີ່ ​ຮ່າງ​ກົດ​ໝາຍ​ອີກ​ສະ​ບັບ​ນຶ່ງ ຈະໃຫ້ທຶນ​ແກ່ ກະຊວງຮັກສາຄວາມປອດໄພ
ພາຍໃນ ຫຼື ເອີ້ນຫຍໍ້ວ່າ DHS ເປັນເງິນໃຊ້ຈ່າຍ ຂອງຕົນ ໄປຈົນເຖິງ ວັນທີ 8 ເດືອນ
ກຸມພາ.

ຕົວຢ່າງຂອງກຳແພງ ຕັ້ງຢູ່ໃນນະຄອນ ແຊນ ດີເອໂກ ໃກ້ໆກັບ ຊາຍແດນລະຫວ່າງ ສະຫະລັດ ກັບເມັກຊິໂກ, ດັ່ງເຫັນໄດ້ ຈາກຟາກ ເມືອງ ທີຮວນນາ ຂອງເມັກຊິໂກ, ວັນທີ 22 ທັນວາ 2018.
ຕົວຢ່າງຂອງກຳແພງ ຕັ້ງຢູ່ໃນນະຄອນ ແຊນ ດີເອໂກ ໃກ້ໆກັບ ຊາຍແດນລະຫວ່າງ ສະຫະລັດ ກັບເມັກຊິໂກ, ດັ່ງເຫັນໄດ້ ຈາກຟາກ ເມືອງ ທີຮວນນາ ຂອງເມັກຊິໂກ, ວັນທີ 22 ທັນວາ 2018.


ດັ່ງດຽວ​ກັນກັບຂໍ້ສະເໜີ ໃນເມື່ອກ່ອນ ຂອງພັກເດໂມແຄຣັດ ທຶນ​ການໃຊ້ຈ່າຍ ຂອງ
ກະຊວງ DHS ຈະບໍ່ລວມເງິນ ສຳລັບສ້າງກຳແພງ.

ປະທານາທິບໍດີ ທຣຳ ໄດ້ໃຊ້​ຂໍ້ຄວາມທີ່ຂຽນລົງທວີດເຕີຈຳນວນນຶ່ງ ເພື່ອສະແດງອອກ
ເຖິງທັດສະນະຂອງທ່ານ ທີ່ລວມທັງ ຂໍ້ຄວາມທີ່ຂຽນລົງໃໝ່ໆ ໃນວັນຈັນ ວານນີ້ ວ່າ
“ປາດສະຈາກກຳແພງແລ້ວ ກໍຈະບໍ່ສາມາດມີຄວາມປອດໄພ ຢູ່ຊາຍແດນໄດ້.”

ທ່ານ ທຣຳ ໄດ້ກ່າວຕໍ່ໄປວ່າ “ພັກເດໂມແຄຣັດ ອາດຈະຍື່ນຮ່າງກົດໝາຍສະບັບນຶ່ງ
ໂດຍຄິດວ່າຕົນສະຫຼາດສະເໝີໄປ ຊຶ່ງໃຫ້ໝົດທຸກຢ່າງ ແຕ່ບໍ່ໃຫ້ຫຍັງເລີຍ ສຳລັບ
ຄວາມປອດໄພຢູ່ຊາຍແດນ ໂດຍສະເພາະແມ່ນ ກຳແພງນັ້ນ.”

ຜູ້​ນຳ​ສຽງ​ສ່ວນ​ໜ້ອຍໃນ​ສະ​ພາ​ສູງ, ທ່ານ​ຊັກ ​ຊຸມ​ເມີ (Chuck Schumer) ຈາກ​ລັດ​ນີວຢອກ ແລະ​ຜູ້​ທີ່​ຈະ​ເປັນປະ​ທານສະ​ພາ​ຕ່ຳ, ທ່ານ​ນາງ ແນນ​ຊີ ເພ​ໂລ​ຊີ (Nancy Pelosi) ຈາກ​ລັດ​ຄາ​ລິ​ຟໍ​ເນຍ ກ່າວຖະແຫລງ ຕໍ່ສື່ມວນຊົນ ຢູ່ດ້ານດ້ານນອກກ້ຳຕາເວັນຕົກຂອງທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 11 ທັນວາ 2018.
ຜູ້​ນຳ​ສຽງ​ສ່ວນ​ໜ້ອຍໃນ​ສະ​ພາ​ສູງ, ທ່ານ​ຊັກ ​ຊຸມ​ເມີ (Chuck Schumer) ຈາກ​ລັດ​ນີວຢອກ ແລະ​ຜູ້​ທີ່​ຈະ​ເປັນປະ​ທານສະ​ພາ​ຕ່ຳ, ທ່ານ​ນາງ ແນນ​ຊີ ເພ​ໂລ​ຊີ (Nancy Pelosi) ຈາກ​ລັດ​ຄາ​ລິ​ຟໍ​ເນຍ ກ່າວຖະແຫລງ ຕໍ່ສື່ມວນຊົນ ຢູ່ດ້ານດ້ານນອກກ້ຳຕາເວັນຕົກຂອງທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 11 ທັນວາ 2018.

ທ່ານນາງ ແນນຊີ ເພໂລຊີ ຜູ້ທີ່ຖືກເລືອກໃຫ້ເປັນປະທານ ສະພາຕ່ຳ ແລະ ຜູ້ນຳສຽງ
ສ່ວນນ້ອຍໃນສະພາສູງ ທ່ານ ຊັກ ຊູເມີ ໄດ້ເປີດເຜີຍຖະແຫຼງການຮ່ວມ ໃນວັນຈັນ
ວານນີ້ ໂດຍຮຽກຮ້ອງໃຫ້ພັກຣີພັບບລີກັນ ສະໜັບສະໜຸນ ຮ່າງກົດໝາຍດັ່ງກ່າວ.

ຖະແຫລງການນີ້ ກ່າວວ່າ “ມັນຈະເປັນການຂາດຄວາມຮັບຜິດຊອບຢ່າງສູງ ແລະ
ເປັນການເຍາະເຍີ້ຍຖາກຖາງດ້ານການເມືອງ ສຳລັບບັນດາສະມາຊິກ ສະພາສູງ
ສັງກັດພັກຣີພັບບລີກັນ ຊຶ່ງມາບັດນີ້ ຈະປະຕິເສດ ຮ່າງກົດໝາຍ ສະບັບແບບ
ດຽວກັນ ທີ່ພວກເພິ່ນ ໄດ້ເຄີຍສະໜັບສະໜຸນ ໄປແລ້ວ.”

ທ່ານ ທຣຳ ຕ້ອງການເງິນຈຳນວນ 5 ຕື້ໂດລາ ເພື່ອເປັນເງິນໝັດຈຳ ສຳລັບ ສິ່ງກີດ
ຂວາງ ທີ່ອາດຈະມີຄ່າໃຊ້ຈ່າຍ ຫຼາຍກວ່າ 20 ຕື້ໂດລາ ໃນຂະນະທີ່ ພັກເດໂມແຄຣັດ
ໄດ້ສະເໜີທີ່​ຈະ​ໃຫ້​ການ​ອະ​ນຸ​ມັດເງິນ 1 ພັນ 3 ຮ້ອຍລ້ານໂດລາ ສຳລັບຄວາມພະຍາ
ຍາມຮັກສາຄວາມປອດໄພ ຊາຍແດນໃນດ້ານອື່ນໆ.

ປະທານາທິບໍດີ ທຣຳ ແລະ ບັນດາສະມາຊິກສະພາ ພັກເດໂມແຄຣັດ ບໍ່ໄດ້ ຈັດໃຫ້ມີ
ການເຈລະຈາຕໍ່ລອງກັນແຕ່ຢ່າງໃດ ໃນຫຼາຍວັນຜ່ານມາ ກ່ຽວກັບບັນຫາຂັດແຍ້ງ
ດັ່ງກ່າວນັ້ນ. ສ່ວນການປິດກິດຈະ​ການ ຂອງລັດຖະບານ ນຶ່ງສ່ວນສີ່ ​ລົງ​ນັ້ນ ກໍຍັງດຳ​
ເນີນຕໍ່ໄປ ໝາຍຄວາມວ່າ ພະນັກງານລັດຖະກອນ 380,000 ຄົນ ແມ່ນຕ້ອງໄດ້​ພັກ​
ການ ໃນຂະນະທີ່ ອີກ 420,000 ຄົນແມ່ນຍັງສືບຕໍ່ເຮັດ ວຽກຢູ່ ແຕ່ຈະບໍ່ໄດ້ຮັບເງິນ
ເດືອນ ຈົນກວ່າວ່າ ບັນຫາຂັດແຍ້ງດ້ານງົບປະມານ ກາ​ນໃຊ້ຈ່າຍ ຈະຖືກແກ້ໄຂ.

U.S. leaders remain at an impasse as House Democrats plan to pass legislation Thursday that would fund many of the government agencies currently shut down, but without money for a border wall that President Donald Trump insists is necessary for security.

The legislative effort, which is set to take place when the new Congress goes into session with Democrats holding a majority in the House, has two pieces.One would fund most shuttered agencies through the end of September, while the other would give the Department of Homeland Security its funding through Feb 8.

As with previous Democratic proposals, the DHS funding would not include money for the wall.

Trump has used a number of Twitter posts to express his viewpoint, including fresh posts Monday saying "without the Wall there can be no Border Security."

"The Democrats will probably submit a Bill, being cute as always, which gives everything away but gives NOTHING to Border Security, namely the Wall," Trump said.

House speaker-designate Nancy Pelosi and Senate Minority Leader Chuck Schumer released a joint statement Monday calling for Republican support for the legislation.

"It would be the height of irresponsibility and political cynicism for Senate Republicans to now reject the same legislation they have already supported,'' the statement said.

Trump wants $5 billion as a down payment on the barrier that could cost more than $20 billion, while Democrats have offered to approve $1.3 billion for other border security efforts.

Trump and Democratic lawmakers have not held any negotiations for days over the dispute.The ongoing shutdown of a quarter of U.S. government operations means 380,000 government workers are furloughed while another 420,000 are still working, but will not be paid until the funding dispute is resolved.

XS
SM
MD
LG