ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີທຣໍາ ປະເຊີນໜ້າກັບ ການເລືອກຕັ້ງກາງສະໄໝ ໃນເດືອນພະຈິກ


Trump, Democrats on Collision Course for November
please wait

No media source currently available

0:00 0:03:30 0:00

ປະທານາທິບໍດີດໍໂນລ ທຣໍາ ປະເຊີນໜ້າກັບ ພັກເດໂມແຄຣັດ ໃນການເລືອກຕັ້ງ ກາງສະໄໝ ເດືອນພະຈິກ ຈະມາເຖິງນີ້.

ບັນດາ​ຜູ້​ມີສິດປ່ອນບັດຊາວ​ອາ​ເມຣິກັນ​ ຈະພາກັນໄປລົງຄະແນນສຽງໃນ​ອີກ​ສອງ​ເດືອ
ນ​ຂ້າງ​ໜ້າ​ນີ້ ​ເພື່ອ​ເລືອກ​ເອົາ​ສະມາ​ຊິກ​ສະພາ​ຊຸດ​ໃໝ່​ແລະສະແດງໃຫ້ເຖິງການ​ຕັດສິນ​
ໃນການເລືອກຕັ້ງກາງສະໄໝກ່ຽວກັບປະທານາທິບໍດີດໍໂນລ ທຣໍາ. ການຄວບຄຸມທັງ
​ຢູ່ໃນສະພາ​ສູງ​ ແລະ​ສະພາ​ຕໍ່າ ແມ່ນເດີມພັນ ​ສຳລັບ​ເດືອນ​ພະຈິກ​ ​ແຕ່​ວ່າ ຜົນການ​
ເລືອກ​ຕັ້ງ​ກາງ​ສ​ະ​ໄໝ ອາດ​ຍັງຈະ​ເປັນ​ຜົນ​ກະທົບ​ຢ່າງ​ໃຫຍ່​ຫຼວງ ​ແກ່ແຜນການ​ຂອງ
​ປະທາ​ທິບໍດີ​ທຣໍາ​ແລະ​ໃນ​ໄລຍະ​ສອງ​ປີ​ຕໍ່ໜ້າຂອງ​ກາ​ນ​ເປັນ​ປະທານາທິບໍດີ​ຂອງ​ທ່ານ
ນຳດ້ວຍ. ນັກ​ຂ່າວ​ແຫ່ງຊາດຂອງວີ​ໂອ​ເອ ຈິ​ມ ມາ​ໂລ​ນ ​ມີລາຍງານເລື້ອງນີ້​ຈາກ​ວໍຊິ​ງ
ຕັນ ຊຶ່ງ ​ກິ່ງ​ສະຫວັນ ຈະ​ນຳ​ເອົາລາຍລະອຽດ ມາສະ​ເໜີທ່ານ ໃນອັນດັບຕໍ່ໄປ.

ກະລຸນາ​ຕ້ອນ​ຮັບ ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ.

ໂດຍທີ່ການເປັນປະທານາທິບໍດີຂອງທ່ານ ຕົກຢູ່ໃນຄວາມສ່ຽງ ໃນເດືອນພະຈິກນີ້
ປະທານາທິບໍດີ ດໍໂນລ ທຣຳ ຈຶ່ງໄດ້ກາຍເປັນບຸກຄົນທີ່ພ້ອມແລ້ວຈະທຳການຕໍ່ສູ້
ຫຼາຍຂຶ້ນ ໃນລະຫວ່າງການໂຄສະນາຫາສຽງຂອງທ່ານ.

ປະທານາທິບໍດີ​ທຣໍາ ກ່າວ​ວ່າ “ພວກ​ເຮົາ​ຕ້ອງການ​ສະມາຊິກ​ພັກຣີພັບ​ບລິ​ກັນຢູ່​ໃນ
​ສະພາ. ພັກ​ເດ​ໂມ​ແຄຣັດ ໃນທຸກມື້​ນີ້​ ຖືກຈັບ​ເປັນ​ໂຕ​ປະກັນ​ ໂດ​ຍພວກຝ່າຍຊ້າຍ
ທີ່ມີກຽດຊັງ ກຸ່ມ​ອັນ​ຕະພານທີ່ມີຄວາມໂກດແຄ້ນ ພວກ​ບົງການລັບຫົວ​ຮຸນ​ແຮງ​
ສະໝັກພັກພວກທີ່ມີຈັດຕັ້ງ ​ແລະບັນດາ​ພັນທະ​ມິດ​ຂ່າວ​ຂີ້​ຕົວະ​ຂອງ​ເຂົາ​ເຈົ້າ.”

ປະທານາທິບໍດີ​ທຣໍາ ແມ່ນກາງ​ຕໍ່​ບັນດາຜູ້​ສະໜັບສະໜູນ ເຊັ່ນ​ຄົນ​ຂຸດ​ຖ່ານ​ຫີນ​ຄືກັນ
ກັບ ​ທ້າວແຄ​ວິນ ອັບ​ບົດ ​ໃນ​ເດືອນ​ພະຈິກ​ຈະ​ມາ​ເຖິງ​ນີ້.

ທ້າວແຄ​ວິນ ອັບ​ບົດ ກ່າວ​ວ່າ “ຂ້າພະ​ເຈົ້າ​ເຊື່ອ​ໃນ​ທາງທີ່ທ່ານ​ທຣໍາ​ເຊື່ອ. ຂ້າ​ພະ​
ເຈົ້າ​ເຊື່ອ​ວ່າ ຖ້າ​ຫາກທຸກ​ຄົນ​ຢຸດ​ເຊົາ​ຂັດຂວາງຫົນທາງ​ຂອງ​ທ່ານ ຂ້າພະ​ເຈົ້າ​ຄິດ​
ວ່າ ທ່ານສາມາດ​ເຮັດໃນສິ່ງທີ່ໜ້າປະທັບໃຈ. ທ່ານ​ໄດ້​ເຮັດ​ມາ​ຫຼາຍຢ່າງແລ້ວ.”

“ຜູ້​ຊາຍ​ຄົນ​ນີ້​ ຕ້ອງ​ໄດ້ອອກ​ໄປ.”

ແຕ່​ວ່າການເຂົ້າ​ດໍາລົງ​ຕຳ​ແໜ່​ງຂອງ​ທ່ານ​ທຣໍາຍັງ​ໄດ້ກະຕຸ້ນໃຫ້ພັກ​ເດ​ໂມ​ແຄຣັດມີ

ຄວາມມຸ່ງໝັ້ນຫຼາຍຂຶ້ນ. ​ເຂົາ​ເຈົ້າ​ໄດ້ຕັດສິນໃຈ​ທີ່​ຈະ​ຍາດເອົາສະພາຕ່ຳຄືນ​ໃນເດືອນ​
ພະຈິກ ​ແລະ​ຢຸດ​ແຜນການ​ຂອງ​ປະທານາທິບໍດີ ຮວມທັງ​ກາ​ນຮຽກຮ້ອງ​ຂອງ​ທ່ານໃຫ້​
ຕັດ​ພາສີ​ຕື່ມ ​ແລະ​ການ​ສ້າງ​ກຳ​ແພງ​ຢູ່ຕາມ​ຊາຍ​ແດນ.

ຮວມຢູ່ໃນ​ບັນດາພວກ​ທີ່​ບໍ່​ເຫັນ​ພ້​ອມກັບ​ທ່ານ​ທຣໍາ ​ແມ່ນສະມາຊິກ​ສະພາ​ສູງ ​ເບີນີ ​
ແຊນ​ເດີຣສ໌.

ທ່ານແຊນ​ເດີຣສ໌ ຊຶ່ງເປັນສະມາຊິກ​ສະພາ​ສູງ ທີ່ບໍ່ສັງກັດພັກກ່າວ​ວ່າ “ປະຊາ ຊົນ​
ພາກັນ​ລຸກ​ຂຶ້ນ ​ເຂົາ​ເຈົ້າພວມ​ຕໍ່ສູ້ຕ້ານ​ຄືນ ​ແລະ​ເຂົາ​ເຈົ້າ​ແມ່ນເຮັດວຽກຮ່ວມ​ກັນ
​ເພື່ອ​ປ່ຽນ​ແປງ​ປະ​ເທດ​ນີ້ ໂດຍທາງການເມືອງ ​ແລະ​ເສດຖະກິດ.

ຜູ້​ຊ່ຽວຊານ ທ່ານ​ນາງລາຣາ ບຣາວນ໌ ຈາກ​ມະຫາວິທະຍາ​ໄລ​ຈອຣ໌ຈ ວໍ​ຊິງ​ຕັນ ກ່າວ​
ວ່າ ພັກ​ເດ​ໂມ​ແຄຣັດອາດຈະມີປະ​ຫວັດ​ສາດເຂົ້າຂ້າງ​ຝ່າຍເຂົາ​ເຈົ້າ.

ທ່ານ​ນາງ​ບຣາວນ໌ກ່າວ​ວ່າ “​ເວລາ​ທ່ານ​ເບິ່ງສະພາບການທົ່ວໄປແລ້ວ ສິ່ງ​ທີ່​ທ່ານ​ເຫັນ
ນັ້ັນກໍຄື ​ແບບ​ສະບັບຂອງ​ການ​ເລືອກ​ຕັ້ງ​ກາງ​ສ​ະ​ໄໝແທ້ໆກໍາລັງກໍ່ຮູບຮ່າງ ​ຂຶ້ນ ​ແລະ​ຕາມປະຫວັດສາດແລ້ວພັກ​ຂອງ​ປະທານາທິບໍດີ​ບໍ່ຄ່ອຍໄດ້ຮັບຄະແນນ ດີປານໃດ​.
ປະ​ເທດ​ຊາດ ຈະດຳເນີນການໃນລະດັບໃດ​ນຶ່ງ ​ໂດຍມອງເຫັນ​ການ​ເລືອກ​ຕັ້ງ​ກາງ​
ສະ​ໄໝນັ້ນ ​ເປັນ​ການ​ກວດສອບ ອຳນາດ​ຂອງ​ປະທານາທິບໍດີ."

ນັກວິ​ເຄາະ​ບິ​ລ ກອລສ​ຕັນ ກ່າວ​ວ່າ ການເຂົ້າ​ຄວບ​ຄຸມ​ຂອງ​ພັກ​ເດ​ໂມ​ແຄຣັດ​ຢູ່ນຶ່ງ ຫຼື​
ສອງ​ສະພາ ​ໃນ​ເດືອນ​ພະຈິກ​ຈະ​ມາ​ເຖິງ​ນີ້ ຈະ​ເຮັດ​ໃຫ້​ເກີດ​ບັນຫາ​ສຳລັບປະທານາທິ
ບໍດີ​ທຣໍາ.

ທ່ານ​ກອລສ​ຕັນ ຈາກສະ​ຖາ​ບັນ​ບຣຸກກິ​ງກ່າວ​ວ່າ “ນໍ້າ​ເບີ​ນຶ່ງ ບໍ່​ມີສະມາຊິກພັກຣີພັບ
​ບລິ​ກັນ ມີແຕ່ຮ່າງກົດໝາຍເທົ່ານັ້ນ. ​ແລະ​ນໍ້າ​ເບີ​ສອງ ສະມາຊິກ​ສະພາຕ່ຳຂອງພັກ

ເດ​ໂມ​ແຄຣັດ ​ເວ​ລາ​ນັ້ນ​ກໍຈະ​ຄວບ​ຄຸມກົນ​ໄກ​ໃນການກວດກາ​ດູ​ແລ ຊຶ່ງ​ໃນທີ່ສຸກກໍ
ແມ່ນຄວາ​ມຮັບຜິດຊອບຫຼັກ​ຂອງ​ສະພາ.”

ບັນດາ​ພັນທະ​ມິດ​ຂອງ​ທ່ານທຣຳ ​ຍັງ​ພາກັນມອງເຫັນວ່າ ການເລືອກຕັ້ງກາງ​ສ​ະ​ໄໝ
​ແມ່ນການ​ລົງ​ປະຊາ​ມະຕິ​ກ່ຽວກັບ​ປະທານາທິບໍດີ ຮວມທັງ​ອະດີດ​ທີ່​ປຶກສາ ທ່ານ​ສ​ຕິ​ຟ ​ແບນນອນນຳດ້ວຍ.

ທ່ານ​ສຕິຟ ​ແບນ​ນອນ ອະດີດ​ທີ່​ປຶ​ສາປະທານາທິບໍດີທຣໍາກ່າວ​ວ່າ “ນີ້​ເປັນ​ການ​ລົງ​ຄະ​
ແນນ​ສຽງ ​ຂຶ້ນໆຫຼື​ລົງໆ. ມັນ​ຈະ​ບໍ່​ຫຍັງ ຈະແຈ້ງໄປ​ກວ່າ​ນີ້ອີກ. ຖ້າ​ຫາກ​ພວກ​ເຮົາ​ຮັກ
ສາ​ສະພາ​ຕໍ່າໄວ້ໄດ້ ​ໂຄງການ​ຂອງ​ປະ​ທາ​ນາ​ທິບໍດີ​ທຣໍາ ກໍຈະ​ດຳ​ເນີນ​ຕໍ່​ໄປ. ຖ້າ​ຫາກ
​ພວກ​ເຮົາ​ເສຍ​ສະພາ​ຕໍ່າ ​ເວ​ລາ​ນັ້ນ ທ່ານ​ນາງ​ແນນ​ຊີ ​ເພໂລ​ຊີ ຈະ​ພະຍາຍາມ​ເຮັດ​
ໃຫ້​ໂຄງການ​ຂອງ​ທ່ານ​ຢຸດ​ຊະງັກລົງ."

ປະທານາທິບໍດີ​ທຣໍາ ​ເປັນ​ຈຸດໃຈ​ກາງຂອງ​ບັນຫາ​ສຳລັບ​ທັງ​ສອງ​ພັກ​ ຢູ່​ໃນການ​ໂຄສະ
ນາ​ຫາສຽງກາງ​ສະ​ໄໝ ອີງຕາມຄຳເວົ້າ ຂອງ​ທ່ານ​ແຟຣັງ ນິວພອຣ໌ຕ ຈາກ​ອົງການ​ຢັ່ງ
ຫາງສຽງ​ກາລລັບ.

ທ່ານ​ນິວພອຣຕ໌ ກ່າວວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ ສະມາຊິກ​ພັກຣີພັບ​ລລິ​ກັນຈະ​ນຳ​ເອົາ​
ທ່ານ​ຂຶ້ນ​ມາ. ​ເຂົາ​ເຈົ້າ​ບາງຄົນຈະ​ເວົ້າ​ວ່າ ປ່ອນ​ບັດເອົາ​ຂ້າພະ​ເຈົ້າ​ເພາະ​ວ່າ​ຈະ​ມີ​
ການເຄື່ອນໄຫວເພື່ອ​ຟ້ອງ​ຮ້ອງ ທ່ານ​ທຣໍາ ​ຖ້າ​ຫາກ​ພວກ​ເຮົາ​ມີ​ສະມາຊິກ​ພັກ​ເດ​
ໂມ​ແຄຣັດຫຼາຍ​ຂຶ້ນ​ຢູ່​ໃນ​ສະພາ.” ​ແລະ​ເດ​ໂມ​ແຄຣັດ ແມ່ນເປັນທີ່ຈະແຈ້ງຈະ​ກ່າວ
ວ່າ
ປ່ອນ​ບັດ​ເອົາ​ພວກ​ເຮົາ ​ເພະ​ວ່າ​ພວກ​ເຮົາ​ຈະ​ຄັດຄ້ານຕໍ່​ນະ​ໂຍບາຍ​ຂອງ​ທ່ານ​
ທຣໍາ. ​ເພາະສະ​ນັ້ນ ຂ້າພະ​ເຈົ້າ​ຄິດ​ວ່າທ່ານ​ຈຶ່ງ​ເປັນ​ຈຸດສູນ​ກາງທີ່ຈະ ແຈ້ງ​ ໃນການ
​ເລືອກ​ຕັ້ງ​ຄັ້ງ​ນີ້."

ສະມາຊິກ​ພັກ​ເດ​ໂມ​ແຄຣັດຫວັງ​ວ່າ ຈະ​ໄດ້​ຮັບ​ບ່ອນ​ນັ່ງ​ພຽງພໍ ​ເພື່ອ​ເຂົ້າຄວບຄຸມ​ສຽງ
​ສ່ວນ​ຫຼາຍ​ຄືນຢູ່​ໃນ​ສະພາ​ຕໍ່າ ​ໃນ​ຂະນະ​ທີ່ ​ສະມາຊິກ​ພັກຣີພັບ​ບລິ​ກັນ ​ແມ່ນຄາດກັນ
ວ່າ ຈະສາມາດ​ຮັກສາ​ບ່ອນນັ່ງທີ່ມີຫຼາຍກວ່າພຽງເລັກນ້ອຍ​ຢູ່​ໃນສະພາ ​ສູງໄວ້ໄດ້
ຄືເກົ່າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG