ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ພັກເດໂມແຄຣັດ ໝັ້ນໃຈ ຫຼັງຈາກ ໄດ້ເຫັນຜົນ ການເລືອກຕັ້ງ ໃນລັດ ໂອໄຮໂອ


ສະມາຊິກສະພາສູງລັດໂອໄຟໂອ ທ່ານ ທຣອຍ ບອລເດີສັນ ຈັບມືກັບປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໃນລະຫວ່າງການຊຸມນຸມ ເຮັດໃຫ້ ອາເມຣິກາ ຍິ່ງໃຫຍ່ອີກຄັ້ງ ຢູ່ໂຮງຮຽນມັດທະຍົມ ໂອເລັນແທນຈີ ອໍເຣັນຈ໌ (Olentangy Orange), ເມືອງ ລູວິສ ເຊັນເຕີ້, ລັດ ໂອໄຟໂອ. 4 ສິງຫາ, 2018.
ສະມາຊິກສະພາສູງລັດໂອໄຟໂອ ທ່ານ ທຣອຍ ບອລເດີສັນ ຈັບມືກັບປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໃນລະຫວ່າງການຊຸມນຸມ ເຮັດໃຫ້ ອາເມຣິກາ ຍິ່ງໃຫຍ່ອີກຄັ້ງ ຢູ່ໂຮງຮຽນມັດທະຍົມ ໂອເລັນແທນຈີ ອໍເຣັນຈ໌ (Olentangy Orange), ເມືອງ ລູວິສ ເຊັນເຕີ້, ລັດ ໂອໄຟໂອ. 4 ສິງຫາ, 2018.

ໃນການເມືອງ ສະຫະລັດ, ປະທານາທິບໍດີ ດໍໂນລ ທຣຳ ກັບບັນດາສະມາຊິກພັກ
ຣີພັບບລີກັນ ໄດ້ອ້າງເອົາໄຊຊະນະໃນການເລືອກຕັ້ງພິເສດສະພາຕໍ່າໃນລັດ ໂອໄຮ
ໂອ ທີ່ຖືກພິດຈາລະນາວ່າ ອາດຈະເປັນຄວາມກ້າວໜ້າ ສຳລັບການເລືອກຕັ້ງກາງສະ
ໄໝ ທີ່ຈະມີຂຶ້ນໃນເດືອນພະຈິກນີ້. ໃນຂະນະທີ່ການແຂ່ງຂັນຢ່າງເປັນທາງການຍັງ
ຄົງມີຄະແນນສູສີກັນຢູ່ນັ້ນ, ທັງສອງພັກການເມືອງທີ່ສຳຄັນກໍໄດ້ເຫັນຮ່ອງ ຮອຍຂອງ
ຜົນການລົງຄະແນນ ທີ່ເຮັດໃຫ້ມີກຳລັງໃຈ, ດັ່ງທີ່ພວກເຮົາຈະໄດ້ຍິນລາຍຈາກງານ
ຂອງນັກຂ່າວແຫ່ງຊາດວີໂອເອ ຈິມ ມາໂລນ ໃນນະຄອນຫຼວງວໍຊິງຕັນ, ເຊິ່ງ ພຸດທະ
ສອນ ຈະນຳເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໃນລັດ ໂອໄຮໂອ, ສະມາຊິກພັກຣີພັບບລີກັນ ທ່ານ ທຣອຍ ບອລເດີສັນ (Troy
Balderson) ໄດ້ມີຄະແນນນຳໜ້າຢ່າງຫວຸດຫວິດໃນການເລືອກຕັ້ງພິເສດລັດຖະ
ສະພາ ທີ່ໄດ້ຮັບຄວາມສົນໃຈ ຈາກທົ່ວປະເທດ.

ທ່ານ ທຣອຍ ບອລເດີສັນ ຜູ້ລົງແຂ່ງຂັນໃນການເລືອກຕັ້ງສັງກັດພັກຣີພັບບລີກັນ
ກ່າວວ່າ “ຂ້າພະເຈົ້າຢາກຂໍຂອບໃຈປະທານາທິບໍດີ ທຣຳ. ອາເມຣິກາ ແມ່ນກຳລັງ
ຢູ່ໃນເສັ້ນທາງທີ່ຖືກຕ້ອງ ແລະ ພວກເຮົາກໍຈະຮັກສາໃຫ້ມັນເປັນແນວນັ້ນ.”

ທ່ານ ບອລເດີສັນ ໄດ້ປະເຊີນກັບການແຂ່ງຂັນທີ່ດຸເດືອດ ຈາກຜູ້ລົງສະໝັກຂອງສັງ
ກັດພັກເດໂມແຄຣັດ ທ່ານ ແດນນີ ໂອຄັອນເນີ, ຜູ້ທີ່ໄດ້ເພັ່ງເລັງໃສ່ບັນຫາເສດຖະກິດ
ໃນເຂດທີ່ສະໜັບສະໜູນພັກຣີພັບ ບລີກັນຢ່າງໃຫຍ່.

ທ່ານ ແດນນີ ໂອຄັອນເນີ, ຜູ້ລົງແຂ່ງຂັນ ທີ່ສັງກັດພັກເດໂມແຄຣັດ ໄດ້ກ່າວວ່າ “ຂ້າ
ພະເຈົ້າໄດ້ຍິນແລ້ວ ໄດ້ຍິນອີກວ່າປະຊາຊົນໃນເຂດໃຈກາງ ລັດໂອໄຮໂອ ແມ່ນເບື່ອ
ໜ່າຍ ແລະ ເມື່ອຍກັບການເມືອງ ແບບດຽວແບບເກົ່າ ໃນວໍຊິງຕັນ. ພວກເຂົາເຈົ້າ
ຕ້ອງການຜູ້ນຳຄົນໃໝ່.”

ທ່ານປະທານາທິບໍດີໄດ້ຂຽນຂໍ້ຄວາມໃນທວິດເຕີ ເພື່ອອ້າງເອົາຜົນງານໃນການໄດ້
ຮັບໄຊຊະນະຂອງທ່ານ ບອລເດີສັນ ແລະ ໄດ້ປະຕິຍານທີ່ຈະໂຄສະນາຫາສຽງເພີ່ມ
ເຕີມ ໃນສອງສາມທິດຈະມາເຖິງນີ້.

ທ່ານ ບອລເດີສັນ ອາດໄດ້ຮັບຜົນປະໂຫຍດຈາກງານຊຸມນຸມກັນຂອງທ່ານ ທຣຳ ພຽງ
ບໍ່ເທົ່າໃດວັນ ກ່ອນການເລືອກຕັ້ງ, ເມື່ອທ່ານປະທາ ນາທິບໍດີໄດ້ກ່າວໂຈມຕີ ພັກຝ່າຍ
ຄ້ານເດໂມແຄຣັດ.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວວ່າ “ຖ້າພວກເດໂມແຄຣັດໄດ້ເຂົ້າມາ, ເຂົາເຈົ້າ
ກໍຈະເພີ່ມພາສີຂອງພວກທ່ານ, ພວກທ່ານກໍຈະເຫັນການກໍ່ອາຊະຍາກຳຢູ່ທົ່ວທຸກ
ບ່ອນ ແລະ ພວກທ່ານກໍຈະເຫັນຄົນຫຼັ່ງ ໄຫຼຂ້າມເຂດຊາຍແດນເຂົ້າມາ. ສະນັ້ນເປັນ
ຫຍັງຕ້ອງໃຫ້ພວກສີຟ້າເດໂມແຄຣັດຊະນະ? ຂ້າພະເຈົ້າຄິດວ່າມັນອາດເປັນຝ່າຍສີ
ແດງ, ແທ້ໆໃດ ຂ້າພະເຈົ້າຄິດວ່າມັນຄວນເປັນພັກຣີພັບບລີກັນ.”

ແຕ່ແທ້ຈິງແລ້ວ ການທີ່ທ່ານ ໂອຄັອນເນີ ທີ່ສັງກັດພັກຣີເດໂມແຄຣັດ ໄດ້ຮັບຄະແນນ
ໃນການເລືອກຕັ້ງຢ່າງສູສີ ໃນເຂດທີ່ສະໜັບສະໜູນພັກຣີພັບບລີກັນຢ່າງເຂັ້ມແຂງນັ້ນ
ອາດໝາຍເຖິງສັນຍານເຕືອນໄພສຳລັບພັກຣີພັບບລີກັນໃນເດືອນພະຈິກນີ້, ອີງຕາມ
ການກ່າວຂອງນັກວິເຄາະທ່ານ ຈອນ ຮູແດັກ (John Hudak).

ທ່ານ ຈອນ ຮູແດັກ ຈາກສະຖາບັນ ບຣຸກຄິ່ງສ໌ ກ່າວວ່າ “ມັນມີຫຼັກຖານຫຼາຍຢ່າງຫຼາຍ
ຂຶ້ນ ໃນການແຂ່ງຂັນແຕ່ລະຄັ້ງໃນຕະຫຼອດປີນີ້ ທີ່ການເລືອກຕັ້ງນັ້ນໄດ້ຮັບຄະແນນ
ສຽງທີ່ໜ້ອຍກວ່າໃນປີ 2016, ເຊິ່ງໄດ້ຊີ້ໃຫ້ເຫັນວ່າ ເຂົາເຈົ້າຈະມີບັນຫາໃນການກ້າວ
ໄປຕໍ່ໜ້າ.”

ໃນຂະນະທີ່ທ່ານ ທຣຳ ອາດເປັນຜູ້ສ້າງຄວາມແຕກຕ່າງທີ່ສຳຄັນໃຫ້ແກ່ທ່ານ
ບອລເດີສັນ ນັ້ນ, ທ່ານຍັງຄົງເປັນຄົນຜູ້ທີ່ຈະສ້າງຄວາມແຕກແຍກສຳລັບກຸ່ມຜູ້ເລືອກ
ຕັ້ງຢ່າງກວ້າງຂວາງຕໍ່ໄປ, ອີງຕາມການກ່າວຂອງຜູ້ປົກຄອງລັດ ໂອໄຮໂອ ທ່ານ ຈອນ
ເຄສິກ.

ທ່ານ ຈອນ ເຄສິກ ກ່າວວ່າ “ຄວາມວຸ້ນວາຍທີ່ເບິ່ງຄືວ່າຈະມີຢູ່ອ້ອມຮອບທ່ານ ດໍໂນລ
ທຣຳ ນັ້ນ ແມ່ນບໍ່ໄດ້ເຮັດໃຫ້ປະຊາຊົນຫຼາຍຄົນຕົກໃຈ. ສະນັ້ນບັນດາແມ່ຍິງໃນເຂດ
ຊົນນະບົດ ໂດຍສະເພາະແມ່ນ ຢູ່ໜີ້ ເປັນຄົນຜູ້ທີ່ບໍ່ສົນໃຈອີກແລ້ວແທ້ໆ.”

ປະທານາທິບໍດີ ປາກົດວ່າໄດ້ສ້າງແຮງກະຕຸ້ນໃຫ້ທັງຖານທີ່ໝັ້ນຂອງທ່ານ ແລະ ຝ່າຍ
ຄ້ານພັກເດໂມແຄຣັດ, ອີງຕາມການກ່າວຂອງທ່ານ ຮູແດັກ.

ທ່ານ ຈອນ ຮູແດັກ ກ່າວວ່າ “ໃນຂະນະທີ່ການເຂົ້າມາກ້າວກ່າຍຂອງທ່ານ ຫຼື ບາງ
ເທື່ອການກ້າວກ່າຍຂອງຜູ້ປົກຄອງລັດ ທ່ານ ເຄສິກ ຫຼື ການກ້າວກ່າຍຂອງຄົນອື່ນໆ
ອາດສ້າງຄວາມແຕກຕ່າງຢ່າງຫຼວງຫຼາຍໃນຄະແນນສຽງທີ່ຫ່າງກັນ 1,700 ຄະແນນ
ໃນລັດໂອໄຮໂອນັ້ນ, ທ່ານປະທານາທິບໍດີ ແມ່ນຄົງໄດ້ຫຼິ້ນບົດບາດທີ່ສຳຄັນ ໃນການ
ຫັນປ່ຽນຈາກພັກຣີພັບບລີກັນໄປຫາພັກເດໂມແຄຣັດ ໃນການແຂ່ງຂັນຄືຄັ້ງນີ້ດ້ວຍ.”

ການແຂ່ງຂັນໃນລັດ ໂອໄຮໂອ ແມ່ນພຽງການລະບຸໃຫ້ເຫັນຄັ້ງຫຼ້າສຸດວ່າ ບັນດາຜູ້ລົງ
ຄະແນນສຽງ ໄດ້ພິຈາລະນາວ່າ ປະທານາທິບໍດີ ທຣຳ ເປັນສູນກາງຂອງບັນຫາຫຼາຍ
ຂຶ້ນ ໃນການເລືອກຕັ້ງກາງສະໄໝເດືອນພະຈິກນີ້, ເຊິ່ງພັກຣີພັບບລີກັນ ແມ່ນມີຄວາມ
ສ່ຽງ ທີ່ຈະສູນເສຍການຄວບຄຸມລັດຖະສະພາ.

In U.S. politics, President Donald Trump and Republicans are claiming victory in a special congressional election in Ohio seen as a possible bellwether for the November midterm elections.While the race officially remains too close to call, both major political parties see encouraging signs in the results, as we hear from VOA National correspondent Jim Malone in Washington.]]

In Ohio, Republican Troy Balderson holds a narrow lead in a special congressional election that got nationwide attention.

"I'd like to thank President Trump.((EDIT))America is on the right path and we are going to keep it going that way."

Balderson got a strong challenge in a heavily Republican district from Democrat Danny O'Connor, who focused on economic issues.

"I heard over and over again that the people of central Ohio are sick and tired of the same old Washington politics.Folks want new leadership."

The president took to Twitter to claim credit for Balderson's showing and vowed to do more campaigning in the weeks to come.

Balderson may have benefited from a Trump rally just days before the election - when the president went after opposition Democrats.

"If the Democrats get in, they are going to raise your taxes, you are going to have crime all over the place and you are going to have people pouring across the border.So why would that be a blue wave?I think it could be a red wave, really I think it should be a red wave."

But the fact that Democrat O'Connor ran such a close race in a strongly Republican district may be a warning sign for Republicans in November, says analyst John Hudak.

"It is more evidence that in race after race throughout this year Republicans have been underperforming the levels ((getting fewer votes)) that they were at in 2016, which has to spell trouble for them moving forward."

While Trump may have tipped the balance for Balderson, he remains a polarizing figure for the broader electorate, says Ohio's Republican Governor John Kasich.

"The chaos that seems to surround Donald Trump has unnerved a lot of people.So suburban women in particular here are the ones who are really turned off."

The president appears to be motivating both his base and opposition Democrats, says John Hudak.

"While his intervention or maybe Governor Kasich's intervention or someone else's intervention may well have made the difference in this 17-hundred vote margin in Ohio, the president has probably also played a significant role in the shift from Republicans toward Democrats in a race like this."

The Ohio race is just the latest indication that voters increasingly see President Trump as the central issue in the November midterms - where control of Congress is at stake.

XS
SM
MD
LG