ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະນາຍຄວາມປ້ອງກັນຂອງທ່ານທຣຳ ແລະໄອຍະການ ປະທະກັນຢ່າງຮຸນແຮງ ເມື່ອໃກ້ການສິ້ນສຸດບົດສະຫລຸບໂຕ້ແຍ້ງ ຄະດີຈ່າຍເງິນປິດປາກ ຂອງອະດີດປະທານາທິບໍດີ


In this courtroom sketch, former President Donald Trump looks on as prosecutor Joshua Steinglass shows a video clip during a criminal trial on charges that Trump falsified business records to conceal hush money payments, in New York, May 28, 2024.
In this courtroom sketch, former President Donald Trump looks on as prosecutor Joshua Steinglass shows a video clip during a criminal trial on charges that Trump falsified business records to conceal hush money payments, in New York, May 28, 2024.

ຕອນສຸດທ້າຍໃນການ​ດຳ​ເນີນຄະດີອາຍາ ກ່ຽວກັບ ການຈ່າຍເງິນປິດປາກຂອງ ທ່ານ ດໍໂນລ ທຣຳ ໄດ້ຖືກເປີດເຜີຍອອກມາໃນວັນອັງຄານວານນີ້ ໂດຍທະນາຍຄວາມປ້ອງກັນຂອງທ່ານທຣຳ ແລະໄອຍະການ ໄດ້ປະທະກັນຢ່າງຮຸນແຮງ ກ່ຽວກັບວ່າ ອະດີດປະທານາທິບໍດີ ສະຫະລັດ ພະຍາຍາມແຊກແຊງຜົນ ການເລືອກຕັ້ງປີ 2016 ທີ່ໄດ້ສົ່ງທ່ານເຂົ້າດຳລົງຕຳແໜ່ງໃນທຳນຽບຂາວນັ້ນ ຢ່າງຜິດກົດໝາຍຫຼືບໍ່.

“ທ່ານປະທານາທິບໍດີ ທຣຳ ບໍລິສຸດ” ທ່ານ ທອດ ແບລນຈ໌ ໄດ້ປະກາດໃນ ການປິດຄຳໂຕ້ແຍ້ງທີ່ໃຊ້ເວລາເຖິງ 3 ຊົ່ວໂມງ. ທ່ານກ່າວອີກວ່າ “ທ່ານບໍ່ ໄດ້ກໍ່ອາຊະຍາກຳໃດໆ ແລະໄອຍະການຍັງບໍ່ສາມາດພິສູດຄວາມຜິດໄດ້ເລີຍ ຈົບ.”

ທ່ານແບລນຈ໌ ໄດ້ຮຽກຮ້ອງຕໍ່ບັນດາສະມາຊິກຕຸລາການ 12 ຄົນ ທີ່ກຳລັງຮັບຟັງຄະດີນີ້ຢູ່ ໃຫ້ລົງຄວາມເຫັນດ້ວຍ “ການຕັດສິນ ທີ່ວ່ອງໄວ ແລະ ບໍ່ມີຄວາມຜິດແບບງ່າຍດາຍ.”

ແຕ່ໄອຍະການ ທ່ານ ຈອດຊວາ ສໄຕນ໌ແກລສ (Joshua Steinglass) ໄດ້ກ່າວຕໍ່ ຄະນະຕຸລາການທີ່ປະກອບດ້ວຍ ຊາຍເຈັດຄົນ ແລະຍິງຫ້າຄົນ ວ່າ ທ່ານທຣຳ ເປັນປະທານາທິບໍດີຜູ້ທຳອິດທີ່ ຖືກກ່າວຫາດ້ວຍການກໍ່ອາຊະຍາກຳ ຫຼາຍກະທົງ ໃນການພົວພັນກັບການສົມຮູ້ຮ່ວມຄິດ “ເພື່ອສໍ້ໂກງການເລືອກຕັ້ງປີ 2016.”

“ພວກເຮົາຂໍຮ້ອງທ່ານ ຈົງຈື່ຈຳໃຫ້ຕັດສຽງນອງນັນອອກໄປ ແລະບໍ່ໃຫ້ສົນໃຈ ເລື້ອງຕ່າງໆຢູ່ຂ້າງນອກ” ທ່ານສະໄຕນ໌ແກລສ ໄດ້ກ່າວຕໍ່ຄະນະຕຸລາການ. ແລ້ວກ່າວຕໍ່ໄປວ່າ “ແລະຖ້າທ່ານໄດ້ເຮັດເຊັ່ນນັ້ນ....ທ່ານກໍຈະເຫັນພວກຄົນທີ່ ໄດ້ນຳສະເໜີຫຼັກຖານທີ່ໜັກແໜ້ນເຖິງຄວາມຜິດຂອງຈຳ​ເລີຍ.”

ໃນຂະນະທີ່ທ່ານສະໄຕນ໌ແກລສ ສິ້ນສຸດກ່າວຄຳໂຕ້ແຍ້ງເກືອບຫ້າຊົ່ວໂມງຕໍ່ ທ່ານທຣຳ, ທ່ານໄດ້ກ່າວວ່າ “ກົດໝາຍ ແມ່ນກົດໝາຍ ແລະມັນໃຊ້ກັບໝົດທຸກ ຄົນໂດຍເທົ່າທຽມກັນ. ບໍ່ມີມາດຕະຖານພິເສດໃດສຳລັບຈຳ​ເລີຍຜູ້ນີ້.”

The final scenes of Donald Trump's New York hush money criminal trial unfolded Tuesday with Trump's defense lawyer and a prosecutor clashing sharply on whether the former U.S. president illegally sought to influence the outcome of the 2016 election that sent him to the White House.

"President Trump is innocent," Todd Blanche declared in his three-hour closing argument. "He did not commit any crimes, and the district attorney has not met their burden of proof — period."

Blanche called on the 12-member jury hearing the case to render "a very quick and easy not guilty verdict."

But prosecutor Joshua Steinglass told the seven men and five women on the jury that Trump, the first president ever charged with criminal offenses, engaged in a conspiracy "to corrupt the 2016 election."

"We asked you to remember to tune out the noise and to ignore the sideshows," Steinglass told the jury. "And if you've done that ... you will see the people have presented powerful evidence of the defendant's guilt."

As he ended a nearly five-hour argument against Trump, Steinglass said, "The law is the law, and it applies to everyone equally. There is no special standard for this defendant."

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG