ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານທຣຳ ປະກາດວ່າ ການຕິດ ໄວຣັສໂຄໂຣນາ ເປັນເລື້ອງ 'ການອວຍພອນ'


ປະທານາທິບໍດີ ດໍໂນລ ທຣຳ ຢືນຢູ່ລະບຽງ Truman ຂອງທຳນຽບຂາວ ຫຼັງຈາກກັບຄືນມາຈາກການຮັກສາປິ່ນປົວຢູ່ສູນການແພດ Walter Reed Medical Center ຍ້ອນຕິດພຍາດໄວຣັສໂຄໂຣນາ ຫຼື (COVID-19), ໃນນະຄອນຫຼວງວໍຊິງຕັນ, ວັນທີ 5 ຕຸລາ 2020.
ປະທານາທິບໍດີ ດໍໂນລ ທຣຳ ຢືນຢູ່ລະບຽງ Truman ຂອງທຳນຽບຂາວ ຫຼັງຈາກກັບຄືນມາຈາກການຮັກສາປິ່ນປົວຢູ່ສູນການແພດ Walter Reed Medical Center ຍ້ອນຕິດພຍາດໄວຣັສໂຄໂຣນາ ຫຼື (COVID-19), ໃນນະຄອນຫຼວງວໍຊິງຕັນ, ວັນທີ 5 ຕຸລາ 2020.

ຢູ່ໃນວີດີໂອ ທີ່ໄດ້ຖືກເປີດເຜີຍເມື່ອວັນພຸດວານນີ້ ປະທານາທິບໍດີ ສະຫະລັດ ດໍໂນລທຣຳໄດ້ເອີ້ນການຕິດໄວຣັສໂຄວິດ-19 ຂອງທ່ານ ວ່າ “ການອວຍພອນ ແບບທີ່ບໍ່ເປີດເຜີຍ.”

ໃນຂະນະຢືນຢູ່ດ້ານນ້ອກທຳນຽບຂາວ ຢູ່ຕໍ່ໜ້າປ່ອງຢ້ຽມຂອງຫ້ອງການຊົງໄຂ່ ຫຼື Oval Office ທ່ານປະທານາທິບໍດີ ໄດ້ກ່າວຍົກຍ້ອງ ການຮັກສາປິ່ນປົວດ້ວຍຢາຕ້ານເຊື້ອ ແບບປະສົມປະສານທີ່ຢູ່ໃນຂັ້ນທົດລອງຂອງບໍລິສັດ ຣີເຈັນເນີຣອນ (Regeneron) ຊຶ່ງທ່ານໄດ້ຮັບນັ້ນ ວ່າ “ແລະຢາຊະນິດອື່ນໆ” ໃນລະຫວ່າງການເຂົ້າຮັກສາຢູ່ໃນໂຮງໝໍໄລຍະ 72 ຊົ່ວໂມງ.

“ພວກເຂົາເຈົ້າເອີ້ນພວກມັນເປັນຢາປົວພະຍາດ. ແຕ່ສໍາລັບຂ້າພະເຈົ້າ ມັນບໍ່ແມ່ນຢາປົວພະຍາດ. ມັນພຽງເຮັດໃຫ້ຂ້າພະເຈົ້າດີຂຶ້ນ. ໂອເຄ? ຂ້າພະເຈົ້າເອີ້ນອັນນັ້ນວ່າ ການຫາຍຂາດ” ທ່ານທຣຳ ໄດ້ກ່າວປະກາດຢູ່ໃນວີດີໂອທີ່ບໍ່ໄດ້ຊ້ອມມາກ່ອນ ທີ່ມີຄວາມຍາວເກືອບ 5 ນາທີ.

[[https://twitter.com/realDonaldTrump/status/1313959702104023047?s=20]]

ຫົວໜ້າທີ່ປຶກສາຂອງທຳນຽບຂາວ ທ່ານມາກ ແມດາວສ໌ ໃນຕອນແລງວັນພຸດວານນີ້ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ວີດີໂອດັ່ງກ່າວ ໄດ້ “ຖືກບັນທຶກຢູ່ເດີ່ນຫຍ້າສວນກ້ຳໃຕ້ ໃນຕອນບ່າຍກ່ອນໜ້ານີ້.”

ທ່ານປະທານາທິບໍດີ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຢາຕ້ານເຊື້ອທີ່ທັນສະໄໝນັ້ນ ຈະມີໃຫ້ໃຊ້ແກ່ພວກຄົນປ່ວຍຍ້ອນໄວຣັສໂຄໂຣນາ ໝົດທຸກຄົນຢູ່ໃນສະຫະລັດ.

ທ່ານທຣຳ ໄດ້ກ່າວວ່າ “ຂ້າພະເຈົ້າຢາກໃຫ້ໝົດທຸກຄົນໄດ້ຮັບການຮັກສາແບບດຽວກັນ ຄືກັບປະທານາທິບໍດີຂອງເຈົ້າ.”

ບໍລິສັດຣີເຈັນເນີຣອນ ໄດ້ຢືນຢັນວ່າ ທ່ານປະທານາທິບໍດີ ໄດ້ຮັບຢາ REGN-COV2 ທີ່ເປັນຢາຕ້ານເຊື້ອປະສົມປະສານກັບຢາອື່ນໆ ອັນເປັນພາກສ່ວນນຶ່ງຂອງ “ການຮຽກຮ້ອງຂໍໃຊ້ຢາເພື່ອຄວາມເຫັນອົກເຫັນໃຈ” ຊຶ່ງໃນເວລານັ້ນ ອົງ ການອາຫານແລະຢາ ຫຼື FDA ອະນຸຍາດໃຫ້ການປິ່ນປົວທີ່ຍັງບໍ່ທັນໄດ້ຖືກຮັບ ຮອງນີ້ ມີໃຫ້ໄວ້ປົວພວກຄົນປ່ວຍ ເມື່ອບໍ່ມີການປິ່ນປົວອື່ນໆໃດເລີຍ.

ບໍລິສັດ ຣີເຈັນເນີຣອນ ໄດ້ມີການຈັດແຈງກັບກະຊວງປ້ອງກັນປະເທດ ເພື່ອໃຫ້ແຈກຢາຍ 300,000 ຊຸດ ເມື່ອໃດທີ່ມັນມີພ້ອມແລ້ວ. ຢາຕ້ານເຊື້ອດັ່ງກ່າວ ແມ່ນຍາກແລະແພງທີ່ຈະຜະລິດ ແລະມັນກໍບໍ່ຮູ້ຈັກວ່າ ພວກຢາທັງຫຼາຍ ຈະມີໃຫ້ໃຊ້ຢ່າງແຜ່ຫຼາຍໃນເວລາໃດ ເພື່ອຮັກສາພວກຄົນປ່ວຍຍ້ອນໂຄວິດ-19 ທີ່ນອນຢູ່ໃນໂຮງໝໍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

In a video released Wednesday, U.S. President Donald Trump termed his catching COVID-19 a “blessing in disguise.”

Standing outside the White House with the Oval Office windows in the background, the president praised the treatment he received with the experimental Regeneron antibody cocktail “and various other drugs” during his 72-hour hospitalization.

“They call them therapeutic. But to me it wasn’t therapeutic. It just made me better. OK? I call that a cure,” declared Trump in the nearly 5-minute, ad-libbed video.

[[https://twitter.com/realDonaldTrump/status/1313959702104023047?s=20]]

White House Chief of Staff Mark Meadows on Wednesday evening told reporters the video was “taken on the South Lawn earlier this afternoon.”

The president promised the cutting-edge antibody drug would be made available for free for all coronavirus patients in the United States.

“I want everybody to be given the same treatment as your president,” Trump said.

Regeneron confirmed that the president was provided with its REGN-COV2 antibody cocktail as part of a “compassionate use request,” which is when the U.S. Food and Drug Administration allows for unapproved treatments to be made available to treat ill patients when no other treatment is available.

Regeneron has an arrangement with the Defense Department to distribute the first 300,000 doses once it they are available. The monoclonal antibodies are difficult and expensive to manufacture, and it is not known when they will be widely available to treat hospitalized COVID-19 patients.

XS
SM
MD
LG