ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Trump ແລະທ່ານນາງ Clinton ໄດ້ຮັບໄຊຊະນະ ໃນການເລືອກຕັ້ງ ຢູ່ໃນ 3 ລັດ


警方报告称俄罗斯记者阿尔卡迪&middot;巴布琴科在基辅的公寓大楼被枪杀的不到24小时之后,他在乌克兰安全部门举行的新闻发布会上现身了。乌克兰国家安全局表示,伪造他的死,是为了阻止杀害巴布琴科的阴谋。<br />
<br />
&nbsp;
警方报告称俄罗斯记者阿尔卡迪&middot;巴布琴科在基辅的公寓大楼被枪杀的不到24小时之后,他在乌克兰安全部门举行的新闻发布会上现身了。乌克兰国家安全局表示,伪造他的死,是为了阻止杀害巴布琴科的阴谋。<br /> <br /> &nbsp;

ຜູ້ນຳໜ້າໃນການແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກຣີ ພັບບລີກັນ ທ່ານ Donald trump ໄດ້ຮັບໄຊຊະນະໃນການເລືອກ ຕັ້ງ 3 ລັດໃນວັນອັງຄານວານນີ້, ໜຶ່ງໃນນັ້ນ​ແມ່ນລັດ Florida ທີ່ມີ ຄວາມສຳຄັນລັດໜຶ່ງ, ​ໂດຍບັງຄັບໃຫ້ສະມາຊິກສະ ພາສູງທ່ານ Marco Rubio ຕ້ອງຖອນຕົວອອກຈາກການແຂ່ງຂັນ ແລະ ເຮັດ ໃຫ້ທ່ານມີຄະແນນນຳໜ້າຄູ່ແຂ່ງຂອງທ່ານ ສະມາຊິກ​ສະພາ​ສູງ ຈາກລັດ Texas ທ່ານ Ted Cruz ຢ່າງກວ້າງຂວາງ.

ມີພຽງລັດດຽວທີ່ທ່ານ Trump ໄດ້ພ່າຍແພ້ໃນວັນອັງຄານວານນີ້ ກໍແມ່ນລັດ Ohio, ເຊິ່ງເປັນ ບ່ອນທີ່ຜູ້ປົກຄອງລັດ ທ່ານ John Kasich ໄດ້ຮັບໄຊຊະນະທີ່ທ່ານຕ້ອງການເປັນຢ່າງສູງນັ້ນ ໃນບ້ານຂອງທ່ານເອງ, ມັນເປັນການແຂ່ງທີ່ຜູ້ໃດຊະນະ ແມ່ນຈະໄດ້ຮັບຜູ້ແທນທັງໝົດ.

ນັກທຸລະກິດອະສັງຫາລິມະຊັບ ພັນລ້ານ ທ່ານ Trump ໄດ້ຮັບໄຊຊະນະໃນລັດ Florida ໂດຍ 19 ເປີເຊັນ ແຕ່ວ່າໄຊຊະນະຢ່າງຫວຸດຫວິດຂອງທ່ານໃນລັດ North Carolina ແລະ ລັດ Illinois ໝາຍຄວາມວ່າ ທ່ານ Cruz ຍັງສາມາດ​ໄດ້​ຮັບຜູ້ແທນບາງສ່ວນ ໃນການເລືອກ ຕັ້ງດັ່ງກ່າວ. ທ່ານ Trump ແລະ ທ່ານ Cruz ຍັງໄດ້ຮັບ​ຄະ​ແນນ​ສຽງ​ເກືອບ​ເທົ່າກັນໃນການ ແຂ່ງຂັນທີ່ລັດ Missouri ເຊິ່ງ​ໃກ້​ຄຽງກັນໂພດຈົນຍາກຕໍ່ການຕັດສິນ.

Trump and Clinton Big Winners in Tuesday Primaries
please wait

No media source currently available

0:00 0:02:46 0:00

ໃນການສະແຫວງຫາເພື່ອວາດພາບການແຂ່ງຂັນຕອນນີ້ ​ໃຫ້ເປັນການແຂ່ງຂັນລະຫວ່າງສອງ ຄົນ, ທ່ານ Cruz ໄດ້ກ່າວວ່າ ມັນແມ່ນເວລາສຳລັບຜູ້ສະໜັບສະໜູນພັກຣີພັລລີກັນ ທີ່ຈະມາ ລວມຕົວເຂົ້າກັນ, ໂດຍການຕ້ອນຮັບເອົາຜູ້ທີ່ສະໜັບສະໜູນທ່ານ Rubio ສູ່ການໂຄສະນາ ຫາສຽງຂອງທ່ານ ແລະກ່າວວ່າ “ປະເທດ ອາເມຣິກາ ມີທາງເລືອກທີ່ຈະແຈ້ງ ໃນການກ້າວ ຕໍ່ໄປຂ້າງໜ້າ.”

ທ່ານ Trump ກໍຍັງໄດ້ກ່າວວ່າ ມັນແມ່ນເວລາທີ່ຈະນຳເອົາພັກຣິພັບ ບລີກັນ ມາລວມເຂົ້າກັນ, ໂດຍໃຫ້ປະຕິຍານວ່າ ທ່ານຈະບໍ່ຢຸດຈົນກວ່າທ່ານ “ໄດ້ເອົາຊະນະປະເທດຂອງຕົນ.”

ໃນການແຂ່ງຂັນຂອງພັກ ເດໂມແຄຣັດ, ເຊິ່ງບໍ່ໄດ້ກໍ່ໃຫ້ເກີດການແຕກແຍກກັນ ດັ່ງກັບການ ແຂ່ງຂັນທີ່ແອອັດ ຂອງພັກຣິພັບບລີກັນນັ້ນ, ອະດີິດລັດຖະມົນຕີການຕ່າງປະເທດ ທ່ານນາງ Hilary Clinton ໄດ້ຮັບໄຊຊະນະໃນ 4 ລັດ ໃນວັນອັງຄານວານ​ນີ້. ໄຊຊະນະຂອງທ່ານນາງ ໃນລັດ Florida, Illinois, North Carolina ແລະ Ohio ໄດ້​ຂະ ຫຍາຍການມີ​ຄະ​ແນນນຳ ໜ້າທີ່ມີຜູ້ແທນຈຳນວນຫຼາຍຢູ່ແລ້ວ ຕໍ່ສະມາ ຊິກສະພາສູງທ່ານ Bernie Sanders. ການ ແຂ່ງຂັນຂອງພວກທ່ານໃນລັດ Missouri ກໍຍັງສູສີກັນໂພດ ເຊິ່ງຍາກທີ່ຈະຕັດສິນ.

ທ່ານນາງ Clinton ໄດ້ກ່າວວ່າມັນແມ່ນ “ວັນອັງຄານທີ່ພິເສດ” ສຳລັບທ່ານນາງ ແລະ ໄດ້ ສະແດງຄວາມຍິນດີຕໍ່ທ່ານ Sanders ​ໃນສິ່ງທີ່ທ່ານນາງເອີ້ນວ່າ ການໂຄສະນາຫາສຽງທີ່ “ເຂັ້ມແຂງ” ຂອງທ່ານ.

ທ່ານ Sanders ໄດ້ກ່າວວ່າ ການໂຄສະນາຫາສຽງຂອງທ່ານ ໄດ້ທ້າທາຍຕໍ່ຄວາມຄາດຫວັງ ແລະຂັດແຍ້ງຕໍ່ການເມືອງ ອາເມຣິກາ ເພາະ ວ່າທ່ານໄດ້ “ເວົ້າເຖິງຄວາມຈິງ.”

US Politics
please wait
Embed

No media source currently available

0:00 0:02:05 0:00

Republican presidential front-runner Donald Trump won three state primaries Tuesday, including one in the key state of Florida, forcing Senator Marco Rubio to drop out of the race and widening his delegate lead over Texas Senator Ted Cruz.

The only state Trump lost Tuesday was Ohio, where Governor John Kasich won a much-needed first victory on his home turf, in a winner-take-all contest.

The billionaire businessman, Trump,won Florida by 19 percent, but his narrower wins in North Carolina and Illinois meant Cruz was able to amass some delegates on the day.Trump and Cruz were also locked in a battle in Missouri that was too close to call.

Seeking to portray the contest now as a two-man race, Cruz said that it is time for Republicans to unite, welcoming to his campaign those who have supported Rubio and saying "America has a clear choice going forward."

Trump also said it is time to bring the Republican Party together, vowing he will not stop until he "wins the country."

In the Democratic race, which has not been as divisive as the crowded Republican contest, former Secretary of State Hillary Clinton won four states Tuesday.Her victories in Florida, Illinois, North Carolina and Ohio increased her already big delegate lead over Senator Bernie Sanders.Their race in Missouri was also too close to call.

Clinton said it was a "super Tuesday" for her and congratulated Sanders for what she called his "vigorous" campaign.

Sanders said his campaign has defied expectations and is radical in American politics because he is "telling the truth."

XS
SM
MD
LG