ຫຼາຍກວ່າສອງປີມາແລ້ວທີ່ປະທານາທິບໍດີ ດໍໂນລ ທຣຳ ໄດ້ເວົ້າກ່ຽວກັບ ການຖອນ ສະຫະລັດ ອອກຈາກຂໍ້ຕົກລົງສະພາບດິນຟ້າອາກາດ ປາຣີ ທີ່ສຳຄັນນັ້ນ. ເລີ່ມຕົ້ນວັນຈັນມື້ນີ້ ທ່ານຈະສາມາດເຮັດບາງຢ່າງ ກ່ຽວກັບ ມັນໃນທີ່ສຸດ.
ເຖິງແມ່ນແນວນັ້ນກໍຕາມ, ຂັ້ນຕອນການຖອນຕົວຈະໃຊ້ເວລານຶ່ງປີ ແລະ ຈະບໍ່ເປັນທາງການຈົນກວ່າຢ່າງໜ້ອຍນຶ່ງວັນ ຫຼັງຈາກການເລືອກຕັ້ງປະທານາທິບໍດີປີ 2020.
ໃນຂໍ້ຕົກລົງ ປາຣີ, ເກືອບ 200 ປະເທດໄດ້ກຳນົດເປົ້າໝາຍແຫ່ງຊາດຂອງເຂົາເຈົ້າເອງ ເພື່ອຫຼຸດຜ່ອນ ຫຼື ຄວບຄຸມມົນລະພິດຂອງແກັສທີ່ກັກອາຍຮ້ອນໄວ້. ມັນໄດ້ມີການເຈລະຈາໃນປີ 2015 ພ້ອມກັບການກະຕຸ້ນຢ່າງຫຼວງຫຼາຍໂດຍ ສະຫະລັດ ແລະ ຈີນ ແລະ ໄດ້ມີຜົນບັງຄັບໃຊ້ໃນວັນທີ 4 ພະຈິກ 2016.
ເງື່ອນໄຂຂອງຂໍ້ຕົກລົງເວົ້າວ່າ ບໍ່ມີປະເທດໃດສາມາດຖອນຕົວໄດ້ໃນສາມປີທຳອິດ. ສະນັ້ນວັນຈັນມື້ນີ້ ຈຶ່ງແມ່ນຄັ້ງທຳອິດ ທີ່ ສະຫະລັດ ສາມາດເລີ່ມຂັ້ນຕອນການຖອນຕົວໄດ້ຢ່າງແທ້ຈິງ, ເຊິ່ງຈະເລີ່ມຕົ້ນດ້ວຍການສົ່ງໜັງສືຫາອົງການ ສະຫະປະຊາຊາດ. ແລະ ມັນຈະບໍ່ເປັນທາງການຈົນກວ່ານຶ່ງປີຫຼັງຈາກນັ້ນ, ເຊິ່ງຈະນຳໄປຈົນຮອດວັນ ຫຼັງຈາກການເລືອກຕັ້ງ.
ຖ້າມີໃຜບາງຄົນນອກຈາກທ່ານ ທຣຳ ໄດ້ຊະນະໃນປີ 2020 ນັ້ນ, ປະທານາທິບໍດີ ຄົນຕໍ່ໄປຈະສາມາດນຳເອົາຂໍ້ຕົກລົງກັບຄືນມາພາຍໃນພຽງ 30 ວັນ ແລະ ວາງແຜນທີ່ຈະຕັດຄວັນພິດຈາກອາຍຄາບັອນ, ອີງຕາມການກ່າວຂອງທ່ານ ແອນດຣູ ໄລທ໌, ອະດີດນັກເຈລະຈາ ກ່ຽວກັບ ສະພາບດິນຟ້າອາກາດ ຈາກ ກະຊວງການຕ່າງປະເທດຂອງທ່ານ ໂອບາມາ ເຊິ່ງຕອນນີ້ເຮັດວຽກຢູ່ສະຖາບັນແຫຼ່ງຊັບພະຍາກອນໂລກ ທີ່ບໍ່ຫວັງຜົນກຳໄລ.
ທ່ານ ໄລທ໌ ແລະ ຜູ້ຊ່ຽວຊານຄົນອື່ນໆເວົ້າວ່າ ການຖອນຕົວຂອງ ສະຫະລັດ, ເຊິ່ງແມ່ນຜູ້ປ່ອຍຄວັນພິດຫຼາຍທີ່ສຸດເປັນອັນດັບສອງຂອງໂລກ ແລະ ມີເສດຖະກິດທີ່ໃຫຍ່ທີ່ສຸດໃນໂລກນັ້ນ, ຈະສົ່ງຜົນກະທົບໃນຄວາມພະຍາຍາມຕໍ່ສູ້ກັບພາວະໂລກຮ້ອນ.