ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ​ທ​ຣຳ ຖິ້ມ​ໂທດ​ໃສ່​ ທະ​ນາ​ຄານ​ກາງ ທີ່​ເຮັດ​ໃຫ້ ຕະ​ຫຼາດ​ຮຸ້ນ ​ວຸ້ນ​ວາຍ


ຊາຍຊາວ​ຈີນ ຄົນ​ນຶ່ງ​ນັ່ງເບິ່ງ​ການ​ຫຼຸດ​ຕ່ຳ​ລົງ​ຂອງ​ຕະ​ຫຼາດ​ຮຸ້ນ ໃນປັກ​ກິ່ງ, ຈີນ, 25 ທັນ​ວາ 2018.
ຊາຍຊາວ​ຈີນ ຄົນ​ນຶ່ງ​ນັ່ງເບິ່ງ​ການ​ຫຼຸດ​ຕ່ຳ​ລົງ​ຂອງ​ຕະ​ຫຼາດ​ຮຸ້ນ ໃນປັກ​ກິ່ງ, ຈີນ, 25 ທັນ​ວາ 2018.

ຕະ​ຫຼາດຮຸ້ນ ໃນ​ຍີ່​ປຸ່ນ​ແລະ​ຈີນ ເຫັນ​ວ່າ ໄດ້​ຕົກ​ລາ​ຄາ​ເປັນ​ການ​ໃຫຍ່ ໃນ​ວັນ​ອັງ​ຄານ​ມື້​ນີ້
ຫຼັງ​ຈາກ​ໄດ້​ມີ​ການ​ພາ​ກັນ​ຂາຍ ​ທີ່ຕະ​ຫຼາດຮຸ້ນສະ​ຫະ​ລັດ ໃນ​ວັນ​ຈັນ​ວານ​ນີ້.

​ດັດ​ຊະ​ນີຮຸ້ນນິ​ກເກະ ໄດ້ຫຼຸດ​ລາ​ຄາ​ລົງ ປະ​ມານ 5 ເປີ​ເຊັນ ໃນ​ຂະ​ນະ​ທີ່​ດັດ​ຊະ​ນີ​ຮຸ້ນ
​ປະ​ສົມ​ຢູ່ຊຽງ​ໄຮ້ ໄດ້​ຕົກລາ​ຄາ ປະ​ມານ 2 ເປີ​ເຊັນ.

ການ​ຊື້​ຂາຍ​ທີ່ຕະ​ຫຼາດຮຸ້ນສະ​ຫະ​ລັດ ໃນວັນ​ຈັນ​ວານ​ນີ້ ​ດັດ​ຊະ​ນີ​ຮຸ້ນ S&P 500
ໄດ້ຫຼຸດ​ລົງ ​ຫຼາຍກວ່າ 2 ເປີ​ເຊັນ ແລະດັດ​ຊະ​ນີຮຸ້ນ Dow ​ຫລຸດ​ລົງ ເກືອບ 3 ເປີ​ເຊັນ
ໃນຕອນປິດຕະ​ຫຼ​າດນັ້ນ.

​ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ຖິ້ມ​ໂທດ​ໃສ່​ທະ​ນາ​ຄານ​ກາງ​ສະ​ຫະ​ລັດ
ໃນ​ການ​ຫຼຸດ​ລົງຂອງຕະ​ຫຼາດຮຸ້ນ ແລະ​ບັນ​ຫາ​ທາງ​ດ້ານ​ເສດ​ຖະ​ກິດ​ອື່ນໆ.

ໃນ​ຂໍ້​ຄວາມ​ທີ່​ໄດ້​ຂຽນ​ລົງ​ໃນ​ທວິດ​ເຕີ ທ່ານ​ທ​ຣຳ ໄດ້​ກ່າວ​ວ່າ ​ບັນ​ຫາ​ທາງ​ດ້ານ​ເສດ​ຖະ​ກິດ
ອັນ​ດຽວ​ຂອງສະ​ຫະ​ລັດ ແມ່ນ​ການ​ເພີ້​ມ​ຂຶ້ນ​ ຂອງ​ອັດ​ຕາ​ດອກ​ເບ້ຍ. ທ່ານ​ໄດ້​ກ່າວ​ຫາ
ຫົວ​ໜ້າ​ທະ​ນາ​ຄານ​ກາງ ທ່ານເຈີ​ໂຣມ ພາວ​ແວ​ລ ວ່າ ​ບໍ່​ມີ​ຄວາມ​ເຂົ້າ​ໃຈການ​ຕະ​ຫຼາດ​
ແລະ​ສ້າງ​ຄວາມ​ເສຍ​ໃຫ້​ແກ່​ເສດ​ຖ​ະ​ກິດ​ດ້ວຍການ​ຂຶ້ນ​ດອກ​ເບ້ຍ

ຫົວ​ໜ້າ​ທະ​ນາ​ຄານ​ກາງ ທ່ານເຈີ​ໂຣມ ພາວ​ແວ​ລ ກ່າວ​ຕໍ່ ກອງ​ປະ​ຊຸມ​ປີ ຄັ້ງ​ທີ 15 ໃນ​ກຸ່ມ​ສິດ​ເກົາ​ຂອງ​ທະ​ນາ​ຄານ​ກາງ ທີ່​ວໍ​ຊີງ​ຕັນ, 29 ພະ​ຈິກ 2018.
ຫົວ​ໜ້າ​ທະ​ນາ​ຄານ​ກາງ ທ່ານເຈີ​ໂຣມ ພາວ​ແວ​ລ ກ່າວ​ຕໍ່ ກອງ​ປະ​ຊຸມ​ປີ ຄັ້ງ​ທີ 15 ໃນ​ກຸ່ມ​ສິດ​ເກົາ​ຂອງ​ທະ​ນາ​ຄານ​ກາງ ທີ່​ວໍ​ຊີງ​ຕັນ, 29 ພະ​ຈິກ 2018.

​ທະ​ນາ​ຄານ​ກາງ ໄດ້​ຕັດອັດ​ຕາ​ດອກ​ເບ້ຍ​ທີ່​ສຳ​ຄັນ ​ລົງເກືອບສູນ ​ເພື່ອ​ຊຸກ​ຍູ້ການ​ ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ ໃນ​ຊ່ວງທີ່​ມີ​ການ​ຖົດ​ຖອຍ ທີ່​ໄດ້​ເລີ້ມຂຶ້ນ ​ໃນ​ປີ 2007 ນັ້ນ. ທະ​ນາ​ຄານ​ກາງ ແມ່ນ​ໄດ້​ຮັກ​ສາ​ອັດ​ຕາດອກ​ເບ້ຍ​ໃນ​ລະ​ດັບ​ຕ່ຳ ​ມາເປັນ​ເວ​ລາ​ຫຼາຍໆ​ປີ.

ໃນ​ທີ່​ສຸດ, ການ​ຈະ​ເລີນ​ເຕີບ​ໂຕ​ແມ່ນ​ໄດ້​ກັບ​ຄືນ​ມາ ແລະ​ຈຳ​ນວນ​ຄົນ​ຫວ່າງ​ງານ ​ກໍ​ໄດ້​
ຫຼຸດຕ່ຳ​ລົງໜ້ອຍ​ທີ່​ສຸດ ໃນ​ຮອບ 49 ປີ, ເຈົ້າ​ໜ້າ​ທີ່​ທະ​ນາ​ຄານ​ກາງ​ຈຶ່ງ​ຊັ່ງ​ຊາ​ວ່າ
ການ​ກະ​ຕຸກ​ຊຸກ​ຍູ້​ແບບ​ສຸກ​ເສີນ ແມ່ນ​ບໍ່​ມີ​ຄວາມ​ຈຳ​ເປັນ​ອີກ​ແລ້ວ. ບັນ​ດາ​ຜູ້​ນຳທະ​ນາ​ຄານ
​ກາງ ໄດ້​ລົງ​ຄະ​ແນນສຽງ ເພື່ອ​ຫຼຸດ​ການ​ກະ​ຕຸ​ຊຸກ​ຍູ້​ດັ່ງກ່າວ​ລົງ ດ້ວຍ​ການ​ຂຶ້ນ​ອັດ​ຕາ​ດອກ​
ເບ້ຍ ​ໃນ​ທີ່​ສຸດ. ຄວາມ​ເປັນ​ຫ່ວງ ກໍ​ແມ່ນ​ວ່າ ການ​ກະ ​ຕຸກ​ຊຸກ​ຍູ້​ຫຼາຍ​ເກີນ​ໄປ​ນັ້ນ ແມ່ນຈະ
​ກໍ່​ໃຫ້​ເກີດ​ເງິນ​ເຟີ້. ພວກ​ນັກ​ຊ່ຽວ​ຊານ​ກ່າວ​ວ່າ ​ການ​ຂຶ້ນ​ລາ​ຄາ​ສິ້ນ​ຄ້າ​ຢ່າງວ່ອງ​ໄວ ຈະ​ສ້າງ
​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ການ​ຂຶ້ນ​ລາ​ຄາ​ສິນ​ຄ້າ​ເປັນ​ລອບໆ ທີ່​ຈະ​ນຳ​ໄປ​ສູ່ການ​ຮຽກ​ຮ້ອງ​ໃຫ້
​ຂຶ້ນ​ຄ່າ​ຈ້າງ​ແຮງ​ງານ ຊຶ່ງ​ມັນ​ຈະ​ກໍ່​ເກີດ​ ​ມີ​ການ​ຂຶ້ນ​ລາ​ຄາ​ຕື່ມ​ອີກ.

ພວກ​ນັກ​ວິ​ເຄາະ ໄດ້​ອ້າງ​ຄຳ​ເວົ້າ​ຂອງບົດລາຍ​ງານທາງ​ການ​ເງິນ​ວ່າ ການ​ໂຈມ​ຕີ​ຂອງ
​ທ່ານທ​ຣຳ ຕໍ່​ທະ​ນາ​ຄານ​ກາງ ພາ​ໃຫ້​ພວກ​ນັກ​ລົງ​ທຶນ​ເກີດ​ຄວາມ​ເປັນ​ຫ່ວງ​ກັງ​ວົນວ່າ
ທະ​ນາ​ຄານກາງ ອາດສູນເສຍ​ຄວາມ​ເປັນອິດ​ສະ​ຫຼະທີ່​ໄດ້​ຮັບ​ການ​ອະ ​ນຸ​ຍາດ​ໃຫ້​ຕັດ​ສິນ
​ດ້ວຍ​ຕົນ​ເອງໂດຍ​ອີງ​ຕາມສາ​ເຫດທາງ​ດ້ານເສດ​ຖະ​ກິດ ແທນ​ທີ່​ຈະ​ແມ່ນ ​ຄວາມ​ນິ​ຍົມ
​ຊົມ​ຊອບ​ທາງການ​ເມືອງ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນສະ​ຫະ​ລັດ ທ່ານສ​ຕິ​ຟ​ເວັນ ມານູຈິນ (Steven Mnuchin) ກ່າວ​ໃນ​ການ​ໃຫ້​ສຳ​ພາດ​ກັບ​ໜັງ​ສື​ພິມ​ຣອຍ​ເຕີ​ຣ໌ ໃນນະ​ຄອນ​ເຈ​ຣູ​ຊາ​ແຣັມ, 21 ຕຸ​ລາ 2018.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນສະ​ຫະ​ລັດ ທ່ານສ​ຕິ​ຟ​ເວັນ ມານູຈິນ (Steven Mnuchin) ກ່າວ​ໃນ​ການ​ໃຫ້​ສຳ​ພາດ​ກັບ​ໜັງ​ສື​ພິມ​ຣອຍ​ເຕີ​ຣ໌ ໃນນະ​ຄອນ​ເຈ​ຣູ​ຊາ​ແຣັມ, 21 ຕຸ​ລາ 2018.

XS
SM
MD
LG