ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ ທ​ຣຳ ແລະ ທ່ານ ໄບ​ເດັນ ວິ​ຈານ​ກັນ​ເອງ​ ດ້ວຍ​ຄຳ​ເວົ້າ ​ທີ່​ຮຸນ​ແຮງ​


ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ແລະ ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທ່ານ ໂຈ ໄບ​ເດັນ ທັກ​ທາຍ​ຜູ້​ສະ​ໜັບ​ສະ​ໜູນ ໃນ​ລະ​ຫວ່າງ​ການ​ຊຸມ​ນຸມ​ທີ່​ເມືອງ ຊີ​ດາ ແຣ​ປິດ​ສ໌ (Cedar Rapids), ລັດ ໄອ​ໂອ​ວາ. 30 ເມ​ສາ, 2019.
ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ແລະ ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທ່ານ ໂຈ ໄບ​ເດັນ ທັກ​ທາຍ​ຜູ້​ສະ​ໜັບ​ສະ​ໜູນ ໃນ​ລະ​ຫວ່າງ​ການ​ຊຸມ​ນຸມ​ທີ່​ເມືອງ ຊີ​ດາ ແຣ​ປິດ​ສ໌ (Cedar Rapids), ລັດ ໄອ​ໂອ​ວາ. 30 ເມ​ສາ, 2019.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທີ່​ດຳ​ລົງ​ຕຳ​ແໜ່​ງ​ຢູ່ ແລະ ຜູ້​ນຳ​ໜ້າ​ການ​ແຂ່ງ​ຂອງ​ພັກ​ຝ່າຍ
ຄ້ານທີ່ພະຍາຍາມຈະເອົາຊະນະທ່ານໃນປີໜ້ານັ້ນ ໄດ້ເດີນທາງໄປຢ້ຽມຢາມລັດທີ່
ສຳຄັນທາງການເມືອງແຫ່ງດຽວກັນ ເຊິ່ງອາດເປັນການສະແດງໃຫ້ເຫັນລ່ວງໜ້າ ກ່ຽວ
ກັບ ການຈັບຄູ່ແຂ່ງຂັນກັນ ກ່ອນການເລືອກຕັ້ງທົ່ວໄປຫຼາຍ ກວ່າ 500 ວັນ.

ທີ່​ລັດ ໄອ​ໂອ​ວາ ໃນ​ວັນ​ອັງ​ຄານ​ວານນີ້ ທັງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ
ທຣຳ ແລະ ອະດີດຮອງປະທານາທິບໍດີ ທ່ານ ໂຈ ໄບເດັນ ໄດ້ກ່າວໂຈມຕີກັນດ້ວຍຄຳ
ເວົ້າທີ່ຂົມຂື່ນທີ່ສຸດ.

ທ່ານ ໄບ​ເດັນ ໄດ້​ກ່າວ​ຕໍ່​ບັນ​ດາ​ຜູ້​ເຂົ້າ​ຮ່​ວມ ​ໃນ​ການ​ຊຸມ​ນຸມ​ໂຄ​ສະ​ນາ​ຫາ​ສຽງ ທີ່​ເມືອງ
ອັອດທຳວາ ວ່າ “ແທ້ຈິງແລ້ວ ລາວແມ່ນໄພຂົ່ມຂູ່ຂອງ ອາເມຣິກາ ໃນປັດຈຸບັນ.” ຫຼັງ
ຈາກນັ້ນ ທີ່ມະຫາວິທະຍາໄລ ເວັສລີແອນ ໄອໂອວາ ໃນເມືອງ Mount Pleasant
ທ່ານ ໄບເດັນ ໄດ້ຕ້ອງຕິທ່ານປະທານາທິບໍດີ ສຳລັບການສ້າງສາຍສຳພັນກັບ “ຜູ້
ນຳຜະເດັດການ” ຄືທ່ານ ກິມ ຈົງ ອຶນ ຈາກເກົາຫຼີເໜືອ ແລະ ທ່ານ ວລາດິເມຍ ປູຕິນ
ຈາກ ຣັດເຊຍ. ທ່ານ ໄບເດັນ ໄດ້ເວົ້າກ່ຽວກັບການເປັນປະທານາທິບໍດີຂອງທ່ານ
ທຣຳ ວ່າ “ບໍ່ວ່າເປັນຈະເປັນຂ້າພະເຈົ້າ ຫຼື ບໍ່ແມ່ນນັ້ນ, ມັນຕ້ອງຈົບລົງ.”

ຕໍ່​ມາ​ໃນ​ຕອນ​ແລງ ​ທີ່​ເມືອງ ດ​າ​ເວັນ​ຜອດ, ເຊິ່ງ​ແມ່ນ​ບ່ອນ​ຢຸດ​ແວ່​ແຫ່ງ​ທີ​ສາມ​ຂອງ​
ທ່ານນັ້ນ, ທ່ານ ໄບເດັນ ໄດ້ກ່າວຫາທ່ານ ທຣຳ ກ່ຽວກັບ “ການທຳລາຍສິ່ງປົກປ້ອງ
ປະຊາທິປະໄຕ.”

ກ່ອນ​ການ​ເດີນ​ທາງ​ຈາກ​ທຳ​ນຽບ​ຂາວ​ໄປ​ລັດ ໄອ​ໂອ​ວາ, ທ່ານ ທ​ຣຳ ໄດ້​ມີ​ຄວາມ​ສົງ​
ໄສ ກ່ຽວກັບ ສະມັດຕະພາບທາງຮ່າງກາຍທີ່ຈະປະຕິບັດໜ້າທີ່ ຂອງຜູ້ນຳໜ້າ ໃນ
ການແຂ່ງຂັນຂອງພັກເດໂມແຄຣັດ, ໂດຍເວົ້າວ່າ ທ່ານ ໄບເດັນ, ເຊິ່ງຈະມີອາຍຸ 78
ເວລາທີ່ທ່ານສາບານຕົນເຂົ້າຮັບຕຳແໜ່ງນັ້ນ ແມ່ນບໍ່ເໝາະສົມກັບວຽກງານລະດັບ
ສູງສຸດ ທັງຮ່າງກາຍ ແລະ ຈິດໃຈ.

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ກ່ຽວ​ກັບ ຜູ້​ທີ່​ອາດ​ເປັນ​ຄູ່​ແຂ່ງ ເຊິ່ງ​
ທ່ານມັກຈະເອີ້ນວ່າ “ໂຈ ຂີ້ເຫງົານອນ” ຢ່າງຊ້ຳແລ້ວຊໍ້າອີກນັ້ນວ່າ “ລາວເບິ່ງຕ່າງ
ຈາກທີ່ລາວເຄີຍເປັນ. ລາວປະພຶດຕ່າງຈາກທີ່ລາວເຄີຍເປັນ. ລາວຍັງຊ້າກວ່າທີ່
ລາວເຄີຍເປັນດ້ວຍຊ້ຳ.”

ບັນ​ດາ​ນັກ​ວິ​ຈານ​ທ່ານ ທ​ຣຳ ກໍ​ໄດ້​ທຳ​ການ​ກ່າວ​ຫາ​ທີ່​ຄ້າຍ​ຄື​ກັນ​ ກ່ຽວ​ກັບ ທ່ານ​ປະ​ທາ
ນາທິບໍດີ, ຜູ້ທີ່ຈະມີອາຍຸ 73 ປີໃນວັນສຸກຈະມາເຖິງນີ້.

ລັດ ໄອ​ໂອ​ວາ, ບ່ອນ​ທີ່​ກະ​ສິ​ກຳ​ແມ່ນ​ອຸດສາ​ຫະ​ກຳ​ທີ່​ເປັນ​ລະ​ດັບ​ສູງ​ສຸດ​ນັ້ນ, ໄດ້​ເປັນ​
ພື້ນທີ່ໆເປັນມິດສຳລັບທ່ານ ທຣຳ ໃນການເລືອກຕັ້ງຄັ້ງທຳອິດຂອງທ່ານ. ທ່ານໄດ້
ຊະນະຢູ່ທີ່ນັ້ນດ້ວຍຄະແນນຫຼາຍກວ່າຄູ່ແຂ່ງຂັນສັງກັດພັກເດໂມແຄຣັດ ທ່ານນາງ
ຮິລແລຣີ ຄລິນຕັນ 9 ເປີເຊັນ. ທ່ານ ທຣຳ ຈະບໍ່ໄດ້ປະເຊີນໜ້າກັບຄູ່ແຂ່ງທີ່ສຳຄັນ
ໃນການເລືອກຕັ້ງຂັ້ນຕົ້ນພັກຣີພັບບລີກັນ ໃນຂະນະທີ່ສະມາຊິກພັກເດໂມແຄຣັດ
ຫຼາຍກວ່າ 20 ຄົນ ແມ່ນກຳລັງແຂ່ງຂັນກັນໃນລັດ ໄອໂອວາ ແລະ ບ່ອນອື່ນໆ.

ທ່ານ​ນາງ ເອ​ມີ ເອ​ຣິ​ກາ ສ​ມິ​ທ, ຮອງ​ສາ​ສະ​ດາ​ຈານ​ຄະ​ນະ​ວິ​ຊາ​ລັດ​ຖະ​ສາດ ຂອງ​ມະ​
ຫາວິທະຍາໄລລັດ ໄອໂອວາ ໄດ້ກ່າວວ່າ “ການປາກົດຕົວຢູ່ທີ່ນີ້ ໃນຂະນະທີ່ພັກເດ
ໂມແຄຣັດ ແມ່ນກຳລັງໂຄສະນາຫາສຽງດ້ວຍນັ້ນ, ທ່ານຈະເຮັດໃຫ້ທ່ານເປັນທີ່ສົນ
ໃຈຂອງສາທາລະນະ. ນີ້ແມ່ນການລົງທຶນໄລຍະຍາວໃນການໂຄສະນາຫາສຽງ
ຂອງທ່ານ, ແທນທີ່ຈະເປັນໄລຍະສັ້ນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG