ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ​ທ​ຣຳ ໂຈມ​ຕີ​ການ​ຕຳ​ນິ​ ກ່ຽວ​ກັບ​ ຜົນງານ​ຂອງ​ທ່ານ ຢູ່ກອງ​ປະ​ຊຸມກອງ​ປະ​ຊຸມ G-7


ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ( ຊ້າຍ) ແລະ​ປະ​ທາ​ນາ​ທິບ​ໍ​ດີ​ຝ​ຣັ່ງ ທ່ານ​ເອມ​ມາ​ນຸຍ​ແອ​ລ ມາກ​ຣົງ ທີ່ກອງ​ປະ​ຊຸມ​ນັກ​ຂ່າວ ວັນ​ທີ 26 ສິງ​ຫາ 2019 ທີ່​ເມືອງ Biarritz ພ​າກ​ໃຕ້​ຂອງ​ປະ​ເທດ​ຝ​ຣັ່ງ.
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ( ຊ້າຍ) ແລະ​ປະ​ທາ​ນາ​ທິບ​ໍ​ດີ​ຝ​ຣັ່ງ ທ່ານ​ເອມ​ມາ​ນຸຍ​ແອ​ລ ມາກ​ຣົງ ທີ່ກອງ​ປະ​ຊຸມ​ນັກ​ຂ່າວ ວັນ​ທີ 26 ສິງ​ຫາ 2019 ທີ່​ເມືອງ Biarritz ພ​າກ​ໃຕ້​ຂອງ​ປະ​ເທດ​ຝ​ຣັ່ງ.

ປ​ະ​ທາ​ນ​າ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໂກດ​ແຄ້ນການ​ລາຍງານ​ຂ່າວ​ຂອງ ອົງ​ການ​ຂ່າວ​ທີ່​ສຳ​ຄັນ
​ຂອງ ​ສະ​ຫະ​ລັດ ກ່ຽວ​ກັບ ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ G-7 ໃນ​ປະ​ເທດ​ຝ​ຣັ່ງ
ຂອງ​ທ່ານ ແລະ ​ປ້ອງ​ກັນ​ການ​ເລືອກ​ຂອ​ງ​ທ່ານ​ທີ່​ຈະ​ເປັນເຈົ້າ​ພາບ​ກອງ​ປະ​ຊຸມ​ສຸດ
ຍອດຂອງບັນ​ດາ​ຜູ້​ນຳດັ່ງ​ກ່າວໃນ​ປີໜ້າ ຢູ່​ບ້ານ​ພັກ​ຕາກ​ອາ​ກາດ​ແຫ່ງ​ນຶ່ງ​ຂອງ​ທ່ານ​ໃນ
​ລັດ​ຟ​ລໍ​ຣິ​ດາ. ການລາຍ​ງານ​ຂ່າວ​ສ່ວນ​ຫຼາຍ ແລະ​ບົດ​ບັນ​ນາ​ທິ​ການ ກ່ຽວ​ກັບ ​ປະ​ທາ​
ນາ​ທິ​ບໍ​ດີ ​ສະ​ຫະ​ລັດ ທີ່ກອງ​ປະ​ຊຸມ​ສຸດຍອດ​ຢູ່​ເມືອງ ບີ​ອາ​ຣິ​ສ (Biarritz) ຊຶ່ງ​ໄດ້​ສິ້​ນ​ສຸດ
​ລົງ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ ແມ່ນ​ບໍ່​ໄດ້​ລາຍງ​ານ​ໃນ​ທາງ​ທີ່​ດີ ກ່ຽວ​ກັບ ​ທ່ານ​ ທ​ຣຳ, ເນັ້ນ​ໃຫ້
​ເຫັນການ​ກ່າວ​ທີ່​ບໍ່​ຖືກ​ຕ້ອງ,​ ການ​ເສຍ​ມາ​ລະ​ຍາດ ແລະ​ຂາດ​ການ​ຮ່ວມ​ມື​ກັບ​ບັນ​ດາ​ຜູ
​ນຳ​ໂລກ​ກ່ຽວ​ກັບບັນ​ຫາ​ທີ່​ສຳ​ຄັນ​ຕ່າງໆເຊັນ​ ບັນ​ຫາ​ສິ່ງ​ແວດ​ລ້ອມ.

ອີງ​ຕາມ​ຄະ​ນະບັນ​ນ​າ​ທິ​ການ​ຂອງ​ໜັງ​ສື​ພິມ ​ນິວຢ​ອກໄທມສ໌ ຊຶ່ງ​ເປັນ​ນຶ່ງ​ຂອງ​ໜັງ​ສື​ພິມ​
ທີ່​ນຳ​ສົ່ງ​ໄປ​ຫາ​ໂຕະ​ຂອງ​ທ່ານ​ ທ​ຣຳ ​ທຸກໆ​ຕອນ​ເຊົ້າ ກ່າວ​ວ່າ “ຄວາມ​ໜ້າ​ສົງ​ສານ​ຂອງ​
ກຸ່ມ 7 ປະ​ເທດ​ທັງ​ໝົດໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ໄດ້​ເປັນສ່ວນ​ນຶ່ງ​ຂອງ​ຄວາມປົກ​ກະ​ຕິໃໝ່
ເຊິ່ງ​ບັນ​ດາ​ປະ​ເທດ​ປະ​ຊາ​ທິ​ປ​ະ​ໄຕ​ເສ​ລີ​ທີ່​ສຳ​ຄັນ​ຂອງ​ໂລກ ໂດຍ​ພື້ນ​ຖານ​ແລ້ວ​ໄດ້​ຍອມ
​ນັບ​ວ່າ ເຂົາ​ເຈົ້າເຮັດ​ວຽກ​ບໍ່​ເຂົ້າ​ກັນ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ປະ​ເທດ ທີ່​ຄວນ​ນຳ​ໜ້າ​
ຄວາມ​ພະ​ຍາ​ຍາມ​ຂອງ​ເຂົາ​ເຈົ້າ​ເພື່ອ​ບໍ​ລິ​ຫານ​ໂລກ ແລະ ແຫຼ່ງ​ຊັບ​ພະ​ຍາ​ກອນ​ຂອງ​ເຂົາ​
ເຈົ້າ​ຢ່າງ​ລະ​ມັດ​ລະ​ວັງ ແລະ ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ, ແຕ່​ມັນ​ບໍ່​ແມ່ນ​ແນວ​ນັ້ນ.

ນັກກວດ​ສອບ​ຄວາມ​ຈິງ​ຂອງ​ໜັງ​ສື​ພິມວໍຊິ​ງ​ຕັນ ໂພ​ສ​ທ໌ ທ່ານ​ ກ​ເລັນ ແຄ​ສ​ຊິ​ເອີ ໄດ້
​ຂຽນ​ໃນລະ​ຫວ່າງ​ກອງ​ປະ​ຊຸມຖະ​ແຫຼງ​ຂ່າ​ວທີ່​ຍາວ​ຂອງທ່ານ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ມື້​ສຸດ​
ທ້າຍ​ຂອງກອງ​ປະ​ຊຸມ​ສຸດຍອດ G-7 ວ່າ, ທ່ານ​ທ​ຣຳ ໄດ້​ເຮັດ​ຜິດ​ພາດ​ຫຼາຍ​ຢ່າງ, ເວົ້າ
ໃຫ້​ຄົນ​ອື່ນ​ເຂົ້າ​ໃຈ​ຜິດ ຫຼື​ບໍ່​ຖືກ​ຕ້ອງໃນຫຼາຍ​ບັນ​ຫາ​.”

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ຜູ້​ທີ່​ໄດ້​ຕຳ​ນິ​ໜັງ​ສື​ພິ​ມ​ທີ່​ນຳ​ໜ້າ​ດັ່ງ​ກ່າວ​ຢ່າງ​ຊ້ຳ​ແລ້ວ​ຊ້ຳ​ອີກ ສຳ​
ລັບ​ການ​ລາຍ​ງານກ່ຽວ​ກັບ​ທ່ານ ໄດ້​ປະ​ກາດ​ໃນຕອນ​ເຊົ້າ​ວັນ​ອັງ​ຄານວານ​ນີ້ ​ຢູ່ທວິດ
​ເຕີ​ວ່າ “ກອງ​ປະ​ຊຸມ G-7 ໄດ້​ເປັນ​ຜົນ​ສຳ​ເລັດ​ຢ່າງ​ໃຫຍ່​ຫຼວງ​ສຳ​ລັບ ສະ​ຫະ​ລັດ ແລະ
​ທັງ​ໝົດ. ການ​ລາຍ​ງານ​ຂ່າວຂອງ​ພວກ​ອົງ​ການ​ຂ່າວບໍ່​ໄດ້​ເລື້ອງ ບໍ່​ໄດ້​ມີ​ຫຍັງ​ກ່ຽວ​ຂ້ອງ​
ກັບ​ອັນ​ທີ​ໄດ້​ເກີດ​ຂຶ້ນ​ຢ່າງ​ແທ້​ຈິງຢູ່​ໃນ​ຝ​ຣັ່ງ ຂ່າວ​ຂີ້​ຕົວະ. ​ມັນຍິ່ງ​ໃຫຍ່ຫຼາຍ.”

ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ບາຍ​ເດີນ ​ເຊິ່ງ​ແມ່ນນຶ່ງ​ໃນ​ຜູ້​ນຳ​ໜ້​າ​ການ​ລົງ​ແຂ່ງ​ຂັນ​
ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ສັງ​ກັດ ພັກ​ເດ​ໂມ​ແຄ​ຣັດ ຜູ້​ທີ່​ຈະ​ທ້າຊິງ​ເອົາ​ຕຳ​ແໜ່ງ​ຂອງ
ທ່ານ ​ທ​ຣຳ ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ປີ​ໜ້າ​ນີ້ ໄດ້​ອອກ​ຖະ​ແຫຼງ​ການສະ​ບັບ​ນຶ່ງ ທີ່​ອະ​ທິ
​ບາຍ​ລັກ​ສະ​ນະ​ການ​ເຮັດ​ວຽກ​ຂອງ​ທ່ານປະ​ທາ​ນາ​ທິ​ບໍ​ດີ​ຢູ່ກອງ​ປະ​ຊຸມ G-7 ວ່າ “ຫລັກ​
ຖານ​ເພີ້ມ​ຂຶ້ນ​ ກ່ຽວ​ກັບ ນະ​ໂຍ​ບາຍ​ຕ່າງ​ປະ​ເທດ​ທີ່​ຫາ​ຍະ​ນະ​ຂອງປະ​ທາ​ນາ​ທິບໍດີ ​ທ​ຣຳ
ໄດ້ເຮັດ​ໃຫ້ ​ສະ​ຫະ​ລັດ ​ຖືກ​ປ່ອຍ​ໃຫ້​ຢູ່​ໂດດ​ດ່ຽວ ໃນ​ຂະ​ນະ​ທີ່​ໂລກກ້າວ​ໄປ​ຂ້າງ​ໜ້າໂດຍ​
ປາ​ດ​ສະ​ຈາກ​ພວກ​ເຮົາ.”

ທ່ານ ​ບາຍ​ເດັນ ໄດ້​ກ່າ​ວ​ເພີ້ມ​ອີກວ່າ “ບໍ່​ມີ​ຫຍັງ​ປຽບ​ທຽບ​ໄດ້​ອີກ ສຳ​ລັບ​ການ​ອອກ​ຈາກ
​ການ​ເປັນ​ຜູ້​ນຳ​ຂອງ​ໂລກ​ໂດ​ລັດ​ຖະ​ບານນີ້ ໂດຍ​ການ​ປະ​ໃຫ້​ຕັ່ງ​ເປົ່າ​ຫວ່າງ​ໃນ​ກອງ​ປະ
​ຊຸມ​ສະ​ພາບ​ອາ​ກາດ G-7. ເວົ້​າ​ແທ້ໆ.”

ທ່ານ​ທ​ຣຳ ​ຍັງໄດ້​ປະ​ເຊີນກັບ​ການ​ຕຳ​ນິຕິ​ຕຽນ ສຳ​ລັບ​ການ​ຮຽກ​ຮ້ອງ​ໃຫ້ ຣັດ​ເຊຍ ໄດ້​
ຮັບ​ອະ​ນຸ​ຍາດ​ເຂົ້າ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ຂອງ​ບັນ​ດາ​ຜູ້​ນຳ​ຄືນ​ໂດຍບໍ່​ມີ​ເງື່ອນ​ໄຂ
ລ່ວງ​ໜ້າ.

ທ່ານ ໄມ​ເກິ​ລ ດານ​ໂຕ​ນີ​ໂອ, ຜູ້​ຂຽນ​ປື້ມ “The Truth about Trump” ໄດ້​ຂຽນໃນ​
ລາຍ​ງານ ​ຂໍ້​ຄິດ​ເຫັນ​ ທີ່​ໄດ້​ເຜີຍ​ແຜ່​ຢູ້​ໜ້າ​ແວັບໄຊ​ຕ໌ຂອງໂທ​ລະ​ພາບ CNN, ເຊິ່ງ​ແມ່ນ​
ອົງ​ການ​ສື່ມວນ​ຊົນ​ອີກ​ແຫ່ງ​ນຶ່ງ​ທີ່​ທ່ານ ທ​ຣຳ ມັກ​ເອີ້ນ​ວ່າ​ເຂົ້າ​ປອມ​ນັ້ນ ໄດ້​ກ່າວ​ວ່າ “ບໍ່​ມີ​
ສະ​ມາ​ຊິກ​ຄົນ​ອື່ນໆ​ໃນ​ກຸ່ມ​ໄດ້​ສະ​ເໜີ​ນຳ​ເອົາ ຣັດ​ເຊຍ ກັບ​ຄືນ​ມາ​ໃນ​ກອງ​ປະ​ຊຸມ, ແລະ
ດັ່ງ​ທີ່​ລາວ​ໄດ້​ສະ​ເໜີ​ມັນ ແລະ ເຂົາ​ເຈົ້າ​ໄດ້​ຄັດ​ຄ້ານ, ທ່ານ ທ​ຣຳ ໄດ້​ເນັ້ນ​ໃຫ້​ເຫັນ​ສະ​
ຖາ​ນະ​ພາບ​ຖືກ​ໂດດ​ດ່ຽວ​ຂອງ​ລາວ.

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສູງ​ພັກ​ເດ​ໂມ​ແຄ​ຣັດ​ສີ່​ຄົນ ໃນ​ວັນ​ອັງ​ຄານ​ວານ​ນີ້​ໄດ້​ສົ່ງ​ຈົດ
​ໝາຍໄປ​ຫາ​ທ່ານ​ ທ​ຣຳ ສະ​ແດງ​ການ​ຄັດ​ຄ້ານ​ຢ່າງ​ແຮງທີ່​ຈະ​ໃຫ້​ປະ​ທາ​ນາ​ທິບໍ​ດີຣັດ​
ເຊຍ ທ່ານວ​ລາ​ເດີ​ເມຍ ປູ​ຕິນ ມ​ານັ່ງ​ຢູ່​ກັບ​ບັນ​ດາ​ຜູ້​ນຳ​ຂອງ​ກຸ່ມ​ປະ​ເທດ​ອຸດ​ສາ​ຫະ​ກຳ​
ທີ່​ມີ​ປະ​ຊາ​ທິ​ປະ​ໄຕ.

ຄຳສະຫຼຸບ​ຂອງ​ຈົດ​ໝາຍ​ດັ່ງ​ກ່າວ​ໄດ້​ຂຽນ​ວ່າ “ການອະ​ນຸ​ຍາດ​ໃຫ້​ທ່ານ​ ປູ​ຕິນ ​ຂອງ​ຣັດ​
ເຊຍ​ ກັບ​ເຂົ້າ​ມາກອງ​ປະ​ຊຸມສຸດຍອດ G-7 ຈະເປັນ​ການຂັດກັບ​ມູນ​ເຊື້ອຂອງ​ພວກ
​ເຮົາ ແລະ ເປັນ​ການ​ຖອນ​ຄວາມ​ຮັບ​ຜິດ​ຊອບ​ຂອງ ສະ​ຫະ​ລັດ ດັ່ງ​ກັບ​ປະ​ເທດນ​ຳ​ໜ້າ
​ດ້ານ​ປະ​ຊາ​ທິ​ປະ​ໄຕ​ຂອງ​ໂລກຢ່າງ​ກະ​ຈ່າງ​ແຈ້ງ,” ເຊິ່ງ​ເຊັນ​ໂດຍ​ທ່ານ ແຈັກ ຣີດ, ທ່ານ
ຊາ​ລ​ສ໌ ຊູ​ເມີ, ທ່ານ ໂຣ​ເບີດ ເມ​ເນັນ​ເດັ​ສ ແລະ ທ່ານ ມາກ ວໍ​ເນີ.​

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ​ໃນ​ເມືອງ ​ບີ​ອາ
​ຣິ​ສ (Biarritz) ວ່າ ກອງ​ປະ​ຊຸມ G-7 ​ສຸດຍອດ​ປີ​ໜ້າ ທີ່ຈະ​ເປັນ​ເຈົ້າ​ພາບ​ໂດຍ ​ສະ​ຫະ
​ລັດ ອາດ​ຈະ​ຈັດ​ຂຶ້ນ​ຢູ່​ບ້ານ​ພັກ​ຕາກ​ອາ​ກາດ​ສ່ວນ​ໂຕຂອງ​ທ່ານ ໃນ​ເມືອງ​ໂດ​ຣານ ລັດ​
ຟ​ລໍ​ຣິ​ດາ.

ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ກ່າວ​ຢ້ຳ​, ພ້ອມ​ກັບ​ໃຫ້​ເຫດ​ຜົນ​ອື່ນໆ​ວ່າ, ບ້ານ​ພັກ​ຕາກ​ອາ​ກາດ​ດັ່ງ​
ກ່າວ​ແມ່ນ​ຕັ້ງ​ຢູ່​ໃກ້​ກັບ​ສະ​ໜາມ​ບິນ​ສາ​ກົນ​ຂອງ​ເມືອງ ໄມ​ອາ​ມີ, ແລະ ມີ​ຫໍ​ປະ​ຊຸມ​ ແລະ
ບ່ອນ​ຈອດ​ລົດ​ທີ່​ໃຫຍ່


President Donald Trump is fuming over mainstream U.S. news coverage of his attendance at the G-7 in France and defending his preference to host the leaders' summit next year at one of his private resorts in the state of Florida.
Much of the news and editorial coverage of the U.S. president at the summit in Biarritz, which ended Monday, has not cast Trump in a good light, spotlighting misstatements, perceived gaffes and lack of cooperation with the other world leaders on critical issues such as the environment.
"The pity of the entire Group of 7 show was that it was part of a new normal in which the world's major liberal democracies basically accept that they are out of sync with the president of the nation that should be leading their efforts to manage the world and its resources wisely and responsibly, but isn't," according to the editorial board of The New York Times, one of the newspapers delivered every morning to Trump's desk.

Washington Post fact-checker Glenn Kessler wrote that during the president's lengthy news conference at the conclusion of the G-7 meeting, Trump "made numerous false, misleading or inaccurate statements on a variety of issues."

Trump, who has repeatedly criticized both leading newspapers for its coverage of him, declared Tuesday morning on Twitter, "The G-7 was a great success for the USA and all. LameStream Media coverage bore NO relationship to what actually happened in France - FAKE NEWS. It was GREAT!."

Former Vice President Joe Biden, one of the leading Democratic Party candidates to challenge Trump in next year's general election, has issued a statement characterizing the president's performance at the G-7 as "more evidence of how President Trump's disastrous foreign policy has left the United States isolated while the world moves on without us."

Biden added, "There is no more telling metaphor for this administration's abdication of American global leadership than the empty chair at the G-7 climate meeting. When it comes to meeting the existential crisis of our time, Trump has walked away from the table — literally."

Trump is also facing criticism for calling for Russia to be readmitted to the leaders' summit without pre-conditions.

"No other members of the group have proposed bringing Russia back into the fold, and as he suggested it — and they resisted — Trump underlined his isolated status," Michael D'Antonio, author of the book "The Truth about Trump," wrote in an opinion piece published on the website of CNN, another media entity Trump has frequently labeled "fake news."

Four Democratic Party senators on Tuesday sent Trump a letter expressing their strong opposition to having Russian President Vladimir Putin sitting along with the leaders of the group of industrialized democracies.

"Readmitting Putin's Russia to the G-7 would be contrary to our values and a clear abdication of the United States' responsibilities as the world's leading democracy," concludes the letter signed by Jack Reed, Charles Schumer, Robert Menendez and Mark Warner.

Trump told reporters Monday in Biarritz that next year's G-7 summit, hosted by the United States, might be held at his private resort in Doral, Florida.

The president noted, among other attributes, the resort's closeness to Miami's international airport and its ample ballrooms and parking.

XS
SM
MD
LG