ບັນດາທະນາຍຄວາມຂອງອະດີດປະທານາທິບໍດີດໍໂນລ ທຣຳ ໄດ້ຮຽກຮ້ອງໃຫ້ ສານລັດຖະບານກາງແຫ່ງນຶ່ງ ຂັດຂວາງບໍ່ໃຫ້ອົງການສັນຕິບານກາງ (FBI) ເປັນການຊົ່ວຄາວ ຈາກການທົບທວນເບິ່ງເອກກະສານ ທີ່ໄດ້ນຳໄປຈາກບ້ານພັກຂອງທ່ານ ຢູ່ລັດຟລໍລິດາ ຈົນກວ່າວ່າເຈົ້າໜ້າທີ່ພິເສດໄດ້ຖືກແຕ່ງຕັ້ງ ເພື່ອໄຈ້ແຍກເອກກະສານທີ່ໄດ້ຮັບການຄຸ້ມຄອງໂດຍອຳນາດບໍລິຫານ.
ບັນດາຜູ້ສືບສວນລັດຖະບານກາງ ກຳລັງພິສູດວ່າ ທ່ານທຣຳໄດ້ເກັບຮັກສາບັນທຶກຢ່າງຜິດກົດໝາຍຫລືບໍ່ ຫລັງຈາກການສິ້ນສຸດສະໄໝການເປັນປະທານາທິບໍດີຂອງທ່ານ.
ອົງການ FBI ໄດ້ຍຶດເອກກະສານລັບ 11 ຊຸດ ຈາກບ້ານພັກຂອງທ່ານທຣຳ ໃນຕົ້ນເດືອນນີ້ ຮວມທັງຈຳນວນນຶ່ງ ທີ່ຕິດປ້າຍດ້ວຍລະດັບຄວາມລັບສູງສຸດແຫ່ງຊາດ ທີ່ສາມາດເບິ່ງໄດ້ຢູ່ໃນບ່ອນຮັກສາພິເສດຂອງລັດຖະບານ. ບ່ອນເກັບຮັກສາແຫ່ງຊາດ ຍັງໄດ້ຍ້າຍຫລາຍໆຊຸດຢູ່ໃນຫີບ ຈາກບ້ານພັກໃນຕົ້ນປີ ນີ້ ທີ່ຄວນສົ່ງມາໃຫ້ແກ່ອົງການ ເວລາທ່ານທຣຳ ໄດ້ອອກຈາກຕຳແໜ່ງແລ້ວ.
ທ່ານທຣຳໄດ້ຕຳໜິການດຳເນີນດັ່ງກ່າວ ແລະຄະນະຍື່ນຟ້ອງທາງກົດໝາຍຂອງ
ທ່ານເອີ້ນ ການຊອກຄົ້ນຂອງ FBI ໃນວັນທີ 8 ສິງຫານັ້ນວ່າ ເປັນ “ການເຄື່ອນໄຫວທີ່ຕື່ນຕົກໃຈຮ້າຍແຮງ.”
ກະຊວງຍຸຕິທຳ ໄດ້ຕອບວ່າ ຜູ້ພິສາລັດຖະບານກາງຄົນນຶ່ງ ໄດ້ອະນຸຍາດໃຫ້ຄົ້ນ ຫລັງຈາກອົງການ FBI ໄດ້ ສະແດງໃຫ້ເຫັນສາເຫດທີ່ເປັນໄປໄດ້ວ່າ ອາດມີການກໍ່ຊະຍາກຳຂຶ້ນ.
ໜັງສືພິມນິວຢອກໄທມສ໌ (New York Times) ໄດ້ລາຍງານໃນວັນຈັນວານນີ້ວ່າ ໄດ້ພົບເຫັນເອກກະສານ ລັບ ຫລາຍກວ່າ 300 ສະບັບ ຈາກບ້ານພັກທ່ານທຣຳ ຮວມທັງເອກກະສານຂອງອົງການຊີໄອເອ (CIA) ອົງການຄວາມປອດໄພແຫ່ງຊາດ (National Security Agency) ແລະເອກກະສານຕ່າງໆຂອງ ອົງການ FBI.
ຫລັງຈາກການຄົ້ນໃນວັນທີ 8 ສິງຫາ ບັນດາທະນາຍຄວາມທ່ານທຣຳ ໄດ້ຮຽກຮ້ອງໃຫ້ຜູ້ພິພາກສາລັດຖະ ບານກາງ ເປີດເຜີຍຄຳໃຫ້ການຂອງອົງການ FBI ທີ່ອາດເປັນສາເຫດຕໍ່ການປະຕິບັດງານການຄົ້ນຫາ.
ກະຊວງຍຸຕິທຳ ບໍ່ເຫັນພ້ອມກັບການເຄື່ອນໄຫວດັ່ງກ່າວ ໂດຍກ່າວວ່າ ຈະທຳຄວາມເສຍຫາຍຕໍ່ການດຳເນີນການສືບສວນ ແລະຫົວໜ້າໄອຍະການກ່າວໃນວັນຈັນວານນີ້ວ່າ ໃນຂະນະທີ່ມີຄວາມເປັນຫ່ວງໃນຄວາມຖືກຕ້ອງຕາມກົດໝາຍ ທ່ານບໍ່ເຊື່ອວ່າ ເອກກະສານຄວນປິດໄວ້ທັງໝົດ.
Lawyers for former U.S. President Donald Trump have asked a federal court to temporarily block the FBI from reviewing documents recovered from his Florida estate until a special master can be appointed to separate material covered by executive privilege.
Federal investigators are probing whether Trump illegally kept records after the end of his presidential term.
The FBI seized 11 sets of classified material from Trump’s estate earlier this month, including some labeled with the nation’s highest level of classification that can only be viewed in designated government facilities. The National Archives also removed boxes from the estate earlier this year that should have been turned over to the agency when Trump left office.
Trump has criticized the proceedings, and his legal filing called the Aug. 8 2022, FBI search a “shockingly aggressive move.”
The U.S. Justice Department responded that a federal judge authorized the search after the FBI showed probable cause that a crime had been committed.
The New York Times reported Monday that the government has recovered more than 300 classified documents from Trump’s estate, including material from the CIA, National Security Agency and FBI.
Following the August search, Trump’s lawyers asked a federal magistrate to make public the FBI affidavit detailing the probable cause for conducting the search.
The Justice Department opposed the move, saying it would jeopardize an ongoing criminal investigation, and the magistrate said Monday that while that concern is legitimate, he does not believe the document should remain sealed in its entirety.
Some information for this report came from The Associated Press, Agence France-Presse and Reuters.