ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ແລະ ທ. ໂອບາມາ ຈະປະເຊີນໜ້າກັນ ໃນການເລືອກຕັ້ງ ກາງສະໄໝ ເດືອນພະຈິກ


Trump and Obama Face Off in Midterm Battle
please wait

No media source currently available

0:00 0:03:25 0:00

ເຊີນຊົມ ວີດີໂອ ພາສາອັງກິດ

ອະດີດປະທານາທິບໍດີ ບາຣັກ ໂອບາມາ ໄດ້ຫວນກັບຄືນເຂົ້າມາ ໃນວົງການການເມືອງ
ອີກຄັ້ງນຶ່ງ ໂດຍທຳການໂຄສະນາຫາສຽງ ໃນນາມຂອງພັກເດໂມແຄຣັດ ຊຶ່ງທ່ານຫວັງ
ວ່າ ຈະຍາດເອົາການຄວບຄຸມລັດຖະສະພາ ມາຈາກພັກຣີພັບບລີກັນໄດ້ ໃນການເລືອກ
ຕັ້ງ ກາງສະໄໝ ໃນເດືອນພະຈິກ. ດຽວນີ້ ທ່ານ ໂອບາມາ ໄດ້ພົບເຫັນວ່າ ຕົນເອງເປັນ
ຕົວແທນຂອງພັກ ທຳການຕໍ່ສູ້ ກັບບຸກຄົນ ຜູ້ທີ່ສືບທອດຕຳແໜ່ງ ຕໍ່ຈາກທ່ານ ກໍຄື
ປະທານາທິບໍດີ ດໍໂນລ ທຣຳ ນັ້ນເອງ ໃນຂະນະທີີ່ພວກເພິ່ນທັງສອງ ພະຍາຍາມທີ່ຈະ ປຸກລະດົມພັກການເມືອງຂອງພວກເພິ່ນ. ຈິມ ມາໂລນ ນັກຂ່າວແຫ່ງຊາດຂອງວີໂອເອ
ມີລາຍງານກ່ຽວກັບເລື້ອງນີ້ຈາກວໍຊິງຕັນ ຊຶ່ງ ໄຊຈະເລີນສຸກ ຈະນຳເອົາລາຍລະອຽດ
ມາສະເໜີທ່ານ ໃນອັນດັບຕໍ່ໄປ.


ອະດີດປະທານາທິບໍດີ ບາຣັກ ໂອບາມາ ກັບຄືນມາອີກແລ້ວ ທ່ານກຳລັງເດີນສາຍ
ໂຄສະນາຫາສຽງ ໃຫ້ພັກເດໂອແຄຣັດ. ຢູ່ໃນລັດອີລີນອຍ ທ່ານໄດ້ຮຽກຮ້ອງໃຫ້ພວກ
ຊາວໜຸ່ມຂອງພັກເດໂມແຄຣັດ ຈົ່ງສູ້ຕໍ່ໄປ ເພື່ອຄວາມເປັນທຳທາງດ້ານສັງຄົມ ແລະ
ເສດຖະກິດ.

Former U.S. President Barack Obama speaks at the University of Illinois Urbana-Champaign in Urbana, Illinois, Sept. 7, 2018.
Former U.S. President Barack Obama speaks at the University of Illinois Urbana-Champaign in Urbana, Illinois, Sept. 7, 2018.

ທ່ານໂອບາມາ ກ່າວວ່າ “ໃນແຕ່ລະຄັ້ງ ພວກເຮົາເກືອບເຂົ້າເຖິງອຸດົມການເຫຼົ່າ ນັ້ນ
ແຕ່ບາງຄົນຢູ່ແຫ່ງໃດແຫ່ງນຶ່ງ ບໍ່ຍອມຮັບອຸດົມການນັ້ນ. ມັນບໍ່ໄດ້ເລີ້ມຕົ້ນໂດຍ ທ່ານ
ດໍໂນລ ທຣຳ. ເພິ່ນເປັນພຽງອາການຂອງໂຣກ ບໍ່ແມ່ນສາເຫດ ເພິ່ນພຽງແຕ່ໃຊ້ຄວາມ
ແຄ້ນເຄືອງຢູ່ໃນໃຈ ທີ່ພວກນັກການເມືອງມີມາເປັນເວລາຫຼາຍ ປີແລ້ວນັ້ນ ມາເປັນ
ປະໂຫຍດ.”

ສ່ວນຢູ່ໃນລັດຄາລີຟໍເນຍ ທ່ານ ໂອບາມາ ໄດ້ຊຸກຍູ້ໃຫ້ພວກທີ່ສະໜັບສະໜຸນ ພັກ
ເດໂມແຄຣັດ ຈົ່ງພາກັນອອກມາ ໃນເດືອນພະຈິກນີ້.

ທ່ານ ໂອບາມາ ກ່າວວ່າ “ໃນເວລາ ທີ່ພວກເຮົາບໍ່ໄດ້ມີສ່ວນຮ່ວມ ໃນເວລາທີ່ພວກ
ເຮົາ ບໍ່ຫົວຊາ ໃນເວລາທີ່ພວກເຮົາ ບໍ່ກ້າອອກໜ້າອອກຕາ ສຽງຂອງຄົນອື່ນໆ ກໍຈະ
ຕື່ມເຕັມບ່ອນທີ່ມັນຫວ່າງເປົ່ານັ້ນ. ແຕ່ກໍມີຂ່າວດີຢູ່ ໃນອີກສອງເດືອນ ພວກເຮົາມີ
ໂອກາດ ທີ່ຈະຟື້ນຟູຄວາມເປັນປົກກະຕິບາງສ່ວນ ໃນວົງການການເມືອງຂອງ
ພວກເຮົາ.”

ທ່ານ ໂອບາມາ ໄດ້ພົບເຫັນວ່າ ຕົນເອງກຳລັງແຂ່ງຂັນ ກັບບຸກຄົນ ຜູ້ທີ່ໄດ້ສືບທອດ
ຕຳແໜ່ງຂອງທ່ານ ແລະ ໄດ້ເຄື່ອນໄຫວ ເພື່ອທີ່ຈະຮື້ຖອນ ຜົນສຳເລັດຫຼາຍຢ່າງຂອງ
ທ່ານ ນັ້ນກໍຄື ປະທານາທິບໍດີ ດໍໂນລ ທຣຳ ຜູ້ທີ່ໄດ້ລົງເສັ້ນທາງການໂຄສະນາຫາສຽງ
ຢ່າງຫ້າວຫັນ ໂດຍລວມທັງການໂຮມຊຸມນຸມ ນີ້ ໃນລັດມອນຕານາ.

Supporters hold signs as President Donald Trump speaks during a rally Aug. 21, 2018, in Charleston, W.Va.
Supporters hold signs as President Donald Trump speaks during a rally Aug. 21, 2018, in Charleston, W.Va.

ປະທານາທິບໍດີ ທຣຳ ກ່າວວ່າ “ການເລືອກຕັ້ງນີ້ ແມ່ນກ່ຽວກັບວຽກງານ. ມັນແມ່ນ
ຄວາມປອດໄພ ແລະ ມັນແມ່ນວຽກເຮັດງານທຳ. ຍ້ອນການນຳຂອງພັກຣີພັບບລີກັນ
ເສດຖະກິດ ຂອງພວກເຮົາ ແມ່ນຂະຫຍາຍໂຕຢ່າງໃຫຍ່ ທີ່ບໍ່ເຄີຍມີມາກ່ອນ ໃນ
ປະຫວັດສາດຂອງພວກເຮົາ. ລອງຄິດເບິ່ງ ໃນປະຫວັດສາດຂອງພວກເຮົາ. ບໍ່ມີ
ຜູ້ໃດຮູ້ເລີຍວ່າ ອັນນີ້ຈະເກີດຂຶ້ນໄດ້.”

ທ່ານ ທຣຳ ຍັງໄດ້ເຕືອນ ພວກສະໜັບສະໜຸນຂອງຕົນ ວ່າ ການທີ່ພັກເດໂມແຄຣັດ
ເຂົ້າຄວບຄຸມສະພາຕ່ຳໄດ້ ໃນເດືອນພະຈິກນີ້ ອາດຈະນຳໄປສູ່ ການຟ້ອງຮ້ອງປົດ
ທ່ານ ອອກຈາກຕຳແໜ່ງ.

ທ່ານ ທຣຳ ໄດ້ກ່າວວ່າ “ພວກເຮົາຈະເປັນຫ່ວງ ກ່ຽວກັບອັນນັ້ນ ຖ້າຫາກມັນເກີດຂຶ້ນ
ຍາມໃດ. ແຕ່ຖ້າຫາກມັນເກີດຂຶ້ນ ມັນເປັນຄວາມຜິດພາດຂອງພວກເຈົ້າ ເພາະວ່າ
ພວກເຈົ້າບໍ່ໄດ້ອອກໄປໃຊ້ສິດອອກສຽງ. ໂອເຄ? ພວກເຈົ້າບໍ່ໄດ້ອອກໄປໃຊ້ສິດ
ອອກສຽງ.”

ປະທານາທິບໍດີ ທຣຳ ໄດ້ຍຶດໝັ້ນກັບຄວາມຄິດ ທີ່ວ່າ ການລົງຄະແນນສຽງ ຂອງລັດ
ຖະສະພາ ໃນເດືອນພະຈິກ ນັ້ນ ຈະເປັນການລົງປະຊາມະຕິ ໃນເລື້ອງການປະຕິບັດ
ໜ້າທີ່ ຂອງທ່ານ.

President Donald Trump speaks at a fundraiser in Fargo, N.D., Sept. 7, 2018.
President Donald Trump speaks at a fundraiser in Fargo, N.D., Sept. 7, 2018.

ທ່ານນາງ ລາຣາ ບຣາວນ໌ ນັກຊ່ຽວຊານດ້ານການເມືອງ ຢູ່ທີ່ມະຫາວິທະຍາໄລ ຈອຣຈ໌
ວໍຊິງຕັນ ກ່າວວ່າ “ຄວາມກະຕືລືລົ້ນ ຂອງທັງສອງພັກຝ່າຍການເມືອງ ແມ່ນກ່ຽວຂ້ອງ
ກັບທ່ານປະທານາທິບໍດີ ແທ້ໆເລີຍ. ຂ້າພະເຈົ້າ ຄິດວ່າ ຕົວເລກສຸດທ້າຍ ທີ່ຂ້າພະ
ເຈົ້າ ໄດ້ເຫັນ ກໍແມ່ນວ່າ ຫຼາຍກວ່າ 40 ເປີເຊັນ ຂອງພວກຄົນ ຜູ້ທີ່ໄດ້ກ່າວວ່າ ເປັນ
ໄປໄດ້ສູງແທ້ໆ ທີ່ພວກເຂົາເຈົ້າ ຈະໄປລົງຄະແນນສຽງນັ້ນ ແມ່ນຈະລົງຄະແນນສຽງ
ໃຫ້ແກ່ ທ່ານປະທານາທິບໍດີ ຫຼືບໍ່ໃຫ້ທ່ານ ກໍເປັນໄດ້ ໃນກາງສະໄໝນີ້.”

ສ່ວນທ່ານ ໂອບາມາ ຍັງໄດ້ພິສູດໃຫ້ເຫັນວ່າ ເປັນຜູ້ທີ່ສາມາດດຶງດູດພວກຜູ້ມີສິດອອກ
ສຽງ ຊຶ່ງມີປະສິດທິພາບ ໃນການນຳເອົາພວກເດໂມແຄຣັດ ອອກມາໄດ້ ແຕ່ກໍຍັງເຮັດ
ໃຫ້ພວກຣີພັບບລີກັນ ບໍ່ມັກທ່ານນຳດ້ວຍ.

ທ່ານ ຈອນ ຮູແດກ ນັກວິເຄາະ ກ່າວວ່າ ເປັນໄປໄດ້ສູງ ທີ່ ທ່ານ ໂອບາມາ ຈະເພັ່ງເລັງ
ໃສ່ພວກມີສິດອອກສຽງ ທີ່ເປັນຊາວໜຸ່ມ ແລະ ບໍ່ແມ່ນຄົນຜິວຂາວ.

ທ່ານ ຈອນ ຮູແດກ ນັກວິເຄາະ ຢູ່ທີ່ສະຖາບັນ ບຣຸກກິງສ໌ ເວົ້າວ່າ “ຄວາມກະຕືລືລົ້ນ
ອັນນັ້ນ ແມ່ນມີຢູ່ແລ້ວ ໃນທົ່ວພັກເດໂມແຄຣັດ ແລະ ໃນທຸກທົ່ວໜ້າກຸ່ມປະຊາກອນ
ຕ່າງໆ ແລະເປັນຄັ້ງທຳອິດ ພວກມີສິດອອກສຽງ ຫຼາຍໆຄົນ ແມ່ນຈະເຫັນທາງເລືອກ
ຫຼາຍຢ່າງ ຢູ່ໃນບັດເລືອກຕັ້ງຂອງພວກເຂົາເຈົ້າ ທີ່ມີຮູບຊົງ ແລະ ນ້ຳສຽງ ແລະ ເວົ້າ
ເຖິງ ກ່ຽວກັບ ບັນຫາຕ່າງໆ ໃນທາງທີ່ແຕກຕ່າງ ແລະອັນນັ້ນ ເປັນບາງສິ່ງທີ່ຮ້ອງຫາ
ຖານຜູ້ມີສິດອອກສຽງ ຢູ່ສະເໝີ.”

ທ່ານ ທຣຳ ແລະ ທ່ານ ໂອບາມາ ອາດຈະບໍ່ປາກົດຢູ່ໃນບັດເລືອກຕັ້ງ ນຳກັນ ໃນຖານະ
ເປັນຄູ່ແຂ່ງ ໄດ້ເລີຍ ແຕ່ພວກເພິ່ນ ແມ່ນກຳລັງຈະປະເຊີນໜ້າກັນ ໃນການເປັນໂຕແທນ
ຂອງພັກ ທຳການແຂ່ງຂັນ ທີ່ສຳຄັນ ໃນການໂຄສະນາຫາສຽງການເລືອກຕັ້ງກາງສະໄໝ
ຂອງປີນີ້ ບ່ອນທີ່ການຄວບຄຸມສະພາຂອງພັກການເມືອງ ນັ້ນ ແມ່ນຖືກວາງເປັນເດີມພັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG