ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານທ່ານທຣໍາ ສະເໜີໃຫ້ຈໍາກັດອົບພະຍົບ ເຂົ້າມາປະເທດ ບໍ່ໃຫ້ເກີນ 15,000 ຄົນ


ອົບພະຍົບ ແລະພວກເຂົາເມືອງພາກັນຂຶ້ນລົດເມໄປ ພາຍຫລັງໄປເຖິງດ່ານກວດຄົນ Lavrio, ຊຶ່ງຕັ້ງຢູ່ຫ່າງຈາກເມືອງອາແທນຂອງກຣີດສ໌ ປະມານ 75 ກິໂລແມັດໃນວັນທີ 29 ກັນຍາ, 2020
ອົບພະຍົບ ແລະພວກເຂົາເມືອງພາກັນຂຶ້ນລົດເມໄປ ພາຍຫລັງໄປເຖິງດ່ານກວດຄົນ Lavrio, ຊຶ່ງຕັ້ງຢູ່ຫ່າງຈາກເມືອງອາແທນຂອງກຣີດສ໌ ປະມານ 75 ກິໂລແມັດໃນວັນທີ 29 ກັນຍາ, 2020

ລັດຖະບານທ່ານທຣໍາກ່າວວ່າ ຕົນຢາກຈະຕັດຈຳນວນອົບພະຍົບ ເຂົ້າມາໃນສະ ຫະລັດອີກເທື່ອນຶ່ງ, ໂດຍສະເໜີວ່າ ສຳລັບ ປີງົບປະມານ 2021 ນີ້ ຈໍານວນຜູ້ເຂົ້າມາໃໝ່ ຈະຖືກຈຳກັດໃຫ້ຢູ່ໃນລະດັບ 15,000 ຄົນ.

ກະຊວງການຕ່າງປະເທດສະຫະລັດກ່າວ ໃນວັນພຸດຜ່ານມານີ້ວ່າ ຂໍ້ສະເໜີປີ 2021 ຂອງທ່ານທຣໍາ "ຢືນຢັນອີກເທື່ອນຶ່ງເຖິງຄວາມຢຶດໝັ້ນຂອງອາເມຣິກາໃນການຊ່ວຍເຫຼືອປະຊາຊົນທີ່ມີຄວາມສ່ຽງທີ່ສຸດໃນໂລກ ໃນຂະນະທີ່ປະຕິບັດ ໜ້າທີ່ຂອງພວກເຮົາກ່ອນໝູ່ໝົດໃນການປົກປ້ອງແລະຮັບໃຊ້ປະຊາຊົນອາເມຣິກາ."

ໃນປີ 2020, ລັດຖະບານໄດ້ວາງຈໍານວນສູງສຸດບໍ່ໃຫ້ເກີນ 18,000 ຄົນ ແລະສະຫະລັດກໍໄດ້ອະນຸຍາດໃຫ້ຊາວອົບພະຍົບ 10,892 ຄົນເຂົ້າປະເທດ ກ່ອນທີ່ໂຈະໂຄງການດັ່ງກ່າວໄວ້ຍ້ ອນການລະບາດຂອງໄວໂຄໂຣນາ. ນັ້ນເປັນຈໍານວນທີ່ໜ້ອຍທີ່ສຸດ ນັບຕັ້ງແຕ່ໂຄງການອົບພະຍົບສະໄໝໃໝ່ ທີ່ໄດ້ຮັບການຮັບຮອງເອົາຈາກລັດຖະສະພາໃນປີ 1980.

ພາຍໃຕ້ປະຕິທິນບໍລິຫານຂອງລັດຖະບານສະຫະລັດ, ສົກປີງົບປະມານໃໝ່ແມ່ນເລີ່ມຕົ້ນຂຶ້ນແຕ່ວັນທີ 1 ຕຸລາ ແລະງົບປະມານປີ 2021 ໄດ້ເລີ່ມຕົ້ນຂຶ້ນໃນວັນພະຫັດວານນີ້.

ນັກວິຈານນະໂຍບາຍຊາວອົບພະຍົບຂອງລັດຖະບານໄດ້ປະນາມການຕັດສິນໃຈທີ່ຈະຫຼຸດຜ່ອນຂີດຂອງຈໍານວນສູງສຸດນັ້ນລົງອີກຄັ້ງນຶ່ງ.

“ຄະນະລັດຖະບານດັ່ງກ່າວໄດ້ປະຕິເສດຕໍ່ບັນດາພັນທະດ້ານມະນຸດສະທໍາຂອງສະຫະລັດ, ຢຽບຢໍ່າຄ່ານິຍົມທີ່ໄດ້ຍຶດຖືມາເປັນເວລາດົນນານ, ບ່ອນທໍາລາຍຜົນປະໂຫຍດຂອງສະຫະລັດແລະເປົ້າໝາຍນະໂຍບາຍທີ່ໄດ້ລະບຸເອງນັ້ນ ຊຶ່ງລວມທັງການບໍ່ໃຫ້ຄວາມປອດໄພ ແກ່ຄົນຫລາຍພັນຄົນທີ່ຕ້ອງການອົບພະຍົບ ຍ້ອນໄດ້ໃຫ້ການຊ່ວຍເຫລືອແກ່ທະຫານຂອງສະຫະລັດ ຫລືບໍ່ ກໍຍ້ອນຖືກກົດຂີ່ຂົ່ມເຫັງທາງສາສະໜາ ຫລືທາງການເມືອງ,” ນັ້ນຄືຄໍາເວົ້າຂອງ ທ່ານ ນາຊານິນ ແອສ (Nazanin Ash), ຮອງປະທານນະໂຍບາຍການປົກຄອງຂອງຄະນະກຳມະການກູ້ໄພສາກົນທີ່ກ່າວຢູ່ໃນຖະແຫຼງການສະບັບນຶ່ງ.

ຂີດຈໍາກັດປະຈຳປີຢູ່ໃນລັດຖະບານຂອງປະທານາທິບໍດີບາຣັກ ໂອບາມາແມ່ນຢູ່ລະຫວ່າງ 70,000 ຫາ 85,000 ຄົນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG