ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະລັດຖະບານ ຂອງ ປ. ທຣຳ ສັ່ງການໃຫ້ ປິດຂ່າວຕໍ່ສື່ມວນຊົນ ຢູ່ທີ່ອົງການ EPA


ໜ້ານຶ່ງ ຈາກ Twitter ຂອງ ອົງການປົກປ້ອງສິ່ງແວດລ້ອມ
ໜ້ານຶ່ງ ຈາກ Twitter ຂອງ ອົງການປົກປ້ອງສິ່ງແວດລ້ອມ

ຄະນະລັດຖະບານ ຂອງທ່ານທຣຳ ໄດ້ວາງມາດຕະການ ປິດຂ່າວຕໍ່ສື່ມວນຊົນ ຢູ່ທີ່ອົງການປົກປ້ອງສິ່ງແວດລ້ອມ ຫຼື EPA ຫຼັງຈາກທີ່ໄດ້ວາງມາດຕະການ ແບບດຽວກັນນີ້ ຢູ່ທີ່ກະຊວງກະສິກຳ ແລະຊັບພະຍາກອນທຳ​ມະ​ຊາດ.

ອົງການຂ່າວຕ່າງໆ ລາຍງານວ່າ ບັນດາເຈົ້າໜ້າທີ່ຂອງທ່ານທຣຳ ໄດ້ບອກຕໍ່ ບັນດາພະນັກງານຂອງອົງການ EPA ວ່າ ບໍ່ໃຫ້ລົມກັບພວກນັກຂ່າວ ຫຼື ພິມ ເຜີຍແຜ່ຂ່າວສານໃດໆ ຫຼື ບໍ່ໃຫ້ໂພສລົງທາງສື່ສັງຄົມ.

ໜ້ານຶ່ງ ຈາກ Twitter ຂອງ ກົມອຸດທະຍານແຫ່ງຊາດ ສະຫະລັດ
ໜ້ານຶ່ງ ຈາກ Twitter ຂອງ ກົມອຸດທະຍານແຫ່ງຊາດ ສະຫະລັດ

ພະ​ແນ​ກການນຶ່ງ ໄດ້ບອກວ່າ “ຄຳຮ້ອງຕ່າງໆທີ່ເຂົ້າມາຈາກສື່ມວນຊົນ ຈະ​ຖືກ ກວດຢ່າງລະອຽດເສຍກ່ອນ. ໃຫ້ສົ່ງອອກແຕ່ພຽງ ຂໍ້ຄວາມທີ່ສຳຄັນທີ່ສຸດ ເທົ່ານັ້ນ ໃນຂະນະທີ່ຂໍ້ຄວາມຕ່າງໆສາມາດເບິ່ງຮ່ວມກັນໄດ້ຢ່າງກວ້າງຂວາງ ແລະ ອາດຕົກ ໄປຢູ່ກັບອົງການຂ່າວ.”

ອົງການ EPA ຍັງໄດ້ສັ່ງໃຫ້ ງົດການສະເໜີໃຫ້ທຶນຊ່ອຍເຫຼືອລ້າ ແລະ ງົດມອບວຽກ
ໃຫ້ແກ່ພວກພະນັກງານສັນຍາຈ້າງ ຊຶ່ງພວກເຂົາເຈົ້າບາງສ່ວນແມ່ນກະຈາຍໄປທົ່ວ ສະຫະລັດ ເພື່ອທີ່ຈະຊອມເບິ່ງ ບັນຫາຕ່າງໆກ່ຽວ​ກັບຄຸນນະພາບຂອງນ້ຳ ແລະ ຄວາມປອດໄພອື່ນໆ.

ທ່ານ Doug Ericksen, ອຳນວຍການດ້ານການສື່ສານ ສຳລັບທີມງານ ໂອນອຳນາດ ຂອງທ່ານທຣຳ ຢູ່ທີ່ອົງການ EPA, ກ່າວວ່າ ທ່ານຄາດໝາຍວ່າ ການຫ້າມສື່ສານຈະຖືກຍົກເລີກ ພາຍໃນທ້າຍສັບປະດາ.
ທ່ານ Doug Ericksen, ອຳນວຍການດ້ານການສື່ສານ ສຳລັບທີມງານ ໂອນອຳນາດ ຂອງທ່ານທຣຳ ຢູ່ທີ່ອົງການ EPA, ກ່າວວ່າ ທ່ານຄາດໝາຍວ່າ ການຫ້າມສື່ສານຈະຖືກຍົກເລີກ ພາຍໃນທ້າຍສັບປະດາ.

ໂຄສົກທຳນຽບຂາວ ທ່ານ Sean Spicer ໄດ້ບອກຕໍ່ບັນດານັກຂ່າວວ່າ ທ່ານບໍ່ມີ ຂໍ້ມູນກ່ຽວກັບຄຳສັ່ງຕໍ່ອົງການ EPA ໂດຍກ່າວວ່າ ທຳນຽບຂາວ “ກຳລັງກວດເບິ່ງ ເລື່ອງນີ້ຢູ່.”

ແຕ່ອົງການຂ່າວ AP ໄດ້ອ້າງຄຳເວົ້າ ຂອງເຈົ້າໜ້າທີ່ທ່ານທຣຳ ທີ່ໄດ້ຖືກແຕ່ງຕັ້ງ ໃຫ້ໄປປະຈຳຢູ່ອົງການ EPA ທີ່ກ່າວວ່າ ທຳນຽບຂາວ “ພຽງແຕ່ພະຍາຍາມ ທີ່ຈະ
ຄວບ​ຄຸມສະຖານະການ ກ່ຽວກັບທຸກສິ່ງທຸກຢ່າງແລະເຮັດໃຫ້​ເປັນ​ທີ່ແນ່ໃຈ ວ່າ ອັນທີ່ອອກໄປນັ້ນສະທ້ອນ​ໃຫ້​ເຫັນເຖິງບູລິມະສິດຕ່າງໆ ຂອງຄະນະລັດຖະບານ
ໃໝ່.”

ບັນດາເຈົ້າໜ້າທີ່ ລະດັບທ້ອງຖິ່ນແລະລະດັບລັດ ທີ່ກາງຕໍ່ອົງການ EPA ກ່າວວ່າ ພວກເຂົາເຈົ້າ ບໍ່ໄດ້ຮັບລາຍລະອຽດໃດໆ ກ່ຽວກັບວ່າ​ຄຳ​ສັ່ງ​ນີ້ມີຄວາມໝາຍຫຍັງ ຫຼື ຈະສົ່ງຜົນກະທົບ​ແນວ​ໃດ ຕໍ່ວຽກງານຂອງພວກເຂົາເຈົ້າ.

ພວກນັກອະນຸລັກສິ່ງແວດລ້ອມຫຼາຍຄົນ ຢ້ານວ່າ ທ່ານທຣຳ ຈະຕ່າວປີ້ນກົດໝາຍວ່າ ດ້ວຍ ການປົກປ້ອງອາກາດ ແລະນ້ຳ ແຫ່ງຊາດ ໃນຄວາມກະຕືລືລົ້ນຂອງທ່ານ ທີ່ຈະ ຫລຸດ​ຂະໜາດ ແລະ ຂອບເຂດ ຂອງລັດຖະບານກາງລົງ.

ແຕ່ທ່ານທຣຳ ໄດ້ອະທິບາຍວ່າ ທ່ານເອງກໍເປັນນັກອະນຸລັກສິ່ງແວດລ້ອມ ຜູ້ທີ່ເຊື່ອ
ວ່າ ປະເທດສາມາດມີອາກາດ ແລະນ້ຳ ທີ່ສະອາດ ໂດຍປາດສະຈາກ ກົດລະບຽບ
ທີ່​ເຄັ່ງ​ຄັດ ເຊິ່ງທ່ານກ່າວວ່າ ຈະເຮັດໃຫ້ເສດຖະກິດເສຍຫາຍ ແລະສູນ​ເສຍວຽກເຮັດ ງານທຳ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG