ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ໄດ້ຖືກນຳຕົວ ອອກໄປຈາກກອງປະຊຸມຖະແຫຼງຂ່າວ ຢ່າງກະທັນຫັນ ຢູ່ທຳນຽບຂາວ ຫຼັງຈາກມີສຽງປືນດັງຂຶ້ນ


ປະທານາທິບໍດີ ດໍໂນລ ທຣຳ ໄດ້ຖືກຂໍຮ້ອງໃຫ້ອອກໄປຈາກຫ້ອງຖະແຫລງຂ່າວ James Brady ໂດຍສະມາຊິກອາລັກຂາປະທານາທິບໍດີ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ທຳນຽບຂາວ, ວັນທີ 10 ສິງຫາ 2020.
ປະທານາທິບໍດີ ດໍໂນລ ທຣຳ ໄດ້ຖືກຂໍຮ້ອງໃຫ້ອອກໄປຈາກຫ້ອງຖະແຫລງຂ່າວ James Brady ໂດຍສະມາຊິກອາລັກຂາປະທານາທິບໍດີ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ທຳນຽບຂາວ, ວັນທີ 10 ສິງຫາ 2020.

ປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ໄດ້ຖືກນຳຕົວອອກໄປຈາກກອງປະ ຊຸມຖະແຫລງຂ່າວຢູ່ທີ່ທຳນຽບຂາວຢ່າງກະທັນຫັນ ໃນຕອນບ່າຍວັນຈັນວານນີ້ ໂດຍເຈົ້າໜ້າທີ່ໜ່ວຍອາລັກຂາປະທານາທິບໍດີຍ້ອນມີການຍິງກັນເກີດຂຶ້ນຢູ່ໃກ້ໆທຳນຽບຂາວ.

ເມື່ອກັບຄືນເຂົ້າມາຫ້ອງປະຊຸມໃນບໍ່ເທົ່າໃດນາທີຫຼັງຈາກນັ້ນ ທ່ານທຣຳໄດ້ກ່າວ ວ່າ “ມີເຫດການຍິງກັນເກີດຂຶ້ນແທ້ ແລະຜູ້ໃດຜູ້ນຶ່ງໄດ້ຖືກນໍາສົ່ງໄປໂຮງໝໍ.”

ທ່ານທອມ ໂຊລລີວັນ ຫົວໜ້າໜ່ວຍອາລັກຂາປະທານາທິບໍດີ ໄດ້ລະບຸໂຕບຸກ ຄົນທີ່ຖືກຍິງ ຄື ຊາຍອາຍຸ 51 ປີ ຜູ້ທີ່ໄດ້ຍ່າງເຂົ້າໄປຫາເຈົ້າໜ້າທີ່ອາລັກຂາ ແລະໄດ້ກ່າວວ່າ ລາວມີອາວຸດ.

ທ່ານໂຊລລີວັນ ໄດ້ເວົ້າວ່າ “ຜູ້ຕ້ອງສົງໄສຕໍ່ຈາກນັ້ນ ໃນທັນທີທັນໃດ ກໍແລ່ນເຂົ້າຫາເຈົ້າໜ້າທີ່ຢ່າງວ່ອງໄວແລະໃນທ່າທີຈົກເອົາສິ່ງຂອງອອກມາຈາກເຄື່ອງ ນຸ່ງຂອງລາວ” ທ່ານກ່າວຕໍ່ໄປອີກວ່າ “ແລ້ວລາວກໍກົ້ມລົງໃນທ່າຂອງມືປືນ ທີ່ກຳລັງຈະຍິງ. ເຈົ້າໜ້າທີ່ອາລັກຂາກໍໄດ້ຍິງປືນຂອງລາວ ໂດຍຖືກໂຕຂອງບຸກ ຄົນຜູ້ນັ້ນ.”

ທັງເຈົ້າໜ້າທີ່ ແລະຊາຍຜູ້ທີ່ຖືກເຈົ້າໜ້າທີ່ຍິງນັ້ນ ໄດ້ຖືກສຳສົ່ງໂຮງໝໍ. ທ່ານໂຊລລີວັນ ບໍ່ໄດ້ຕອບຄຳຖາມໃດໆ ແລະຖະແຫລງການຂອງທ່ານ ບໍ່ໄດ້ລະບຸວ່າ ຊາຍດັ່ງກ່າວ ແທ້ຈິງແລ້ວມີອາວຸດຫຼືບໍ່ ໄດ້ຍິງມັນບໍ່ ຫຼືສະພາບບາດເຈັບຕໍ່ເຈົ້າໜ້າທີ່ນັ້ນແມ່ນຫຍັງ.

ອີງຕາມໜ່ວຍງານແພດສຸກເສີນແລະດັບໄຟຂອງເຂດນະຄອນຫຼວງ ຫຼື DC ຊຶ່ງທີມງານຂອງຕົນໄດ້ໄປຊ່ອຍເຫຼືອຄົນຜູ້ນຶ່ງ ທີ່ໄດ້ຖືກຍິງໃສ່ສ່ວນເທິງຂອງຮ່າງກາຍ.

ເຫດການຍິງກັນ ໄດ້ເກີດຂຶ້ນຢູ່ທີ່ຖະໜົນເລກທີ 17 ຕັດກັບ ຖະໜົນເພັນຊິລເວ
ເນຍ (Pennsylvania Avenue) ຊຶ່ງເປັນຈຸດແບ່ງແຍກ ລະຫວ່າງຖະໜົນສາ ທາລະນະ ກັບເສັ້ນທາງສັນຈອນ ແລະເຂດທີ່ຫວງຫ້າມ ອ້ອມບໍລິເວນອາຄານຂອງທຳນຽບຂາວ.

ມີຜູ້ສາມາດໄດ້ຍິນ ການຍິງປືນຢ່າງນ້ອຍສອງລູກ ໂດຍນັກຂ່າວຄົນນຶ່ງຜູ້ທີ່ຢູ່ໃນຫ້ອງປະຊຸມຖະແຫລງຂ່າວນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG