ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ແລະ​ ທ່ານ​ເອ​ເບະ ມ້ວນ​ທ້າຍ​ການ​ຢ້ຽມ​ຢາມ ດ້ວຍການ​​ຫຼິ້ນກັອ​ຟ


ປະ​ທາ​ນາ​ທິ​ບໍ​ດີ ສ​ຫລ ທ່ານ​ດໍ​ໂນ​ລ ທ​ຣໍ​າ ແລະ​ສະ​ຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ​ເມ​ລາ​ເຍນ ທຣຳ ຕ້ອນ​ຮັບ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຍີ່​ປຸ່ນ ທ່ານ​ຊິນ​ໂຊ ອາ​ເບ ແລະ​ທ່ານ​ນາງ​ອາ​ກີ ອາ​ເບ ທີ່​ທຳ​ນຽບ​ຂາວ ວັນ​ທີ 26 ເມ​ສາ 2019.
ປະ​ທາ​ນາ​ທິ​ບໍ​ດີ ສ​ຫລ ທ່ານ​ດໍ​ໂນ​ລ ທ​ຣໍ​າ ແລະ​ສະ​ຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ​ເມ​ລາ​ເຍນ ທຣຳ ຕ້ອນ​ຮັບ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຍີ່​ປຸ່ນ ທ່ານ​ຊິນ​ໂຊ ອາ​ເບ ແລະ​ທ່ານ​ນາງ​ອາ​ກີ ອາ​ເບ ທີ່​ທຳ​ນຽບ​ຂາວ ວັນ​ທີ 26 ເມ​ສາ 2019.

ປະ​ທາ​ນາ​ທິ​ບໍ​ດີ​ ດໍ​ໂນ​ລ ທ​ຣຳ ແລະ​ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ​ປຸ່ນ ທ່ານ ​ຊິນ​ໂຊ ອາ​ເບະ ໄດ້
ຮ່ວມ​ກັນ​ຫຼິ້ນກິ​ລາ​ກັອ​ຟທີ່​ພວກ​ທ່າມມັກ ທ່າມກາງ​ແສງ​ແດດ ແລະ​ລົມ​ພັດ​ແຮງໃນ​ວັນ​
ເສົາ​ວານ​ນີ້, ຢູ່​ທີ່​ສະ​ໜາມກັອ​ຟ​ຂອງ​ປະ​ທ​າ​ນາ​ທິ​ບໍ​ດີ ໃນພາກ​ເໜືອຂອງ​ລັດ​ເວີ​ຈີ​ເນຍ.

ປະ​ທາ​ນາ​ທິ​ບໍ​ດີ ​ທ​ຣໍ​າ ໄດ້ກ່າວ​ກ່ອນ​ມື້​ອອກ​ໄປ​ຫຼິ້ນ​ກັອ​ຟ​ວ່າ ພວກ​ເພິ່ນ​ຈະຫຼິ້ນກ​ອ​ຟ​ນຳ​
ກັນ​ໄວໆ​ຢູ່ສະ​ຖານ​ທີ່ “ງາມໆ” ກ່ອນ​ທີ່​ທ່ານ​ຈະ​ເດີນ​ທາງ​ໄປ​ງານ​ຊຸມ​ນຸມຢູ່​ລັດ​ວິ​ສ​
ຄອນ​ຊີ​ນ.

ໃນ​ຂະ​ນະ​ດຽວ​ກັນ ທ່ານ​ນາງ​ ເມລາ​ເນຍ ທ​ຣຳ ແລະ​ ທ່ານ​ນາງ ອາ​ກິ ອາ​ເບະ ໄດ້​ເດີນ
​ທາງໄປ​ຢ້ຽ​ມ​ຢາມ​ອະ​ນຸ​ສາວ​ະ​ລີ ວໍ​ຊິງ​ຕັນ ຫຼັງ​ຈາກ​ທັງ​ສອງທ່ານ​ໄດ້​ສະ​ຫຼອງ​ວັນ​ເກີດ 49
ປີ ຂອງ​ສະ​ຕີ​ໝາຍ​ເລກ​ນຶ່ງ ສະ​ຫະ​ລັດ​ ຢູ່​ພິ​ທີ​ຮັບ​ປະ​ທານ​ອາ​ຫານຄ່ຳ​ຂອງຄືນກ່ອນນັ້ນ.

ທ່ານ​ນາງ​ ອາ​ເ​ບະ ໄດ້​ເນັ້ນ​ກ່າວ​ຢ້ຳເຖິງຜົນ​ປະ​ໂຫຍດ​ຮ່ວມ​ກັນ​ຂອງ​ຜູ້​ຊ​າຍ​ສອງ​ຄົນນັ້ນ
​ໃນ​ກິ​ລາກອ​ຟ ໃນ​ຂະ​ນະ​ທີ່​ທ່ານ​ໄດ້ເປັນ​ນຶ່ງ​ໃນຈຳ​ນວນ​ຜູ້​ນຳໂລກ​ບໍ່​ເທົ່າ​ໃດ​ຄົນ ທີ່​ສ້າງ
ຄວາມ​ສຳ​ພັນ​ຢ່າງໃກ້​ຊິດ​ສ່ວນ​ໂຕ​ກັ​ບ​ທ່ານ ​ທ​ຣຳ. ພວກ​ເພິ່ນ​ໄດ້​ຫລິ້ນ​ກອ​ຟຫຼາຍ​ຮອບ​
ນຳ​ກັນ​ຢູ່​ໃນ​ສອງ​ປະ​ເທດນັ້ນ.

ສຳ​ລັບ​ມິດ​ຕະ​ພາບ​ທັງ​ໝົດ, ການ​ຢ້ຽມ​ຢາມ​ຂອງທ່ານ ອາ​ເບະ ຍັງ​ໄດ້​ເປັນ​ໂອ​ກາດ​ໃຫ້​
ແກ່​ຜູ້​ນຳ​ແຕ່​ລະ​ຄົນ ສະ​ແດງ​ຄວາມ​ກັງ​ວົນ​ໃຈ ກ່ຽວ​ກັບ​ ການ​ເກັບ​ພາ​ສີ​ຂອງ​ກັນ​ ແລະກັນ.

President Donald Trump and Japanese Prime Minister Shinzo Abe shared their love of golf on a sunny, windy Saturday at the president's northern Virginia course.

Trump said on the eve of their outing they'd play a quick round at a “beautiful” place before he goes to Wisconsin for a rally.

Meantime, Melania Trump and Akie Abe visited the Washington Monument after the two couples celebrated the U.S. first lady's 49th birthday over dinner the previous evening.

Abe has stressed the two men's shared interest in golf as he's become one of the few global leaders to build a personal relationship with Trump. They've played rounds together in both countries.

For all the camaraderie, Abe's visit also has been an occasion for each leader to express frustration about the other's tariffs.

XS
SM
MD
LG