ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ສະຫະລັດ ທ່ານທຣຳ ກ່າວ​ວ່າ ທ່ານ​ຢາກ ຈະ​ພົບ​ປະ ​ກັບ​ຜູ້​ນຳ​ອີຣ່ານ ​ໂດຍ​ປາດ​ສະ​ຈາກ ເງື່ອນໄຂ​ໃດໆ


Trump Iran
please wait
Embed

No media source currently available

0:00 0:00:58 0:00

ປະທານາທິບໍດີ ດໍໂນລ ທຣຳ ແຫ່ງ ສະຫະລັດ ກ່າວ​ວ່າທ່ານ​ປະສົງຢາກຈະ​ພົບ​ປະ​ກັບ​ຜູ້​ນຳ​ອີຣ່ານ ​ໂດຍ​ປາດ​ສະ​ຈາກ “ເງື່ອນໄຂ​ໃດໆ” ​ແລະ​ “ໄດ້​ທຸກ​ເມື່ອຕາມ​ທີ່​ພວກ​ເຂົາ​ເຈົ້າ​ຕ້ອງການ” ​ແຕ່​ວ່າຢູ່​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ໃນ​ວັນ​ຈັນ​ວານ​ນີ້, ທ່ານກໍໄດ້ກ່າວ​ວ່າ “ລະບອບ​ຮ້າຍກາດ​” ຂອງ​ອີຣ່ານ ​ແມ່ນຈະຕ້ອງ​ບໍ່​ໄດ້ຮັບ​ອະນຸຍາດ​ໃຫ້​ມີ​ອາວຸດ​ນິວ​ເຄລຍຈັກເທື່ອ. ສັບປະດາ​ແລ້ວ​ນີ້ ທ່ານ​ທຣຳ ​ໄດ້​ເວົ້າໂຕ້ຕອບຢ່າງ​ຮຸນ​ແຮງ ​ໄປມາ​ກັບ​ເຕຫະຣ່ານ, ​ເຕືອນປະທານາທິບໍດີ​ອີຣ່ານວ່າ “ຢ່າຂົ່ມຂູ່​ສະຫະລັດ​ອີກຈັກເທື່ອ.” ນັກ​ຂ່າວ​ວີ​ໂອ​ເອ ສລາ​ຕິ​ການ ​ໂຮ​ກ ມີ​ລາຍ​ງານເລື້ອງນີ້ ຊຶ່ງວັນນະ​ສອນ ຈະ​ນຳ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ເລື້ອງອີຣ່ານ ​ແມ່ນ​ໄດ້ຖືກຍົກຂຶ້ນມາ​ຢູ່ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ຮ່ວມຂອງ​ທ່ານ​ທຣຳ
ກັບ​ນາຍົກລັດຖະມົນຕີ​ອີ​ຕາ​ລີ ທ່ານຈິວ​ຊິ​ບ​ເປ ກົງ​ເຕ.

ປະທານາທິບໍດີ​ສະຫະລັດ ທ່ານດໍໂນລ ທຣຳ ກ່າວ​ວ່າ “ທ່ານນາ​ຍົກ​ລັດຖະມົນຕີ
ກໍຍັງເຫັນ​ດີ​ນຳ ວ່າ ລະບອບ​ໂຫດຮ້າຍ​ຂອງ​ອີຣ່ານ ຈະຕ້ອງບໍ່ໄດ້ຮັບ​ອະນຸຍາດ​
ໃຫ້​ມີການ​ຂອບ​ຄອງ​ອາວຸດ​ນິວ​ເຄລຍຈັກເທື່ອ. ບໍ່ໃຫ້ມີຈັກເທື່ອ. ​ພວກ​ເຮົາຂໍ​ສົ່ງ
​ເສີມ​ໃຫ້​ໝົດທຸກປະ​ເທດ​ກົດ​ດັນ​ອີຣ່ານ ຈົໃຫ້ສິ້ນສຸດ​ກິດຈະກຳ​ຕ່າງໆທັງໝົດ
ທີ່ເປັນອັນຕະລາຍຂອງເຂົາ. ສະຫະລັດ ຍິນ​ດີ​ຕ້ອນ​ຮັບຄວາມເປັນ​ພາຄີ
ຂອງ​ອີ​ຕາ​ລີ ​ໃນ​ຄວາມ​ພະຍາຍາມ​ທີ່​ສຳຄັນ​ທີ່ຈຳເປັນອັນນີ້.”

​ແຕ່​ ຕອນຖືກ​ຖາມວ່າ ທ່ານ​ຢາກພົບ​ປະ​ກັບປະທານາທິບໍດີ​ອີຣ່ານ ຮາ​ຊານ ຣູຮາ​ນີ
ບໍ່ ທ່ານ​ທຣຳ ກ່າວ​ວ່າ ທ່ານ​ຈະ​ພົບກັບ ອີຣ່ານໄດ້​ທຸກ​ເມື່ອ​ ຕາມໃຈເຂົາ​ເຈົ້າໂດຍ​ບໍ່ໃຫ້​ມີ​ຂໍ້​ແມ້​ໃດໆ. ທ່ານກ່າວ​ວ່າ ການ​ພົບ​ປະກັນ​ ແມ່ນ​ມີ​ປະ​ໂຫຍ​ດ ເພື່ອ​ຜ່ອນຄາຍຄວາມ​ຕຶງ​ຄຽດ​ທີ່​ເປັນ​ອັນຕະລາຍ ​ແລະ​ວ່າການ​ພົບ​ປະກັນ​ຫວ່າງ​ມໍ່ໆ​ມາ​ນີ້ ກັບຣັດ​ເຊຍ ​ແລະ​ເກົາຫຼີ​ເໜືອ ​ແມ່ນເປັນ​ຕົວຢ່າງ​ທີ່​ດີ.

ທ່ານທຣຳ ກ່າວ​ວ່າ “ແນ່​ນອນ ຂ້າພະ​ເຈົ້າຈະພົບກັບ​ອີຣ່ານ ຖ້າ​ພວກ​ເຂົາ​ເຈົ້າຢາກພົບ.​ ຂ້າພະ​ເຈົ້າ ບໍ່​ຊາບ​ວ່າ ພວກ​ເຂົາ​ເຈົ້າ​ພ້ອມແລ້ວ​ຫຼື​ບໍ່. ພວກ​ເຂົາ​ເຈົ້າ​ກຳລັງ​ມີ​ຄວາມ​ຫຍຸ້ງຍາກຢູ່​ໃນ​ຂະນະ​ນີ້. ​ແຕ່​ວ່າ ​ຂ້າພະ​ເຈົ້າ​ໄດ້ຍຸຕິ​ການ​ຕົກລົງກັບ​ອີຣ່ານແລ້ວ. ມັນ​ເປັນການຕົກລົງ​ທີ່​ໜ້າຢາກຫົວ. ຂ້າພະ​ເຈົ້າ​ເຊື່ອ​ວ່າ ໃນທີ່ສຸດກໍແມ່ນວ່າ ພວກ​ເຂົາ​ເຈົ້າ ຢາກຈະ​ພົບ​.”

​ພວກເຈົ້າ​ໜ້າ​ທີ່​ໃນ​ເຕຮະຣ່ານ ​ໄດ້​ຕັດສິນ​ແລ້ວ​ວ່າ ຈະ​ບໍ່ມີການ​ໂອ້​ລົມ​ກັບ​ວໍ​ຊິງ​ຕັນ ​ໂດຍ​ກ່າວ​ວ່າ ສະຫະລັດ ບໍ່ໄດ້ສະ​ແດງ​ຫຍັງອອກມາໃຫ້ເຫັນສິ່ງໃດ ​ທີ່ພໍ​ເຊື່ອຖື​ໄດ້.

ສະຫະລັດ ​ກັບ​ອີຣ່ານ ​ໄດ້ເປັນ​ປໍລະປັກກັນມາ ​ຕັ້ງ​ແຕ່ ຜູ້ນຳ​ທາງ​ສາສະໜາ ​ໄດ້​ເຂົ້າ
ກຳ​ອຳນາດ ​ໃນ​ເຕຮະຣ່ານ ໃນ​ປີ 1979. ທ່ານ​ທຣຳ ​ໄດ້​ຕື່ມ​ເຊື້ອ​ໄຟໃສ່ ໂດຍເຮັດ
​ໃຫ້​ອີຣ່ານ​ໂກ​ດ​ແຄ້ນ ​ໃນ​ອີຣ່ານ. ​ໃນ​ເດືອນ​ພຶດສະພາຕອນ​ທີ່​ທ່ານ​ຖອນສະຫະລັດ
ອອກ​ຈາກ​ຂໍ້​ຕົກລົງ​ນິວ​ເຄລຍ ​ທີ່ໄດ້ເຊັນກັນ​ໃນປີ 2015 ລະຫວ່າງ​ອີຣ່ານ ​ກັບພວກ​
ປະ​ເທດ​ມະຫາ​ອຳນາດ 6 ປະ​ເທດ. ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ມີ​ຂໍ້​ຕົກລົງ​ທີ່​ເຂັ​ມງວດກວ່າ
​ເກົ່າ ທີ່​ສາມາດ​ຄວບ​ຄຸມຄວາມປະພຶດ​ຂອງ​ອີຣ່ານໃນ​ຂົງ​ເຂດ, ພ້ອມ​ທັງ​ການ​ເຮັດ​ໃຫ້​
ໂຄງການ​ນິວ​ເຄລຍຂອງ​ອີຣ່ານ​ຍຸຕິ​ລົງ.

ປະທານາທິບໍດີ​ອີຣ່ານ ​ໄດ້​ເຕືອນ​ວ່າ ນະ​ໂຍບາຍ​ຂອງ​ທ່ານ​ທຣຳ ຈະ​ສາມາດ​ນຳ​ໄປ​ສູ່
“​ແມ່​ຂອງ​ສົງຄາມ​ທັງຫຼາຍ,” ຊຶ່ງ​ເປັນ​ການ​ຍຸແຍ່ໃຫ້ເກີດຄວາມໂມໂຫຂຶ້ນຈາກທຣຳ.

​ແຕ່​ວ່າ ນາຍ​ພົນ​ຂັ້ນ​ສູງ​ສຸດຂອງ​ອີຣ່ານ ​ໄດ້​ກ່າວ​ໃນ​ວັນ​ພະຫັດ​ຜ່ານ​ມາ​ນີ້​ວ່າ ກຳລັງ​
ຂອງເຂົາ ​ພ້ອມ​ແລ້ວ​ທີ່​ຈະປະເຊີນ​ກັບ​ການ​ທ້າ​ທາຍ​ຕ່າງໆ ຈາກ​ທຣຳ.

ທ່ານ​ແກັສ​ເຊມ ​ໂຊ​ລີ​ມາ​ນີ້ ຜູ້​ບັນ​ຊາ​ການກອງທັບ​ປະຕິວັດ​ຂອງ​ອີຣ່ານ
ກ່າ​ວວ່າ “ຂ້າພະ​ເຈົ້າຂໍ​ບອກທ່ານດຽວນີ້ໂລດ ທ່ານທຣຳ ​ວ່າເກມກິລາຂອງ
ພວກເຮົາທ່ານຈົ່ງ​ ລະວັງ ​ພວກເຮົາ​ໃກ້​ກັບ​ທ່ານ ບ່ອນ​ທີ່​ທ່ານ​ບໍ່​ສາມາດ​ຈະ
ຮູ້ສຶກໄດ້​ເລີຍ.”

ສຳລັບເວລາ​ນີ້ ອີຣ່ານ ​ໄດ້ມີເຫດຜົນຫຼາຍກວ່າເກົ່າທີ່ຈະຕ້ອງກັງວົນກ່ຽວກັບການ​ລົງ​ໂທດ​ທາງ​ດ້ານເສດຖະກິດ ຈາກສະຫະລັດ ຫຼາຍ​ກວ່າ​ການ​ມີ​ອຳນາດ​ທາງ​ການ​ທະຫານຂອງຕົນ. ການ​ລົງ​ໂທດ​ທີ່​ວ່າ​ນີ້ ​ແມ່ນຈະ​ບັງຄັບ​ໃຫ້​ທຸລະ​ກິດ​ຕ່າງປະ​ເທດ ຖອນ​ຕົວ​ອອກ​ຈາກອີຣ່ານ, ຊຶ່ງ​ຈະສາມາດສ້າງຄວາມເສຍ​ຫາຍໃຫ້ແກ່ເສດຖະກິດ​ຂອງ​ຕົນຢ່າງໃຫຽ່.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

U.S. President Donald Trump says he is willing to meet with Iran's leaders with "no preconditions" and "any time they want." But at a news conference Monday, he also said Iran's "brutal regime" must never be allowed to acquire nuclear weapons. Last week, Trump exchanged heated rhetoric with Tehran, warning the Iranian president to "never, ever" threaten the United States again. VOA's Zlatica Hoke reports.

Iran was addressed at Trump's joint press conference with visiting Italian Prime Minister Giuseppe Conte.

DONALD TRUMP, US PRESIDENT
"The prime minister also agreed that the brutal regime in Iran must never be allowed to possess a nuclear weapon. Never. We encourage all nations to pressure Iran to end the full range of its malign activities. The United States welcomes the partnership of Italy in these vital efforts."

But asked if he was willing to meet with Iranian President Hassan Rouhani, Trump said he would meet with the Iranians any time they want to meet, with no preconditions. He said meetings are useful in defusing potentially dangerous tensions, and that his recent meetings with Russian and North Korean leaders were a good example.

DONALD TRUMP, US PRESIDENT
"I would certainly meet with Iran if they wanted to meet. I don't know that they are ready, yet. They are having a hard time right now. But I ended the Iran deal. It was a ridiculous deal. I do believe they would probably end up wanting to meet."

Officials in Tehran have ruled out any talks with Washington, saying the United States has shown it is not reliable.

The U.S. and Iran have been at odds since the clerics took power in Tehran in 1979. Trump fueled renewed anger in Iran in May when he pulled the United States from the nuclear deal reached in 2015 between Iran and six world powers. He is calling for a much tougher deal that would control Iran's behavior in the region, as well as the dismantling of its nuclear program.

The Iranian president warned that Trump's policies could lead to "the mother of all wars,"provoking a furious response from Trump.

But a top Iranian general said Thursday his forces are ready to meet any challenge from Trump.

QASSEM SOLEIMANI, COMMANDER, REVOLUTIONARY GUARDS' QUDS FORCE (in Farsi)
"Hereby, I tell you, the gambling Mr. Trump: Be aware that we are near you where you do not even imagine."

For now, Iran has more reason to worry about U.S. economic sanctions than its military power. Sanctions are forcing some foreign businesses to withdraw from Iran, which could seriously undermine its economy.

XS
SM
MD
LG