ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໘ ຕຸລາ ໒໐໒໔

ພາຍຸເຂດຮ້ອນ ທຣາມີ ສັງຫານຊາວ ຟີລິບປິນ 46 ຄົນ ແລະອາດຈະກັບຄືນມາອີກ ໃນອາທິດໜ້າ


ພວກຄົນພາກັນລຸຍນ້ຳຢູ່ທາງເສັ້ນນຶ່ງທີ່ຖືກນ້ຳຖ້ວມໂດຍພາຍຸເຂດຮ້ອນ ທ​ຣາ​ມີ, ໃນເມືອງນາກາ, ແຂວງ ຄາມາຣີນສ ຊູລ ໃນວັນທີ 25 ຕຸລາ 2024.
ພວກຄົນພາກັນລຸຍນ້ຳຢູ່ທາງເສັ້ນນຶ່ງທີ່ຖືກນ້ຳຖ້ວມໂດຍພາຍຸເຂດຮ້ອນ ທ​ຣາ​ມີ, ໃນເມືອງນາກາ, ແຂວງ ຄາມາຣີນສ ຊູລ ໃນວັນທີ 25 ຕຸລາ 2024.

ຈຳນວນຜູ້ເສຍຊີວິດໃນຟີລິບປິນຍ້ອນພາຍຸເຂດຮ້ອນ ທຣາມີ ສູງຂຶ້ນເຖິງ 46 ຄົນໃນວັນສຸກມື້ນີ້ ພ້ອມກັບອີກ 20 ຄົນຫາຍສາບສູນ ຂະນະທີ່ບັນດາເຈົ້າໜ້້າ ທີ່ໄດ້ເຕືອນວ່າ ກະ​ແສຂອງສະພາບອາກາດອາດໝູນວຽນກັບຄືນມາ ແລະ ກະທົບຕໍ່ປະເທດດ້ວຍຝົນຕົກໜັກ ແລະລົມແຮງອີກຄັ້ງນຶ່ງໃນອາທິດໜ້ານີ້ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ.

ປະຊາຊົນເກືອບ 240,000 ຄົນໄດ້ອົບພະຍົບໄປພັກອາ​ໄສຢູ່ທີ່ສູນກາງລີ້ໄພ ແຫ່ງຕ່າງໆ ພ້ອມດ້ວຍຜູ້ໂດຍສານ 7,510 ໄດ້ຕິດຄ້າງຢູ່ໃນສະໜາມບິນແຫ່ງ ຕ່າງໆ ແລະ 36 ຖ້ຽວບິນໄດ້ຖືກຍົກເລີກ ໃນວັນສຸກມື້ນີ້ ລັດຖະບານໄດ້ກ່າວ ຂະນະທີ່ທ່ານປະທານາທິບໍດີ ໄດ້ສັ່ງການໃຫ້ສົ່ງການຊ່ອຍເຫຼືອໄປຍັງພື້ນທີ່ ແຫ່ງຕ່າງໆທີ່ຖືກກະທົບໜັກທີ່ສຸດ.

ອົງການປ້ອງກັນພົນລະເຮືອນ ໄດ້ກ່າວວ່າ ລາຍງານຂອງການເສຍຊີວິດ ແລະບາດເຈັບ ແມ່ນເກີດຍ້ອນດິນເຈື່ອນ, ນ້ຳຖ້ວມ ແລະເຫດການທີ່ກ່ຽວຂ້ອງ ກັບພາຍຸອື່ນໆ ຢູ່ໃນພາກກາງຂອງຂົງເຂດ ບີຄອລ ເຊິ່ງຖືກນ້ຳຖ້ວມຍ້ອນຝົນ ຕົກໜັກ.

“ຂ້າພະເຈົ້າຂໍປະຕິຍານຕໍ່ປະຊາຊົນຂອງພວກເຮົາວ່າ: ການຊ່ອຍເຫຼືອກຳລັງ ອອກໄປ. ມັນຈະໄປທາງພື້ນດິນ, ທາງອາກາດ ແລະແມ່ນແຕ່ທາງທະເລ” ທ່ານປະທານາທິບໍດີ ເຟີດີນານ ມາຣກອສ ຈູເນຍ ໄດ້ກ່າວຢູ່ໃນສື່ສັງຄົມ X.

ຈຸດສູນກາງຂອງພາຍຸເຂດຮ້ອນທຣາມີ ທີ່ເຄື່ອນຕົວຢ່າງຊ້າໆນີ້ ທີ່ຮູ້ຈັກກັນຢູ່ໃນ ທ້ອງຖິ່ນຄື ຄຣິສຕີນ (Kristine) ໄດ້ກະທົບຕໍ່ເກາະລູຊອນ ໃນວັນພະຫັດວານ ນີ້ ດ້ວຍລົມພັດແຮງເກືອບ 100 ກິໂລແມັດຕໍ່ຊົ່ວໂມງ ແລະບັນດາເຈົ້າໜ້າ ທີ່ທ້ອງຖິນ ໄດ້ລາຍງານວ່າ ໄດ້ຮັບນ້ຳຝົນທີ່ຕົກລົງມາໃນຈຳນວນເທົ່າກັບສອງ ເດືອນ ພາຍໃນມື້ດຽວ.

ພາຍຸຫົວນີ້ ໄດ້ເຄື່ອນຕົວຢູ່ເໜືອທະເລຈີນໃຕ້ ໃນວັນສຸກມື້ນີ້ ແລະກຳລັງມຸ້ງໜ້າ ໄປຍັງປະເທດ ຫວຽດນາມ ແຕ່ອົງການສະພາບອາກາດ ໄດ້ເຕືອນວ່າ ພາຍຸ ທຣາມີ ອາດໝູນວຽນກັບຄືນມາ ແລະໝູນຢູ່ບໍ່ໄກຈາກແຄມຝັ່ງໃນອາທິດໜ້ານີ້ ເນື່ອງຈາກວ່າມີ​ກະ​ແສຂອງສະພາບອາກາດອີກສອງຫົວທີ່ຢູ່ໃກ້ຄຽງນັ້ນ.

The death toll in the Philippines from Tropical Storm Trami rose to 46 on Friday with another 20 people missing as officials warned the weather pattern could loop back and lash the country with heavy rain and winds again next week.

Nearly 240,000 people were sheltering in evacuation centres, with 7,510 passengers were stuck in ports and 36 flights cancelled on Friday, the government said, as the president directed assistance to be sent to the worst-affected areas.

The civil defence agency said the reported deaths and injuries were because of landslides, floods, and other storm-related incidents, mostly in the central Bicol region which was inundated by torrential rains.

"I make this pledge to our people: Help is on the way. It will come by land, air, and, even by sea," President Ferdinand Marcos Jr said on social media platform X.

The centre of slow-moving Tropical Storm Trami, locally known as Kristine, hit Luzon island on Thursday with winds of nearly 100 kilometres per hour (60 mph), and some local officials reported two months worth of rain falling in a day.

The storm was moving over the South China Sea on Friday, heading towards Vietnam, but the weather agency warned that Trami could loop back and linger just off the coast next week because of two nearby weather patterns.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG