ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການດໍາເນີນຄະດີ ຜູ້ນຳພົນລະເຮືອນ ທີ່ຖືກປົດອອກຈາກຕໍາແໜ່ງ ຂອງມຽນມາ ເລີ້ມຂຶ້ນແລ້ວ


ພາບຖ່າຍຈາກວີດິໂອ ສະແດງໃຫ້ເຫັນວ່າ ຜູ້ນຳພົນລະເຮືອນທີ່ຖືກປົດອອກຈາກຕໍາແໜ່ງຂອງມຽນມາ, ທ່ານນາງ ອອງຊານ ຊູ ຈີ (ທາງຊ້າຍຢູ່ແຖວກາງ) ແລະຄົນອື່ນໆໄປປາກົດໂຕຢູ່ທີ່ສານພິເສດ ໃນນະຄອນເປີດໍ ຂອງມຽນມາ, ວັນທີ 24 ພຶດສະພາ, 2021
ພາບຖ່າຍຈາກວີດິໂອ ສະແດງໃຫ້ເຫັນວ່າ ຜູ້ນຳພົນລະເຮືອນທີ່ຖືກປົດອອກຈາກຕໍາແໜ່ງຂອງມຽນມາ, ທ່ານນາງ ອອງຊານ ຊູ ຈີ (ທາງຊ້າຍຢູ່ແຖວກາງ) ແລະຄົນອື່ນໆໄປປາກົດໂຕຢູ່ທີ່ສານພິເສດ ໃນນະຄອນເປີດໍ ຂອງມຽນມາ, ວັນທີ 24 ພຶດສະພາ, 2021

ທ່ານນາງອອງຊານ ຊູ ຈີ, ຜູ້ນຳພົນລະເຮືອນທີ່ຖືກປົດອອກຈາກຕໍາແໜ່ງຂອງມຽນມາ ຈະຖືກດຳເນີນຄະດີໃນວັນຈັນມື້ນີ້ທີ່ນະຄອນຫຼວງເນປີດໍໃນຂໍ້ຫາສອງກະທົງໃນຫລາຍກະທົງ ທີ່ກ່ຽວກັບການສໍ້ລາດບັງຫຼວງຕໍ່ທ່ານນາງໂດຍລັດຖະບານທະຫານທີ່ຍຶດອຳນາດມາໄດ້ຫຼາຍກວ່າສີ່ເດືອນແລ້ວ.

ທ່ານນາງ ຊູ ຈີ, ອາຍຸ 75 ປີ ກໍາລັງປະເຊີນໜ້າກັບຂໍ້ກ່າວຫາວ່າມີອຸປະກອນວິທະຍຸວອກກີ ທອກກີ ທີ່ບໍ່ມີໃບອະນຸຍາດຢູ່ໃນຄອບຄອງ ແລະລະເມີດຂໍ້ຈຳກັດໃນການສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ໃນຂະນະທີ່ໂຄສະນາຫາສຽງການເລືອກຕັ້ງສະພາແຫ່ງຊາດໃນປີກາຍນີ້. ທະນາຍຄວາມຂອງທ່ານນາງໄດ້ກ່າວຕໍ່ບັນດານັກຂ່າວວ່າ ພວກເຂົາເຈົ້າຄາດວ່າການດຳເນີນຄະດີໃນປັດ ຈຸບັນ ຈະແກ່ຍາວເຖິງທ້າຍເດືອນກໍລະກົດ.

ຜູ້ທີ່ໄດ້ຮັບລາງວັນໂນແບລຂະແໜງສັນຕິພາບຄົນນີ້ ໄດ້ຖືກກັກຂັງຕັ້ງແຕ່ວັນທີ 1 ກຸມພາຜ່ານມາ ໃນຕອນທີ່ລັດຖະບານພົນລະເຮືອນຂອງນາງຖືກໂຄ່ນລົ້ມຊຶ່ງເປັນເວລາໄດ້ເກືອບ 3 ເດືອນ ພາຍຫລັງທີ່ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຂອງທ່ານນາງໄດ້ຮັບໄຊຊະນະຢ່າງຖ້ວມລົ້ນໃນການເລືອກຕັ້ງ. ນອກຈາກຂໍ້ກ່າວຫາທີ່ຜ່ານມາແລ້ວ, ທ່ານນາງອອງຊານ ຊູ ຈີ ຍັງຖືກກ່າວຫາໂດຍເຈົ້າໜ້າທີ່ວ່າ ໄດ້ລະເມີດກົດໝາຍວ່າດ້ວຍຄວາມລັບຂອງທາງການ, ຍຸຍົງໃຫ້ເກີດຄວາມບໍ່ສະຫງົບໃນປວງຊົນ, ໃຊ້ທີ່ດິນສຳລັບມູນນິທິ ເພື່ອການກຸສົນຂອງທ່ານນາງໃນທາງທີ່ຜິດ, ແລະຮັບເອົາເງິນສົດ 600,000 ໂດລາ ບວກກັບຄຳ 11 ກິໂລຢ່າງຜິດກົດໝາຍ.

ທ່ານ ຟີລ ໂຣເບີດສັນ (Phil Robertson), ຮອງຜູ້ອຳນວຍການຝ່າຍຂົງເຂດເອເຊຍຂອງກຸ່ມປົກປ້ອງສິດທິມະນຸດ Human Rights Watch ກ່າວຢູ່ໃນຖະແຫຼງການສະບັບນຶ່ງໃນວັນຈັນມື້ນີ້ວ່າ ຂໍ້ກ່າວຫາທັງໝົດ "ຄວນຈະຖືກຍົກເລີກ" ທີ່ຈະເຮັດໃຫ້ທ່ານນາງຊູ ຈີ ຖືກປ່ອຍຕົວໂດຍທັນທີ ແລະບໍ່ມີເງື່ອນໄຂໃດໆທັງສິ້ນ.”

ທ່ານຄິນ ມອງ ຊໍ (Khin Maung Zaw), ທະນາຍຄວາມຂອງທ່ານນາງ ຊູ ຈີ ບໍ່ໄດ້ໃຫ້ຄວາມສຳຄັນຂໍ້ກ່າວຫາເພີ່ມເຕີມ ຢູ່ໃນການຖະແຫຼງການທີ່ຂຽນເປັນລາຍລັກອັກສອນສະບັບນຶ່ງ ທີ່ສົ່ງໃຫ້ພະແນກພາສາມຽນມາຂອງວີໂອເອໃນອາ ທິດແລ້ວນີ້, ໂດຍເອີ້ນຂໍ້ຫາເຫຼົ່ານັ້ນວ່າ "ໄຮ້ສາລະ" ແລະ "ບໍ່ມີມູນຄວາມຈິງ".

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Aung San Suu Kyi, Myanmar’s deposed civilian leader, goes on trial Monday in the capital, Naypyidaw, on two of several corruption related charges filed against her by the military junta that seized power more than four months ago.

The 75-year-old Suu Kyi is facing charges of illegally possessing unlicensed walkie-talkies and violating COVID-19 restrictions while campaigning during last year’s parliamentary elections. Her lawyers have told reporters they expect the current trial to last until the end of July.

The Nobel Peace laureate has been detained since February 1, when her civilian government was overthrown nearly three months after her National League for Democracy party scored a landslide victory in the elections. In addition to the previous charges, Suu Kyi has also been accused by authorities of breaching the Official Secrets Act, inciting public unrest, misusing land for her charitable foundation, and accepting illegal payments of $600,000 in cash plus 11 kilograms of gold.

Phil Robertson, the deputy Asia director for Human Rights Watch, said in a statement Monday that all charges “should be dropped,” resulting in Suu Kyi’s “immediate and unconditional release.”

Khin Maung Zaw, Suu Kyi’s attorney, dismissed the additional charges in a written statement to VOA’s Burmese Service last week, calling them “absurd” and “groundless.”

The junta has cited widespread electoral fraud in the November 8 election as a reason for the coup, an allegation the civilian electoral commission denied. The junta has threatened to dissolve the NLD over the allegations.

The coup triggered a crisis in the Southeast Asian country that led to deadly anti-junta demonstrations and clashes between several armed ethnic groups and the ruling junta.

In a campaign to quell the protests, the government has killed more than 800 protesters and bystanders since the takeover, according to the Assistance Association for Political Prisoners, which tracks casualties and arrests in Myanmar.

XS
SM
MD
LG