ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການຫ້າມເດີນທາງ ກໍ່ໃຫ້ມີການຈັດ ກອງປະຊຸມສຸກເສີນ ຢູ່ ອັງກິດ ໃນວັນຈັນມື້ນີ້


ລົດບັນທຸກລຽນຄິວ ໃນຂະນະທີ່ເຂົາເຈົ້າລໍຖ້າເດີນທາງເຂົ້າທ່າເຮືອ ໂດເວີ ຢູ່ຊາຍຝັ່ງພາກໃຕ້ຂອງ ອັງກິດ ກ່ອນຂຶ້ນກຳປັ່ນຂົນສົ່ງໄປ ຢູໂຣບ. 10 ທັນວາ, 2020.
ລົດບັນທຸກລຽນຄິວ ໃນຂະນະທີ່ເຂົາເຈົ້າລໍຖ້າເດີນທາງເຂົ້າທ່າເຮືອ ໂດເວີ ຢູ່ຊາຍຝັ່ງພາກໃຕ້ຂອງ ອັງກິດ ກ່ອນຂຶ້ນກຳປັ່ນຂົນສົ່ງໄປ ຢູໂຣບ. 10 ທັນວາ, 2020.

ນາຍົກລັດຖະມົນຕີ ອັງກິດ ທ່ານ ບໍຣິສ ຈອນສັນ ຈະນຳພາກອງປະຊຸມຄະນະກຳມະການດ້ານວິ ກິດການຂອງປະເທດ ເພື່ອແກ້ໄຂບັນຫາ ການເດີນທາງເຂົ້າ ແລະ ອອກ ອັງກິດ, ໂດຍສະເພາະການຂົນສົ່ງ.

ໃນວັນອາທິດວານນີ້, ຫຼາຍປະເທດໃນ ຢູໂຣບ ແລະ ພາກພື້ນຕາເວັນອອກກາງ ໄດ້ຫ້າມການເດີນ ທາງທາງອາກາດຈາກ ອັງກິດ ຍ້ອນຄວາມເປັນຫ່ວງ ກ່ຽວກັບ ໄວຣັສໂຄໂຣນາທີ່ໄດ້ກາຍພັນເຊິ່ງໄດ້ແຜ່ລາມຢ່າງວ່ອງໄວໃນ ອັງກິດ ໃນເດືອນນີ້.

ແນວໃດກໍຕາມ, ຝຣັ່ງ ໄດ້ຫ້າມການເດີນທາງທຸກປະເພດ, ລວມມີການຂົນສົ່ງສິນຄ້າເປັນເວລາ 48 ຊົ່ວໂມງ, ເລີ່ມຕົ້ນໃນຄືນວັນອາທິດວານນີ້. ການຫ້າມດັ່ງກ່າວນັ້ນໄດ້ປິດອຸໂມງໃຕ້ຊ່ອງແຄບອັງກິດ, ເຊິ່ງລົດບັນທຸກຫຼາຍພັນຄັນໄດ້ແລ່ນຜ່ານໃນແຕ່ລະມື້, ແລະ ທ່າເຮືອ ໂດເວີ (Dover), ເຊິ່ງເຂົາເຈົ້າ ກໍໄດ້ປິດອາຄານຜູ້ໂດຍສານເຮືອຂ້າມຟາກເຊັ່ນກັນ. ທ່າເຮືອ ໂດເວີ ແມ່ນນຶ່ງໃນທ່າເຮືອ ທີ່ຖືກໃຊ້ຫຼາຍທີ່ສຸດຂອງ ອັງກິດ, ເຊິ່ງໄດ້ມີການສັນຈອນຫຼາຍເປັນພິເສດກ່ອນ Brexit. ອັງກິດ ຈະອອກຈາກສະຫະພາບ ຢູໂຣບ ໃນເວລາບໍ່ເຖິງສອງອາທິດ ແລະ ປັດຈຸບັນນີ້ເຂົາເຈົ້າຍັງບໍ່ມີຂໍ້ຕົກລົງຫຍັງ.

ປະເທດ ໄອຣແລນ, ອອສເຕຣຍ, ແບລຈຽມ ແລະ ເນເທີແລນ ກໍໄດ້ຫ້າມຖ້ຽວບິນຕ່າງໆຈາກ ອັງກິດ ຍ້ອນການກາຍພັນຂອງໄວຣັສໂຄໂຣນາສາຍພັນໃໝ່ນັ້ນ. ການາດາ, ຄູເວດ, ຊາອຸດີ ອາຣາເບຍ ແລະ ອິສຣາແອລ ກໍໄດ້ປະຕິບັດ ຕາມເຊັ່ນກັນ. ປະເທດອື່ນໆແມ່ນກຳລັງພິຈາລະນາການຫ້າມຖ້ຽວບິນໃນຂະນະທີ່ສະຫະພາບ ຢູໂຣບ ໄດ້ພົບປະກັນເພື່ອປຶກສາຫາລື ກ່ຽວກັບ ສິ່ງທີ່ຈະແນະນຳ.

ໄວຣັສດັ່ງກ່າວໄດ້ປາກົດຕົວຢູ່ນອກ ອັງກິດ. ລັດຖະມົນຕີຂອງ ອິຕາລີ ໄດ້ກ່າວໃນວັນອາທິດວານນີ້ວ່າ ກໍລະນີນຶ່ງໄດ້ຖືກກວດພົບໃນນະຄອນຫຼວງ ໂຣມ. ແລະ ອົງການອະນາໄມໂລກໄດ້ກ່າວວ່າ 9 ກໍລະນີໄດ້ຖືກກວດພົບໃນປະເທດ ເດັນມາກ ແລະ ນຶ່ງກໍລະນີໃນປະເທດ ເນເທີແລນ ແລະ ອອສເຕຣເລຍ.

ໄວຣັສທີ່ໄດ້ກາຍພັນໃໝ່ແມ່ນສາມາດຕິດຕໍ່ໄດ້ຫຼາຍກວ່າເກົ່າ 70 ເປີເຊັນ, ອີງຕາມທ່ານ ຈອນສັນ, ແຕ່ບັນດານັກຊ່ຽວຊານເວົ້າວ່າມັນບໍ່ປາກົດວ່າຈະຮ້າຍແຮງກວ່າ ຫຼື ດື້ຕໍ່ຢາວັກຊີນ.

ທ່ານ ວີເວັກ ເມີທີ, ຜູ້ຖືກສະເໜີຊື່ສຳລັບຕຳແໜ່ງຫົວໜ້າກົມການແພດຂອງ ສະຫະລັດ ຂອງຜູ້ທີ່ຖືກເລືອກເປັນປະທານາທິບໍດີຄົນໃໝ່ທ່ານ ໂຈ ໄບເດັນ, ໄດ້ກ່າວໃນວັນອາທິດວານນີ້ວ່າ ມັນຈະບໍ່ມີການປ່ຽນແປງໃນການຊີ້ນຳດ້ານສາທາລະນະສຸກເຊັ່ນການໃສ່ໜ້າກາກ, ການຢູ່ຫ່າງກັນໃນສັງຄົມ ແລະ ການລ້າງມື.

British Prime Minister Boris Johnson will lead a meeting Monday of the country’s crisis committee to address travel in and out of Britain, especially freight.

On Sunday, several countries in Europe and the Middle East banned air travel from Britain because of concerns over a mutant strain of the coronavirus that has been spreading rapidly in England this month.

However, France barred all travel, including all freight carriers, for 48 hours, starting Sunday night. That shut down the tunnel under the English Channel, through which pass thousands of trucks a day, and the Port of Dover, which also closed its ferry terminal. Dover is one of Britain’s busiest ports, which has seen extra traffic ahead of Brexit. Britain is to leave the EU in less than two weeks and is so far without a deal.

Ireland, Italy, Austria, Belgium and the Netherlands also banned flights from Britain over the new coronavirus variant. Canada, Kuwait, Saudi Arabia and Israel followed suit. Other countries were considering a flight ban as the European Union met to discuss what to recommend.

The strain has turned up outside of Britain. Italy’s foreign minister said Sunday that a case has been identified in Rome. And the World Health Organization said nine cases have been detected in Denmark and one each in the Netherlands and Australia.

The new variant is 70% more transmissible, Johnson said, but experts say it does not appear to be more deadly or resistant to the vaccines.

Vivek Murthy, U.S. President-elect Joe Biden’s nominee for U.S. surgeon general, said Sunday there is no change to the public health guidance: wear masks, social distance and wash hands.

XS
SM
MD
LG