ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະກຳມາທິການ ຂ້າມມະຫາສະໝຸດ ອັດລັງຕິກ ຈະເພັ່ງເລັງໃສ່ ການແຊກແຊງ ເຂົ້າໃນການເລືອກຕັ້ງໂດຍພວກປະເທດຜູກຂາດອຳນາດ


ອະດີດ ເລຂາທິການໃຫຽ່ ອົງການ ເນໂຕ ທ່ານ ແອນເດີ້ ໂຟກ ຣາສມູເຊນ ເປັນປະທານຮ່ວມ ຂອງ ຄະນະກຳມາທິການ
ເລືອກຕັ້ງຂ້າມມະຫາສະໝຸດ ອັດລັງຕິກ ຫຼື TCEI.
ອະດີດ ເລຂາທິການໃຫຽ່ ອົງການ ເນໂຕ ທ່ານ ແອນເດີ້ ໂຟກ ຣາສມູເຊນ ເປັນປະທານຮ່ວມ ຂອງ ຄະນະກຳມາທິການ ເລືອກຕັ້ງຂ້າມມະຫາສະໝຸດ ອັດລັງຕິກ ຫຼື TCEI.

ໄດ້ມີການປະກອບຄະນະກຳມາທິການນາໆຊາດຂຶ້ນ ເພື່ອພະຍາຍາມຍຸຕິ ການເຂົ້າແຊກ
ແຊງໃນການເລືອກຕັ້ງ ໃນບັນດາປະເທດປະຊາທິປະໄຕ ຕາເວັນຕົກ ໂດຍຣັດເຊຍ ແລະ
ພວກປະເທດຜູກຂາດອຳນາດ ປະເທດອື່ນໆ.

ຄະນະກຳມາທິການເລືອກຕັ້ງຂ້າມມະຫາສະໝຸດ ອັດລັງຕິກ ທີ່ເປັນປະທານຮ່ວມຂອງ
ອະດີດ ເລຂາທິການໃຫຽ່ ອົງການ ເນໂຕ ທ່ານ ແອນເດີ້ ຣາສມູເຊນ ກັບອະດີດ
ລັດຖະມົນຕີຮັກສາຄວາມປອດໄພພາຍໃນຂອງ ສະຫະລັດ ທ່ານ ໄມເກີລ ເຊີຣທັອຟ
ໄດ້ຈັດກອງປະຊຸມນັກຂ່າວຂຶ້ນ ໃນນະຄອນຫຼວງ ວໍຊິງຕັນ ໃນວັນສຸກມື້ກ່ອນ.

ອະດີດລັດຖະມົນຕີ ຮັກສາຄວາມປອດໄພພາຍໃນ ສະຫະລັດ ທ່ານ ໄມເກີລ ເຊີຣທັອຟ ແມ່ນເປັນປະທານຮ່ວມ ຂອງຄະນະກຳມາທິການ ຂ້າມມະຫາສະໝຸດ ອັດລັງຕິ ກ່ຽວກັບ ຄວາມໝັ້ນຄົງຂອງການເລືອກຕັ້ງ.
ອະດີດລັດຖະມົນຕີ ຮັກສາຄວາມປອດໄພພາຍໃນ ສະຫະລັດ ທ່ານ ໄມເກີລ ເຊີຣທັອຟ ແມ່ນເປັນປະທານຮ່ວມ ຂອງຄະນະກຳມາທິການ ຂ້າມມະຫາສະໝຸດ ອັດລັງຕິ ກ່ຽວກັບ ຄວາມໝັ້ນຄົງຂອງການເລືອກຕັ້ງ.

ທ່ານ ຣາສມູເຊນ ໄດ້ບອກ ພະແນກພາສາຣັດເຊຍ ຂອງວີໂອເອ ວ່າ “ເບື້ອງຫຼັງ” ຂອງ
ຄະນະກຳມາທິການກໍຄື “ການແຊກແຊງຂອງຣັດເຊຍເຂົ້າໃນການເລືອກຕັ້ງຂອງ
ສະຫະລັດ ໃນປີ 2016, ແຕ່ມັນກໍບໍ່ແມ່ນແຕ່ສະເພາະ ອາເມຣິກາເທົ່ານັ້ນ ມັນຍັງ
ແມ່ນສຳລັບ ຢູໂຣບນຳ.”

ທ່ານກ່າວຕື່ມ ໂດຍເວົ້າວ່າ ໄດ້ມີການເລືອກຕັ້ງຫຼາຍກວ່າ 20 ຄັ້ງ ທີ່ໄດ້ກຳນົດໄວ້ ໃນ
ບັນດາປະເທດປະຊາທິປະໄຕ ຕາເວັນຕົກ ກ່ອນການເລືອກຕັ້ງປະທານາທິບໍດີ
ສະຫະລັດ ໃນປີ 2020 ແລະເວົ້າວ່າ “ພວກເຮົາ ຢູໂຣບ ເຄີຍໄດ້ເຫັນການທ້າທາຍ
ແນວນີ້ ມາແລ້ວ ເພາະສະນັ້ນຈຶ່ງວ່າ ເປັນຫຽັງ ຈຶ່ງຈັດຕັ້ງ ຄະນະກຳມາທິການ
ຂ້າມມະຫາສະໝຸດ ອັດລັງຕິກ ນີ້ຂຶ້ນມາ.”

ທ່ານ ຣາສມູເຊນ ເວົ້າວ່າ “ຂ້າພະເຈົ້າຖືວ່າ ມັນເປັນເລື່ອງຮີບດ່ວນ ທີ່ຈະຕ້ານຢັນ
ການແຊກແຊງ ຂອງຣັດເຊຍ ແລະພວກປະເທດຜູກຂາດອຳນາດອື່ນໆທັງຫຼາຍ
ເຂົ້າມາໃນສະຖາບັນປະຊາທິປະໄຕ ຂອງພວກເຮົາ ເພາະຈຸດປະສົງຂອງພວກ
ເຂົາເຈົ້າ ແມ່ນມາສ້າງຄວາມອ່ອນແອ ໃຫ້ແກ່ປະຊາທິປະໄຕຂອງໂລກ ແລະພວກ
ເຮົາຈະບໍ່ປ່ອຍໃຫ້ແນວນັ້ນ ເກີດຂຶ້ນໄດ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG