ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຊົງຈຳທີ່ເປັນເງົາມືດຂອງເກາະໃນເກົາຫຼີໃຕ້ ພວມດຶງດູດ ເອົາພວກນັກທ່ອງທ່ຽວ


ອະນຸສອນສະຖານ ຂອງການລຸກຮືຂຶ້ນ ໃນເກາະເຈຈູ ທີ່ ຈັງມັນ.
ອະນຸສອນສະຖານ ຂອງການລຸກຮືຂຶ້ນ ໃນເກາະເຈຈູ ທີ່ ຈັງມັນ.

ໃນລະດູ​ຮ້ອນທຸກໆປີ ຈະມີ​ພວກ​ນັກ​ທ່ອງ​ທ່ຽວຊາວ​ເກົາຫຼີ​ໃຕ້ ຊາວ​ຈີນ ​ແລະ​ຍີ່ປຸ່ນ
ຫຼາຍ​ພັນ​ຄົນ ເຂົ້າ​ໄປ​ຍັງເກາະເຈ​ຈູ ​ເພື່ອ​ຊົມ​ຄວາມ​ສວຍ​ງາມ​ຂອງ​ຫາດ​ຊາຍ ​ແລະ​ຄວາມ​
ງາມ​ທຳ​ມະ​ຊາດ. ​ແຕ່​ວ່າ ພວກ​ນັກ​ເຄື່ອນ​ໄຫວ​ທາງ​ສັງຄົມ​ເພື່ອ​ຄວາມ​ຍຸຕິ​ທຳ ​ແມ່ນ​ພະຍາ
​ຍາມ ທີ່​ຈະ​ໃຫ້​ພວກ​ເຂົາ​ເຈົ້າ ​ໄປ​ຢ້ຽມຢາມ ​ເຂດອື່ນ​ ທີ່​ເປັນ​ເງົາ​ມືດ​ທາງ​ປະຫວັດສາດ​ຂອງ​
ເກາະ​ດັ່ງກ່າວ ​ແລະ​ທີ່​ເປັນ​ການ​ສະດຸ​ດີ ພວກ​ເຄາະ​ຮ້າຍ ທີ່​ຕໍ່ຕ້ານ​ພວກ​ຄອມ​ມຸຍນິດ ທີ່​ຖືກ
ເຂັ່ນ​ຂ້າ ກ່ອນ​ສົງຄາມ​ເກົາຫຼີ​ອີກ​.

ມື້​ນີ້ ​ເກາະເຈ​ຈູ ​ແມ່ນ​ຮູ້​ກັນ​ວ່າ​ ເປັນ​ຮາ​ວາຍ​ຂອງ​ເກົາຫຼີ ຊຶ່ງ​ແມ່ນ​ສະຖານ​ທີ່​ມໍ​ລະ​ດົກ​ໂລກ
ທີ່​ເຕັມ​ໄປ​ດ້ວຍ​ດອກ​ກາ​ໂນ​ລາ ສີ​ເຫຼືອງ​ເຮືອງເຮື່ອ ຕອນ​ທີ່​ມັນ​ບານ​ເຕັມທົ່ງ, ນ້ຳ​ທະ​ເລທີ່
ໃສ​ເປັນສີ​ຟ້າຂຽວ​, ນ້ຳຕົກຕາດ​ຫຼາຍ​ແຫ່ງ ​ແລະ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ແບບ​ຜືນປ່າ ຄື​ກັນ
​ກັບ ໜ້າຜາ Seongsan Ilchulbong ທີ່​ເຕັມ​ໄປດ້ວຍ​ຫີນ​ໜາມ​ໜໍ່ ທີ່​ກໍ່​ຕົວ​ກັນຈາກ​ພູ​ໄຟ
ພົ້ນ​ຂຶ້ນ​ມາ​ກາງ​ທະ​ເລ​.

ຊາກກະດູກ ຂອງພວກເຄາະຮ້າຍ ທີ່ຍັງຫຼົງເຫຼືອໄວ້ ໃນຖ້ຳດາຣັງຊີ.
ຊາກກະດູກ ຂອງພວກເຄາະຮ້າຍ ທີ່ຍັງຫຼົງເຫຼືອໄວ້ ໃນຖ້ຳດາຣັງຊີ.

​ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ​ໃນ​ປີ 1948 ​ເກາະເຈ​ຈູ ​ແມ່ນ​ເປັນ​ສະຖານ​ທີ່​ກໍ່​ຄວາມ​ຮຸນ​ແຮງ ຂອງພວກ​ເຄື່ອນ​ໄຫວ​ທີ່​ສະໜັບສະໜຸນ​ພວກ​ຄອມ​ມຸຍນິດ ຕໍ່ສູ້​ກັບ​ສະຫະລັດ ​ແລະ​ພັນທະ​ມິດ ລັດຖະບານ​ເກົາຫຼີໃຕ້ ທີ່​ໄດ້​ແຜ່​ລາມ​ເຂົ້າ​ໃນ​ການ​ແບ່ງ​ແຍກ​ດິນ​ແດນ.

ພວກ​ປະ​ທ້ວງທີ່​ສະໜັບສະໜຸນ​ພວກ​ຄອມ​ມຸຍນິດ ​ໄດ້​ຮວມຕົວ​ກັນ​ຕໍ່ຕ້ານການ​ເລືອກ​ຕັ້ງ ​ໃນ​ວັນ​ທີ 10 ພຶດສະພາ 1948 ທີ່​ຈະ​ຍືນ​ຢັນ​ການ​ແບ່ງ​ແຍກ​ດິນ​ແດນ​ຂອງປະ​ເທດ​ຄອມ​ມຸຍນິດ​ເກົາຫຼີ ​ແລະ​ປະ​ເທດ​ທຶນ​ນິຍົມ​ເກົາຫຼີ​ໃຕ້. ​ໃນ​ວັນ​ທີ 3 ເມສາ 1948 ການ​ໂຈມຕີຂອງພວກ​ກະບົດ​ຕໍ່​ຄ້າຍ​ຕຳຫຼວດ ​ໄດ້ສັງຫານ​ພວກ​ເຈົ້າ​ໜ້າ​ທີ່ ​ແລະ​ຈູດ​ເຜົາ​ສູນ​ກາງ​ການ​ປ່ອນ​ບັດ ຂອງ​ການເ​ລື​ອກຕັ້ງ​ທີ່​ຈະ​ມີ​ຂຶ້ນ​ໃນ​ຊ່ວງ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ພາບວີວຂອງເກາະຈາກຫ້ອງນອນຂອງໂຮງແຮມ ໄຮຢັດ, 26 ເມສາ 2002.
ພາບວີວຂອງເກາະຈາກຫ້ອງນອນຂອງໂຮງແຮມ ໄຮຢັດ, 26 ເມສາ 2002.

XS
SM
MD
LG