ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໕ ມີນາ ໒໐໒໓

ຄາດວ່າ ຂໍ້ຕົກລົງ TPP ຈະຜ່ານ ສະພາແຫ່ງຊາດ ຫວຽດນາມ ຢ່າງງ່າຍດາຍ


ພວກເຮືອຫາປາ ຈອດຢູ່ໃກ້ໆເກາະ Ly Son ໃນແຂວງ Quang Ngai ຢູ່ທາງພາກກາງ ຂອງຫວຽດນາມ.

ຂໍ້ຕົກລົງພາຄີ​ຂ້າມ​ມະຫາ​ສະມຸດ​ປາຊີ​ຟິກ ຫຼື TPP ທີ່ສະຫະລັດ
ເປັນ​ຜູ້​ນຳພາ ຊຶ່ງ​ໄດ້​ບັນ​ລຸ ​ໂດຍ 12 ປະ​ເທດ ​ແຄມ​ມະຫາ​ສະມຸດ
​ປາຊີ​ຟິກ ​ໃນ​ວັນ​ຈັນ​ຜ່ານ​ມາ ​ແມ່ນ​ຄາດ​ກັນ​ວ່າ ຈະ​ມີການຮັບ
ຮອງເອົາ ໂດຍສະພາຫວຽດນາມ ຢ່າງ​ງ່າຍດາຍ ​ເຖິງ​ແມ່ນ​ວ່າ
ມັນ​ຈະ​ປະ​ເຊີນ​ກັບ​ພວກທີ່​ຍັງມີຄວາມສົງໄສ ຢູ່​ໃນລັດຖະສະພາ
​ສະຫະລັດກໍ​ຕາມ.

ຂໍ້​ຕົກລົງທີ່ມີຄວາມສຳຄັນເປັນ​ປະຫວັດ​ການ​ດັ່ງກ່າວ ​ແມ່ນ​ແນ
​ໃສ່​ເພື່ອ​ຕັດພາສີ​ການ​ຄ້າ ​ແລະ ຈັດຕັ້ງມາດຕະຖານການ​ຄ້າ
ທົ່ວ​ໄປ ສຳ​ຫລັບ ບັນດາ​ປະ​ເທດ​ທີ່ກ່ຽວຂ້ອງ ທີ່ລວມທັງຫວຽດນາມ
​ແລະສະຫະລັດ ນຳ​ດ້ວຍ.

ຂໍ້​ຕົກລົງດັ່ງກ່າວ ບັດ​ນີ້​ຕ້ອງຮັບການໃຫ້ສັດຕະຍາບັນ ​ໂດຍສະມາຊິກ​ສະພາ​ໃນ​ແຕ່ລະ​ປະ​ເທດ ​ແລະ ​ໃນ​ຫວຽດນາມ ບ່ອນ​ທີ່​ບັນດາ​ເຈົ້າ​ໜ້າ​ທີ່ ​ແລະ ສື່​ມວນ​ຊົນ ​ໄດ້​ມີ​ຄວາມ​ຍິນ​ດີ​ຢ່າງ​ຖ້ວມ​ລົ້ນກ່ຽວກັບການເຄື່ອນ ໄຫວດັ່ງກ່າວ ຊຶ່ງ​ມັນປາ​ກົດ​ວ່າ ຈະ​ດຳ​ເນີນ​ໜ້າ​ໄປ​ຢ່າງ​ງ່າຍດາຍ.

ພາບແຜນທີ່ ບັນດາປະເທດ ທີ່ເຂົ້າຮ່ວມ TPP ແລະ ຂໍ້ຕົກລົງການຄ້າອື່ນໆຂອງໂລກ
ພາບແຜນທີ່ ບັນດາປະເທດ ທີ່ເຂົ້າຮ່ວມ TPP ແລະ ຂໍ້ຕົກລົງການຄ້າອື່ນໆຂອງໂລກ

ທ່ານ Dinh Xuan Thao ປະທານ​ສະ​ຖາ​ບັນ​ຄົ້ນຄວ້ານິຕິບັນຍັດ​ຂອງ​ ສະພາ ກ່າວ​ວ່າ ທ່ານ ຄາດໝາຍ​ວ່າ ຂໍ້​ຕົກລົງນີ້ ຈະ​ໄດ້ຮັບການອະນຸມັດ​ຢ່າງ​ງ່າຍດາຍ.

ທ່ານ Thao ​ເວົ້າວ່າ "ຫວຽດນາມ ​ໄດ້​ກຽມພ້ອມ​ຢ່າງ​ຄົບ​ຖ້ວນ​ແລ້ວ ສຳ​ຫລັບຂໍ້ຕົກລົງ
TPP. ຂະນະ​ທີ່​ຫວຽດນາມ ​ຕັດສິນ​ໃຈ ທີ່​ຈະ​ເຂົ້າຮ່ວມ​ ໃນຂໍ້ຕົກລົງ​ການ​ຄ້າ​ເສລີ
ຊຶ່ງຕົນ​ໄດ້​ຮັບ​ເອົາ ການ​ປະ​ເຊີນ​ໜ້າ​ກັບຄວາມ​ຫຍຸ້ງຍາກຕ່າງໆ ​ໃນ​ໄລຍະ​ສັ້ນ ສຳ​ຫລັບ ​ຜົນ​ປະ​ໂຫຍ​ດອັນ​ໃຫຍ່ຫຼວງ ທີ່​ຈະ​ໄດ້​ຮັບ​ ​ໃນ​ໄລຍະ​ຍາວ​ຂ້າງ​ໜ້າ. ລັດຖະບານ ​ໄດ້ແຈ້ງ​ໃຫ້​ພວກ​ເຮົາ​ຊາບ ກ່ຽວກັບຂັ້ນຕອນຕ່າງໆ ​ໃນ​ລະຫວ່າງ​ ການ​ເຈລະຈານັ້ນ. ພວກ​ເຮົາ
ມີ​ຄວາມ​ສາມັກຄີ​ກັນ ​ໃນ​ເລື້ອງດັ່ງກ່າວ. ດັ່ງນັ້ນ ມັນຈຶ່ງບໍ່ຄວນ​ຈະມີ​ບັນຫາ ​ໃນ​ການ​ໃຫ້ການອະນຸມັດ."

​ສະມາຊິກ​ສະພາ ກ່າວ​ວ່າ ຍັງມີຄວາມເຫັນ​ບໍ່​ລົງ​ລອຍ​ກັນຢູ່ ກ່ຽວ​ກັບ ສິດທິຂອງກຳມະບານ ທີ່​ທາງ​ການໃຫ້ການສະໜັບສະໜຸນ​ ຢູ່​ໃນ​ຫວຽດນາມ ອັນເປັນບັນຫາສ້ຽນໜາມ ທີ່ປະທານາທິບໍດີ ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້​ຍົກ​ຂຶ້ນມາ ​ເມື່ອເດືອນ​ພຶດສະພາ ຜ່ານ​ມາ ​ໃນ​ລະຫວ່າງ ການ​ໂຄສະນາຂອງທ່ານ ກ່ຽວກັບເຂດການ​ຄ້າ​ເສລີ​ນີ້.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG