ນຶ່ງໃນບັນດາມະຫາວິທະຍາໄລຄົ້ນຄວ້າລະດັບສູງຂອງໂລກ, ເຊິ່ງແມ່ນມະຫາວິທະ
ຍາໄລຄາລິຟໍເນຍ ເບີຄລີ ທີ່ຕັ້ງຢູ່ໃນສະຫະລັດ ນັ້ນ, ໄດ້ຢຸດໂຄງການຄົ້ນຄວ້າໃໝ່ກັບ
ບໍລິສັດ ຫົວເຫວີຍ ເທັກໂນໂລຈີ, ເຊິ່ງແມ່ນບໍລິສັດໂທລະຄົມມະນາຄົມຍັກໃຫຍ່ຂອງ
ຈີນ.
ການຢຸດຊົ່ວຄາວຂອງມະຫາວິທະຍາໄລດັ່ງກ່າວ, ຊຶ່ງໄດ້ມີຜົນບັງຄັບໃຊ້ໃນວັນທີ 30
ເດືອນມັງກອນທີ່ຜ່ານມານັ້ນ, ໄດ້ມີຂຶ້ນຫຼັງຈາກກະຊວງຍຸຕິທຳ ສະຫະລັດໄດ້ຮ່າງຂໍ້
ກ່າວຫາທາງອາຍາຕໍ່ບໍລິສັດດັ່ງກ່າວນັ້ນ ແລະ ບໍລິສັດໃນເຄືອຂອງເຂົາເຈົ້າສອງແຫ່ງ
ສັນວັນກ່ອນໜ້ານີ້. ກະຊວງດັ່ງກ່າວໄດ້ປະກາດການຟ້ອງຮ້ອງ 13 ກະທົງຕໍ່ບໍລິສັດ
ຫົວເຫີວຍ, ກ່າວຫາເຂົາເຈົ້າ ກ່ຽວກັບ ການລັກເອົາຄວາມລັບທາງການຄ້າ, ກີດກັ້ນ
ຂະບວນການຍຸຕິທຳ, ລະເມີດມາດຕະການລົງໂທດທາງເສດຖະກິດ ແລະ ສໍ້ໂກງທາງ
ເທັກໂນໂລຈີຂໍ້ມູນ.
ຮອງອະທິການບໍດີສຳລັບການຄົ້ນຄວ້າ ທ່ານແຣນດີ ແຄັດສ໌ ໄດ້ກ່າວຢູ່ໃນຈົດໝາຍທີ່
ໄດ້ຖະແຫຼງຕໍ່ບັນດາສະມາຊິກຫ້ອງການຂອງອະທິການບໍດີວ່າ ທາງມະຫາວິທະຍາ
ໄລຈະສືບຕໍ່ໃຫ້ກຽດຄວາມໝາຍໝັ້ນທີ່ມີຢູ່ກັບບໍລິສັດ ຫົວເຫວີຍ ທີ່ໄດ້ໃຫ້ທຶນສຳລັບ
ໂຄງການຄົ້ນຄວ້າໃນປັດຈຸບັນ.
ເຈົ້າໜ້າທີ່ການເງິນ ຫົວເຫວີຍ ທ່ານນາງ ເມັງ ຫວານຊູ ໄດ້ຖືກກັກບໍລິເວນໃນປະເທດ
ການາດາ ນັບແຕ່ວັນທີ 1 ເດືອນທັນວາເປັນຕົ້ນມາ ສຳລັບການກ່າວຫາຫຼອກລວງທະ
ນາຄານ ສະຫະລັດ ໃຫ້ອອກທຶນສຳລັບຊ່ວບເຫຼືອທີ່ພົວພັນກັບອີຣ່ານ ໃນການລ່ວງ
ລະເມີດມາດຕະການລົງໂທດ ສະຫະລັດ. ການສົ່ງໂຕຂອງທ່ານນາງມາ ສະຫະລັດ
ກຳລັງຢູ່ໃນໄລຍະການລໍຖ້າຢູ່.
ການຈັບທ່ານນາງ ເມັງ ໄດ້ເຮັດໃຫ້ບັນດາຜູ້ສັງເກດການຈຳນວນນຶ່ງຕັ້ງຄຳຖາມວ່າ
ການກັກຂັງທ່ານນາງ ໄດ້ພະຍາຍາມກົດດັນ ຈີນ ໃນສົງຄາມການຄ້າທີ່ກຳລັງດຳເນີນ
ຢູ່ກັບ ສະຫະລັດ ຫຼືບໍ່. ທ່ານນາງເປັນລູກສາວຂອງຜູ້ກໍ່ຕັ້ງບໍລິສັດນັ້ນ, ເປັນຄວາມສຳ
ພັນທີ່ເຮັດໃຫ້ທ່ານນາງເປັນຜູ້ທີ່ບໍລິຫານບໍລິສັດທີ່ມີອິດທິພົນທີ່ສຸກໃນ ຈີນ.
ໃນຂະນະດຽວກັນ ມະຫາວິທະຍາໄລ ຄາລິຟໍເນຍ ເບີຄລີ ແລະ ມະຫາວິທະຍາໄລທີ່
ນຳໜ້າຂອງ ສະຫະລັດ ອື່ນໆໄດ້ຖີ້ມອຸບປະກອນໂທລະຄົມມະນາຄົມ ທີ່ເຮັດໂດຍ
ຫົວເຫວີຍ ແລະ ບໍລິສັດອື່ນໆຂອງ ຈີນ ເພື່ອປ້ອງກັນການສູນເສຍທຶນລັດຖະບານກາງ
ພາຍໃຕ້ກົດໝາຍຄວາມປອດໄພແຫ່ງຊາດສະບັບໃໝ່.
ລັດຖະບານຂອງປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວຫາບັນດາບໍລິສັດໂທລະຄົມມະ
ນາຄົມ ຈີນ ກ່ຽວກັບ ການສ້າງອຸບປະກອນທີ່ເຮັດໃຫ້ລັດຖະບານ ຈີນ ສາມາດສອດ
ແນມຜູ້ໃຊ້ໃນປະເທດອື່ນ ຮ່ວມທັງບັນດານັກຄົ້ນຄວ້າຕາເວັນຕົກ ທີ່ເຮັດວຽກ ກ່ຽວກັບ
ວັດຕະນະກຳດ້ານເທັກໂນໂລຈີຕ່າງໆ.
ອ່ານຂ່າວນີ້ຕື່ມເປັນພາສາອັງກິດ