ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ເຈລະຈາລະດັບສູງ ສຫລ ກັບ ເກົາຫຼີເໜືອຖິ້ມໂທດໃສ່ພຽງຢາງສໍາລັບ ການຢຸດສະງັກລົງຂອງການເຈລະຈາ


ຮອງລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານສຕີບເວັນ ບີກັນ ກ່າວຖະແຫລງຕໍ່ສື່ມວນຊົນ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 8 ກໍລະກົດ 2020.
ຮອງລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານສຕີບເວັນ ບີກັນ ກ່າວຖະແຫລງຕໍ່ສື່ມວນຊົນ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 8 ກໍລະກົດ 2020.

ເຈົ້າໜ້າທີ່ສະຫະລັດຜູ້ທີ່ຮັບຜິດຊອບໂດຍກົງກັບເກົາຫຼີເໜືອທີ່ກຳລັງຈະອອກຈາກຕຳແໜ່ງນັ້ນ ໄດ້ຍອມຮັບໃນວັນພະຫັດວານນີ້ ວ່າ ລັດຖະບານທ່ານທຣຳ ບໍ່ໄດ້ບັນລຸຫຍັງເລີຍທີ່ຕົນໄດ້ສະແຫວງຫາກັບທ່ານ ກິມ ຈົງ ອຶນ ແຕ່ໄດ້ຖິ້ມໂທດໃສ່ພຽງຢາງ ສຳລັບການພາດໂອກາດໃນການເຮັດໃຫ້ມີຄວາມຄືບໜ້ານັ້ນ.

ການເຈລະຈາໃດໆ ກ່ຽວກັບອາວຸດນິວເຄລຍຂອງເກົາຫຼີເໜືອ ໄດ້ຢຸດສະງັກນັບຕັ້ງແຕ່ຕົ້ນປີກາຍນີ້ ເມື່ອກອງປະຊຸມສຸດຍອດຢູ່ໃນນະຄອນຫຼວງຮາໂນ່ຍ ລະຫວ່າງ ປະທານາທິບໍດີ ດໍໂນລ ທຣຳ ແລະຜູ້ນຳກີມ ໄດ້ພັງທະລາຍລົງ ກໍຍ້ອນວ່າ ສິ່ງທີ່ເກົາຫຼີເໜືອ ເຕັມໃຈທີ່ຈະຍອມຍົກເລີກ ກັບການແລກປ່ຽນຕໍ່ການຜ່ອນຜັນມາດຕະການລົງໂທດຕ່າງໆນັ້ນ.

ເລື້ອງທີ່ອັດສະຈັນຂອງທ່ານທຣຳ ແລະການພົວພັນກັບທ່ານກິມ ທີ່ເປັນຫົວຂໍ້ທີ່ໜ້າສົນໃຈຂອງຂ່າວນັ້ນ ໄດ້ກາຍເປັນເລື້ອງ “ຄວາມທະເຍີທະຍານແລະໂດດເດັ່ນ” ແຕ່ “ກໍບໍ່ໄດ້ຮັບຜົນສຳເລັດຫຍັງເລີຍຕາມທີ່ພວກເຮົາຄາດຫວັງໄວ້” ອີງຕາມການກ່າວຂອງຮອງລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານສຕີບເວັນ ບີກັນ ຜູ້ທີ່ໄດ້ນຳພາການເຈລະຈາເພື່ອປົດອາວຸດນິເຄລຍກັບພຽງຢາງ.

ທ່ານໄດ້ກ່າວຕື່ມອີກໃນການເດີນທາງຢ້ຽມຢາມນະຄອນຫຼວງໂຊລຢ່າງເປັນທາງການຄັ້ງສຸດທ້າຍ ວ່າ “ທ່ານອາດຈະນຶກແປກໃຈວ່າ ຂ້າພະເຈົ້າຜິດຫວັງຫຼືບໍ່ທີ່ພວກເຮົາບໍ່ສາມາດເຮັດໃຫ້ສຳເລັດຜົນ ຕະຫຼອດໄລຍະສອງປີທີ່ຜ່ານມາ. ຂ້າພະເຈົ້າກໍຜິດຫວັງ.”

ແຕ່ທ່ານກໍໄດ້ຖິ້ມໂທດໃສ່ພຽງຢາງສຳລັບຄວາມລົ້ມແຫຼວດັ່ງກ່າວ ໂດຍກ່າວວ່າ “ຫຼາຍໆໂອກາດໄດ້ພາດໄປຍ້ອນຄູ່ຕໍາແໜ່ງຂອງພວກເຮົາຈາກເກົາຫຼີເໜືອ ຕະຫຼອດໄລຍະສອງປີທີ່ຜ່ານມາ” ທ່ານໄດ້ກ່າວຕໍ່ສະຖາບັນການສຶກສາຄົ້ນຄວ້າດ້ານນະໂຍບາຍຂອງເອເຊຍ ຊຶ່ງເປັນອົງການວິເຄາະດ້ານນະໂຍບາຍຂອງເກົາຫຼີໃຕ້.

ທ່ານກ່າວອີກວ່າ ພວກເຂົາເຈົ້າ “ສ່ວນຫຼາຍໄດ້ອຸທິດຕົນເອງເພື່ອຊອກຫາອຸປະສັກຕ່າງໆຫຼາຍໂພດເພື່ອທີ່ຈະທຳການເຈລະຈາ ແທນທີ່ວ່າ ຈະຍຶດເອົາໂອກາດຕ່າງໆເພື່ອການພົວພັນຮ່ວມມື.”

ສະຫະລັດໄດ້ຢືນຢັດຕັ້ງແຕ່ຕົ້ນວ່າ ພຽງຢາງຕ້ອງ “ພ້ອມທີ່ຈະທຳຄວາມກ້າວໜ້າໃນດ້ານການປົດອາວິດນິວເຄລຍ” ເພື່ອການຜ່ອນຜັນບັນເທົາມາດຕະການລົງໂທດທາງເສດຖະກິດ ແລະຮັບປະກັນດ້ານຄວາມໝັ້ນຄົງ ອີງຕາມການກ່າວຂອງທ່ານບີກັນ.

ວໍຊິງຕັນ ບໍ່ໄດ້ຄາດໝາຍວ່າ ເກົາຫຼີເໜືອທີ່ໂດດດ່ຽວນັ້ນ ຈະ “ເຮັດທຸກຢ່າງ ກ່ອນທີ່ພວກເຮົາຈະເຮັດຫຍັງ” ທ່ານກ່າວຕໍ່ໄປວ່າ ແຕ່ໄດ້ເນັ້ນໜັກວ່າ ພຽງຢາງຕ້ອງຕົກລົງຕໍ່ “ການວາງແຜນທາງເພື່ອການປະຕິບັດ” ແລະ “ບ່ອນທີ່ແຜນທາງອັນນັ້ນ ໃນທີ່ສຸດຈະນຳໄປສູ່” ໃນການປົດອາວຸດນິວເຄລຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG