ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍພົນສະຫະລັດ ກ່າວວ່າ ການທົດລອງອາວຸດທີ່ໄວກວ່າສຽງຂອງຈີນ ‘ໄດ້ດຶງເອົາຄວາມສົນໃຈຂອງພວກເຮົາທັງໝົດ’


ນາຍພົນ ມາກ ມີລລີ ຫົວໜ້າເສນາທິການຮ່ວມ ສະຫະລັດ ຈັດກອງປະຊຸມຖະແຫລງຂ່າວຢູ່ທີ່ທຳນຽບຫ້າແຈ ຫຼື Pentagon ໃນເມືອງອາລິງຕັນ ຂອງລັດເວີຈີເນຍ, ເມື່ອວັນທີ 18 ສິງຫາ 2021.
ນາຍພົນ ມາກ ມີລລີ ຫົວໜ້າເສນາທິການຮ່ວມ ສະຫະລັດ ຈັດກອງປະຊຸມຖະແຫລງຂ່າວຢູ່ທີ່ທຳນຽບຫ້າແຈ ຫຼື Pentagon ໃນເມືອງອາລິງຕັນ ຂອງລັດເວີຈີເນຍ, ເມື່ອວັນທີ 18 ສິງຫາ 2021.

ຄວາມພະຍາຍາມຂອງຈີນທີ່ຈະແຊງໜ້າສະຫະລັດ ໃຫ້ກາຍເປັນມະຫາອຳນາດ ຂອງໂລກທາງດ້ານທະຫານນັ້ນ ແມ່ນໄດ້ທຳຄວາມກ້າວໜ້າຢ່າງຫຼວງຫຼາຍ, ອີງຕາມການທົດລອງລະບົບອາວຸດຕ່າງໆທີ່ໄວກວ່າສຽງ ຫຼື hypersonic ໃນເດືອນກໍລະກົດທີ່ຜ່ານມາ.

ເຈົ້າໜ້າທີ່ທະຫານລະດັບສູງຂອງສະຫະລັດໄດ້ຢືນຢັນວ່າ ມີການທົດລອງລະບົບທີ່ມີຄວາມໄວສູງຂອງປັກກິ່ງ ເມື່ອວັນທີ 27 ກໍລະກົດ ທີ່ໄດ້ໂຄຈອນອ້ອມໂລກ ເພື່ອຫລີກເວັ້ນລະບົບປ້ອງກັນຂອງສະຫະລັດໄດ້ດີຂຶ້ນກວ່າ​ເກົ່າ ໂດຍເອີ້ນສະພາບການດັ່ງກ່າວນັ້ນວ່າ “ໜ້າເປັນຫ່ວງແທ້ໆ”.

ນາຍພົນ ມາກ ມີລລີ ຫົວໜ້າເສນາທິການຮ່ວມສະຫະລັດ ໄດ້ກ່າວຕໍ່ລາຍ ການໂທລະພາບຂອງ Bloomberg ໃນວັນພຸດວານນີ້ວ່າ “ສິ່ງທີ່ພວກເຮົາໄດ້ເຫັນແມ່ນເຫດການທີ່ສຳຄັນຍິ່ງຂອງການທົດລອງລະບົບອາວຸດທີ່ໄວກວ່າສຽງ.”

ທ່ານກ່າວຕື່ມວ່າ “ຂ້າພະເຈົ້າບໍ່ຮູ້ວ່າ ມັນເປັນຊ່ວງເວລາແບບດຽ​ວ​ກັນກັບ Sputnik ຫລືບໍ່ ແຕ່ຂ້າພະເຈົ້າຄຶດວ່າ ມັນກໍຊ່ຳໆກັນກັບອັ້ນນັ້ນແຫຼະ” ໂດຍເອີ່ຍເຖິງກາກສົ່ງດາວທຽມຂອງຣັດເຊຍໜ່ວຍທຳອິດຂອງໂລກຂຶ້ນສູ່ວົງໂຄຈອນໃນຊຸມປີ 1950 ຊຶ່ງໄດ້ກະຕຸ້ນໃຫ້ມີການແຂ່ງຂັນທາງດ້ານອະວະກາດ ທີ່ໄດ້ຄອບງຳປະເທດທັງສອງມາໄດ້ຫຼາຍທົດສະວັດ. ທ່ານກ່າວຕໍ່ໄປວ່າ “ມັນໄດ້ດຶງເອົາຄວາມສົນໃຈຂອງພວກເຮົາທັງໝົດ.”

ຈົນເຖິງເວລານີ້ ບັນດາເຈົ້າໜ້າທີ່ສະຫະລັດ ຍັງໄດ້ປະຕິເສດທີ່ຈະກ່າວຢ່າງ ເປີດເຜີຍກ່ຽວກັບການທົດລອງອາວຸດຕ່າງໆຂອງຈີນ ຊຶ່ງໄດ້ຖືກລາຍງານຄັ້ງທຳອິດໂດຍໜັງສືພິມ Financial Times ທີ່ໄດ້ອ້າງວ່າ ມັນໄດ້ເຮັດໃຫ້ບັນດາເຈົ້າໜ້າທີ່ສືບລັບທັງຫຼາຍແປກໃຈ.

ໜັງສືພິມດັ່ງກ່າວ ຍັງໄດ້ລາຍງານອີກວ່າ ໃນຂະນະທີ່ອາວຸດຂອງຈີນ ໄດ້ພາດເປົ້າໝາຍຂອງມັນໃນບໍ່ເທົ່າໃດກິໂລແມັດ ການທົດລອງນັ້ນເປັນຂີດໝາຍ ຄັ້ງທຳອິດທີ່ປະເທດໃດນຶ່ງກໍຕາມ ໄດ້ສົ່ງອາວຸດທີ່ໄວກວ່າສຽງໂຄຈອນອ້ອມໂລກໄດ້ຢ່າງເຕັມສ່ວນ.

ເປັນເວລາຫຼາຍປີແລ້ວ ທີ່ບັນດາເຈົ້າໜ້າທີ່ທະຫານສະຫະລັດ ໄດ້ເຕືອນກ່ຽວ ກັບອັນຕະລາຍດ້ານອາວຸດ hypersonic ຕ່າງໆ ຊຶ່ງມັນສາມາດເດີນທາງໄວກວ່າສຽງເຖິງ 5 ເທົ່າ ແລະມີຄວາມອາດສາມາດບັນທຸກນິວເຄລຍນຳດ້ວຍ.

ໃນປີ 2018 ນາຍພົນ ຈອນ ຮາຍເທັນ ຮອງຫົວໜ້າເສນາທິການຮ່ວມ ໄດ້ກ່າວເຕືອນວ່າ ການປ້ອງກັນທີ່ດີທີ່ສຸດຂອງສະຫະບັດຕໍ່ອາວຸດ hypersonic ທັງຫຼາຍ ກໍແມ່ນວ່າ ຕ້ອງມີຄວາມສາມາດທີ່ຈະໂຈມຕີດ້ວຍສັກກະຍະພາບແບບດຽວກັນນັ້ນໄດ້.

ນັບຕັ້ງແຕ່ນັ້ນມາ ບັນດາເຈົ້າໜ້າທີ່ທະຫານສະຫະລັດ ກໍໄດ້ກຳນົດໃຫ້ການພັດທະນາອາວຸດທີ່ໄວກວ່າສຽງເປັນບູລິມະສິດ ໂດຍສົ່ງເສີມການຄົ້ນຄວ້າຫຼັງຈາກການທົດລອງຂອງຣັດເຊຍ ໃນດ້ານອາວຸດໄວກວ່າສຽງທີ່ສາມາດບັນທຸກນິວເຄລຍ ແລະເຫີນຕົວໄປແບບງຽບໆ ໃນປີ 2018.

ເມື່ອອາທິດແລ້ວນີ້ ກອງທັບບົກແລະກອງທັບເຮືອຂອງສະຫະລັດ ໄດ້ປະກາດການທົດລອງອາວຸດທີ່ໄວກວ່າສຽງຫຼາຍຊະນິດ ໂດຍອະທິບາຍວ່າ ພວກມັນປະສົບຜົນສຳເລັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG