ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດລະດັບສູງ ສະຫະລັດ ຮຽກຮ້ອງມຽນ​ມາ ກັບຄືນສູ່ປະຊາທິປະໄຕທີ່ແທ້ຈິງ ແລະ ປະ​ກອບ​ດ້ວຍ​ທຸກ​ພັກ​ຝ່າຍ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ເວົ້າ ກ່ຽວກັບ ການປັບປຸງການທູດ ອາເມຣິກາ ໃຫ້ທັນສະໄໝ ໃນລະຫວ່າງຄຳປາໄສຢູ່ສະຖາບັນພາສາຕ່າງປະເທດຂອງກະຊວງການຕ່າງປະເທດໃນເມືອງ ອາລິງຕັນ, ລັດ ເວີຈິເນຍ. 27 ຕຸລາ, 2021.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ເວົ້າ ກ່ຽວກັບ ການປັບປຸງການທູດ ອາເມຣິກາ ໃຫ້ທັນສະໄໝ ໃນລະຫວ່າງຄຳປາໄສຢູ່ສະຖາບັນພາສາຕ່າງປະເທດຂອງກະຊວງການຕ່າງປະເທດໃນເມືອງ ອາລິງຕັນ, ລັດ ເວີຈິເນຍ. 27 ຕຸລາ, 2021.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ໄດ້ຮຽກຮ້ອງລັດຖະບານທະ ຫານທີ່ກຳລັງປົກຄອງປະເທດໃຫ້ຟື້ນຟູເສັ້ນທາງຂອງປະເທດ “ໄປສູ່ປະຊາທິປະໄຕທີ່ແທ້ຈິງ ແລະ ມີ​ທຸກ​ພັກ​ຝ່າຍ​ເຂົ້າ​ຮ່ວມ” ໃນວັນຄົບ ຮອບນຶ່ງປີຂອງການໄດ້ຮັບໄຊຊະນະຢ່າງຖ້ວມລົ້ນໃນການເລືອກຕັ້ງທົ່ວໄປໂດຍ ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຂອງລັດຖະບານພົນລະເຮືອນ ທີ່ຕອນນີ້ໄດ້ຖືກຂັບໄລ່ອອກໄປ.

ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕໄດ້ຊະນະ 396 ບ່ອນນັ່ງຈາກ 498 ບ່ອນນັ່ງໃນການເລືອກຕັ້ງສະພາແຫ່ງຊາດເມື່ອວັນທີ 8 ພະຈິກ 2020, ເຊິ່ງໄດ້ເອົາຊະນະພັກປອງດອງ ແລະ ສາ ມັກຄີ ທີ່ໄດ້ຮັບການໜູນຫຼັງໂດຍກອງທັບ ເພື່ອຊະນະການເລືອກຕັ້ງຄືນໃນການເລືອກຕັ້ງຢ່າງປະ ຊາທິປະໄຕພຽງຄັ້ງທີສອງຫຼັງຈາກກອງທັບໄດ້ຍອມສະຫຼະການຄວບຄຸມ ມຽນມາ ຢ່າງເປັນທາງ ການ ຫຼັງຈາກການປົກຄອງຜະເດັດການຫຼາຍທົດສະວັດ.

ແຕ່ຜົນດັ່ງກ່າວໄດ້ຖືກປະຕິເສດພຽງສາມເດືອນຕໍ່ມາ ເວລາທີ່ກອງທັບໄດ້ໂຄ່ນລົ້ມລັດຖະບານພົນ ລະເຮືອນໃນວັນທີ 1 ກຸມພາ 2021 ແລະ ໄດ້ຈັບເຈົ້າໜ້າທີ່ຂອງເຂົາເຈົ້າຫຼາຍຄົນເຂົ້າຄຸກ, ລວມທັງຜູ້ນຳພົນລະເຮືອນທີ່ແທ້ຈິງ ທ່ານນາງ ອອງ ຊານ ຊູ ຈີ ແລະ ປະທານາທິບໍດີ ວິນ ມິນ. ກອງທັບໄດ້ອ້າງວ່າຜົນຄະແນນຂອງການເລືອກຕັ້ງໃນວັນທີ 8 ພະຈິກ ແມ່ນການສໍ້ໂກງ, ເປັນການກ່າວຫາທີ່ຖືກປະຕິເສດໂດຍຄະນະກຳມາທິການເລືອກຕັ້ງຂອງປະເທດ.

ທ່ານນາງ ຊູ ຈີ ໄດ້ນຳພາລັດຖະບານພົນລະເຮືອນເປັນ “ທີ່ປຶກສາລັດ” ຫຼັງຈາກລັດຖະທຳມະນູນທີ່ຖືກຮ່າງຂຶ້ນໂດຍກອງທັບໄດ້ຫ້າມທ່ານນາງຈາກການຮັບໃຊ້ໜ້າທີ່ເປັນປະທານາທິບໍດີຢ່າງມີປະສິດທິຜົນ.

ການກໍ່ລັດຖະປະຫານໃນວັນທີ​ 1 ກຸມພາ ແລະ “ການປາບປາມທີ່ຕິດຕາມມາ ແລະ ກຳລັງດຳເນີນຢູ່ຂອງເຂົາເຈົ້າໄດ້ສືບຕໍ່ທຳລາຍສິດທິມະນຸດ ແລະ ເສລີພາບທີ່ເປັນພື້ນຖານ ແລະ ໄດ້ຕ່າວປີ້ນຄວາມກ້າວໜ້າໄປສູ່ປະຊາທິປະໄຕທີ່ແທ້ຈິງ, ອີງຕາມການກ່າວຂອງລັດຖະມົນຕີ ບລິງເຄັນ ໃນຖະແຫຼງການຂຽນຂອງທ່ານ.

ທ່ານ ບລິງເຄັນ, ໄດ້ກ່າວໂດຍອ້າງເຖິງ ມຽນມາ ໃນຊື່ອື່ນວ່າ “ພວກເຮົາເຄົາລົບປະຊາຊົນ ພະມ້າ ທີ່ພະຍາຍາມຢ່າງໜັກເພື່ອນຳເອົາປະຊາທິປະໄຕກັບຄືນມາ, ເຄົາລົບສຳລັບສິດທິມະນຸດ, ແລະ ລະບຽບກົດໝາຍໃນປະເທດຂອງເຂົາເຈົ້າ, ລວມທັງປະຊາຊົນຜູ້ບໍລິສຸດຫຼາຍກວ່າ 1,300 ຄົນຜູ້ທີ່ສູນເສຍຊີວິດຂອງເຂົາເຈົ້າໃນຄວາມພະຍາຍາມນັ້ນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG