ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະມາຊິກສະພາຝ່າຍຄ້ານ ຂອງອອສເຕຣເລຍ ກ່າວວ່າ ມີຄວາມສ່ຽງເກີນໄປທີ່ຈະນໍາເອົາແມ່ຍິງ ແລະ​ຍິງໝ້າຍ ກັບຄືນປະເທດ


ແຟ້ມ-ຜູ້ຄົນໃຊ້ຄັນຮົ່ມ ໃນລະຫວ່າງທີ່ພວກເຂົາຍ່າງຢູ່ທີ່ສູນຜູ້ອົບພະຍົບໂຣດຈ໌, ເຊິ່ງເປັນບ່ອນທີ່ຍາດພີ່ນ້ອງຂອງຜູ້ຄົນຖືກສົງໄສວ່າ ເປັນກຸ່ມລັດອິສລາມ ຫຼື IS ຖືກຂັງໄວ້ທີ່ນີ້, ຢູ່ເຂດນອກ ໃກ້ກັບເມືອງ ອາລ-ມາລິກາຢາ (al-Malikiyah) ຫຼື Derik ໃນແຂວງຮາຊາກາ (Hasakah) ທາງທິດຕາເວັນອອກສຽງເໜືອຂອງຊີເຣຍ.
ແຟ້ມ-ຜູ້ຄົນໃຊ້ຄັນຮົ່ມ ໃນລະຫວ່າງທີ່ພວກເຂົາຍ່າງຢູ່ທີ່ສູນຜູ້ອົບພະຍົບໂຣດຈ໌, ເຊິ່ງເປັນບ່ອນທີ່ຍາດພີ່ນ້ອງຂອງຜູ້ຄົນຖືກສົງໄສວ່າ ເປັນກຸ່ມລັດອິສລາມ ຫຼື IS ຖືກຂັງໄວ້ທີ່ນີ້, ຢູ່ເຂດນອກ ໃກ້ກັບເມືອງ ອາລ-ມາລິກາຢາ (al-Malikiyah) ຫຼື Derik ໃນແຂວງຮາຊາກາ (Hasakah) ທາງທິດຕາເວັນອອກສຽງເໜືອຂອງຊີເຣຍ.

ສະມາຊິກສະພາຝ່າຍຄ້ານ ໄດ້ຕ້ອງຕິລັດຖະບານອອສເຕຣເລຍກ່ຽວກັບການຮັບ​ເອົາພວກແມ່ຍິງແລະເດັກນ້ອຍລວມ 17 ຄົນ ຈາກສູນອົບພະຍົບອາລ-ໂຣຈ (al-Roj) ຢູ່ທາງພາກເໜືອຂອງປະເທດ ຊີເຣຍ, ຟີລ ເມີເຊີ ມີລາຍງານເລື້ອງນີ້ ຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ພວກເຂົາເປັນເມຍ, ລູກຊາຍ ແລະລູກສາວຂອງພວກຫົວຮຸນແຮງກຸ່ມລັດອິສລາມທີ່ຖືກຂັງຄຸກຫຼືເສຍຊີວິດແລ້ວ. ພວກເຂົາໃຊ້ເວລາຫຼາຍປີ ຢູ່ທີ່ສູນກັກກັນໃນພາກ ເໜືອຂອງຊີເຣຍ. ແມ່​ຍິງແຕ່ລະຄົນໄດ້ຮັບການປະເມີນໂດຍໜ່ວຍ​ສືບ​ລັບຂອງ ອອສເຕຣເລຍ ແລະບາງຄົນ​ອາດຈະຕ້ອງປະເຊີນ ​ຂໍ້ຫາພົວພັນກັບ​ການກໍ່ການຮ້າຍ. ຄາດການວ່າ ບັນດາແມ່ຍິງເຫຼົ່ານັ້ນ ອາດຈະເຫັນດີປະຕິບັດຕາມຄໍາສັ່ງ, ເຊິ່ງມີການຈໍາກັດການເຄື່ອນໄຫວ ແລະກິດຈະກໍາຕ່າງໆສ່ວນໂຕ.

ສະມາຊິກສະພາຝ່າຍຄ້ານໃນອອສເຕຣເລຍ ໄດ້ມີການໂຕ້ຖຽງວ່າ ບັນດາແມ່ ຍິງເຫຼົ່ານັ້ນ ອາດກໍ່ໃຫ້ເກີດໄພຂົ່ມ​ຂູ່ຕໍ່ຄວາມໝັ້ນຄົງຂອງຊາດໄດ້.

ວ່າການແທນລັດຖະມົນຕີກະຊວງພາຍໃນ ທ່ານນາງ​ແຄເຣັນ ແອນດຣີວສ໌ (Karen Andrews) ກ່າວຕໍ່ອົງ​ການອອກອາກາດຂອງອອສເຕຣເລຍໃນວັນຈັນວານນີ້ວ່າ ການສົ່ງບັນດາແມ່ຍິງເຫຼົ່ານັ້ນ ກັບຄືນປະເທດ ແມ່ນການກະທໍາທີ່ຜິດພາດ ເຊິ່ງທ່ານນາງແອນດຣິວສ໌ ກ່າວວ່າ:

“ມັນມີຄວາມສ່ຽງຫຼາຍທີ່ຈະສົ່ງເຈົ້າ​ໜ້າ​ທີ່ອອສເຕຣເລຍໄປສູນດັ່ງກ່າວ ເພື່ອນໍາເອົາບັນດາແມ່ຍິງ ແລະເດັກນ້ອຍເຫຼົ່ານັ້ນອອກມາ. ນອກນັ້ນ ຍັງມີຂໍ້ຄິດຫຼາຍ ອັັນທີ່ຈະນໍາໄປສູ່ຄວາມສ່ຽງດ້ານຄວາມໝັ້ນຄົງ ຖ້າຫາກວ່າ ແລະເມື່ອໃດທີ່ບັນ ດາແມ່ຍິງ ພ້ອມທັງເດັກນ້ອຍເຫຼົ່ານີ້ ມາຮອດປະເທດອອສເຕຣເລຍ, ເຊິ່ງລວມທັງຄ່າໃຊ້ຈ່າຍຢ່າງຫຼວງຫຼາຍເຂົ້າໃນນັ້ນອີກດ້ວຍ.”

ທ້າວຄາ​ມາລ​ ດາບບູສຊີ (Kamalle Babboussy), ເຊິ່ງເປັນພໍ່​ ແລະ​ພໍ່​ເຖົ້າຂອງນຶ່ງໃນບັນດາແມ່ຍິງເຫຼົ່ານັ້ນ ທີ່ບິນໄປນະຄອນຊິດນີ ໃນທ້າຍອາທິດທີ່ຜ່ານມາ.

ລາວບອກກັບນັກຂ່າວໃນວັນເສົາແລ້ວນີ້ວ່າ ນາງມາຣຽມ ເຊິ່ງ​ເປັນ​ລູກ​ສາວ ໄດ້ຖືກສາມີຂອງລາວຫຼອກ ໃຫ້ເດີນທາງໄປປະເທດຊີເຣຍ, ແລະນາງເອງກໍບໍ່ໄດ້ມີສ່ວນພົວພັນໃດໆກັບພວກຫົວຮຸນແຮງຈັດ ແລະ​ທ້າວຄາ​ມາລ ດາບບູສຊີ ກ່າວວ່າ:

“ພວກຜູ້ຊາຍໄປທີ່ນັ້ນ ແລ້ວກໍພາພວກແມ່ຍິງໄປນໍາເຂົາ. ຜູ້ຊາຍເຫຼົ່ານັ້ນ ມີທັງຜູ້ທີ່ເສຍຊີວິດແລ້ວ ແລະກໍຖືກຂັງຄຸກ, ເຊິ່ງບັນດາແມ່ຍິງເຫຼົ່ານັ້ນ ກໍຖືກຖິ້ມໄວ້ເບື້ອງຫຼັງ. ມັນບໍ່ມີຫຼັກຖານໃດໆເລີຍທີ່ຈະກ່າວວ່າ ລູກສາວຂອງຂ້ອຍ ໄດ້ເຂົ້າຮ່ວມອົງການຕ່າງໆເຫຼົ່ານັ້ນ.”

ແມ່ຍິງ ແລະເດັກນ້ອຍຊາວອອສເຕຣເລຍອີກ​ຈຸ​ນຶ່ງ​ປະ​ມານ 40 ຄົນ ຈາກສູນ​ທີ່ຄວບຄຸມ​ໂດຍຊາວເຄີດຢູ່ໃນປະເທດຊີເຣຍ ​ສາ​ມາ​ດ​ຖືກ​ນຳ​ກັບ​ຄືນ​ມາ​ປະ​ເທດໃນອີກບໍ່ເທົ່າໃດເດືອນຂ້າງ​ໜ້າ.

ມັນເປັນການເຄື່ອນໄຫວ ທີ່ຄ້າຍຄືກັນກັບສະຫະລັດ, ອັງກິດ ແລະການາດາ, ເຊີ່ງໄດ້ຮັບ​ເອົາພົນລະເມືອງຂອງ​ຕົນຈາກປະເທດຊີເຣຍ, ພ້ອມກັບບັນດາປະ ເທດຕ່າງໆເຊັ່ນ ຝຣັ່ງ, ເຢຍຣະມັນ ແລະ ຣັດເຊຍ.

ໃນປີ 2019, ອອສເຕຣເລຍຍັງໄດ້ດໍາເນີນພາລະກິດລັບ ໃນການຊ່ວຍເຫຼືອເດັກນ້ອຍກໍາພ້າ ຊາວອອສເຕຣເລຍ 8 ຄົນ, ລວມທັງ​ຍິງໄວລຸ້ນຖືພາ​ຄົນ​ນຶ່ງ ຈາກສູນດັ່ງກ່າວ.

ເຊີນອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG