ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊຸມຊົນ ຕົ່ງເລ ສາບ ຮຽກຮ້ອງ ໃຫ້ລັດຖະບານ ລາວ ຢຸດໂຄງການ ເຂື່ອນໄຟຟ້າ ປາກແບງ


ຮູບພາບໃນຄອມພິວເຕີ ຂອງເຂື່ອນໄຟຟ້າ ປາກແບງ. (ພາບຈາກໂຄງການເຂື່ອນໄຟຟ້າ ປາກແບງ.)
ຮູບພາບໃນຄອມພິວເຕີ ຂອງເຂື່ອນໄຟຟ້າ ປາກແບງ. (ພາບຈາກໂຄງການເຂື່ອນໄຟຟ້າ ປາກແບງ.)

ບັນດາຊຸມຊົນທ້ອງຖິ່ນແຫ່ງຕ່າງໆໃນ​ເຂດຕົ່ງເລ ສາບ ໄດ້ຮ້ອງຮຽນຕໍ່ລັດຖະບານ ລາວ ໃຫ້ຢຸດແຜນການກໍ່ສ້າງເຂື່ອນໄຟຟ້າ ປາກແບງ ໃນທັນທີທັນໃດ.

ເຂື່ອນທີ່ມີຄວາມແຮງ 912 ເມກາວັດ ຢູ່ແມ່ນໍ້າຂອງສາຍຫຼັກ ຈະປ່ຽນກະແສນໍ້າຢ່າງ
ໃຫຍ່ໃນລຳແມ່ນໍ້າຂອງ, ເຊິ່ງໄຫຼເຂົ້າສູ່ຕົ່ງເລ ສາບ, ອີງຕາມຄຳ​ເວົ້າຂອງບັນດານັກປົກ​ປ້ອງສິ່ງແວດລ້ອມ.

ທ່ານ ລອງ ໂຊຈຽດ ຕົວແທນຊຸມຊົນໃນ​ເຂດ ຕົ່ງເລ ສາບ ໄດ້ກ່າວຕໍ່ບັນດານັກຂ່າວໃນ
ສັບປະດານີ້ວ່າ ເຂື່ອນດັ່ງກ່າວເບິ່ງຄືວ່າ ຈະປ່ຽນແລວນໍ້າ ​ໃນແມ່ນໍ້າຂອງ ແລະ ຈະສົ່ງ
ຜົນກະທົບໃນແງ່ລົບຕໍ່ການປະມົງ ແລະ ແຫຼ່ງຊັບພະຍາກອນທີ່ສຳຄັນອື່ນໆ.

ທ່ານກ່າວວ່າ “ເມື່ອມັນມີຊີວະນາໆພັນ, ມັນກໍຈະມີປາ ເພື່ອການສົ່ງອອກ.” ທ່ານໄດ້
ກ່າວເພີ່ມເຕີມວ່າ ເຂື່ອນ ປາກແບງ ຈະນຳໄປສູ່ການສ້າງເຂື່ອນຂຶ້ນ ເພີ່ມເຕີມອີກ.

ທ່ານໄດ້ເວົ້າອີກວ່າ ບໍ່ມີເຈົ້າໜ້າທີ່ຄົນໃດໄດ້ໄປຢ້ຽມຢາມຊຸມຊົນຕ່າງໆໃນ​ເຂດຕົ່ງເລ
ສາບ ເພື່ອປຶກສາຫາລືຜົນທີ່ຈະ​ຕິດຕາມມາຈາກໂຄງການນີ້ ຖ້າພວກເຂົາເຈົ້າຫາກ
ດຳເນີນຕໍ່ໄປ.

ທ່ານ ເດັ່ນ ວອນດາ ຜູ້ອຳນວຍການຂອງເຄືອຂ່າຍຊຸມຊົນ ສຕຶງເຕຣັງ ໄດ້ກ່າວວ່າ “ຂ້າພະເຈົ້າຢາກຂໍໃຫ້ລັດຖະບານລາວ ຢຸດການພັດທະນາໂຄງການ ເຂື່ອນໄຟຟ້າ ປາກແບງ.”

ຊາວໜຸ່ມ ກຳປູເຈຍ ກຸ່ມໜຶ່ງ ຖືປ້າຍສະແດງໃຫ້ເຫັນຄວາມເປັນຫ່ວງ ກ່ຽວກັບ ຜົນກະທົບຂອງ ເຂື່ອນໄຟຟ້າ ປາກແບງ ໃນ ລາວ ຕໍ່ປະຊາກອນປາ. 14 ມິຖຸນາ 2017.
ຊາວໜຸ່ມ ກຳປູເຈຍ ກຸ່ມໜຶ່ງ ຖືປ້າຍສະແດງໃຫ້ເຫັນຄວາມເປັນຫ່ວງ ກ່ຽວກັບ ຜົນກະທົບຂອງ ເຂື່ອນໄຟຟ້າ ປາກແບງ ໃນ ລາວ ຕໍ່ປະຊາກອນປາ. 14 ມິຖຸນາ 2017.

ເຂື່ອນທີ່ວ່ານີ້ ຈະມີມູນຄ່າປະມານ 2.3 ຕື້ໂດລາ ແລະ ມີກຳນົດທີ່ຈະສ້າງສຳເລັດໃນປີ
2024.

ທ່ານ ລຸຍ ຣີກສເມ ຜູ້ອຳນວຍການບໍລິຫານ ຂອງສະມາຄົມປົກປ້ອງວັດທະນະທຳ ແລະ ສິ່ງແວດລ້ອມ, ໄດ້ຕັ້ງຄຳ​ຖາມ ​ກ່ຽວ​ກັບເຫດຜົນທາງດ້ານເສດຖະກິດ ພ້ອມກັບສັງຄົມ
ແລະ ສິ່ງແວດລ້ອມ ກ່ຽວກັບ ການກໍ່ສ້າງເຂື່ອນນີ້.

ທ່ານ ໄດ້ກ່າວວ່າ “ມັນບໍ່ມີເຫດຜົນທີ່ຈະພິສູດການຢືນຢັນວ່າ ແຜນແມ່ບົດນັ້ນຈະມີປະ
ສິດທິຜົນພຽງພໍ. ມັນຈະກໍ່ໃຫ້ເກີດຜົນກະທົບຢູ່ແມ່ນໍ້າ ຂອງ ແລະ ການປະມົງທີ່ມີມູນ
ຄ່າປະມານ 17 ລ້ານໂດລາ.”

ລັດຖະບານ ລາວ ໄດ້ເຊັນສັນຍາໃນຂໍ້ຕົກລົງຂາຍພະລັງງານກັບບັນ ດາປະເທດທີ່ຢູ່ໃກ້
ຄຽງລວມມີ, ກຳປູເຈຍ, ເຊິ່ງພວກເຂົາເຈົ້າໄດ້ຕົກລົງທີ່ຈະສົ່ງໄຟຟ້າໃຫ້ 1,500 ເມກາວັດ
ຕໍ່ປີ ໃນປີ 2025.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG