ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ.ນ. ສອນອຸໄລວ່າ: ການປະທ້ວງໃນເມືອງ ປອດແລນ ມີສິ່ງດີງາມຫລາຍຢ່າງ ທີ່ພວກ ນັກຂ່າວບໍ່ລາຍງານໃຫ້ໂລກຮູ້


ລູກສາວອາຍຸ 11 ປີຂອງ ທ.ນ. ຕັອກ ສອນອຸໄລ ທີ່ເຂົ້າຮ່ວມການເດີນຂະບວນປະທ້ວງກັບພໍ່ຂອງລາວ (ຢູ່ຂ້າງຂວາ) ແລະພີ່ນ້ອງ (ຢູ່ຂ້າງຊ້າຍ) ທີ່ ມ. ປອດແລນ, ລັດອໍເຣກອນ ໃນວັນທີ 7 ມິຖຸນາ, 2020
ລູກສາວອາຍຸ 11 ປີຂອງ ທ.ນ. ຕັອກ ສອນອຸໄລ ທີ່ເຂົ້າຮ່ວມການເດີນຂະບວນປະທ້ວງກັບພໍ່ຂອງລາວ (ຢູ່ຂ້າງຂວາ) ແລະພີ່ນ້ອງ (ຢູ່ຂ້າງຊ້າຍ) ທີ່ ມ. ປອດແລນ, ລັດອໍເຣກອນ ໃນວັນທີ 7 ມິຖຸນາ, 2020

ມາຮອດວັນອາທິດຜ່ານມານີ້ ການປະທ້ວງຂອງພວກນັກເຄື່ອນໄຫວເພື່ອສະໜັບສະໜຸນຂະບວນການ “ຊີວິດຄົນຜິວດໍາກໍສໍາຄັນ ຫຼື Black Lives Matter” ກໍຍັງສືບຕໍ່ໄປ. ຂະບວນການດັ່ງກ່າວ ໄດ້ເລີ້ມຕົ້ນຂຶ້ນຢູ່ໃນນະຄອນປອດແລນ, ລັດອໍເຣກອນໃນທ້າຍເດືອນພຶດສະພາຜ່ານມານັ້ນ ກໍໄດ້ບັນຈົບຄົບ 100 ວັນໃນແລງວັນເສົາທີ່ຜ່ານມາ. ເນື່ອງໃນໂອກາດນີ້ ທາງວີໂອເອໄດ້ນໍາເອົາການສໍາພາດກັບທ່ານນາງຕັອກ ສອນອຸໄລ ຜູ້ທີ່ເຂົ້າຮ່ວມການປະທ້ວງ ແລະສະໜັບສະໜຸນຂະບວນການນີ້ ຢ່າງຫ້າວ ຫັນ. ບົວສະຫວັນມີລາຍລະອຽດກ່ຽວກັບເລື້ອງນີ້ມາສະເໜີທ່ານໃນອັນດັບຕໍ່ໄປ.


ບັນດານັກເຄື່ອນໄຫວໃນນະຄອນປອດແລນ, ລັດອໍເຣກອນ ທີ່ຢູ່ພາກຕາເວັນຕົກ ສຽງເໜືອຂອງສະຫະລັດໄດ້ເດີນຂະບວນຢູ່ຕາມຖະໜົນ ເປັນເວລາ 100 ວັນຕິດຕໍ່ກັນເພື່ອສະແດງການສະໜັບສະໜຸນຂະບວນການ “ຊີວິດຄົນຜິວດໍາ ກໍສໍາ ຄັນ” ຫລື Black Lives Matter ແລະເພື່ອປະທ້ວງໃນສິ່ງທີ່ພວກເຂົາເຫັນວ່າ ຄວາມບໍ່ຍຸດຕິທຳໃນສັງຄົມທີ່ໄດ້ສ້າງຄວາມເດືອດຮ້ອນໃຫ້ແກ່ພວກຊາວຜິດດຳ ຫລື ຄົນເຊື້ອສາຍອາຟຣິກາຢູ່ໃນສະຫະລັດທັງຫຼາຍມາເປັນເວລາຫລາຍທົດສະວັດແລ້ວນັ້ນ. ການປະທ້ວງທີ່ເລີ້ມຕົ້ນຂຶ້ນໃນທ້າຍເດືອນພຶດສະພາຫລັງການ ເສຍຊີວິດຂອງທ້າວ ຈອຣດ໌ ຟລອຍ ຢູ່ຄາມືຂອງຕໍາຫລວດ ຢູ່ໃນເມືອງມິນເນອາໂປລິສ, ລັດມິນເນໂຊຕານັ້ນ ສົ່ງຜົນດຶງດູດເອົາຄົນທຸກເຊື້ອຊາດຜິວພັນຫລາຍ ພັນຄົນໄປໂຮມຊຸມນຸມກັນທຸກຄືນ ໃນນະຄອນເພື່ອຮຽກຮ້ອງໃຫ້ຕຳຫຼວດຍຸຕິການກະທຳຄວາມຮຸນແຮງຕໍ່ພວກຄົນຜິວດຳ.

ດັ່ງທີ່ວີໂອເອໄດ້ລາຍງານໄປໃນວັນອາທິດຜ່ານມາ ເນື່ອງໃນວັນຄົບຮອບ 100 ວັນຂອງການປະທ້ວງດັ່ງກ່າວ ກໍຄືກາງຄືນຂອງວັນເສົາ ທີ 5 ກັນຍາ ຕຳຫຼວດໃນເມືອງປອດແລນໄດ້ປະກາດວ່າ ມີການກໍ່ຄວາມວຸ້ນວາຍຫຼັງຈາກພວກປະທ້ວງໄດ້ໂຍນແກ້ວທີ່ມີນໍ້າມັນຫຼາຍໆແກ້ວເຂົ້າໄປໃສ່ຖະຫນົນ.

ພວກຕຳຫຼວດກ່າວວ່າ ພວກປະທ້ວງໄດ້ແກວ່ງລະເບີດຈຸດໄຟຫຼາຍຄັ້ງໃສ່ຖະໜົນແລະຢ່າງໜ້ອຍມີຄົນນຶ່ງໄດ້ຮັບບາດເຈັບ. ພາບທີ່ສົ່ງທາງທວີດເຕີ (Twitter) ຈາກພວກປະທ້ວງ ແລະຈາກສະມາຊິກຂອງສື່ມວນຊົນໄດ້ສະແດງໃຫ້ເຫັນວ່າ ໃນພວກທີ່ເຂົ້າຮ່ວມການປະທ້ວງຫຼວງຫຼາຍນັ້ນ, ມີຊາຍຄົນນຶ່ງ ໄດ້ຮັບບາດເຈັບເມື່ອຕີນແລະແຂ່ງຂອງລາວຖືກໄຟໄໝ້. ແລະໃນວັນຈັນຜ່ານມານີ້ ກໍມີລາຍງານວ່າເກີດໄຟໄໝ້ຢູ່ນອກກົມຕຳຫຼວດຂອງເຂດທ້ອງຖິ່ນແຫ່ງນຶ່ງທາງກ້ຳເໜືອຂອງນະຄອນປອດແລນ ຊຶ່ງພາໃຫ້ມີການຈັບກຸມ 15 ຄົນ ໃນລະຫວ່າງການປະທ້ວງໃນຕອນກາງຄືນວັນອາທິດທີ່ແກ່ຍາວໄປຈົນເຖິງຕອນເຊົ້າຂອງວັນຈັນຜ່ານມານີ້, ອີງຕາມລາຍງານຂອງຕຳຫຼວດ. ສະພາບການດັ່ງກ່າວໄດ້ເຮັດໃຫ້ມີຄວາມບໍ່ແນ່ນອນຢ່າງຫລວງຫລາຍຢູ່ໃນນະຄອນທີ່ກໍາລັງດີ້ນຮົນຊຶ່ງເປັນຈຸດສົນໃຈຂອງຊາດນັ້ນ. ປະທານາທິບໍດີ ດໍໂນລ ທຣໍາ ໄດ້ເຮັດໃຫ້ ປອດແລນກາຍເປັນເປົ້າໝາຍຂອງຄໍາຂວັນທີ່ວ່າ “ກົດໝາຍ ແລະລະບຽບການ” ຂອງການໂຄສະນາຫາສຽງໃຫ້ໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງຄືນຂອງເພິ່ນ.

ແຕ່ວ່າ ຕາມຄໍາຄິດເຫັນຂອງແມ່ຍິງເຊື້ອສາຍລາວ, ທ່ານນາງ ຕັອກ ສອນອຸໄລ ກີວແລສປີ (Soneoulay Gillespie) ທີ່ໄດ້ເຂົ້າຮ່ວມການປະທ້ວງກັບສາມີທີ່ເປັນຄົນອາເມຣິກັນເຊື້ອສາຍອາຟຣິກາ ແລະລູກສາວນ້ອຍແລ້ວກໍແມ່ນວ່າ ບາງຄັ້ງການລາຍງານຂອງສື່ມວນຊົນຈາກບາງສໍານັກງານກໍມີຄວາມລໍາອຽງ ເຮັດໃຫ້ເກີດພາບພົດທີ່ບໍ່ດີ ແລະຍິ່ງມີລັດຖະບານກາງເຂົ້າມາຫຍຸ້ງກ່ຽວ ໂດຍການສົ່ງກໍາລັງຮັກສາຄວາມສະຫງົບຂອງລັດຖະບານກາງໄປປະຈໍາການ ຢູ່ໃນນະຄອນລັດດັ່ງກ່າວດັ່ງທີ່ເປັນມາໃນທ້າຍກໍລະກົດນັ້ນແລ້ວ ກໍຍິ່ງເຮັດໃຫ້ເກີດພາບພົດອັນບໍ່ດີແກ່ນະຄອນດັ່ງກ່າວ ເພາະທ່ານນາງບອກວ່າມັນບໍ່ຈໍາເປັນເຮັດເຖິງຂັ້ນນັ້ນ.

ທ່ານນາງ ກ່າວຕໍ່ໄປວ່າການປະທ້ວງນີ້ເປັນການຕໍ່ສູ້ເພື່ອຄວາມຍຸຕິທໍາ ທາງດ້ານເຊື້ອຊາດຊົນເຜົ່າໃນສະຫະລັດແບບນີ້ ທີ່ຈິງແລ້ວມັນກໍບໍ່ໄດ້ມີຄວາມຮຸນແຮງສະເໝີໄປ ຄືດັ່ງກັບການອອກຂ່າວຕ່າງໆ ເຊິ່ງທ່ານນາງອະທິບາຍວ່າ:
“ຈຸດປະສົງທັງໝົດທີ່ວ່າເປັນຫຍັງພວກເຮົາຈຶ່ງມີການປະທ້ວງ. ພວກເຮົາປະທ້ວງ ກໍເພື່ອຂະບວນການ “ຊີວິດຄົນຜິວດໍາກໍສໍາຄັນ” ຫລື Black Lives Matter. ແຕ່ວ່າ ພວກສື່ມວນຊົນຈາກບາງສໍານັກງານ ຫັນປ່ຽນເລື້ອງອັນນັ້ນ ແມ່ນບໍ່? ແລະ ຈາກນັ້ນກໍໄດ້ບັນລະຍາຍໃຫ້ຄົນເຫັນວ່າ ມີການກໍ່ຄວາມຮຸນແຮງ, ຄວາມໂກດແຄ້ນ. ມັນສ້າງພາບພົດທີ່ບອກເຖິງຄວາມເຈັບປວດ. ເມື່ອທີ່ຈິງແທ້ ມັນແມ່ນກ່ຽວກັບສິ່ງທີ່ພວກເຮົາເຮັດຮ່ວມກັນໃນນາມເປັນປະຊາຄົມກຸ່ມນຶ່ງ ເພື່ອຮັບປະກັນວ່າ ລະບົບຂອງເຮົາ ແລະໂຄງສ້າງຕ່າງໆຂອງພວກເຮົາຖືກອອກແບບມາເພື່ອຮັບ ປະກັນວ່າອ້າຍ, ເອື້ອຍ, ນ້ອງຊາວຜິວດໍາຂອງພວກເຮົາ ຖືກປະຕິບັດຕໍ່ໃນຖານະທີ່ເປັນມະນຸດດ້ວຍກັນ, ໂດຍສະເພາະແລ້ວ ກໍແມ່ນເມື່ອເວົ້າເຖິງການບັງຄັບໃຊ້ກົດໝາຍ.”

ເບິ່ງວີດິໂອກ່ຽວກັບການປະທ້ວງໃນເມືອງປອດແລນ ທີ່ ທ.ນ. ຕັອກ ສອນອຸໄລເຂົ້າຮ່ວມ, ວັນທີ 7 ມິຖຸນາ, 2020

ທ່ານນາງ ຜູ້ທີ່ເຄີຍເຂົ້າຮ່ວມການປະທ້ວງ ແບບນີ້ ກັບສາມີ ແລະລູກສາວ ອາຍຸ 11 ປີ ກ່າວຕື່ມອີກວ່າ ການປະທ້ວ ງທີ່ວ່າ ນີ້ສ່ວນໃຫຍ່ ແລ້ວເປັນການປະທ້ວງທີ່ສັນຕິເປັນໂອກາດທີ່ປະຊາຄົມໄດ້ສະແດງຄວາມສາມັກຄີກັນ ແລະເປັນໂອກາດໃຫ້ຄົນລຸ້ນຫລັງ ເຊັ່ນລູກສາວຂອງທ່ານນາງ ໄດ້ຮຽນຮູ້ການຕໍ່ສູ້ ເພື່ອຄວາມເປັນທໍາແບບສັນຕິ. ທ່ານນາງບອກວ່າ ລູກສາວ ນ້ອຍຂອງຕົນໄດ້ ເຂົ້າຮ່ວມການເດີນຂະບວນຢ່າງມີຄວາມພາກພູມໃຈເພາະລາວໄດ້ຂຽນປ້າຍປະທ້ວງເອົາເອງວ່າ “ຊີວິດຂ້ອຍກໍສໍາຄັນ” ແລະ ປ້າຍຂຽນວ່າ “ຄົນລາວທີ່ມີຄວາມພາກພູມໃຈ” ຫລື “Lao Proud” ໃນເດືອນມິຖຸນາຜ່ານມານັ້ນ.

ສ່ວນແງ່ທີ່ດີແລະໜ້າສົນໃຈອີກອັນນຶ່ງຂອງການປະທ້ວງນີ້ ທີ່ບັນດາອົງການຂ່າວສານບໍ່ໄດ້ລາຍງານຊາວໂລກຮູ້ນັ້ນ ກໍແມ່ນ ຫົວຄິດປະດິດສ້າງຂອງ ພວກປະທ້ວງທີ່ແຕ້ມຮູບພາບງາມໆໃສ່ແຜ່ນແປ້ນໄມ້ອັດ ທີ່ເອົາມາຕອກປິດກັນປະຕູ ແລະປ່ອງຢ້ຽມເພື່ອບໍ່ໃຫ້ຄົນທັບມ້າງຕຶກເຂົ້າໄປ ຫລັງຈາກເລີກການປະທ້ວງແລ້ວນັ້ນ, ຊຶ່ງທ່ານນາງເລົ່າສູ່ຟັງດັ່ງນີ້:
“ມັນກໍມີຂ້າງທີ່ງົດງາມຂອງຊ່ວງເວລາເຫລົ່ານີ້ຢູ່. ຖ້າຫາກເຈົ້າສາມາດໄປທີ່ໃຈກາງເມືອງປອດແລນໜີ້. ຂ້ອຍໄດ້ຂັບລົດລົງໄປຫັ້ນ ແລະຂ້ອຍຮູ້ສຶກປະທັບ ສິນລະປະໃນການວາດພາບທີ່ມີຢູ່ຫັ້ນ ແມ່ນແຕ່ເປັນພຽງແຜ່ນໄມອັດທີ່ເຂົາເຈົ້າ ເອົາມາຕອກໃສ່ກັນໄວ້ຫັ້ນ ຜູ້ຄົນກໍພາກັນວາດພາບອັນສວຍງາມໃສ່. ມັນງາມຂະໜາດເລີຍ. ຂ້ອຍຢາກລົງໄປຫັ້ນ ພຽງແຕ່ໄປຖ່າຍຮູບເອົາພາບເຫລົ່ານັ້ນ. ສະນັ້ນ ຂະນະທີ່ມັນມີຄວາມເຈັບປວດຢ່າງຫລວງຫລາຍນັ້ນ ແຕ່ມັນກໍຍັງມີອີກດ້ານ ນຶ່ງທີ່ຂ້ອຍຢາກໃຫ້ຄົນໄດ້ເຫັນ ແລະຂ້ອຍສຸດທີ່ດີໃຈ ແລະມີຄວາມຮູ້ສຶກວ່າ ເປັນບຸນທີ່ໄດ້ເຫັນມັນ, ຮູ້ສຶກວ່າໄດ້ເປັນສ່ວນນຶ່ງຂອງລັດ ແລະຂອງເມືອງ ທີ່ສືບຕໍ່ເຮັດໃຫ້ພະລັງອັນນີ້ມີຕໍ່ໄປ ແລະກໍຮັບຮູ້ວ່າມັນບໍ່ແມ່ນແຕ່ເປັນພຽງເປັນເລື້ອງທີ່ດໍາເນີນການໄປເທົ່ານັ້ນ.”

ສະຫລຸບແລ້ວ ອີງຕາມຄໍາຄິດ ເຫັນຂອງທ່ານນາງຕັອກ ສອນອຸໄລແລ້ວ ການ ປະທ້ວງຢູ່ໃນເມືອງປອດແລນ, ລັດອໍເຣກອນ ເພື່ອຢາກໃຫ້ເກີດການປ່ຽນ ໃນລະບົບຕ່າງໆ ຂອງສະຫະລັດນັ້ນ ບໍ່ໄດ້ມີແຕ່ສິ່ງທີ່ຮ້າຍແຮງສະເໝີໄປ. ທີ່ຈິງແລ້ວ ມັນກໍຍັງມີສ່ວນທີ່ດີງາມທັງໃນດ້ານການສະແດງອອກເຖິງນໍ້າໃຈຮັບຜິດຊອບຂອງສັງຄົມໃນການເຮັດໃຫ້ປະເທດນີ້ມີຄວາມສະເໝີພາບ ແລະຍຸຕິການ ຈໍາແນກຜິວພັນ ແລະທາງດ້ານສິນລະປະຂອງສ່ວນລວມອີກດ້ວຍ. ແຕ່ຂະນະ ດຽວກັນຕໍາຫລວດກັບເຫັນວ່າ ພວກປະທ້ວງມັກກໍ່ຄວາມຮຸນແຮງ ແລະພວກຂ່າວສານກໍມີຄວາມລໍາອຽງ ໂດຍບໍ່ອອກຂ່າວກ່ຽວສ່ວນນີ້ໃຫ້ໂລກຮູ້.

ອ່ານສະຫລຸບຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸມນີ້:
Lao-American Woman Whose Family Participated in the Protest for Racial Justice in Portland Claimed that Many Beautiful Sides of the Stories in the Protests are Untold by Media

While many media outlets focusing their reports heavily on the negative sides of the protests such as riots or the damage of some buildings in Portland, they often fail to tell some beautiful sides of the protests in her city, said Toc Soneoulay Gillespie. Though, acknowledging that there is violence to some extent in some parts of the protests, this Lao-American social worker who joined her African-American husband and 11-year-old daughter march in the protest back in June said that the media mostly do not capture the positive sides of the stories. Some of these beautiful aspects of the protests are peaceful marches and the welcome the protesters showed by the community nearby and the artwork that exist in the protest sites where people drew beautiful pictures are not told, she added.

ເບິ່ງວີດິໂອໃນການສໍາພາດກັບທ່ານນາງ ຕັອກ ສອນອຸໄລ ເປັນພາສາອັງກິດ

XS
SM
MD
LG