ເພື່ອຄຸ້ມຄອງການໃຊ້ນໍ້າໃນແມ່ນໍ້າຂອງໃຫ້ມີປະສິດທິພາບຫລາຍຂຶ້ນ ພວກນັກ ຊ່ຽວຊານຈາກອົງການສາກົນ ແລະຝ່າຍສັງຄົມພົນລະເຮືອນ ສະເໜີໃຫ້ມີການ ສ້າງຕັ້ງຄະນະກໍາມາທິການຮ່ວມລະຫວ່າງຊຸມຊົນໃນຂົງເຂດແມ່ນໍ້າຂອງ ທີ່ລວມເອົາ ຜູ້ຕາງໜ້າປະຊາຊົນໃນທ້ອງຖິ່ນເຂົ້ານໍາ. ແຕ່ທາງ ຄະນະກໍາມາທິ ການແມ່ນໍ້າ ຂອງເຫັນວ່າສິ່ງນີ້ແມ່ນບໍ່ຈໍາເປັນ. ລາຍລະອຽດກ່ຽວກັບເລື້ອງນີ້ ຈະເປັນ ແນວ ໃດນັ້ນຂໍເຊີນທ່ານຮັບຟັງຈາກ ບົວສະຫວັນໄດ້ໃນອັນດັບຕໍ່ໄປ.
ຜູ້ຊ່ຽວຊານທີ່ເຂົ້າຮ່ວມກອງປະຊຸມສົນທະນາດ້ານນະໂຍບາຍທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ໃນຈັງຫວັດຊຽງຮາຍ ພາກເໜືອຂອງໄທ ທີ່ລວມທັງໝົດມີ 80 ກວ່າຄົນ ໄດ້ສະເໜີຢູ່ໃນບົດລາຍງານທີ່ຫາກໍ່ເຜີຍແຜ່ອອກມາໃນຕົ້ນເດືອນນີ້ວ່າ ໃຫ້ຄະນະກໍາມາທິການແມ່ນໍ້າຂອງ ສ້າງຕັ້ງຄະນະກໍາມາທິການຮ່ວມ ລະຫວ່າງຊຸມຊົນແມ່ນໍ້າຂອງ ຫລື Mekong River Inter-Community Commission (MRICC) ທີ່ລວມເອົາຜູ້ຕາງໜ້າຈາກຊຸມຊົນໃນທ້ອງຖິ່ນ ແລະອົງການຈັດຕັ້ງສັງຄົມພົນລະເຮືອນໃນທຸກປະເທດທົ່ວອະນຸພາກພື້ນແມ່ນ້ຳຂອງເຂົ້າຮ່ວມນໍາ ເພື່ອແກ້ໄຂບັນຫາການປະມົງ ແລະບັນຫາອື່ນໆທີ່ກ່ຽວຂ້ອງໃຫ້ດີຂຶ້ນກວ່າເກົ່າ.
ແຕ່ ດຣ. ອານຸລັກ ກິດຕິຄຸນ, CEO ຂອງ MRC ໃຫ້ຄໍາເຫັນວ່າບໍ່ມີຄວາມຈຳເປັນທີ່ຈະຕ້ອງສ້າງຕັ້ງຄະນະກໍາ ມະການໃດໆ ຂຶ້ນເພີ້ມ ດັ່ງທີ່ທ່ານຊີ້ແຈງຢູ່ໃນອີເມລ ທີ່ຂຽນຫາພວກເຮົາວ່າ:
“Civil society as well as other stakeholders including private sector play a critical role in Mekong development. We do not have a view on the formation of the Mekong River Inter-Community Commission or other such bodies. For the MRC, we seriously engage with stakeholders through various established mechanisms such as the RSF , CSO dialogue, and new initiatives like the Roundtable.”
“ສັງຄົມພົນລະເຮືອນ ແລະບັນດາພາກສ່ວນກ່ຽວຂ້ອງອື່ນໆ ລວມທັງພາກເອກະຊົນ ມີບົດບາດສຳຄັນໃນການພັດທະນາແມ່ນ້ຳຂອງ. ພວກເຮົາບໍ່ຫລິງເຫັນວ່າ ຄວນມີການສ້າງຕັ້ງຄະນະກຳມາທິການຮ່ວມລະຫວ່າງຊຸມຊົນແມ່ນ້ຳຂອງ ຫຼືອົງ ການອື່ນແບບນັ້ນຂຶ້ນ. ສໍາລັບ MRC ແລ້ວ ພວກເຮົາມີສ່ວນຮ່ວມຢ່າງຈິງຈັງກັບ
ຜູ້ທີ່ມີສ່ວນກ່ຽວຂ້ອງໂດຍຜ່ານກົນໄກຕ່າງໆ ທີ່ໄດ້ສ້າງຕັ້ງຂຶ້ນ ເຊັ່ນ RSF (ເວທີສົນທະນາຂອງຜູ້ມີສ່ວນກ່ຽວຂ້ອງໃນພາກພື້ນ), CSO (ການສົນທະນາຂອງອົງການສັງຄົມພົນລະເຮືອນ ແລະໂຄງການລິເລີ່ມໃຫມ່ເຊັ່ນ: ກອງປະຊຸມໂຕະມົນ.”
ຂະນະດຽວກັນ, ການສຶກສາຮ່ວມກ່ຽວກັບການປ່ຽນແປງຮູບແບບຂອງສະພາບອຸທົກກະສາດຂອງອ່າງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງທີ່ດໍາເນີນໂດຍ MRC ແລະ ອົງການຮ່ວມມືລ້ານຊ້າງ-ແມ່ນໍ້າຂອງ ຫລື LMC ສໍາລັບໄລຍະທີ 1 ທີ່ຫາກໍພິມເຜີຍອອກມາໃນວັນທີ 09 ຕຸລາຜ່ານມານີ້ ພົບວ່າ ຕ້ອງມີການແບ່ງປັນຂໍ້ມູນລະ ຫວ່າງສອງອົງການນີ້ຫຼາຍຂຶ້ນ.
ແຕ່ຢ່າງໃດກໍຕາມ ພວກນັກຊ່ຽວຊານທັງໃນເຂດລຸ່ມແມ່ນໍ້າຂອງ ແລະໃນສາກົນ ຍັງເຫັນວ່າ ການເຮັດເຊັ່ນນັ້ນ ແມ່ນດີ ແຕ່ຍັງບໍ່ພຽງພໍ ທີ່ຈະເຮັດໃຫ້ເກີດຜົນ ຢ່າງເປັນຮູບປະທໍາໄດ້ ດັ່ງທີ່ທ່ານນາງການິກາ ແກ້ວ, ຜູ້ຈັດການໂຄງການ ການມີສ່ວນຮ່ວມໃນແມ່ນໍ້າຂອງ, ຈາກອົງການອັອກຊແຟມ (Oxfam) ໃນກໍາປູເຈຍ ກ່າວວ່າ:
It has been engaged, but in the different level and also turn in the different result. At the moment we we believe that there need to be around map.”
“ມັນມີສ່ວນຮ່ວມຢູ່, ແຕ່ວ່າຢູ່ໃນລະດັບທີ່ແຕກຕ່າງກັນ ແລະກໍໄດ້ຮັບຜົນທີ່ແຕກຕ່າງກັນ. ໃນເວລານີ້, ພວກເຮົາເຊື່ອວ່າມັນຈໍາເປັນຕ້ອງມີການແຜນຊີ້ທາງ ທີ່ຈະນໍາໄປສູ່ຜົນສໍາເລັດ.”
ເຊັ່ນດຽວກັນ ດຣ. ອ່ຽນ ແບດ, ນັກນິເວດວິທະຍາທີ່ຄົນຄວ້າກ່ຽວກັບ ລະບົບ ນິເວດໃນແມ່ນໍ້າຂອງກໍເຫັນວ່າ ການແບ່ງປັນຂໍ້ມູນລະຫວ່າງຈີນກັບປະເທດ ລຸ່ມແມ່ນໍ້າຂອງມີທ່າອ່ຽງທີ່ດີຂຶ້ນ ແຕ່ມັນກໍຍັງບໍ່ພຽງພໍທີ່ຈະຊ່ວຍຫລຸດຜ່ອນຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນໄດ້ຢ່າງເປັນຮູບປະທໍາເທື່ອ ຊຶ່ງທ່ານຊີ້ແຈງວ່າ:
“ແຕ່ວ່າ ມັນກະຍັງບໍ່ພຽງພໍໜະ ດຽວນີ້ໜະ ລະກະ ການຈັດການຍັງບໍ່ທັນໄດ້ມີ ແຜນຮ່ວມກັນ ເພາະວ່າ ແຕ່ລະປະເທດໜີ້ ຍັງເປັນຫ່ວງສິດຂອງເຂົາເຈົ້າເອງ ແລະກໍຍັງບໍ່ທັນໄດ້ເຫັນພາກສ່ວນທີ່ວ່າເປັນຜົນປະໂຫຍດຮ່ວມກັນ ເພາະວ່າ ຖ້າແຕ່ລະປະເທດຄຶດແຕ່ໃຜ ຄຶດແຕ່ມັນໜີ້ໜະ ມັນກະຊິຕາຍໝົດ 6 ປະເທດ ທີ່ຢູ່ ໃນອ່າງໜີ້ເນາະ ເພາະວ່າ ມັນກໍຕ້ອງມີການເບິ່ງນໍາກັນເນາະ ອັນໃດມັນດີ ອັນ ໃດມັນບໍ່ດີ, ອັນໃດມັນຊິມີຜົນກະທົບຫລາຍ, ອັນໃດມັນຊິມີຜົນກະທົບໜ້ອຍ ອັນນີ້ ມັນກະຕ້ອງມີການວາງແຜນນໍາກັນ, ເຫັນໃຈນໍາກັນ, ເຫັນໃຈປະຊາຊົນທີ່ວ່າ ຫາກິນ ບໍ່ວ່າຢູ່ປະເທດໃດເນາະ.”
ທ່ານບອກອີກວ່າ ການສະໜອງກົນໄກໃຫ້ປະຊາຊົນໃນທ້ອງຖິ່ນສາມາດຍົກບັນຫາຂອງເຂົາເຈົ້າຂຶ້ນມາໃຫ້ຫລາຍພາກສ່ວນເຂົ້າໃຈນໍານັ້ນແມ່ນສໍາຄັນຫລາຍ ດັ່ງທີ່ທ່ານອະທິບາຍວ່າ:
“ໂຕນີ້ສໍາຄັນທີ່ສຸດເພາະວ່າເລື້ອງນຶ່ງທີ່ສໍາຄັນຄື ຫລາຍຄົນປະຊາຊົນຫາກິນທໍາ ມະດາເນາະ ຕາມບ້ານເນາະ ເຂົາເຈົ້າກະບໍ່ຄ່ອຍຍົກຫາງສຽງເນາະ ບໍ່ມີໃຜໄດ້ຍິນ ເຂົາເຈົ້າ ໂດຍສະເພາະເຂົາເຈົ້າບໍ່ໄດ້ຢູ່ໃນຂອບເຂດຂອງໂຄງການເຂື່ອນເນາະ ເຂົາເຈົ້າໄດ້ຮັບຜົນເສຍຫາຍ ຜົນກະທົບກະມີຢູ່ ແຕ່ເຂົາເຈົ້າກະບໍ່ໄດ້ມີໂອກາດ ມາ ປະ ກອບສ່ວນ ກະບໍ່ມີໂອກາດໃຫ້ຄົນເຂົ້າໃຈກ່ຽວກັບບັນຫາທີ່ເກີດກັບເຂົາເຈົ້າ.”
ສະນັ້ນ ບັນດານັກຊ່ຽວຊານຈຶ່ງສະຫລຸບວ່າ ຄວນມີການສ້າງຕັ້ງຄະນະກໍາມາທິການຮ່ວມລະຫວ່າງຊຸມຊົນແມ່ ນໍ້າຂອງດັ່ງທີ່ໄດ້ສະເໜີຢູ່ໃນບົດລາຍງານ ກອງປະຊຸມໂອ້ລົມສົນທະນາດ້ານນະໂຍບາຍທີ່ຈັດຂຶ້ນຢູ່ຈັງຫວັດຊຽງຣາຍ ທີ່ມີຜູ້ຕາງໜ້າຈາກສະຖາບັນຕ່າງໆ ຂອງປະເທດໃນເຂດລຸ່ມແມ່ນໍ້າຂອງ, ອົງການຈັດຕັ້ງສາກົນ ແລະຜູ້ຕາງໜ້າຊຸມຊົນທ້ອງຖິ່ນ.