ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລາວ ກ່າວວ່າ 20 ຫາ 30 ເປີເຊັນຂອງພວກແຮງງານລາວ ທີ່ກັບຄືນມາບ້ານຈາກໄທ ຕິດເຊື້ອໂຄວິດ-19


ສູນກັກກັນຫຼັກ 16 ຢູ່ທີ່ສະໜາມກິລາ ໃນນະຄອນວຽງຈັນ ສປປ ລາວ.
ສູນກັກກັນຫຼັກ 16 ຢູ່ທີ່ສະໜາມກິລາ ໃນນະຄອນວຽງຈັນ ສປປ ລາວ.

ແຮງງານລາວທີ່ຫລັ່ງໄຫລກັບບ້ານພ້ອມກັນເປັນຈໍານວນຫລາຍພັນ ໃນແຕ່ລະອາທິດນັບແຕ່ໃນຊຸມເດືອນມໍ່ໆມານີ້ ແມ່ນມີການຕິດເເຊື້ອຢູ່ປະມານ 20 ຫາ 30 ເປີເຊັນແລະພວກກ່ຽວກໍກາຍເປັນກຸ່ມຕົ້ນຕໍທີ່ພາໃຫ້ຈໍານວນຜູ້ຕິດເຊື້ອໃນລາວ ເພີ້ມຂຶ້ນສູງຢ່າງເປັນປະຫວັດການ ຈຶ່ງພາໃຫ້ມີຄວາມຫຍຸ້ງຍາກ ໃນການຕອບສະໜອງທາງດ້ານສາທາລະນະສຸກ ແລະສະຖານທີ່ກັກກັນທີ່ໄດ້ມາດຕະະຖານ ເພື່ອຄຸ້ມຄອງການລະບາດຂອງພະຍາດໂຄວິດ-19 ໄດ້. ໄຊ
ຈະເລີນສຸກ ມີລາຍງານເລື້ອງນີ້ ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ພາຍຫລັງທີ່ແຮງງານລາວ ທີ່ໄປອອກແຮງງານຢູ່ໄທ ທັງແບບຖືກຕ້ອງ ແລະບໍ່ຖືກຕ້ອງ ຫລັ່ງໄຫຼກັບບ້ານພ້ອມກັນເປັນຈໍານວນຫຼາຍຮ້ອຍຄົນຕໍ່ວັນໃນຊຸມເດືອນມໍ່ໆມານີ້ ຈໍານວນຜູ້ຕິດເຊື້ອໃນລາວເພີ້ມຂຶ້ນຢ່າງວ່ອງໄວ ແບບຕໍ່ເນື່ອງກັນ ຊຶ່ງກໍຄືເພີ້ມຂຶ້ນຈາກ 2,901 ຄົນ ໃນວັນທີ 13 ກໍລະກົດ ມາເປັນ 9,894 ຄົນ ໃນວັນທີ 14 ສິງຫາ ຜ່ານມານນີ້ ຊຶ່ງເປັນການເພີ້ມຂຶ້ນ ເກືອບຮອດ 7,000 ຄົນ ແລະສະເລ່ຍແລ້ວປະມານ 230 ຄົນຊຶ່ງເປັນຈໍານວນ ຜູ້ຕິດເຊື້ອສະເລ່ຍປະຈໍາວັນ ສູງຢ່າງເປັນປະຫວັດການໃນປະເທດ ທີ່ເຄີຍຄວບຄຸມ ການແຜ່ລະບາດຂອງພະຍາດນີ້ ໃຫ້ຢູ່ໃນລະດັບຕໍ່າກວ່າ 50 ຄົນ ມາໄດ້ປີກວ່າ. ສະພາບການນີ້ຍັງຈະມີສືບຕໍ່ໄປອີກດົນ ອີງຕາມ ຄໍາຖະແຫລງຕອນນຶ່ງຂອງທ່ານພັນຄໍາ ພິລາວັນ, ນາຍົກລັດຖະມົນຕີລາວ ເມື່ອມໍ່ໆມານີ້ວ່າ:

“ໃນ 649 ຄົນ ມີໜັງສືຜ່ານແດນ ພຽງແຕ່ 245 ຄົນ ອັນນີ້ ຊິຕິເຂົາກະບໍ່ໄດ້ຍ້ອນການຄຸ້ມຄອງຂອງພວກເຮົາແນ່ ຄະນະພັກປົກຄອງທ້ອງຖິ່ນ ຖາມກັນໄປຖາມກັນມາບໍ່ຮູ້ຂໍ້ມູນຖາມບາດໃດກະເກົາຫົວຍ໊ອກໆ ເຮັດຈັ່ງໃດຊັ້ນນະ ຍັງຊິມາຢູ່ຍ້ອນມັນດຸດັ່ງທັ່ງເທຈັ່ງຊີ້ທາງລັດຖະບານຈິ່ງເວົ້າໃຫ້ສະເພາະກິດຕ້ອງມີການຈັດສັນວາງແຜນຄັກແນ່ ມາຈະຕ້ອງກວດ ເຊັກສຸຂະພາບ ຕ້ອງເຂົ້າກັກກັນ ຜູ້ຕິດຕ້ອງປົວ ສະເລ່ຍແລ້ວແມ່ນ 20-30 ເປີເຊັນ ຕິດເຊື້ອໜັກໄດ໋ ພວກສະຫາຍ ໜັກແທ້ໜັກວ່າ ຄັນເຮັດບໍ່ດີ ມັນຕິດໃສ່ຊຸມຊົນນີ້ ເກີດເລື້ອງບັກໃຫຍ່.”

ເພື່ອຮັບມືກັບສະພາບການດັ່ງກ່າວ ທາງຄະນະສະເພາະກິດຄວບຄຸມ ແລະແກ້ ໄຂພະຍາດໂຄວິດ-19 ໄດ້ຂະຫຍາຍສູນກັັກກັນພະຍາດ ສໍາລັບແຮງງານລາວ ອອກ ແລະກໍມີການວາງແຜນການກະກຽມທາງດ້ານສະຖານທີ່ປິ່ນປົວອີກດ້ວຍ ດັ່ງທີ່ຮອງສາສະດາຈານ ດຣ. ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວແລະຟື້ນຟູໜ້າທີ່ການ ຂອງກະຊວງສາທາລະສຸກຂອງລາວ ແລະຫົວໜ້າທີມຄຸ້ມຄອງ ກໍລະນີຂອງໂຄວິດ-19 ບອກວ່າ ທາງການລາວ ໄດ້ກະກຽມໂຮງໝໍ ຫລື ສະຖານທີ່ປິ່ນປົວ ສໍາລັບຜູ້ປ່ວຍເປັນພະຍາດນີ້ ທົ່ວປະເທດລວມທັງໝົດມີ 4 ພັນກວ່າຕຽງ ຊຶ່ງໃນນັ້ນ ຢູ່ 17 ແຂວງ ແມ່ນມີ 3164 ຕຽງ ສໍາລັບຢູ່ ນະຄອນຫລວງວຽງຈັນ ນັ້ນ ມີປະມານພັນກວ່າຕຽງ ກຽມໄວ້ປິ່ນປົວພວກຕິດເຊື້ອພະຍາດນີ້ ໂດຍທີ່ນອກຈາກໂຮງໝໍໃຫຍ່ 3 ແຫ່ງ ຊຶ່ງກໍຄືໂຮງໝໍ ມິດຕະພາບ, ເສດຖາທິລາດ ແລະ 103 ແລ້ວ ກໍຍັງມີໂຮງໝໍ ພາກສະໜາມອີກ 3 ແຫ່ງ ດັ່ງທີ່ທ່ານນາງ ໃຫ້ລາຍລະອຽດ ຕໍ່ວີໂອເອວ່າ:

“ໂຕທີນຶ່ງ ແມ່ນຢູ່ສູນຫ້ວຍຫົງ ແມ່ນສູນເຕະບານແຫ່ງຊາດ ເພິ່ມມີອາຄານສະຖານທີ່ພຽບພ້ອມ ລະກາມີເດີ່ນ ມີອາກາດລ່ວງດີ ໂຕນີ້ນະ, ສະດວກສະ ບາຍ ເປັນຕຶກຜູ້ຍິງ ຜູ້ຊາຍ. ສ່ວນໂຮງໝໍພາກສະໜາມໂຕທີ 2 ກະແມ່ນຢູ່ອິນດໍສະເຕດຽມ ໂຕນີ້ດະເປັນໂດມບັກໃຫຍ່ ເປັນຕຶກກວ້າງໆ ລະກາມີ ໂຊນ A, ໂຊນ B. ໂຊນເອກະແມ່ນສໍາລັບຜູ້ຍິງ 168 ແລະໂຊນບີກະສໍາລັບຜູ້ຊາຍ 130 ກວ່າ. ລວມ ຢູ່ນີ້ກະສາມລ້ອຍສາມຕຽງ ຢູ່ບ່ອນນີ້. ສ່ວນວ່າໂຕທີ 3 ແມ່ນຢູ່ຫລັກ 27. ໂອ້ຍ ໂຕນີ້ແມ່ນໃຫຍ່ໂຕນີ້, ກວ້າງ. ເພິ່ນມີຫລາຍຕຶກ ກວ້າງອີກ. ຢູ່ບ່ອນນີ້ເເພິ່ນຈະມີສູນ ຫັກບໍລິເວນ ຄົນທີ່ເຂົາມາກັກບໍລິເວນຢູ່ໜີ້ ກະມີຢູ່ນີ້ ບັນຈຸໄດ້ກວ່າ 800 ຫາພັນນຶ່ງ ເພິ່ນເອົາຕຶກນຶ່ງຂອງເພິ່ນແຍກອອກ ມາເປັນຕຶກປິ່ນປົວ, ສາມາດບັນຈຸໄດ້ສາມຮ້ອຍຫ້າສິບຄົນ”.

ຕຽງສໍາລັບຄົນປ່ວຍທີ່ກະກຽມໄວ້ນີ້ ແມ່ນຍັງຫລືອຫລາຍຢູ່ ເພາະທັງໝົດທົ່ວ ປະເທດ ມີການໃຊ້ຕຽງສໍາລັບຄົນປ່ວຍທີ່ວ່ານີ້ ປະມານ 2,000 ຕຽງເທົ່ານັ້ນ.

ແຕ່ຢ່າງໃດກໍຕາມ ມັນກໍຍັງບໍ່ທັນຕອບສະໜອງກັບຄວາມຕ້ອງການອັນຮີບດ່ວນ ຂອງແຮງງານລາວທີ່ຫລັ່ງໄຫລເຂົ້າມາພ້ອມກັນຫລາຍຮ້ອຍຄົນ ໃນບາງມື້ທີ່ພາ ໃຫ້ໄປເຖິງສູນກັກກັນນອກເວລາເຮັດການ ຊຶ່ງບາງຄັ້ງກໍເຮັດໃຫ້ເກີດຂໍ້ບົກຜ່ອງ ໃນການຈັດການຕ້ອນຮັບ ໃນເວລາທີ່ພວກກ່ຽວໄປເຖິງສູນ, ດັ່ງກໍລະນີທີ່ເກີດ ຂຶ້ນຢູ່ສູນກັກກັນໃນຫລັກ 27 ຂອງເຂດນະຄອນຫລວງວຽງຈັນ ໃນປະມານ 2 ອາທິດຜ່ານມາ ທີ່ແຮງງານລາວໄປເຖິງສູນປະມານ 9 ໂມງແລງ ແລ້ວເຫັນວ່າ ເຂົາເຈົ້າບໍ່ມີສິ່ງອໍານວຍຄວາມສະດວກຢ່າງພຽງພໍ ເຊັ່ນນໍ້າອາບ, ພັດລົມ ແລະ ຫ້ອງນໍ້າທີ່ສະອາດ ຈຶ່ງມີການຮ້ອງໂຮຕໍາໜິ ລັດຖະບານລາວ ໂດຍການຖ່າຍ ວີດິໂອ ແລ້ວເອົາໄປລົງໃນເຟັສບຸກໃຫ້ ຄົນເຜີຍແຜ່ຂ່າວຕໍ່ກັນໄປຈົນເກີດເປັນ ຂ່າວນອງນັນໄປທົ່ວໃນສັງຄົມ ມາໄດ້ເກືອບ 2 ອາທິດແລ້ວ. ຕໍ່ສະພາບການນີ້ ພະນັກງານຂັ້ນສູງ ທີ່ປະຈໍາການຢູ່ໃນສູນກັກກັນຫລັກ 16 ໃນເຂດເມືອງ ໄຊທານີ ຊີ້ແຈງວ່າ:

“ຢູ່ຫລັກ 27 ມັນມາກາງຄືນມັນເວົ້າຫັ້ນ ມາກາງຄືນເຂົາລະຈັດບໍ່ທັນ. ມັນເວົ້າ ມັນໄປຢູ່ໄທເປັນສິບປີຊາວປີ ມັນຢາກກິນດີ ມັນວ່າພັກລັດບໍ່ເອົາພັດລົມມາແຈກໃຫ້. ອັນລັກກະມັນຢູ່ແຂວງຄໍາມ່ວນພຸ້ນ”.

ສ່ວນປະຊາຊົນທ່ານນຶ່ງໃນເຂດນະຄອນຫລວງວຽງຈັນນີ້ ກັບໃຫ້ຄໍາເຫັນວ່າ ທັງ ແຮງງານລາວຜູ້ຮ້ອງໂຮເລົ່າທຸກ ແລະທາງພະນັກງານປະຈໍາສູນ ຕ່າງຝ່າຍຕ່າງ ກໍມີເຫດຜົນ ຊຶ່ງທ່ານໃຫ້ຄໍາເຫັນດັ່ງນີ້:

“ເຮົາກະຊິບໍ່ເຫັນນໍາເຂົາຄັກແນ່ ຜູ້ມາມັນກະບໍ່ມີບ່ອນຂີ້ ບ່ອນຍ່ຽວ ບໍ່ມີນໍ້າລ້າງ ມັນກະຢາກຮ້າຍ ມັນກະບໍ່ຕິເຂົາ ແຕ່ຝ່າຍເຮົາ ຊິອໍານວຍຄວາມສະດວກ ຄືຢູ່ເຮືອນມັນກະເປັນໄປບໍ່ໄດ້ ມັນກະມີເຫດຜົນທັງສອງເບື້ອງຫັ້ນລະ ເຮົາກະຊິໄປຄຸມດ່າເຂົາກະບໍ່ໄດ້.”

ສະຫລຸບແລ້ວ ເນື່ອງຈາກໃນຈໍານວນພວກແຮງງານລາວ ທີ່ອອກແຮງງານຢູ່ໄທ ຫລັ່ງໄຫລກັບບ້ານເປັນຈໍານວນຫລວງຫລາຍຢ່າງຕໍ່ເນື່ອງມາເປັນເວລາເກືອບ ສອງເດືອນຜ່ານມານີ້ ແມ່ນມີຜູ້ຕິດເຊື້ອປະປົນຢູ່ນໍາຢ່າງໜ້ອຍ 20 ເປີເຊັນເຮັດ ໃຫ້ມີຜູ້ຕິດເຊື້ອໃນປະເທດເພີ້ມຂຶ້ນສູງຢ່າງວ່ອງໄວແລະຕໍ່ເນື່ອງ ແລະກໍຍັງເຮັດ ໃຫ້ການອໍານວຍຄວາມສະດວກແກ່ເຂົາເຈົ້າບໍ່ພຽງພໍ ແລະທັນການໄດ້ ເຖິງແມ່ນວ່າ ລັດຖະບານໄດ້ມີການວາງແຜນກະກຽມລ່ວງໜ້າແລ້ວກໍຕາມ.

Video Related to 150 Bed Hospital at KM16 in a Stadium Area, Vientiane, Laos PDR 2021-08-13
please wait

No media source currently available

0:00 0:04:20 0:00
ລິງໂດຍກົງ

XS
SM
MD
LG