ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຳພາດ ຊາວອາເມຣິກັນ ເຊື້ອສາຍລາວ ກ່ຽວກັບ ການເລືອກຕັ້ງ ປ. ສະຫະລັດ ປີ 2016


ທ່ານ Bernie Sanders (ຊ້າຍ) ສັງກັດພັກເດໂມແຄຣັດ ແລະ ທ່ານ Donald Trump ສັງກັດພັກຣີພັບບ​ລິກັນ ໄດ້ຊະນະການ ເລືອກຕັ້ງ ທີ່ລັດ New Hampshire.
ທ່ານ Bernie Sanders (ຊ້າຍ) ສັງກັດພັກເດໂມແຄຣັດ ແລະ ທ່ານ Donald Trump ສັງກັດພັກຣີພັບບ​ລິກັນ ໄດ້ຊະນະການ ເລືອກຕັ້ງ ທີ່ລັດ New Hampshire.

ໃນລາຍການ​ຊີວິດ​ຊາ​ວລາວ ແລງ​ວັນ​ພະຫັດມື້​ນີ້ ​ເຮົາ​ຈະນຳ​ເອົາ
​ການ​ສຳພາດ ກ່ຽວກັບຄວາມ​ຄິດ​ເຫັນຂອງ ບັນດາ​ສະມາຊິກ​ປະ
ຊາຄົມອາ​ເມຣິກັນ​ເຊື້ອສາຍລາວ ເ​ລື່ອງ​ການ​ໂຄສະນາ​ຫາ​ສຽງ
​ເລືອກ​ຕັ້ງປະທານາທິບໍດີ ສະຫະລັດ ປີ 2016 ທີ່​ກຳລັງ​ດຳ​ເນີນ​
ຢູ່ໃນ​ຂະນະ​ນີ້. ຂັ້ນຕອນການ​ເລືອກ​ຕັ້ງ​ແບບ​ປະຊາທິປະໄຕ​ແລະ​
ເສ​ລີ ທີ່ຕ້ອງ​ໃຊ້​ເວລາຍາວ​ນານ ແລະ​ທຸ້ມ​ເທ​ເງິນຄຳ ແລະເຮື່ອແຮງຢ່າງ​ມະຫາສານ ໄດ້
ມີ​ອັນ​ເປັນໄປ​ຢ່າງ​ໃດ​ນັ້ນ ເຮົາຂໍໃຫ້ທ່ານພົບກັບ ກິ່ງ​ສະຫວັນ ໄດ້​ໃນ​ອັນ​ດັບ​ຕໍ່​ໄປ.

ສະບາຍດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ມື້​ນີ້​ຂ້າພະ​ເຈົ້າ ຈະ​ນຳພາ​ທ່ານໄປ ​ຕິດ​ຕາມເບິ່ງ ການ
​ເລືອກຕັ້ງ ປະທາ​ນາ​ທິບໍດີ ຢູ່ໃນສະຫະລັດ ຊຶ່ງ​ມີ​ຂຶ້ນ​ທຸກໆ​ສີ່​ປີທີ່ ກຳລັງ​ດຳ​ເນີນ​ຢູ່​ໃນ
ຂະນະ​ນີ້. ທ່ານ Barack Obama ປະທານາທິບໍດີ ສະຫະລັດ ຄົນທີ 44 ​ເປັນ​ຄົນ​ຜີ​ວ
ດຳຜູ້ທຳ​ອິດສັງກັດ​ພັກ​ເດ​ໂມ​ແຄຣັດ ຈະ​ໝົດ​ໜ້າທີ່ລົງໃນ ​ເດືອນ​ມັງກອນ ​ປີ 2017 ປີໜ້ານີ້. ​ຂ່າວສຳຄັນ ແລະ​ໜ້າ​ຕື່ນ​ເຕັ້ນອີກອັນໜຶ່ງນັ້ນ​ກໍຄືວ່າ ທ່ານ Obama ຈະ​ເປັນ ປະທານາທິບໍດີ ສະຫະລັດ ຄົນ​ທຳ​ອິດ ທີ່ມີ​ກຳນົດວ່າ ຈະ​ເດີນທາງມາຢ້ຽມຢາມ​ ສປປ
ລາວ ​ເພື່ອເຂົ້າຮ່ວມ ກອງປະຊຸມສຸດຍອດ ຂອງ​ສະມາຄົມ​ບັນດາ​ປະ​ເທດ​ຊາດໃນເຂ​ດ
​ເອ​ເຊຍ​ອາຄະ​ເນຫລື​ອາ​ຊຽນແລະກອງປະຊຸມສຸດຍອດເອເຊຍຕາເວັນອອກ​ໃນ​ເດືອນ​ກັນຍາທີ່ຈະ​ມາ​ເຖິງ​ນີ້.

ບັດ​ນີ້​ ເຮົາ​ຈະຫັນ​ມາ​ເວົ້າ​ເລື້ອງ ການ​ເລືອກ​ຕັ້ງ​ ປະທານາທິບໍດີ ທີ່​ມີ​ບັນດາ​ຜູ້​ສະມັກ ທັງ
​ຍິງ ​ແລະ​ຊາຍທີ່​ເປັນ​ຜູ້​ມີ​ປະສົບ​ການ​ຕ່າງໆ​ນາໆມາເຊັ່ນສະມາຊິກ​ສະພາ​ສູງ ອະ​ດີດ​ລັດ
ຖະມົນຕີ ຕ່າງປະ​ເທດ ຜູ້​ປົກຄອງ​ລັດ ​ແລະ​ນັກ​ທຸລະ​ກິດ. ຜູ້​ສະມັກ ເລືອກ​ຕັ້ງ ປະທານາ
ທິບໍດີ ​ປີ 2016 ຈາ​ກສອງພັກ​ການ​ເມືອງ​ຄື​ ພັກ​ຣີພັບ​ບລິ​ກັນ ປະກອບດ້ວຍ ຜູ້​ສະມັກ ​17
ທ່ານ ແລະ​ພັກເດ​ໂມ​ແຄຣັດ ​ປະກອບ​ດ້ວຍ 6 ທ່ານ ທີ່ເລີ່ມລົງມືໂຄສະນາ​ຫາ​ສຽງ​ມາ​ແຕ່
​ປີ 2015. ບັດ​ນີ້​ລາຍ​ຊື່ຂອງຜູ້​ສະມັກ ໄດ້​ສັ້ນ​ລົງ ​ແລະຍັງຈະ​ຖອນ​ໂຕອອກ​ໄປ​ຕື່ມອີກບໍ່ຊ້າ
ກໍໄວ ​ເນື່ອງ​ຈາກໄດ້ຮັບຄະ​ແນນສຽງ ສະໜັບສະໜູນ​ໜ້ອຍ ​ແລະ​ສ່ວນ​ທີ່​ເຫລື​ອກໍຈະຖືກ
ຈ້ອນ​ລົງ ​ໄປຈົນ​ເຖິງ​ລະດູ​ໃບ​ໄມ້​ຫລົ່ນ ​ເພື່ອຈະ​ຄັດ​ເລືອກ​ເອົາຜູ້ຕາງໜ້າ​ພັກ ​ຄົນສຸດ​ທ້າຍ
ເຂົ້າ​ແຂ່ງຂັນ ຍາດເອົາຄະແນນເປັນ ​ປະທາ​ນາ​ທິບໍ​ດີ ຄົນ​ໃໝ່ຂອງປະເທດ ໃນ​ທ້າຍ​ປີ
2016 ນີ້. ປະ​ເພນີ​ການ​ເລືອກ​ຕັ້ງ​ຂັ້ນຕົ້ນ ​ໄດ້​ເກີດຂຶ້ນ​ຢູ່​ທີ່​ ລັດ Iowa ຕັ້ງ​ຢູ່​ພາກ​ກາງຂອງ
ສະຫະລັດ ໃນ​ອາທິດສຸດທ້າຍຂອງເດືອນ​ມັງກອນທີ່​ຜ່ານ​ມາ ​ເພື່ອ​ໃຫ້​ປ​ະຊາຊົນ ຜູ້​ຢູ່​ຫ່າງ
​ໄກ​ຈາກ​ໂຕ​ເມືອງ​ໃຫຍ່ ທີ່​ບໍ່​ໄດ້​ຮັບ​ອິດ​ທິພົນ ​ເປັນ​ຜູ້​ໄດ້​ອອກສຽງ​ກ່ອນ. ທີສອງຕໍ່​ມາ​ກໍ​ແມ່ນ ຢູ່​ລັດ New Hampshire ​ເພາະສະ​ນັ້ນ ​ເຮົາ​ຈຶ່ງຈະ​ນຳ​ເອົາ​ການ​ສຳພາດກັບ ປະຊາຊົນ​ອາ​ເມຣິກັນ​ເຊື້ອ​ສາຍ​ລາວ ຜູ້ມີ​ສິດ​ປ່ອນ​ບັດ ທີ່​ຕັ້ງ​ຖິ່ນ​ຖານຢູ່​ຂົງ​ເຂດ​ພາກ​ຕາ​ເວັນ​ອອກແຫ່ງ​ນີ້
ມາສະ​ເໜີ​ທ່ານ.

ວີ​ໂອ​ເອ ​ໄດ້​ຖາມ​ເຖິງ​ຄວາມນຶກ​ຄິດ ​ສິດ​ເສຣີພາບ ​ໂດຍ​ບໍ່​ມີ​ຄວາມຢ້ານ​ກົວ ​ໃນ​ການ​ອອກ​ຄວາ​ມຄິດຄວາ​ມເຫັນຂອງ ບັນດາ​ທ່ານເຫລົ່າ​ນີ້ວ່າ ​ເຂົາ​ເຈົ້າ​ມັກ​ຜູ້​ສະມັກ​ຄົນ​ໃດ ​ແລະ​ດ້ວຍ​ເຫດຜົນ​ອັນ​ໃດ?

ທ່ານ​ຫຸ​ມ​ແພງ ​ເພັງ​ສົມ​ພອນ ຕັ້ງ​ຖິ່ນ​ຖານ​ຢູ່​ທີ່​ລັດ Connecticut ​ໄດ້ໃຫ້​ທັດສະນະ​ສ່ວນ​ໂຕຕໍ່ ວີ​ໂອ​ເອ ​ດັ່ງ​ນີ້ :

ທ່ານຫຸມແພງ ເພງສົມພອນ
ທ່ານຫຸມແພງ ເພງສົມພອນ

ທ່ານ​ວັນມ​າ​ລ​າ ພົງ​ສະຫວັນ ກໍ່​ແມ່ນ​ສະມາຊິກ ສັ​ງຄົມ​ລາວ​-ອາ​ເມຣິກັນ ຜູ້​ສຳຄັນ​ອີີກ​ຄົນ​ໜຶ່ງ ຕັ້ງ​ຖິ່ນ​ຖານ​ຢູ່​ລັດ Rhode Island ທ່ານ​ໄດ້​ອະທິບາຍ​ເຖິງ​ເຫດຜົນວ່າ ​ເປັນ​ຫຍັງ​ທ່ານ​ຈຶ່ງ​ມີຄວາ​ມປະ​ທັບ​ໃຈ​ກັບຜູ້​ສະມັກ ປະທານາທິບໍດີ ທີ່​ທ່ານ​ມັກ ​ແລະ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ດັ່ງ​ນີ້ :

ທ່ານວັນມາລາ ພົງສະຫວັນ
ທ່ານວັນມາລາ ພົງສະຫວັນ

ອີກທ່ານນ່ຶງຊຶ່ງຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ລັດ New Hampshire ບ່ອນທີ່ມີ​ການ​ໂຕ້​ວາທີ ​ການໂຄ ສະນາ​ຫາ​ສຽງ ​ແລະ​ປ່ອນ​ບັດ​ຫາກໍມີຂຶ້ນ ກໍ​ໄດ້​ແກ່ ທ່ານວັນ ກອງ​ມະນີ ຊຶ່ງທ່ານ​ໄດ້ໃຫ້ທັດ
ສະນະສ່ວນ​ໂຕ​ແກ່ ວີ​ໂອ​ເອ ດັ່ງ​ນີ້ :

ລິງໂດຍກົງ

New Hampshire Primary Voters Speak Out
please wait

No media source currently available

0:00 0:01:06 0:00

ຕິດຕາມ​ມາ​ອີກ​ກໍ​ຄື ທ່ານນຸ້ມ ສີ​ຫາ​ບຸດ ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ລັດ New Hampshire ​ເຊັ່ນ​ກັນ
ຊຶ່ງທ່ານ​ໄດ້​ກ່າວ​ຢ່າງ​ເປີດ​ເຜີຍ​ເຖິງ​ແນວ​ຄິດ​ຂອງ​ທ່ານ​ ຕໍ່ ວີ​ໂອ​ເອ ວ່າ :

ລິງໂດຍກົງ

ການ​ໂຄສະ​ນາ​ຫາ​ສຽງ​ເປັນ ປະທານາທິບໍດີ ຂອງ ສະຫະລັດ ຕ້ອງໄດ້ໃຊ້ເວລາເຖິງ​ສອງ
ປີ ກ່ອນ​ການ​ປ່ອນ​ບັດ​ເລືອກ​ຕັ້ງທົ່ວ​ໄປ ຜູ້​ສະມັກຕ້ອງ​ໄດ້​ໃຊ້​ເງິນຄຳ​ຫລາຍ​ລ້ານ​ໂດ​ລາ
​ຄວາ​ມຮູ້ຄວາ​ມສາມາດ ​ແລະປະສົບການຂອງ​ຜູ້​ສະມັກ ຈະ​ບໍ່​ຄໍ້າປະກັນການ​ໄດ້​ຮັບ​ໄຊຊະ
ນະ. ​ລີລາ​ການ​ປາກ​ເວົ້າ ​ຜິກ​ໄຫວທີ່​ສ້າງ ຄວາມ​ເຊື່ອ​ຖື ​ແລະປະ​ທັບໃຈໃຫ້ແກ່ ບັນດາ​ຜູ້
​ປ່ອນ​ບັດນັ້ນ ​ແມ່ນ​ໂອກາດຈະນຳພາ​ໄປ​ສູ່​ການ​ໄດ້​ຮັບຄະ​ແນນ​ສຽງສະໜັບສະ​ໜູນ​ສ່ວນ
ຫລາຍ ທີ່​ຈະ​ຖືກສະ​ເໜີ​ໃຫ້ເປັນ​ຜູ້ຕາງໜ້າ​ພັກ ຢູ່​ໃນການ​ເລືອກ​ຕັ້ງທົ່ວ​ໄປ​.

​ຂັ້ນຕອນການຢັ່ງ​ສຽງ​ເລື​ອກຕັ້ງ ​ໄດ້​ເລີ້ມ​ຂຶ້ນຢູ່​ທີ່ ​ລັດ Iowa ​ອາທິດ​ແລ້ວ​ນີ້ ຕໍ່ມ​າກໍ​ແມ່ນ
​ລັດ New Hampshire ​ທີ່​ຫາ​ກໍ​ສິ້​ນສຸດ​ລົງ​ໃນ​ແລງ​ວັນ​ອັງຄານ​ມື້ກ່ອນ​ ຊຶ່ງຜູ້​ທີ່ຊະ​ນະກໍ
​ໄດ້​ແກ່ ທ່ານ Donald Trump ສັງກັດ​ພັກຣີພັບ​ບລິກກັນ ​ແລະ ທ່ານ Bernie Sanders
​ສັງກັດ​ພັກ​ເດໂມແຄຣັດ. ບັດ​ນີ້ ການ​ປ່ອນ​ບັດ​ຈະ​ຍ້າຍ​ໄປ​ທີ່ ລັດ South Carolina ​ແລະ Nevada ຫລັງຈາກນັ້ນ​ ການປ່ອນທີ່​ຮ້ອງ​ວ່າ Super Tuesday ປີ 2016 ຈະ​ມີ​ຂື້ນຢູ່​ໃນ ວັນ​ອັງຄານ ທີ 1 ມີນາ ຢູ່ໃນ 12 ລັດ​ພ້ອມໆ​ກັນ ​ແລະ ວີ​ໂອ​ເອ ກໍຈະ​ນຳ​ເອົາຂັ້ນຕອນ​ຂອງ ການ​ເລືອກ​ຕັ້ງ​ດັ່ງກ່າວມາສະ​ເໜີ​ທ່ານ​ອີກ​ໃນບໍ່​ຊ້າ​ນີ້.

XS
SM
MD
LG