ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສິງກະໂປ ກະກຽມ ກອງປະຊຸມ ສຸດຍອດ ລະຫວ່າງ ປ. ທຣໍາ ແລະ ທ່ານກິມ


Tiny Singapore Prepares for Trump-Kim Frenzy
please wait

No media source currently available

0:00 0:02:12 0:00

ພວກນັກ​ຂ່າວ​ຫຼາຍ​ພັນ​ຄົນ ມີກຳນົດທີ່ຈະໄປເຖິງສິງກະໂປ ຊຶ່ງເປັນປະເທດ​ນ້ອຍໆໃນ
ອາທິດ​ໜ້ານີ້ ໃນ​ຂະນະ​ທີ່ການ​ກະກຽມຍັງ​ດຳ​ເນີນຕໍ່ໄປກ່ຽວກັບການຈັດ​ກອງ​ປະຊຸມ​
ສຸດ​ຍອດ ​ລະຫວ່າງປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ​ແລະ ​ຜູ້ນຳ​ເກົາຫຼີ​ເໜືອ
ທ່ານ​ກິມ ຈົງ ອຶຶນ. ນັກ​ຂ່າວວີ​ໂອ​ເອ ບິ​ລ ກາລ​ໂລ ມີລາຍງານເພີ້ມຕື່ມຈາກສິງກະໂປ
ກ່ຽວກັບ​ວ່າເປັນ​ຫຍັງ​ ປະ​ເທດ​ເກາະດອນ ທີ່ຕັ້ງ​ຢູ່​ນອກ​ຝັ່ງ​ທະ​ເລຂອງ​ມາ​ເລ​ເຊຍ ຈຶ່ງ​ຖືກ
ເລືອ​ກໃຫ້ເປັນບ່ອນຈັດກອງປະຊຸມສຸດຍອດດັ່ງກ່າວ ຊຶ່ງ ກິ່ງ​ສະ​ຫວັນ ຈະ​ນຳເອົາລາຍ
ລະອຽດມາສະ​ເໜີ​ທ່ານໃນອັນດັບຕໍ່ໄປ.

ສິງກະ​ໂປ ຍິນ​ດີ​ຕ້ອນຮັບ.

ປະ​ເທດ​ເກາະ​ດອນ​ນ້ອຍໆ​ດັ່ງ​ກ່າວ​ມີ​ປະຊາກອນ​ຢູ່​ຫ້າ​ລ້ານ​ຄົນ.

ມີເງິນ​ເປັນຈຳນວນຫຼວງຫຼາຍ.

ແລະ​ມີບ່ອນທີ່ສວຍ​ສົດງົດ​ງາມ​ຕ່າງໆ ເປັນຈຳນວນຫຼວງຫຼາຍ.

ນັກຂ່າວວິລລຽມ ກາລ​ໂລ ກ່າວ​ວ່າ “ສິງກະໂປ​ອາດ​ເປັນ​ບ່ອນທີ່ມີຜູ້ຄົນມາຈາກຫຼາຍໆ
ແຫ່ງ ​ແຕ່ຢູ່​ທີ່​ນີ້ ກໍ​ບໍ່ໄດ້ມີຄວາມຫລູຫລາ ​ເປັນພິເສດແຕ່ຢ່າງໃດ ​ແລະ​ມີ​ຮ້ານ​ຄ້າ​ທີ່​ສະອາດງາມ ຊຶ່ງ​ໃນທາງນຶ່ງນັ້ນ ແມ່ນບໍ່ມີທ່າທາງວ່າຈະຖືກໃຊ້ເປັນສາກໂທລະ​ພາບ
​ຊີວິດຈິງ​ ສຳລັບກອງປະຊຸມສຸດຍອດ ລະຫວ່າງປະທານາທິບໍດີ​ ດໍ​ໂນ​ລ ທຣໍາ ​ແລະ​ຜູ້
ນຳ​ກິມ ຈົງ​ ອຶນ.

ກອງ​ປະຊຸມ​ນີ້ ເກືອບ​ບໍ່​ເກີດ​ຂຶ້ນ.

​ໃນເດືອນ​ແລ້ວ​ນີ້ ປະທານາທິບໍດີ​ທຣໍາ ​ໄດ້​ຍົກເລີກ​ກອງ​ປະຊຸມ​ສຸດ​ຍອດຊົ່ວໄລຍະນຶ່ງ
ກ່ອນ​ທີ່ຈະກ່າວ​ວ່າ ​ຈະພົບປະກັນຄືນອີກຕາມໝາຍກຳນົດ.

ດັ່ງນັ້ນ ​ຈຶ່ງ​ເຮັດ​ໃຫ້ການ​ກະກຽມ​ຢູ່​ທີ່​ນີ້ ​ເປັນການ​ທ້າ​ທາຍ​ຢ່າງ​ໃຫຍ່.

ທ່າມກາງບັນຫາຕ່າງໆໃນການຈັດ​ກອງ​ປະຊຸມ​ສຸດຍອດນັ້ນ ຄວາມ​ຈິງ​ຢ່າ​ງນຶ່ງທີ່​ເຮັດ
ໃຫ້​ມີ​ການ​ຄາດເດົາໄດ້ນັ້ນກໍ​ຄື ​ການ​ເມືອງ​ຂອງ​ສິງກະ​ໂປ.

ທ່ານ​ວິລລຽມ ກ່າວ​ວ່າ “ການ​ປະ​ທ້ວງ​ຂອງປະຊາຊົນ​ບໍ່​ຄ່ອຍ​ມີ​ຢູ່​ທີ່​ນີ້. ຄວາມ​ຈິງ​ແລ້ວ ລັດຖະບານ​ບໍ່ໃຫ້ມີການປະ​ທ້ວງ​ໂດຍທີ່ບໍ່ໄດ້​ຮັບອະນຸຍາດ. ນັ້ນ​ອາດ​ເປັນ ເຫດຜົນ​
ອັນ​ສຳຄັນ ທີ່​ຜູ້ນຳ​ຂອງໂລກ​ທັງ​ສອງ ​ມີ​ຄວາມ​ຮູ້ສຶກ​ຢ່າງແຮງ​ກ້າ.”

ນອກນັ້ນ ສິງກະ​ໂປ​ຍັງ​ເປັນ​ບ່ອນ​ທີ່​ມີ​ຄວາມ​ປອດ​ໄພ ​ເພາະ​ຖືກເບິ່ງກັນວ່າ ​ເປັນດິນ​
ແດນ​ທີ່​ເປັນກາງ.

ສິງກະໂປ​ມີ​ການ​ທູດ ​ແລະ​ຈົນ​ເຖິງ​ເທົ້າ​ຫວ່າງ​ມໍ່ໆ​ມາ​ນີ້ ​ມີການພົວພັນ​ທາງ​ດ້ານເສດ
ຖະກິດ​ຢ່າງແຂງຂັນ ​ກັບທັງ ສະຫະລັດ ​ແລະ​ເກົາຫຼີ​ເໜືອ.

ທ່ານ​ລິ​ມ ​ໄຕ ​ເວ ສາ​ດສະ​ດາ​ຈານຢູ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຂອງສິງກະໂປ ກ່າວ
​ວ່າ “​ສິງກະໂປ​ມີ​ປະສົບ​ການຢ່າງຫຼວງຫຼາຍໃນ​ການ​ຈັດ​ກອງ​ປະຊຸ​ມທີ່​ສຳຄັນ ​ແລະ​ການພົບປະຂອງ​ບັນດາ​ຜູ້ນຳ. ບັນດາອະດີດ​ປະທານາທິບໍດີກໍເຄີຍ​ໄດ້​ມາ​ທີ່​ນີ້​. ອາ​
ຊຽນ​ໄດ້​ມີ​ກອງ​ປະຊຸມ​ຫຼາຍໆຄັ້ງ​ຢູ່​ທີ່​ນີ້ ຮວມທັງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຫວ່າງ​
ມໍ່ໆ​ມາ​ນີ້. ​ເພາະສະ​ນັ້ນ ສິງກະໂປຈຶ່ງມີ​ປະສົບ​ການຢ່າງຫຼວງຫຼາຍໃນ ການຈັດພິທີ
ແບບ​ນີ້.”

ໃນອາທິດ​ແລ້​ວນີ້​ ສິງກະ​ໂປ​ໄດ້​ຕ້ອນຮັບ​ບັນດາ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ ແລະແຂກ
ຜູ້ມີກຽດ​ຫຼາຍ​ສິບ​ຄົນ ​ໃນ​ກອງປະຊຸມປະຈຳ​ປີ​ຊັງ​ກຣີ-ລາ.

ການທີ່ກາຍເປັນຈຸດສົນ​ໃຈ​ແມ່ນດີສຳລັບເສດຖະກິດ​ທ້ອງ​ຖິ່ນ. ​ແຕ່​ທ່ານ​ຈະ​ບໍ່​ສາມາດ
​ເຫັນ​ການ​ຂາຍເສື້ອ​ຍືດ ທີ່ມີຮູບທ່ານ​ທຣໍາ ກັບທ່ານ​ກິມ ຢູ່​ຕາມ​ຖະໜົນຫົນທາງ ຢູ່ໃນ
ບ່ອນ​ທີ່​ມີ​ກົດ​ລະບຽບ​ເຄັ່ງຄັດ​ທີ່​ສຸດ.

ແທນ​ທີ່ຈະ​ແມ່ນຂາຍເຄື່ອງຂອງເຫຼົ່ານັ້ນ ກັບແມ່ນຂາຍ​ເຄື່ອງ​ດື່ມ​ຄັອກເທ​ລສ໌.

ທ່ານ​ດໍ​ໂນ​ລ ທຣໍາ ​ແລະ​ທ່ານກິມ ຈົງ ອຶນ ມີ​ຢູ່​ໃນລາຍການ​ເຄື່ອງ​ດື່ມ​ຄັອກ​ເທລສ໌

ທ່ານ​ສະ​ແຕນ ສຣີ ກາ​ແນັ​ສ ​ເຈົ້າ​ຂອງ​ຮ້ານ​ແອັສ​ໂກ​ບາຣ ບິ​ສ​ໂຕຣ ກ່າວ​ວ່າ “ນີ້​ແມ່ນ​
ທ່ານ​ທຣໍາ. ທຣໍາ​ແມ່ນ​ເຄື່ອງ​ດື່ມ​ເບີ​ເບິນຄັອກ​ເທລສ໌. ​ເບີ​ເບີ​ນແມ່ນ​ເຫຼົ້າ ຫາ​ໄດ້​ງ່າຍ​
ທີ່​ສຸດ​ຢູ່​ໃນ​ສະຫະລັດ. ​ແລະ​ນີ້​ແມ່​ນທ່ານ​ກິມ ຊຶ່ງ​ແມ່ນ​ເຫຼົ້າ​ເຮັດ​ມາ​ຈາກ​ມັນ​ດ້າງ
ເກົາຫຼີ.”

ບາ​ດັ່ງ​ກ່າວ​ນີ້ຕັ້ງ​ຢູ່​ໃນ​ເຂດ​ທຸລະ​ກິດ​ຂອງ​ສິງກະໂປ.

ມີ​ການລໍຖ້າ​ການເຮັດ​ທຸລະ​ກິດ​ຢ່າງໃຫຍ່ ​ເວລາ​ບັນດາ​ນັກ​ຂ່າວ​ສາກົນເປັນຈຳ ນວນ​
ຫຼວງ​ຫຼາຍ​ ​ພາກັນມາ​ເຖິງ.

ສິງກະໂປພວມພິສູດ​ໃຫ້​ເຫັນ​ວ່າ ​ອາດ​ເປັນນຶ່ງ​ໃນບັນດາປະ​ເທດທີ່​ນ້ອຍ​ສຸດຢູ່​ໃນ​ໂລກ
​ແຕ່​ກໍຮູ້​ຈັກກຳ​ສະຖານະ​ການ​ກ່ຽວກັບເລື້ອງຕ່າງໆໄດ້ເປັນຢ່າງດີ.


Thousands of journalists are set to descend on the tiny city-state of Singapore over the next week, as preparations continue for the summit between U.S. President Donald Trump and North Korean leader Kim Jong Un. VOA's Bill Gallo is in Singapore and has more on why the island off the coast of Malaysia is a logical choice for hosting the event.]]

Welcome, to Singapore

A tiny city-state with five million people,

A lot of money,

And no shortage of beautiful spaces.

"Singapore may be cosmopolitan, but it's not exactly opulent here. And it's got all the spontaneity of a pristine shopping mall. Which in a way makes it an unlikely setting for a reality TV show-worthy summit between Donald Trump and Kim Jong Un."

The meeting almost didn't happen.

Last month, Trump briefly canceled the summit before saying it was back on.

That's made preparations on this end pretty challenging.

Amid all the summit drama, one factor that's provided some predictability is Singapore's politics.

"Public protests are rare here in Singapore. In fact, the government doesn't allow unauthorized protests. That could be a key factor for two world leaders who provoke strong feelings."

Singapore is also safe because it's seen as neutral territory.

It has diplomatic, and until recently, strong economic ties with both the United States and North Korea.

"It has a lot of experience holding major conferences and gatherings of leaders. Past presidents have come here before. ASEAN has a lot of meetings here, including the recent ASEAN summit. So it's very experienced at having this kind of event."

Last week, it hosted dozens of defense officials and other dignitaries for the annual Shangri-La Dialogue.

All the attention is good for the local economy. But you won't find street vendors selling Trump-Kim t-shirts in this tightly regulated city.

Instead, cocktails.

Donald Trump and Kim Jong Un-themed cocktails.

"This is the Trump. Trump is a bourbon-based cocktail. Bourbon being the most common liquor you find in the States. And this one is the Kim, which is a soju-based drink."

This bar in the city's business district...

...waiting to do big business once the hordes of international journalists arrive.

Singapore proving that it may be one of the world's smallest countries but it knows how to handle the spotlight.

XS
SM
MD
LG