ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຍານາງທີນາ ມະຫາຣາດ ລົງແຂ່ງຂັນ ຂັ້ນທີ 2 ເປັນສະມາຊິກ ສະພາ ລັດໂອຮາຍໂອ


ຍານາງທີນາ ມະຫາຣາດ ສະໝັກເຂົ້າເປັນສະມາຊິກສະພາ ເຂດສາມ ຂອງລັດໂອຮາຍໂອ ສະຫະລັດອາເມຣິກາ.
ຍານາງທີນາ ມະຫາຣາດ ສະໝັກເຂົ້າເປັນສະມາຊິກສະພາ ເຂດສາມ ຂອງລັດໂອຮາຍໂອ ສະຫະລັດອາເມຣິກາ.

ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີໂອເອ ປະຈຳແລງວັນພະຫັດ
ມື້ນີ້ ແມ່ນເຮົາກຳລັງ​ຕິດຕາມເບິ່ງຄວາມຄືບໜ້າຂອງ ຍານາງ ທີນາ ມະຫາຣາດ ນັກ
ເຄື່ອນໄຫວສັງຄົມໜຸ່ມນ້ອຍທີ່ຫ້າວຫັນ ຊຶ່ງວີໂອເອ ໄດ້ລາຍ​ງານກ່ຽວ​ກັບຍາ​ນາງໄປ
ແລ້ວປີກາຍນີ້ ​ເວລານາງ​ໄດ້ເລີ້ມສະໝັກເຂົ້າແຂ່ງຂັນ​ ຮັບ​ໃຊ້ເປັນສະມາຊິກສະພາ
ປະຈຳລັດໂອຮາຍໂອ. ຍານາງ​ທີ​ນາ ​ໄດ້​ຊະນະການປ່ອນ​ບັດ​ເລືອກ​ຕັ້ງຂັ້ນ​ຕົ້ນ​ໃນວັນ
ທີ 7 ພຶດສະພາທີ່ຜ່ານມາ. ບັດນີ້ຍານາງທີນາ ຈະແຂ່ງຂັນໃນ​ຮອບສຸດທ້າຍໃນ​ເດືອນ
​ພະຈິກ 2018 ຈະ​ມາ​ເຖິງນີ້. ສຳລັບຄວາມຄືບໜ້າ ຂອງ ຍານາງທີນາ ວ່າໄດ້ເປັນມາ
ຢ່າງໃດນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ລິງໂດຍກົງ



ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ບັດນີ້ຄວາມໄຝ່ຝັນຂອງຍານາງທີນາ ມະຫາຣາດ ສັງ
ກັດ​ພັກເດ​ໂມ​ແຄຣັດ ຜູ້​ສະໝັກແຂ່ງຂັນ​ເປັນ​ສະມາຊິກ​ສະພາເຂດ​ສາມ ປະຈຳ​ລັດ​ໂອ
​ຮາ​ຍ​ໂອ ໄດ້ຫຍັບໃກ້ເຂົ້າມາເທື່ອລະກ້າວ ຊຶ່ງອາດຈະກາຍເປັນຄວາມ​ຈິງກໍໄດ້. ໃນ
ໄລຍະນຶ່ງປີ​ຜ່ານມາ ຍານາງທີນາ ໄດ້ທຳການໂຄສະນາຫາສຽງຢ່າງ​ບໍ່ລົດລະ ແລະ
ໄດ້ຊອກຫາທຶນຮອນໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້ ຈາກຜູ້ສະໜັບສະໜູນເພື່ອມາ​ໃຊ້
ຈ່າຍ​ ໃນ​ການ​ໂຄສະນາຫາ​ສຽງ ​ຕໍ່ສູ້​ກັບຄູ່​ແຂ່ງ ຄື​ຍານາງ​ແອນ ​ກອນ​ຊາເລ​ສ ສັງກັດ
ພັກຣີພັບບລິກັນ. ປັດຈຸບັນນີ້ຍານາງທີນາມີເງິນໂຄສະນາຫາສຽງຢູ່ປະມານ 300,000
ໂດລາ ຊຶ່ງໜ້ອຍກວ່າຄູ່​ແຂ່ງ ທີ່ມີຢູ່ເຖິງນຶ່ງລ້ານໂດລາ. ​ແຕ່​ນັ້ນ​ບໍ່ໄດ້ແມ່ນອຸບປະສັກ​ທີ່
ສ້າ​ງຄວາ​ມທໍ້ຖອຍ​ໃຫ້​ແກ່ຍານາງ​ທີນາ.

ຍາ​ນາງ​ທີ​ນາ ມະຫາຣາດ ອາຍຸ 27 ປີ ສຳ​ເລັດ​ການສຶກສາ​ປະລິນຍາ​ຕີ ຝ່າຍລັດຖະ
ສາດ. ຈາກມະຫາວິທະຍາໄລໂອຮາຍໂອ ນາງແມ່ນອາເມຣິກັນເຊື້ອສາຍລາວ ເກີດ
ຢູ່ໃນລັດໂອຮາຍໂອ ສະຫະລັດອາເມຣິກາແມ່ນ​ຊາວ​ເອ​ເຊຍ​ທີ່ຖື​ວ່າ​ເປັນ​ຊົນ​ກຸ່ມ​ນ້ອຍ
ລຸກຢືນ​ຂຶ້ນຕໍ່ສູ້ເພື່ອເປັນປາກ​ເປັນສຽງ ​ໃຫ້​ແກ່ບັນດາຊົນກຸ່ມນ້ອຍຜູ້​ທີ່ບໍ່​ມີ​ປາກ​ສຽງ​ດົ​ງ
ດັງ​ແລະເພື່ອສັງຄົມ​ສ່ວນ​ໃຫຍ່ຊຶ່ງ ​ຍານາງທີ​ນາໄດ້​ກ່າວ​ເຖິງເປົ້າໝາຍທີ່​ຈະ​ຮັບໃຊ້ຢູ່​ໃນ
ເຂດຂອງ​ຜູ້ກ່ຽວ​ດັ່ງນີ້:

ລິງໂດຍກົງ

“ສຳລັບ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ດັ່ງກ່າວ​ນີ້ ຢູ່​ເທິງ​ເວທີ ​ຈະ​ມີ​ຫຼາຍ​ຢ່າງທີ່​ຈະ​ຕ້ອງ​ເຈາະ​
ຈົງ​ໃສ່ ມີ​ຫຼາຍບັນ​ຫາ​ ທີ່ກຳລັງຈະ​ເກີດ​ຂຶ້ນ​ກັບ​ປະຊາຊົນ​ຢູ່​ໃນ​ລັດ​ໂອ​ຮາ​ຍ​ໂອ. ພວກ​
ເຮົາ​ຕ້ອງ​ການ​ຢາກ​ເພີ້​ມ ທືນການ​ສຶກສາ​ແກ່​ສາທາລະນະ​ຊົນ ພວກ​ເຮົາ​ຢາກ​ໃຫ້​ເປັນ​

ທີ່​ແນ່ນອນ​ວ່າ ທະຫານ​ຜ່ານ​ເສິກໄດ້​ຮັບ​ການດູ​ແລທີ່​ດີ ພ້ອມ​ດ້ວຍ​ການ​ແກ້​ໄຂ​ບັນ
ຫາ​
ການ​ແຜ່​ລາມຂອງຄົນ​ຕິດ​ຢາ​ໂອປີອອຍ (opioid) ການ​ປິ່ນປົວ​ທີ່​ບໍ່​ແພງ ​ໂດຍ​ສະ​
ເພາະ​
ການ​ປິ່ນປົວທະຫານ​ຜ່ານ​ເສິກ​ຢູ່​ໃນລັດ​ໂອ​ຮາ​ຍ​ໂອ ​ແລະ​ອີກ​ຫຼາຍ​ຢ່າງ​ ທີ່​ກຳ
ລັງ​ເກີດ
ຂຶ້ນ​ຢູ່. ​ແລະ​ນັ້ນ​ ແມ່ນ​ເວທີ​ຄວາມ​ເປັນ​ຫ່ວງຂອງ​ຂ້າພະ​ເຈົ້າ​ໃນ​ປັດຈຸບັນ ຢູ່​
ໃນ​ເຂດ​ສາມ ຂົງ​ເຂດ​ເມືອງຫຼວງໂຄ​ລຳ​ບັສ ລັດ​ໂອ​ຮາ​ຍ​ໂອ. ການເລື​ອກຕັ້ງ​ຈະ​ມີ​ຂຶ້ນ
ໃນ​ວັນ​ທີ 6 ​ເດືອນພະຈິກ​ຈະ​ມາ​ເຖິງ​ນີ້ິ ​ແລະ​ຂ້າພະ​ເຈົ້າ​ຈະ​ດຳ​ເນີນ​ການ​ໂຄສະນາ​
ຫາ​ສຽງ​ໄປ​ຈົນ​ຮອດ​ມື້ນັ້ນ.”

​ເວທີຫລິ້ນ​ການ​ເມືອງ​ຢູ່​ໃນ​ສະຫະລັດ ເພື່ອຮັບໃຊ້ຢູ່ໃນຕຳແໜ່ງອັນສຳຄັນ​ບໍ່ວ່າຈະຢູ່
ໃນລະດັບລັດຖະບານທ້ອງຖິ່ນ ລະດັບລັດ ແລະລະດັບລັດະບານກາງ​ ກໍຕາມ ກໍແມ່ນ
ຈະເປັນເລື້ອງສະລັບຊັບຊ້ອນທີ່​ສຸດ ຜູ້​ສະໝັກຕ້ອງ​ຕຽມ​ໂຕ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ
ຕ່າງໆ ​ໂດຍ​ສະ​ເພາະ​ທາງ​ດ້ານ​ສ່ວນ​ໂຕ ທີ່ບັນດາ​ນັກ​ຂ່າວ ​ແລະ​ຄູ່​ແຂ່ງຂັນ​ ຈະຊອກ​ຄົ້ນ
​ນຳ​ເອົາ​ຂໍ້​ມູນທີ່​ເປັນ​ຈຸດ​ອ່ອນອອກ​ມາ​ປະຈານ ​ເພື່ອ​ໃຫ້​ຜູ້​ປ່ອນ​ບັດ​ໄດ້ຮູ້​ຄວາມບໍ່​ຂາວ
ສະອາດເພື່ອເອົາຊະນະ.

ຕາ​ມປົກກະຕິ​ແລ້ວ ຜູ້​ສະໝັກ​ເຂົ້າ​ແຂ່ງຂັນ​ ຈະ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ພັກ​ການ​ເມືອງຂອງ​ຕົນທີ່​ສັງກັດ​ຢູ່​ນັ້ນ ​ແຕ່​ວ່າຍາ​ນາງທີ​ນາ ຜູ້​ສັງກັດ​ພັກ​ເດ​ໂມ​ແຄຣັດໄດ້​ຖືກ​ປະ
ຕິ​ເສດ​ການ​ສະໜັບສະໜູນຈາກ​ພັກ​ ເຖິງ​ແມ່ນ​ວ່າ​ຈະໄດ້ຮັບ​ໄຊຊະນະໃນ​ການ​ເລືອກ​ຕັ້ງ
​ຂັ້ນ​ຕົ້ນມາແລ້ວກໍຕາມ ຊຶ່ງຍານາງ​ທີ​ນາ ​ໄດ້ກ່າວ​ເຖິງ​ເຫ​ດຜົນ​ວ່າ:

ລິງໂດຍກົງ

“​ໂຊກ​ບໍ່​ດີ​ທີ່​ພັກ​ເດ​ໂມ​ແຄຣັດ ບໍ່​ໃຫ້ການ​ສະ​ນັບ​ສະ​ໜູນ​ແກ່​ຂ້າພະ​ເຈົ້າ ​ເພາະວ່າ ຂ້າ
ພະ​ເຈົ້າ​ມີ​ເບື້ອງ​ຫຼັງ​ບໍ່​ຂາວ​ສະອາດ ​ແລະ​ເຂົາ​ເຈົ້າ​ເຫັນ​ວ່າ​ ມັນຈະເປັນການຍາກ​ທີ່​

ຂ້າພະ​ເຈົ້າ​ຈະໄດ້​ຮັບໄຊຊະນະ. ປັດຈຸບັນ​ນີ້ ​ຂ້າພະ​ເຈົ້າ​ໄດ້​ຮັບ​ທືນຈາກ​ບັນດາ​ຜູ້​ບໍລິ
ຈາກ ທີ່​ມາ​ຈາກ​ຄອບຄົວ ໝູ່​ເພື່ອນ ພ້ອມ​ດ້ວຍ​ປະຊາ​ຄົມ​ເອ​ເຊຍ. ນອກຈາກ​ນັ້ນ
ແລ້ວ ຂ້າພະເຈົ້າ​ ຍັງ​ປະສົບ​ກັບ​ບັນຫາ​ທີ່ວ່າຜູ້​ສະໝັກ​ຢູ່​ພັກ​
ດຽ​ວກັນ​ກີດກັ້ນ​ຂ້າພະ
​ເຈົ້າ ​ພະຍາຍາມເກັບກໍາເອົາ​ລາຍ​ເຊັນ​ ເພື່ອ​ເປັນ​
ການ​ຢັ້ງຢຶນ​ ບໍ່​ໃຫ້​ຂ້າ​ພ​ະເຈົ້າ​ວິ້ງ
ເຕັ້ນສະໝັກ ແຕ່​ເຂົາ​ເຈົ້າ​ບໍ່​ສຳ​ເລັດ. ຄູ່​ແຂ່ງ​ຜູ້​ທີ​ສອງ​ຢູ່ໃນ​ພັກ​ເດ​ໂມ​ແຄຣັດ ທີ່ຂ້າພະ
​ເຈົ້າ​ໄດ້​ໄຊຊະນະ​ ດ້ວຍຄະແນນ 70 ຕໍ່ 30 ​ສຽງ ​ຊຶ່ງພາໃຫ້​ນາງໄດ້​ຕົກ​ອອກໄປ​ແລ້ວ.
​ເຫດຜົນ​ທີ່​ພັກ​ເດ​ໂມ​ແຄຣັດບໍ່​ໃຫ້ການ​ຊຸກຍູ້​ ຂ້າພະ​ເຈົ້າ​ກໍ​ເພາະວ່າ ​ໃນ​ສາຍຕາ​ທາງ
ດ້ານ​ການ​ເມືອງ​ແລ້ວ ​ເຂົາ​ເຈົ້າ​ເຫັນ​ວ່າ​ຂ້າພະ​ເຈົ້າ​ບໍ່ເໝາະ​ສົມ ​ເພາະວ່າ ຂ້າພະ​ເຈົ້າ
​ບໍ່​ແມ່ນ​ຄົນ​ອາ​ເມຣິກາ​ອີ່ຫຼີ ຂ້າພະ​ເຈົ້າ​ແມ່ນຄື​ດັ່ງ​ທີ່ໄດ້ເຫັນຫັ້ນແລ້ວ. ຂ້າພະ​ເຈົ້າ​ໄດ້
​ຜ່ານຊີວິດ​ຄວາມ​ເປັນ​ມາ ແລະ​ເຕີ​ບ​ໂຕຢູ່ໃນ​ຄອບຄົວອົບ​ພະຍົບ​ ຂ້າພະ​ເຈົ້າ​ໄດ້​ຜ່ານ
​ກັບ​ບັນຫາ​ຄື​ດັ່ງ​ທີ່ຫຼາຍໆຄົນ​ມີ ​ແລະ​ຂ້າພະ​ເຈົ້າ​ບໍ່​ໄດ້​ຢູ່​ໃນ​ຮູບ​ຮ່າງ​ທີ່​ດີ​ເລີດ​ສຳລັບ​ຜູ້​
ສະໝັກ​ເປັນ​ນັກ​ການ​ເມືອງ ດັ່ງ​ທີ່​ເຂົາ​ເຈົ້າ​ເຫັນ. ​ເວລາ​ຂ້າພ​ະ​ເຈົ້າມີ​ອາຍຸ​ໄດ້ 16 ປີ
ຂ້າພະ​ເຈົ້າໄດ້ເກີດ​ອຸປະຕິ​ເຫດ​ລົດຕຳ​ກັນທີ່​ໄດ້​ອອກ​ຂ່າວ​ໄປ​ທົ່ວ ຂ້າພະ​ເຈົ້າ​ຍັງ​ມີ
​ບັນຫາ​ເວລາຮຽນ​ຢູ່ມະຫາວິທະຍາ​ໄລ ​ເພາະວ່າ​ຂ້າພະ​ເຈົ້າ​ໄດ້ເອົາ​ເຫລົ້າ​ໃຫ້​ພີ່​ນ້ອງ
​ດື່ມ​ເວລາ​ນາງ​ຍັງ​ມີ​ອາຍຸ​ຕໍ່າ​ກວ່າ 21 ປີ ​ແລະ​ແນ່ນອນ ​ການ​ຢ່າ​ຮ້າງ​ຂອງ​ຂ້າພ​ະ​
ເຈົ້າ ​ທີ່​ຕ້ອງເຮັດ​ໃຫ້​ຂ້າພະ​ເຈົ້າ​ຂໍລົ້ມລະລາຍຍົກເລີກໜີ້ສິນ.”

ນັ້ນ​ແມ່ນ​ຄວາມ​ກ້າຫານຂອງ​ນັກ​ການ​ເມືອງ​ສະຫະລັດ​ຄົນ​ນຶ່ງ ​ທີ່​ກ້າ​ເວົ້າ​ກ້າ​ວ່າ​ ຮັບ​ຮູ້
ເຖິງຄວາ​ມຈິງຂອງ​ຊີວິດ ​ແລະມີ​ຄວາມ​ຮັບຜິດຊອບ ທີ່​ປະຊາຊົນຜູ້​ມີ​ສິດ​ປ່ອນ​ບັດ​ຈະ​
ເປັນ​ຜູ້​ຕັດສິນ​ດ້ວຍຕົນ​ເອງ. ຍາ​ນາງ​ທີນາກ່າວ​ວ່າ ຄົນ​ເຮົາ​ສາມາດ​ປ່ຽນ​ແປງ​ໄດ້ ​ແລະ​
ຮຽນ​ຮູ້​ຄວາມ​ຜິດພາດ​ໄວ້​ເປັນ​ບົດຮຽນ. ​ເຖິງ​ແມ່ນ​ວ່າ ຍານາງ​ທີນາ ໄດ້ມີ​ປະວັດອັນ​ບໍ່​
ຂາວ​ສະອາດມາ ​ແຕ່​ນາງກໍສາມາດຍາດໄດ້​ ໄຊ​ຊະນະຈາກບັນດາຜູ້​ສະ​ໜັກແຂ່ງຂັນ
​ຫ້າຄົນ ຢູ່ໃນ​ພັກ​ດຽວ​ກັນມາແລ້ວ. ຍານາງ​ທີ​ນາ ​ໄດ້​ກ່າວເຖິງການ​ໄດ້ຮັບ​ການສະໜັບ
ສະ​ໜູນ​ດັ່ງ​ນີ້:

ລິງໂດຍກົງ

“ປະຊາ​ຄົມ​ເອ​ເຊຍ ​ໄດ້​ໃຫ້ການ​ສະໜັບສະໜູນ​ແກ່​ຂ້າພະ​ເຈົ້າ 100 ​ເປີ​ເຊັນຕະຫຼອດ
ການ​ດຳ​ເນີນ​ໂຄສະນາ​ຫາ​ສຽງ ບໍ່​ມີ​ພຽງ​ແຕ່​ຄົນ​ລາວ​ເທົ່າ​ນັ້ນ ​ແຕ່​ຍັງ​ມີ​ຄົນ​ຈີນ ຄົນ
​ຫວຽດນາມ ​ແລະ​ຊາວ​ອິນເດ​ຍ​ແດງ​ອາ​ເມຣິກັນ. ​ເຂົາ​ເຈົ້າ​ ເຂົ້າ​ໃຈ​ເຖິງ​ເບື້ອງ​ຫຼັງ
​ຂອງ​ຂ້າພະ​ເຈົ້າທີ່ໄດ້​ຮັບ​ໃຊ້​ສາທາລະນະຊົນມາ​ກ່ອນ ​ເພະ​ສະ​ນັ້ນ​ຂ້າພະເຈົ້າຈຶ່ງ​ໄດ້​
ຮັບ​ການ​ສະໜັບສະໜູນ​ຢູ່​ທົ່ວ​ສະຫະລັດ 100 ​ເປີ​ເຊັນ ບໍ່​ແມ່ນ​ແຕ່​ຢູ່​ໃນ​ລັດ​ໂອ​ຮາ​ຍ
​ໂອ. ຂ້າພ​ະ​
ເຈົ້າ​ມີ​ປະຊາ​ຄົມ​ເອ​ເຊຍ​ຢືນຢູ່​ຄ່ຽງຄູ່ ​ເພາະ​ວ່າ​ຂ້າ​ພະ​ເຈົ້າ​ໄດ້ຊະນະ​ການ​
ເລືອກ​ຕັ້ງ
​ຂັ້ນ​ຕົ້ນ. ມັນ​ເປັນ​ປະສົບ​ການ​ທີ່​ໜ້າ​ສັງ​ເວດ​ທີ່​ເຫັນ​ພັກ​ຂອງ​ຕົນ​ເອງ​ບໍ່​ໃຫ້
ການ​ສະໜັບ
ສະໜູນ ທີ່ເຂົາ​ເຈົ້າເຫັນວ່າ ຂ້າພະ​ເຈົ້າເປັນ​ຄົນ​ບໍ່​ດີ​ຈາກ​ລາຍ​ງານ​ຂ່າວ.
​ແຕ່​ເປັນ​ປະສົບ​ການ​
ທີ່​ດີ​ຈາກ​ຄອບຄົວ​ຄົນ​ລາວ​ທີ່​ໄດ້​ໃຫ້ການ​ສະໜັບ​ສະໜູນ​ແກ່​ຂ້າ
ພ​ະເຈົ້າ ທີ່​ບອກ​ໃຫ້ຂ້າພະ​ເຈົ້າ​ຮູ້​ວ່າ ມັນບໍ່​ເປັນ​ຫຍັງ​ກ່ຽວ​ກັບ​ເລື້ອງ​ທີ່​ຜ່ານ​ມາ ​ເຮົາ​
ປ່ອຍໃຫ້ມັນ​ຜ່ານໄປ​ ມັນ​ເປັນ​ເລື້ອງ​ທີ່​ຜ່ານ​ໄປ​ແລ້ວ ​ແຕ່​ນີ້​ເປັນ​ເລື້ອງ​ປັດ​ຈຸບັນ. ສິ່ງ
​ທີ່​ຂ້າພະ​ເຈົ້າ​ບໍ່​ສາມາດ​ຄວບ​ຄຸມ​ໄດ້​ນັ້ນ​ກໍ​ຄື​ວ່າ ຂ້າພ​ະ​ເຈົ້າ​ຈະ​ເອົາ​ຊະນະ​ການ​ເລືອກ
​ຕັ້ງ​ນີ້​ໄດ້​ຢ່າງ​ໃດ ​ແລະ​ຂ້າພະ​ເຈົ້າ​ຄວບ​ຄຸມ​ບໍ່​ໄດ້​ວ່າ ພັກ​ຂອງ​ຂ້າພະ​ເຈົ້າ​ຈະ​ເວົ້າ​ຫຍັງ​
ກ່ຽວກັບ​ຂ້າພະ​ເຈົ້າ. ຖ້າຫາກຂ້າພ​ະ​ເຈົ້າ​ສາມາດ​ຜ່ານ​ເບື້ອງຫຼັງ​ໄປໄດ້​ ນີ້​ບໍ່​ແມ່ນ​ເລື້ອງ​
ໃໝ່​ ຂ້າພະ​ເຈົ້າປ່ຽນແປງ​ບໍ່​ໄດ້​ໃນ​ສິ່ງ​ທີ່​ຜ່າ​ນມາ. ປັດ​ຈຸ​ບັນ​ນີ້ ​ຂ້າພະ​ເຈົ້າ​ຢາ​ກເປັນ​ຜູ້
ຕາງໜ້າທ່ານ ຂ້າພ​ະ​ເຈົ້າ​ຢາກ​ໃຫ້ມີ​ການ​ປ່ຽນ​ແປງ​ໃນ​ເຂດ​ນີ້ ຂ້າພ​ເຈົ້າ​ຢາ​ກ​ໃຫ້​ເປັນ​
ທີ່​ແນ່ນອນ​ວ່າ ຄົນ​ກຸ່ມ​ນ້ອຍ​ຄື​ດັ່ງ​ຂ້າພ​ະ​ເຈົ້າ​ນີ້​ ມີ​ສຽງ​ຢູ່​ໃນ​ສະພາ ​ແມ່ນ​ແຕ່​ພັກ​ຂອງ
​ຂ້າພະ​ເຈົ້າ ​ກໍ​ບໍ່ຢາ​ກ​ໃຫ້​ມີປາກມີສຽງ."

ຄຳຂວັນຄຳນຶ່ງ ເປັນພາສາອັງກິດໄດ້ກ່າວໄວ້ວ່າ “Be All You Can Be” ຊຶ່ງໝາຍ
ຄວາວ່າ “ເຈົ້າຢາກເປັນຫຍັງ ເຈົ້າກໍຈະເປັນໄດ້ໝົດ” ຊຶ່ງຍານາງ​ທີ​ນາ ​ມະຫາລາດ ​ໄດ້​
ສະ​ແດງ​ໃຫ້​ເປັນໂຕຢ່າງ ​ແລະ​ເປັນ​ແມ່ຍິງ​ອາ​ເມຣິກັນ​ເຊື້ອສາຍ​ລາວ​ຄົນ​ນຶ່ງ ທີ່​ໄດ້​ປູ​ທາງ
​ວາງ​ບົດບາດ​ໄວ້​ ໃຫ້​ແກ່​ບັນດາ​ເຍົາວະ​ຊົນ​ລຸ້​ນຕໍ່​ໄປ​.

XS
SM
MD
LG