ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ້າວທິໂມທີ ສິງຣາດສົມບຸນ ໜຸ່ມລາວອາເມຣິກັນ ນັກຂຽນ ນັກແຕ້ມ ແລະນັກເຄື່ອນໄຫວສັງຄົມ


ທ້າວທິໂມທີ ສິງຣາດສົມບຸນ ນັກຂຽນ ນັກແຕ້ມ ນັກເຄື່ອນໄຫວສັງຄົມ ແລະນັກຄົ້ນຄົ້ວາ ຊົນຊາດຊົນເຜົ່າ.
ທ້າວທິໂມທີ ສິງຣາດສົມບຸນ ນັກຂຽນ ນັກແຕ້ມ ນັກເຄື່ອນໄຫວສັງຄົມ ແລະນັກຄົ້ນຄົ້ວາ ຊົນຊາດຊົນເຜົ່າ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີໂອເອ ແລງວັນພະຫັດມື້ນີ້ ເຮົາຈະນຳການໂອ້ລົມກັບທ້າວທິມໂມທີ ສິງຣາດສົມບຸນ ຢູ່ ເມືອງໂຄລຳບັສ ລັດໂອຮາຍໂອ. ທ້າວທິມໂມທີສຳເລັດປະລິນຍາຕີ ດ້ານການ ສຶກສາຊົນຊາດຊົນເຜົ່າ (Ethnic studies) ຈາກມະຫາວິທະຍາໄລລັດໂອຮາຍໂອ. ທ້າວທີໂມທີ ແມ່ນນັກເຄື່ອນໄຫວສັງຄົມ ນັກຂຽນ ນັກແຕ້ມແລະເປັນປາກ ສຽງໃຫ້ແກ່ສັງຄົມລາວ. ທ້າວທິມໂມທີ ມີຄວາມສົນໃຈກ່ຽວກັບຊີວິດຄົນລາວອາ ເມຣິກັນ ທີ່ລາວເຫັນວ່າບໍ່ໄດ້ຮັບສິດທິເທົ່າທຽມທາງດ້ານການສຶກສາແລະບັນຫາ ຂອງສັງຄົມ. ກິ່ງສະຫວັນ ຈະນຳເອົາການໂອ້ລົມມາສະເນີທ່ານ ໃນອັນດັບຕໍ່ໄປ.

ຮູຍແຕ້ມໂດຍ ທ້າວທິໂມທີ ສົງຣາດສົມບຸນ
ຮູຍແຕ້ມໂດຍ ທ້າວທິໂມທີ ສົງຣາດສົມບຸນ

ທ້າວທິໂມທີ ສິງຣາດສົມບຸນ ອາຍຸ 29 ປີ ລູກຊອດລາວອາເມຮິກັນ ພໍ່ເປັນຄົນລາວ ແລະ
ແມ່ເປັນຄົນອາເມຣິກັນ. ທ້າວທິໂມທີ ສາມາດປາກພາສາ ລາວໄດ້ພຽງເລັກນ້ອຍເຕີບໃຫຍ່
ຢູ່ໃນບັນຍາກາດສິ່ງແວດລ້ອມທີ່ລາວສັງເກດ ເຫັນວ່າ ເປັນຊົນຊັ້ນທີ່ບໍ່ໄດ້ຮັບການສຶກສາ
ດີເທົ່າທຽມກັນກັບພວກນັກຮຽນຄົນ ຜິວຂາວທີ່ເປັນປະຊາຄົມທີ່ຮັ່ງມີ. ທ້າວທິໂມທີຈົບມັດ
ທະຍົມຢູ່ເມືອງໂຄລຳບັສ ລັດໂອຮາຍໂອ ຊຶ່ງສ່ວນໃຫຍ່ຄອບງໍາໂດຍພວກນັກຮຽນຜິວດຳ
ແລະສະແປນິສ ແລະບໍ່ມີນັກຮຽນລາວອາເມຣິກັນ. ພໍ່ຂອງທ້າວທິໂມທີ ເປັນຄົນອາເມຣິກັນ
ເຊື້ອສາຍລາວ ແລະແມ່ເປັນຄົນອາເມຣິກັນ.

ທ້າວທິໂມທີ ເປັນຊາວໜຸ່ມລາວອາເມຣິກັນ ທີ່ສັງເກດເກດເບິ່ງສິ່ງແວດລ້ອມທີ່ ເຫັນວ່າເປັນຫຍັງ ບ່ອນທີ່ລາວຢູ່ບໍ່ໄດ້ຮັບການສຶກສາການທີ່ດີຄືພວກເດັກນ້ອຍ ຄົນຜີວຂາວ. ລາວມີສະຕິລະວັງໂຕຢູ່ສະເໝີ ກ່ຽວກັບຄວາມບໍ່ກໍ້າເກິ່ງຂອງສັງ ຄົມທົ່ວໄປຢູ່ໃນສະຫະລັດ ແລະນີ້ໄດ້ເປັນສິ່ງກະຕຸ້ນໃຫ້ລາວມີຄວາມມານະອົດ ທົນດ້ານການຮຽນ ຈົນໄດ້ຮັບທຶນຮຽນຢູ່ມະຫາວິທະຍາໄລ ຊຶ່ງພໍ່ແມ່ບໍ່ຄ່ອຍເຂົ້າ ໃຈດ້ານການຮຽນຂອງລາວ. ທ້າວທິໂມທີ ສົນໃຈຮຽນກ່ຽວກັບການສຶກສາດ້ານ ຊົນຊາດຊົນເຜົ່າຫຼື ethnic studies ທີ່ສ່ວນໃຫຍ່ ຢູ່ໃນປະເທດກຳລັງພັດທະ ນາ ບໍ່ຄ່ອຍມີຫລັກສູດການຮຽນກ່ຽວກັບເລື້ອງນີ້. ທ້າວທິໂມທີ ສຳເລັດປະລິນ ຍາຕີ ໃນປີ 2015 ຈາກມະຫາວິທະຍາໄລລັດໂອຮາຍໂອໄດ້ກ່າວຕໍ່ ວີໂອເອວ່າ:


“ພໍ່ຂອງຂ້າພະເຈົ້າຢາກໃຫ້ເປັນທະນາຍຄວາມ ແຕ່ແມ່ຢາກໃຫ້ເປັນທ່ານໝໍ ສໍາລັບຂ້າ
ພະເຈົ້າເອງແລ້ວ ຢາກພົວພັນກັບຄົນຫຼາຍກ່ອນ ຢາກມີແນວຄິດປະດິດສ້າງ ຂຽນກ່ຽວກັບ
ຊິວິດຂອງຊຸມຊົນ ຊຶ່ງເປັນວິຊາຮຽນຂອງຂ້າພະເຈົ້າ. ຂ້າພະເຈົ້າເຕີບ ໃຫຍ່ຢູ່ເມືອງໂຄລຳ
ບັສ ລັດໂອຮາຍໂອ ຂ້າພະເຈົ້າ ໄດ້ເຫັນການບໍ່ໃຫ້ຄວາມສົນ ໃຈ ການຈຳແນກຜິວພັນ ປະ
ເພນີທີ່ມີຄວາມແຕກຕ່າງກັນ ລະຫວ່າງກຸ່ມຊົນ ແລະ ນັ້ນເປັນເລື້ອງທີ່ຂ້າພະເຈົ້າຢາກຄົ້ນ
ຄວ້າ. ຂ້າພະເຈົ້າໄດ້ເລີ້ມເຂົ້າໂຮງຮຽນ ຊັ້ນມັດ ທະຍົມຢູ່ໃນເຂດຊານເມືອງ. ຂ້າພະເຈົ້າ
ຢາກຮູ້ວ່າເປັນຫຍັງບາງຄົນໄດ້ຮັບການສຶກ ສາດີແລະບາງຄົນບໍ່ໄດ້ຮັບ ແລະຂາດການສຶກ
ສາເພາະສະນັ້ນ ຂ້າພະເຈົ້າຢາກ ສຶກສາກ່ຽວກັບເລື້ອງສັງຄົມ.

ຂ້າພະເຈົ້າຮູ້ສຶກວ່າ ພວກຊົນກຸ່ມນ້ອຍໄປເຂົ້າໂຮງຮຽນທີ່ບໍ່ດີປານໃດແລະນັ້ນເປັນ ສິ່ງທີ່ຂ້າ
ພະເຈົ້າຢາກຮຽນຮູ້. ຂ້າພະເຈົ້າໄດ້ໄປເຂົ້າໂຮງຮຽນ ທີ່ສ່ວນໃຫຍ່ຄອບງໍາ ໄປດ້ວຍພວກນັກ
ຮຽນຜິວດຳ ເວລານັ້ນ ຂ້າພະເຈົ້າບໍ່ໄດ້ຄິດຫຍັງຫຼາຍ ກ່ຽວກັບ ເລື້ອງນີ້ ຈົນກວ່າວ່າໄດ້ອອກ
ມາເຫັນໂລກພາຍນອກຂອງການສຶກສາຊັ້ນສູງຈຶ່ງຮູ້ ເຖິງຄວາມສຳຄັນຂອງຜິວພັນນັ້ນ
ແມ່ນຫຍັງ.”

ທ້າວທິໂມທີກ່າວວ່າ ລາວບໍ່ມີປະສົບກັບການກ່ຽວກັບການແບ່ງແຍກດ້ານຜິວພັນຈາກພວກນັກຮຽນຜີວດຳ ຊຶ່ງທ້າວທິໂມທີ ກ່າວເຖິງຕອນນີ້ວ່າ:

“ຄວາມຈິງແລ້ວການແບ່ງແຍກຜິວພັນມັກເປັນຫົວເລື້ອງຢູ່ໃນປັດຈຸບັນນີ້ ຂ້າພະ ເຈົ້າ ບໍ່ມີປະສົບການດັ່ງກ່າວ ແຕ່ວ່າຂ້າພະເຈົ້າໃນນາມ ສະມາຊິກສັງຄົມລາວ ອາເມຣິກັນທີ່ເປັນ
ສັງຄົມບໍ່ຮັ່ງມີ. ປະຊາຄົມຂອງພວກເຮົາມີແກັ່ງຄວາມຮຸນແຮງ ມີຄົນຫວ່າງງານ ຄົນບໍ່ສາ
ມາດເຂົ້າຫາການປິ່ນປົວ ເພາະວ່າເຂົາເຈົ້າບໍ່ເຂົ້າໃຈ ພາສາ ແລະນັ້ນແມ່ນບັນຫາໃຫຍ່.
ມີແກັ່ງອັນຕະພານລາວ ຫວຽດ ແລະກຳປູ ເຈຍ ຊຶ່ງເປັນພວກຊາວໜຸ່ມທີ່ບໍ່ມີການແນະນຳ
ໃຫ້ໄປໃນທາງດີເພາະສະນັ້ນເຂົາ ເຈົ້າຈຶ່ງບໍ່ໄປເຂົ້າໂຮງຮຽນ ບໍ່ມີແບບຢ່າງທີ່ດີ ແລະພໍ່ແມ່
ເຂົາເຈົ້າ ມີແຕ່ເຮັດວຽກ ຫາເງິນແລະເວົ້າພາສາອັງກິດບໍ່ເກັ່ງ. ສໍາລັບຂ້າພະເຈົ້າແລ້ວ ຂ້າ
ພະເຈົ້າຮໍ່າຮຽນ ຫຼາຍທີ່ສຸດຢູ່ມັດທະຍົມ ຊຶ່ງບໍ່ງ່າຍ ຈົນວ່າຂ້າພະເຈົ້າໄດ້ຮັບທຶນຮຽນຢູ່ມະ
ຫາວິທະ ຍາໄລດ້ວຍການແນະນໍາ ຈາກພວກອ້າຍເອື້ອຍ. ສ່ວນພໍ່ແລະແມ່ກໍໃຫ້ການຊ່ວຍ
ເຫຼືອແຕ່ພວກເພີນຄ່າແຕ່ເຮັດງຽກ ແລະບໍ່ລື້ງກັບລະບົບການຮຽນເພາະວ່າບໍ່ເຄີຍ ໄປເຂົ້າ
ມະຫາວິທະຍາໄລ.

ປັດຈຸບັນຂ້າພະເຈົ້າກຳລັງພິຈາລະນາຈະຮຽນຕໍ່ເອົາປະລິນຍາໂທດ້ານຊົນ
ຊາດຊົນເຜົ່າ.
ຂ້າພະເຈົ້າໄດ້ຮຽນຫລັກສູດກ່ຽວກັບຊາວຜິວດຳ ສະແປນິສແລະຄົນເອເຊຍ. ມັນເປັນ
ເລື້ອງທີ່ເໝາະສົມທີ່ຂ້າພະເຈົ້າຮຽນກ່ຽວ ກັບຄົນລາວອາເມຣີກັນ ທີ່ກໍາລັງພົວພັນກັບ
ການຖືກສົ່ງກັບຄືນໄປເມືອງລາວແລະ ບັນດາຄູອາຈານ ໄດ້ໃຫ້ການສະໜັບສະໜູນ
ແກ່ຂ້າພະເຈົ້າ ໃຫ້ຄົ້ນຄວ້າກ່ຽວກັບ ເລື້ອງນີ້. ພວກຄູອາຈານແລະນັກສຶກສາຢູ່ມະ
ຫາວິທະຍາໄລສ່ວນໃຫຍ່ຮູ້ວ່າເມືອງ ລາວຢູ່ໃສ ແຕ່ວ່າພວກນັກຮຽນຢູ່ຊັ້ນມັດທະຍົມ
ບໍ່ຮູ້ວ່າມີຫຍັງເກີດຂຶຶ້ນຢູ່ໃນເມືອງ ລາວ ເຊັ່ນວ່າສົງຄາມ ອົບພະຍົບ ແລະການຖີ້ມ
ລະເບີດ.”

ໃນໄລຍະການເກີດໄວຣັສໂຄວິດ-19 ມາໄດ້ເກືອບນຶ່ງປີທີ່ຜ່ານມາ ທ້າວທີໂມທີ ໄດ້ສັງ
ເກດເຫັນຄວາມຄຽດຊັງ ແລະການໂຈມຕີຕໍ່ຄົນອາເມຣິກັນເຊື້ອສາຍເອເຊຍ ເພີ່ມຂຶ້ນ.
ເຫດການຄວາມຮຸນແຮງຫຼາຍຄັ້ງເມື່ອບໍ່ດົນມານີ້ ແລະຄົນລາວຢູ່ໃນສະ ຫະລັດ ທີ່ທໍາ
ຄວາມຜິດຖືກກັກຂັງ ລໍຖ້າການສົ່ງກັບຄືນໄປປະເທດລາວ ຊຶ່ງທ້າວ ທິໂມທີ ກ່າວມ້ວນ
ທ້າຍສູ່ ວີໂອເອ ຟັງດັ່ງນີ້:

ຮູບແຕ້ມ ໂດຍທ້າວທິໂມທີ ສົງຣາດສົມບຸນ
ຮູບແຕ້ມ ໂດຍທ້າວທິໂມທີ ສົງຣາດສົມບຸນ

“ຂ້າພະເຈົ້າໄດ້ເລີ້ມຄົ້ນຄວ້າ ເປັນນັກຂຽນທີ່ຮ້ອງວ່າ “ການສືບສວນ” ຊຶ່ງເວລານັ້ນຍັງ
ເປັນນັກສຶກສາຢູ່ມະຫາວິທະຍາໄລໂອຮາຍໂອ ໂດຍການສຳພາດບັນດາ ພະນັກງານທີ່
ເຮັດວຽກຢູ່ໃນມະຫາວິທະຍາໄລເຊັ່ນວ່າ ຜູ້ບົວລະບັດເດີ່ນຫຍ້າຮັກ ສາຄວາມສະອາດ
ແລະອື່ນໆທີ່ເປັນຄົນຜິວຂາວແລະຜິວດຳທີ່ເຂົາເຈົ້າບໍ່ໄດ້ເງິນ ເດືອນຫຼາຍເຖິງແມ່ນເປັນ
ມະຫາວິທະຍາໄລທີ່ຮັ່ງມີ. ຫຼັງຈາກຂ້າພະເຈົ້າຮຽນຈົບ ແລ້ວ ຕໍ່ມາໄດ້ຕິດຕາມກັບຕໍາຫຼວດ Immigration and Customs Enforcement ມີຊື່ຫຍໍ້ວ່າ (ICE) ທີ່ໄດ້ຈັບຄົນເຂົ້າ
ເມືອງຜິດກົດໝາຍຊຶ່ງຮວມ

ຢູ່ໃນນັ້ນ ກໍມີທັງຄົນລາວປະມານ 5000 ຄົນ ທີ່ກະທຳຜິດກົດໝາຍຫຼາຍຢ່າງທີ່ ຖືກກັກ
ຂັງລໍການສົ່ງກັບເມື່ອເມືອງລາວ ແຕ່ຈຳນວນນຶ່ງໄດ້ຮັບການໃຫ້ອະໄພຍະໂທດ. ຂ້າພະ
ເຈົ້າໄດ້ເລີ້ມຂຽນລາຍງານກ່ຽວກັບເລື້ອງນີ້ ໃຫ້ແກ່ການຈັດຕັ້ງທີ່ມີ ຊື່ວ່າ ນັກຂຽນລາວອາ
ເມຣິກັນ ຊຳມິດ (Lao American Writers Summit) ທີ່ເປັນພາກສ່ວນຂອງບັນດານັກ
ຂຽນລາວອາເມຣິກັນ “Little Lao on the Prairie. ບ່່ອນທີ່ຂ້າພະເຈົ້າຢູ່ປັດຈຸບັນນີ້ ບໍ່ມີ
ຄົນລາວຫຼາຍ ປະມານສອງພັນຄົນຢູ່ເມືອງ ໂຄລຳບັສ ລັດໂອຮາຍໂອ. ຂ້າພະເຈົ້າບໍ່ຄ່ອຍ
ເຫັນຄົນລາວທີ່ເປັນຜູ້ນຳແບບຢ່າງ ແຕ່ວ່າເຂົາເຈົ້າມີວຽກການ ແລະຢູ່ໃຜຢູ່ລາວ. ເຂົາເຈົ້າ
ອາດເປັນໂຕຢ່າງທີ່ດີແກ່ ຄອບຄົວ ແຕ່ຢູ່ໃນສາທາລະນະແລ້ວແມ່ນບໍ່ເຫັນ ນອກຈາກເຂົາເ
ຈົ້າພາກັນໄປ ເຕົ້າໂຮມກັນຢູ່ວັດ. ກ່ຽວກັບດ້ານຊາວໜຸ່ມທີ່ຄືຂ້າພະເຈົ້າ ກໍບໍ່ເຫັນມີການ
ຈັດຕັ້ງ ເຕົ້າໂຮມກັນ ດັ່ງທີ່ເຫັນພໍ່ແມ່ເຂົາເຈົ້າພາກັນໄປເຮັດບຸນຢູ່ວັດເທົ່ານັ້ນ. ຂ້າພະະ
ເຈົ້າໄດ້ເປັນເຈົ້າພາບຈັດການສະແດງສິນລະປະຮູບແຕ້ມເພື່ອໃຫ້ຄົນມາເບິ່ງແລະ ມີຄົນ
ເຊື້ອສາຍເອເຊຍຕ່າງໆ ມາຊົມຢ່າງຫຼວງຫຼາຍ ແຕ່ກໍບໍ່ໄດ້ຮັບການສະໜັບ ສະໜູນຫຼາຍ
ປານໃດຈາກສະມາຊິກສັງຄົມລາວອາຣິກັນເທົ່າທີ່ຄວນ.”

ທ້າວທິໂມທີ ບໍ່ສາມາດເວົ້າພາສາລາວໄດ້ຢ່າງຫລ່ຽນໄຫຼ ເທົ່າທີ່ລາວຢາກເວົ້າ ໃນການໃຫ້
ສຳພາດຄັ້ງນີ້ ແລະໄດ້ພະຍາຍາມສະແດງຄວາມສາມາດຂອງລາວ ໂດຍການເວົ້າພາສາ
ລາວ ກັບ ວີໂອເອ ດັ່ງນີ້:

ຮູບແຕ້ມ ໂດຍ ທ້າວທິໂມທີ ສົງຣາດສົມບຸນ
ຮູບແຕ້ມ ໂດຍ ທ້າວທິໂມທີ ສົງຣາດສົມບຸນ

ທ້າວທິໂມທີ ແມ່ນໂຕຢ່າງຊາວໜຸ່ມອາເມຣິກັນເຊື້ອສາຍລາວ ຄົນນຶ່ງທີສຳເລັດການສຶກ
ສາສູງທີ່ມາຈາກຊົນກຸ່ມນ້ອຍ ທີ່ມີຄວາມເປັນຫ່ວງ ແລະສັງເກດເບິ່ງສັງ ຄົມຊີວິດຂອງຕົນ
ເອງ ຢູ່ໃນແງ່ທີ່ແຕກຕ່າງໄປກັບຄົນຊາວລາວອາເມຣິກັນ ໂດຍທົ່ວໄປ.

XS
SM
MD
LG