ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເລືອກເວລາ ເຜີຍແຜ່ສາລະຄະດີ ກະສັດ ໄທ ທີ່ຖືກຜະລິດຂຶ້ນ ໂດຍ ອອສເຕຣເລຍ ຖືກຕຳໜິວິຈານ


ກະສັດ ມະຫາ ວະຈິຣະລົງກອນ ແລະ ພະຣາຊິນີ ສຸດທິດາ ເຂົ້າຮ່ວມການເດີນສວນສະໜາມກອງທັບປະຈຳປີ ເພື່ອສະເຫຼີມສະຫຼອງພິທີສວມມົງກຸດຂອງກະສັດ ຣາມາ ທີສິບ ຢູ່ສູນກາງກອງພົນທະຫານມ້າ ໄທ, ຈັງຫວັດ ສະຣະບູຣີ, ປະເທດ ໄທ. 18 ມັງກອນ, 2020.
ກະສັດ ມະຫາ ວະຈິຣະລົງກອນ ແລະ ພະຣາຊິນີ ສຸດທິດາ ເຂົ້າຮ່ວມການເດີນສວນສະໜາມກອງທັບປະຈຳປີ ເພື່ອສະເຫຼີມສະຫຼອງພິທີສວມມົງກຸດຂອງກະສັດ ຣາມາ ທີສິບ ຢູ່ສູນກາງກອງພົນທະຫານມ້າ ໄທ, ຈັງຫວັດ ສະຣະບູຣີ, ປະເທດ ໄທ. 18 ມັງກອນ, 2020.

ສາລະຄະດີທີ່ໄດ້ໃຫ້ຄວາມສຳຄັນເຖິງຊ່ວງເວລາທີ່ກະສັດຂອງ ໄທ ໄດ້ໃຊ້ຊີວິດໃນ ອອສເຕຣເລຍ ໄດ້ຖືກຕຳໜິວິຈານໂດຍຄົນບາງກຸ່ມ. ສາລະຄະດີດັ່ງກ່າວ, ເຊິ່ງຖືກຜະລິດໂດຍລັດຖະບານ ອອສເຕຣເລຍ, ໄດ້ສະແດງໃຫ້ເຫັນພາບໃນອະດີດຂອງກະສັດ ມະຫາ ວະຈິຣະລົງກອນ ຂອງ ໄທ ຊຶ່ງຕອນນັ້ນພະອົງມີພະຊົນມາຍຸ 6 ປີເຄິ່ງ ເຂົ້າໂຮງຮຽນກິນນອນໃນ ອອສເຕຣເລຍ ແລະ ຢູ່ກັບກອງ ທັບ. ນັກຂ່າວ ວີໂອເອ ຟິລ ເມີເຊີ ມີລາຍງານຈາກນະຄອນ ຊິດນີ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ສາລະຄະດີໄດ້ສາຍໃຫ້ເຫັນກະສັດຂອງ ໄທ ແລະ ພະຣາຊິນີ ຊົງທອດພະເນດຢູ່ສະຖານທູດ ອອສເຕຣເລຍ ໃນ ບາງກອກ ເມື່ອອາທິດແລ້ວນີ້.

ໃນນັ້ນລວມມີການສຳພາດກັບເພື່ອນຮ່ວມຫ້ອງຮຽນຂອງກະສັດໄທໃນລະຫວ່າງ ເວລາທີ່ເພິ່ນອາໄສຢູ່ໃນ ອອສເຕຣເລຍ, ລວມທັງຂ້າຫຼວງໃຫຍ່ຂອງ ອອສເຕຣເລຍ ຄົນປັດຈຸບັນ, ທ່ານ ເດວິດ ເຮີລີ.

ສະຖານທູດເວົ້າວ່າ ສາລະຄະດີດັ່ງກ່າວ “ໄດ້ໃຫ້ຄວາມສຳຄັນເຖິງປະຫວັດສາດທີ່ມີຮ່ວມກັນລະ ຫວ່າງ ພະຣາຊະວົງ ໄທ ກັບ ອອສເຕຣເລຍ.” ກະສັດຂອງ ໄທ ໄດ້ອາໄສຢູ່ໃນ ອອສເຕຣເລຍ ລະ ຫວ່າງປີ 1970 ແລະ 1976. ໃນຖານະທີ່ເປັນອົງມົງກຸດ, ເພິ່ນໄດ້ເຂົ້າໂຮງຮຽນໃນນະຄອນ ຊິດນີ ແລະ ຕໍ່ມາໄດ້ຝຶກແອບກັບກອງທັບໃນນະຄອນຫຼວງ ແຄນເບີຣາ.

ແຕ່ຊ່ວງເວລາຂອງການເປີດເຜີຍສາລະຄະດີດັ່ງກ່າວ ແມ່ນໄດ້ກາຍເປັນທີ່ຕ້ອງສົງໄສ. ມັນໄດ້ເກີດຂຶ້ນຫຼັງຈາກຫຼາຍເດືອນຂອງການຮຽກຮ້ອງໃຫ້ປະຕິຮູບລະ ບົບກະສັດຂອງ ໄທ. ຜູ້ປະທ້ວງຫຼາຍສິບຄົນໄດ້ປະເຊີນກັບການຖືກຂັງຄຸກເປັນເວລາດົນນານ ສຳລັບການກ່າວຫາ ກ່ຽວກັບ ໝິ່ນປະໝາດກະສັດ.

ທ່ານ ເກຣັກ ເຣມັອນ ແມ່ນນັກບັນຍາຍຢູ່ສູນກາງແຜນຍຸດທະສາດ ແລະ ການ ສຶກສາການປ້ອງກັນປະເທດ ຂອງມະຫາວິທະຍາໄລແຫ່ງຊາດ ອອສເຕຣເລຍ. ທ່ານເຊື່ອວ່າ ການເປີດເຜີຍສາລະຄະດີດັ່ງກ່າວ ຄວນຖືກເລື່ອນເວລາອອກໄປ.

ທ່ານ ເຣມອນ ກ່າວວ່າ “ຂ້າພະເຈົ້າຄິດວ່າ ການເລືອກເວລາແມ່ນບໍ່ປົກກະຕິ ແລະ ຂ້າພະເຈົ້າຍັງຢາກຈະເສີມຄຳເວົ້າທີ່ບໍ່ເໝາະສົມໜ້ອຍນຶ່ງ ແລະ ວ່ານີ້ແມ່ນຍ້ອນຖານະໃນສັງຄົມທີ່ພະຣາຊະວົງ ໄທ ຢູ່ໃນຕອນນີ້ ແມ່ນກຳລັງຢູ່ໃນການໂຕ້ຖຽງແບບທີ່ມັນບໍ່ໄດ້ເປັນໃນເວລາຫຼາຍທົດສະວັດ. ຕອນນີ້, ປະຊາຊົນໃນປະເທດ ໄທ ມີທັດສະນະຄະຕິທີ່ແຕກຕ່າງ ກ່ຽວກັບ ແມ່ນຫຍັງທີ່ຄວນ ເປັນບົດ ບາດຂອງພະຣາຊະວົງ. ເຂົາເຈົ້າເປັນຫ່ວງວ່າພະຣາຊະວົງມີບົດບາດທີ່ໃຫຍ່ໂພດໃນການເມືອງ, ເຂົາເຈົ້າເປັນຫ່ວງວ່າ ມັນຂ້ອນຂ້າງບໍ່ມີຄວາມຮັບຜິດຊອບ ແລະ ເໜືອກົດໝາຍ ແລະ ເໜືອລັດຖະ ທຳມະນູນ.”

ທ່ານ ເຣມັອນ ເວົ້າວ່າສາຍພົວພັນຂອງ ອອສເຕຣເລຍ ກັບ ໄທ ແມ່ນສຳຄັນ ຍ້ອນອິດທິພົນທີ່ກຳ ລັງເພີ່ມຂຶ້ນຂອງ ຈີນ ໃນເອເຊຍຕາເວັນອອກສຽງໃຕ້. ໄທ ແມ່ນຄູ່ການຄ້າຂາຍສິນຄ້າ ແລະ ບໍລິ ການທີ່ໃຫຍ່ທີ່ສຸດອັນດັບ 10 ຂອງ ອອສເຕຣເລຍ.

ການປະທ້ວງໃນ ບາງກອກ ປີກາຍນີ້ ໄດ້ດຶງດູດຝູງຄົນຂະໜາດໃຫຍ່ ເພື່ອຮຽກຮ້ອງໃຫ້ປະຕິຮູບລະບອບກະສັດ ແລະ ສຳລັບການລາອອກຂອງລັດຖະບານ.

ກະຊວງການຕ່າງປະເທດ ແລະ ການຄ້າຂອງ ໄທ ໄດ້ກ່າວວ່າ ສາລະຄະດີດັ່ງກ່າວຖືກຜະລິດຂຶ້ນກ່ອນການປະທ້ວງຄັ້ງຫຼ້າສຸດນີ້ ແລະ ເປັນການທູດແບບທົ່ວໄປທີ່ຖືກຍອມຮັບໂດຍບັນດາເຈົ້າໜ້າ ທີ່.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG