ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ກັບ ທ່ານ ໄບເດັນ ປະທະຄຳເວົ້າກັນ ໃນການໂຕ້ວາທີ ທີ່ດຸເດືອດວຸ້ນວາຍ


ການໂຕ້ວາທີເລືອກຕັ້ງປະທານາທິບໍດີ ສະຫະລັດ ໃນນະຄອນ ຄລີຟແລນ, ລັດ ໂອຮາຍໂອ.
ການໂຕ້ວາທີເລືອກຕັ້ງປະທານາທິບໍດີ ສະຫະລັດ ໃນນະຄອນ ຄລີຟແລນ, ລັດ ໂອຮາຍໂອ.

ປະທານາທິບໍດີ ສະຫະລັດ ສັງກັດພັກຣີພັບບລີກັນ ທ່ານ ດໍໂນລ ທຣຳ ກັບ ຜູ້ທ້າຊິງເອົາຕຳແໜ່ງຂອງທ່ານສັງກັດພັກເດໂມແຄຣັດ ອະດີດຮອງປະທານາທິບໍດີ ທ່ານ ໂຈ ໄບເດັນ ໄດ້ປະທະກັນໃນການໂຕ້ວາທີປະທານາທິບໍດີທີ່ດຸເດືອດ ແລະ ວຸ້ນວາຍໃນຄືນວັນອັງຄານວານນີ້, ໂດຍພະຍາຍາມທີ່ຈະຊັກຊວນຈູງໃຈບັນດາຜູ້ລົງຄະແນນສຽງຊາວ ອາເມຣິກັນ ເປັນເວລາ 90 ນາທີວ່າຝ່າຍກົງກັນ ຂ້າມແມ່ນບໍ່ເໝາະສົມທີ່ຈະນຳພາປະເທດ ສະຫະລັດ ໃນສີ່ປີຂ້າງໜ້າ.

ພວກເພິ່ນໄດ້ໂຕ້ຖຽງກັນ ກ່ຽວກັບ ຈຳນວນຜູ້ເສຍຊີວິດສູງສຸດ 205,000 ຄົນຍ້ອນໄວຣັສໂຄໂຣນາ ໃນ ສະຫະລັດ ທີ່ນຳໜ້າໝູ່ໃນໂລກ, ຄວາມຊື່ສັດ ແລະ ຄວາມຈິງໃຈຂອງການເລືອກຕັ້ງໃນວັນທີ 3​ ພະຈິກນີ້, ການສະເໜີຜູ້ພິພາກສາຫົວອະນຸລັກນິຍົມທ່ານນາງ ເອມີ ໂຄນີ ບາເຣັດ ໃນສານສູງສຸດຂອງທ່ານ ທຣຳ, ສາຍພົວພັນດ້ານເຊື້ອຊາດຜິວພັນທີ່ແຕກຫັກໃນ ສະຫະລັດ, ນະໂຍບາຍສິ່ງແວດ ລ້ອມ ແລະ ອື່ນໆ.

ທ່ານ ທຣຳ ໄດ້ຄັດຄ້ານລາຍງານຂອງໜັງສືພິມ New York Times ໃນອາທິດນີ້ທີ່ວ່າ ທ່ານໄດ້ຈ່າຍພາສີລັດຖະບານກາງພຽງ 750 ໂດລາໃນປີ 2016, ເວລາທີ່ທ່ານລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີຄັ້ງທຳອິດ ແລະ ໃນປີ 2017, ການດຳລົງຕຳແໜ່ງປີທຳອິດຂອງທ່ານ. ທ່ານ ທຣຳ ໄດ້ກ່າວວ່າທ່ານໄດ້ເສຍພາສີ “ຫຼາຍລ້ານໂດລາ” ແຕ່ທ່ານ ໄບເດັນ ອ້າງວ່າທ່ານ ທຣຳ “ເສຍພາສີຕໍ່າກວ່ານາຍຄູສອນຢູ່ໂຮງຮຽນໂດຍທົ່ວໄປ.”

ພວກເພິ່ນສ່ວນຫຼາຍຈະເວົ້າດູຖູກກັນ, ຕຳໜິວິຈານກັນ, ໃຊ້ຄຳຫຍາບຄາຍແລະ ໂຈມຕີກັນເປັນການສ່ວນຕົວ.

ທ່ານ ໄບເດັນ ໂຕ້ແຍ້ງໃນເວລາທີ່ທ່ານ ແລະ ທ່ານ ທຣຳ ຢືນຢູ່ແທ່ນປາໄສເທິງເວທີຢູ່ມະຫາວິທະ ຍາໄລແຫ່ງນຶ່ງໃນນະຄອນ ຄລີຟແລນ, ລັດ ໂອຮາຍໂອ ທີ່ຕັ້ງຢູ່ພາກຕາເວັນຕົກຕອນກາງຂອງປະເທດ.

ຫຼາຍຄັ້ງທ່ານ ໄບເດັນ ໄດ້ເອີ້ນທ່ານ ທຣຳ ວ່າ “ໂຕຕະຫຼົກ.”

ທ່ານ ທຣຳ, ຜູ້ໄດ້ພະຍາຍາມລົງແຂ່ງຂັງດຳລົງຕຳແໜ່ງສະໄໝທີສອງອີກສີ່ປີ ຫຼັງຈາກໄຊຊະນະແບບບໍ່ຄາດຝັນໃນປີ 2016 ຕໍ່ທ່ານນາງ ຮິລແລຣີ ຄລິນຕັນ ສັງກັດພັກເດໂມແຄຣັດ, ໄດ້ຕອບຢ້ອນຕໍ່ທ່ານ ໄບເດັນ ວ່າ “ຂ້ອຍໄດ້ເຮັດຫຼາຍຢ່າງໃນ 47 ເດືອນກວ່າທີ່ເຈົ້າໄດ້ເຮັດໃນ 47 ປີ” ໃນຖານະເປັນສະມາ ຊິກສະພາສູງ ແລະ ຮອງປະທານາທິບໍດີພາຍໃຕ້ອະດີດປະທານາທິບໍດີ ບາຣັກ ໂອບາມາ.

ທ່ານ ທຣຳ ໄດ້ໂຕ້ຖຽງວ່າ ຖ້າທ່ານ ໄບເດັນ ໄດ້ເປັນປະທານາທິບໍດີໃນເດືອນມັງກອນໜ້າ, “ພວກເຈົ້າຈະມີພາວະເສດຖະກິດຕົກຕໍ່າແບບບໍ່ມີໃຜເຄີຍເຫັນມາກ່ອນ” ຍ້ອນແຜນການທີ່ຈະຂຶ້ນພາສີຂອງພັກເດໂມແຄຣັດ ຕໍ່ລາຍໄດ້ຂອງບໍລິສັດຈາກ 21 ເປີເຊັນເປັນ 28 ເປີເຊັນ ແລະ ຕໍ່ບຸກຄົນຜູ້ທີ່ມີລາຍໄດ້ຫຼາຍກວ່າ 400,000 ໂດລາຕໍ່ປີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG