ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ເຣັກສ໌ ທິລເລີສັນ ຍົກຍ້ອງ ໂຄລອມເລຍ ໃນການຕໍ່ຕ້ານ ຢາເສບຕິດ


ປະທານາທິບໍດີປະເທດ ໂຄລອມເບຍ ທ່ານ ຮວນ ມານູແອລ ຊານຕົສ, ຊ້າຍ, ຈັບມືກັບລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ເຣັກສ໌ ທິລເລີສັນ ໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວຮ່ວມ ຫຼັງຈາກການພົບປະກັນ ທີ່ທຳນຽບປະທານາທິບໍດີ ໃນນະຄອນຫຼວງ ໂບໂກຕາ, ປະເທດ ໂຄລອມເບຍ. 6 ກຸມພາ, 2018.
ປະທານາທິບໍດີປະເທດ ໂຄລອມເບຍ ທ່ານ ຮວນ ມານູແອລ ຊານຕົສ, ຊ້າຍ, ຈັບມືກັບລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ເຣັກສ໌ ທິລເລີສັນ ໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວຮ່ວມ ຫຼັງຈາກການພົບປະກັນ ທີ່ທຳນຽບປະທານາທິບໍດີ ໃນນະຄອນຫຼວງ ໂບໂກຕາ, ປະເທດ ໂຄລອມເບຍ. 6 ກຸມພາ, 2018.

ສະຫະລັດ ກຳລັງປຸກລະດົມຫຼາຍປະເທດໃນຊີກໂລກກໍ້າຕາເວັນຕົກ ໃຫ້ເພີ່ມການຕໍ່
ສູ້ກັບບັນຫາ ທີ່ເປັນອັນຕະລາຍຕໍ່ພາກພື້ນເຊັ່ນ ການລັກລອບຄ້າຂາຍຢາເສບຕິດ.

ໃນຂະນະທີ່ໄດ້ມີກຳລັງໃຈຈາກຄວາມກ້າວໜ້າຂອງປະເທດ ໂຄລອມເບຍ ເພື່ອຫຼຸດ
ຜ່ອນການປູກຕົ້ນໂຄຄາ ທີ່ນຳມາສະກັດເປັນຢາໂຄເຄນ ນັ້ນ, ລັດຖະມົນຕີການຕ່າງ
ປະເທດ ສະຫະລັດ ທ່ານ ເຣັກສ໌ ທິລເລີສັນ ກໍໄດ້ເຕືອນໃນວັນອັງຄານວານນີ້ວ່າ “ຜົນ
ທີ່ອອກມານັ້ນແມ່ນສິ່ງທີ່ສຳຄັນ.”

ທ່ານ ທິລເລີສັນ ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວກັບປະທານາທິ ບໍດີ ໂຄລອມເບຍ
ທ່ານ ຮວນ ມານູແອລ ຊານຕົສ “Juan Manuel Santos” ວ່າ “ພວກເຮົາຢາກເຫັນ
ຜົນທີ່ອອກມາ, ພວກເຮົາຢາກເຫັນແນວໂນ້ມດັ່ງກ່າວມີການປ່ຽນແປງ.”

ຄຳປາໄສຂອງທ່ານ ທິລເລີສັນ ໄດ້ມີຂຶ້ນບໍ່ເທົ່າໃດວັນຫຼັງຈາກປະທາ ນາທິບໍດີ ສະຫະ
ລັດ ທ່ານ ດໍໂນລ ທຣຳ ໄດ້ຂູ່ວ່າ ຈະຕັດການຊ່ວຍ ເຫຼືອຕໍ່ເຂດທີ່ເປັນອັນຕະລາຍຂອງ
ຢາເສບຕິທີ່ຜິດກົດໝາຍ.

ໃນວັນສຸກອາທິດແລ້ວນີ້, ປະທານາທິບໍດີ ທຣຳ ໄດ້ຂູ່ວ່າຈະຢຸດການຊ່ວຍເຫຼືອ ຕໍ່ບັນ
ດາປະເທດທີ່ບໍ່ສາມາດສະກັດກັ້ນຢາເສບຕິດຜິດກົດໝາຍຈາກການຖືກຂົນສົ່ງຂ້າມ
ເຂດຊາຍແດນ, ຫຼັງຈາກເຈົ້າໜ້າທີ່ພາສີ ແລະ ປົກປ້ອງເຂດຊາຍແດນ ສະຫະລັດ ໄດ້
ບອກທ່ານວ່າ ຢາເສບຕິດ ໂຄເຄນ ສ່ວນໃຫຍ່ ແມ່ນມາຈາກປະເທດ ໂຄລອມເບຍ
ແລະ ເປຣູ, ແລະ ຖືກລັກລອບຂົນສົ່ງຜ່ານປະເທດ ເມັກຊິໂກ ແລະ ເຂດອາເມຣິກາ
ກາງ.

ທ່ານ ຊານຕົສ ໄດ້ກ່າວໂດຍຊີ້ບອກວ່າຄວາມຕ້ອງການໃນ ສະຫະລັດ ກໍແມ່ນສ່ວນ
ນຶ່ງຂອງບັນຫາໂດຍເວົ້າວ່າ “ມັນຈະບໍ່ມີການຈັດສົ່ງຖ້າມັນ ບໍ່ມີຄວາມຕ້ອງການ, ແລະ
ມັນກໍຈະບໍ່ມີຄວາມຕ້ອງການ ຖ້າບໍ່ມີການຈັດສົ່ງ.”

ທ່ານ ຊານຕົສ ໄດ້ກ່າວວ່າ “ພວກເຮົາໄດ້ສູນເສຍບັນດາຜູ້ນຳທີ່ເກັ່ງທີ່ສຸດຂອງພວກ
ເຮົາ, ນັກຂ່າວທີ່ເກັ່ງທີ່ສຸດຂອງພວກເຮົາ, ຜູ້ພິພາກສາທີ່ເກັ່ງທີ່ສຸດຂອງພວກເຮົາ ແລະ
ຕຳຫຼວດທີ່ເກັ່ງທີ່ສຸດຂອງພວກເຮົາໃນສົງຄາມຕໍ່ຕ້ານຢາເສບຕິດນີ້.” ທ່ານໄດ້ກ່າວ
ເພີ່ມເຕີມວ່າ ໂຄລອມເບຍ ຫວັງວ່າຈະສືບຕໍ່ການຮ່ວມມືກັບ ສະຫະລັດ ເພື່ອລົບລ້າງ
ການປູກຕົ້ນໂຄຄາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG