ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ເດີນທາງຢ້ຽມຢາມ ປະເທດ ອາເຈັນຕີນາ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ເຣັກສ໌ ທິລເລີສັນ, ຊ້າຍ, ແລະ ທ່ານ ຢູຈີນີໂອ ບຣຽດ "Eugenio Breard," ຜູ້ອຳນວຍການອຸດທະຍານແຫ່ງຊາດຂອງປະເທດ
ອາເຈັນຕີນາ ຢືນຊົມທະເລສາບ ນາຮູແອລ ຮົວປີ, ເມືອງ ບາຣີໂລເຊ "Bariloche," ປະເທດ ອາເຈັນຕີນາ, 3 ກຸມພາ, 2018.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ເຣັກສ໌ ທິລເລີສັນ, ຊ້າຍ, ແລະ ທ່ານ ຢູຈີນີໂອ ບຣຽດ "Eugenio Breard," ຜູ້ອຳນວຍການອຸດທະຍານແຫ່ງຊາດຂອງປະເທດ ອາເຈັນຕີນາ ຢືນຊົມທະເລສາບ ນາຮູແອລ ຮົວປີ, ເມືອງ ບາຣີໂລເຊ "Bariloche," ປະເທດ ອາເຈັນຕີນາ, 3 ກຸມພາ, 2018.

ທ່ານ ເຣັກສ ທີລເລິສັນ ລັດຖະມົນຕີການຕ່າງປະເທດ ສະຫະລັດ ໄດ້ຢ້ຽມຢາມປະເທດ
ອາເຈັນຕີນາ ໃນວັນເສົາວານນີ້ ເປັນມື້ທີສອງໃນການຢ້ຽມຢາມພາກພື້ນອາເມຣິກາ
ເປັນເວລາຫ້າວັນຂອງທ່ານ ໂດຍໄດ້ໂອ້ລົມ ກັບພວກເຈົ້າໜ້າທີ່ຫຼາຍທ່ານ ກ່ຽວກັບ
ການອະນຸລັກຕ່າງໆ ຕະຫຼອດທັງເລື່ອງການທູດນຳ.

ໃນການເດີນທາງໄປຈາກນະຄອນຫຼວງ ເມັກຊິກໂກ ຊີຕີ ລຸນຫຼັງການພົບປະກັບປະທາ
ນາທິບໍດີ ເມັກຊິກໂກ ແລະ ບັນດາເຈົ້າໜ້າທີ່ອາວຸໂສອື່ນໆ ໃນວັນສຸກນັ້ນແລ້ວ ທ່ານ
ທີລເລິສັນ ກໍໄດ້ເດີນທາງໄປເມືອງ ບາຣີໂລເຊ ເປັນເມືອງພັກຜ່ອນແຄມທະເລສາບ
ໃນສວນອຸທະຍານແຫ່ງຊາດ ນາຮູແອລ ຮົວປີຂອງ ອາເຈັນຕີນາ.

ອົງການຂ່າວສານທ້ອງຖິ່ນລາຍງານວ່າ ທ່ານ ທີລເລິສັນ ໄດ້ພົບປະກັບພວກເຈົ້າໜ້າທີ່
ສວນອຸທະຍານຫຼາຍຄົນ ເພື່ອສົນທະນາກັນ ເລື່ອງຄວາມກ້າວໜ້າທີ່ມີຂຶ້ນ ກ່ຽວກັບໂຄງ
ການຮ່ວມ ລະຫວ່າງ ສະຫະລັດ ກັບ ອາເຈັນຕີນາ ເລື່ອງວິທະຍາສາດ ແລະ ການອະ
ນຸລັກທຳມະຊາດ. ນອກຈາກນັ້ນແລ້ວ ທ່ານຍັງໄດ້ພົບປະ ກັບພວກນັກສຶກສາທີ່ຖືກ
ຄັດເລືອກມາຮຽນໃນ ສະຫະລັດ ໃນໂຄງການ ຟູລໄບຣຕ ນຳ.

ນອກນັ້ນ ທ່ານ ທີລເລິສັນ ຍັງມີກຳນົດ ຈະໄປຢ້ຽມຢາມນະຄອນຫຼວງ ບູແອນົສ ແອເຣັສ
ນຳ ເພື່ອພົບປະກັບຄູ່ຕຳແໜ່ງທ່ານ ຮໍເຮ ຟໍຣີ.

ທ່ານ ທີລເລິສັນ ມີກຳນົດວ່າ ໃນວັນຈັນມື້ອື່ນນີ້ ທ່ານຈະພົບປະກັບ ທ່ານ ໂມຣິຊິໂອ
ມາຄຣີ ປະທານາທິບໍດີ ອາເຈັນຕີນາ ເພື່ອສົນທະນາກັນ ເລື່ອງບັນຫາຕ່າງໆຂອງຂົງ
ເຂດ ອັນມີລວມທັງການເລືອກຕັ້ງ ທີ່ກຳລັງຈະມາເຖິງ ແລະ ວິກິດການດ້ານການເມືອງ
ໃນ ເວເນຊູເອລາ ນຳ.

ກ່ອນໜ້າການຢ້ຽມຢາມຂອງທ່ານທ່ານ ທີລເລິສັນ ໄດ້ບອກ ພວກນັກຂ່າວວ່າ ທ່ານ
ຫວັງວ່າ ພວກປະເທດອື່ນໆ ຈະກະທຳຕາມການແນວທາງຂອງ ອາເຈັນຕີນາ ດ້ານ
ການປະຕິຮູບເສດຖະກິດ ແລະ ການເຕີບໂຕຕ່າງໆ.

ທີ່ເມັກຊິກໂກໃນວັນສຸກແລ້ວນີ້ ທ່ານ ທີລເລິສັນ ກ່າວວ່າ ພວກຄົນເຂົ້າມາຕັ້ງຖິ່ນຖານ
ໃໝ່ “ໄດ້ນຳເອົາຄ່ານິຍົມອັນມະຫາສານຫຼາຍແນວ” ເຂົ້າມາຍັງ ສະຫະລັດ ແຕ່ໄດ້ເວົ້າ
ເພີ່ມວ່າ ລັດຖະບານ ສະຫະລັດ “ຍັງຂາດລະບຽບວິໄນຢູ່” ໃນການຈຳແນກວ່າ ຜູ້ໃດ
ເຂົ້າມາໃນປະເທດ ເພື່ອມາຕັ້ງຕົ້ນຊີວິດໃໝ່ ຫຼືບໍ່ແມ່ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG