ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ເຣັກສ໌ ທີລເລີຊັນ ຮັບພາລະກິດ ແກ້ໄຂ ວິກິດການ ຊາວໂຣຮິງຢາ ໃນມຽນມາ

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ກ່າວຕໍ່ບັນດາພະນັກງານ ຄະນະທູດພິເສດ ປະຈຳ ອົງການສະຫະປະຊາຊາດ, ວັນທີ 26 ຕຸລາ 2017, ຢູ່ທີ່ນະຄອນ Geneva ປະເທດ Switzerland.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ກ່າວຕໍ່ບັນດາພະນັກງານ ຄະນະທູດພິເສດ ປະຈຳ ອົງການສະຫະປະຊາຊາດ, ວັນທີ 26 ຕຸລາ 2017, ຢູ່ທີ່ນະຄອນ Geneva ປະເທດ Switzerland.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ກຳລັງຢູ່ໃນປະເທດ
ມຽນມາ ເພື່ອປຶກສາຫາລື ກ່ຽວກັບວິກິດການ ພວກອົບພະຍົບ ມຸສລິມ ໂຣຮິງຢາ ກັບ
ທ່ານນາງ Aung San Suu Kyi ຜູ້ນຳທີ່ແທ້ຈິງແລະເປັນຜູ້ບັນຊາການທະຫານຂອງ
ມຽນມາ.

ບໍ່ດົນຫຼັງຈາກໄດ້ເດີນທາງໄປຮອດນະຄອນຫຼວງ ເນປີດໍ ໃນວັນພຸດມື້ນີ້ ທ່ານ Tillerson
ໄດ້ພົບປະກັບຜູ້ບັນຊາການກອງທັບບົກ ທ່ານ Min Aung Hlaing ເຊິ່ງກອງກຳລັງຂອງ
ທ່ານນັ້ນ ໄດ້ຖືກກ່າວຫາວ່າ ເລີ່ມປະຕິບັດການ ຈູດເຜົາໝູ່ບ້ານຕ່າງໆຂອງຊາວໂຣຮິງຢາ
ຢູ່ໃນລັດ Rakhine ທາງພາກຕາເວັນຕົກສຽງເໜືອຂອງປະເທດ ໃນການຕ້ອບໂຕ້ຕໍ່
ການໂຈມຕີປ້ອມຕຳຫຼວດຂອງມຽນມາ ໂດຍກຳລັງຂອງພວກຫົວຮຸນແຮງໂຣຮິງຢາ
ເມື່ອເດືອນສິງຫາຜ່ານມາ. ການປະຕິບັດການດັ່ງກ່າວ ສົ່ງຜົນເຮັດໃຫ້ຊາວໂຣຮິງຢາ
600,000 ຄົນ ພາກັນຫລັ່ງໄຫລເຂົ້າໄປໃນບັງກລາແດັສ ທີ່ເປັນເພື່ອບ້ານ ເຊິ່ງພວກ
ເຂົາເຈົ້າ ໄດ້ບອກກຸ່ມປົກປ້ອງສິດທິມະນຸດທັງຫຼາຍ ເຖິງຄວາມໂຫດຮ້າຍທາລຸນ ທີ່ໄດ້
ກະທຳຕໍ່ພວກເຂົາ ໂດຍກຳລັງຮັກສາຄວາມປອດໄພຂອງມຽນມາ ລວມມີການຍິງ
ສັງຫານໂດຍບໍ່ເລືອກໜ້າ ການຂົ່ມຂືນຊຳເລົາ ແລະ ການຈູດເຜົາໝູ່ບ້ານຕ່າງໆ.

ຊາຍໂຣຮິງຢາ ທ້າວ Nur Ahmad ອາຍຸ 70 ປີ ແລະພັນລະຍາຂອງລາວ ນາງ Lalu Bibi ແລະ ຫລານສາວນາງ Ashuka Bibi, ອາຍຸ 5 ປີ, ຜູ້ທີ່ຂ້າມເຂົ້າໄປປະເທດບັງກາແດັສ ມື້ກ່ອນ, ຄອຍຖ້າ ການອະນຸມັດ ໃຫ້ເຂົ້າສູນອົບພະຍົບ ຫຼັງຈາກໄດ້ອາໄສຄ້າງຄືນ ຢູ່ໃນທົ່ງນາ ໃກ້ກັບເມືອງ Palong Khali ຂອງບັງກລາແດັສ.

ອົງການສະຫະປະຊາຊາດ ໄດ້ບັນລະຍາຍ ເຖິງການກະທຳດັ່ງກ່າວ ທີ່ກຳລັງຂອງ
ມຽນມາ ໄດ້ເຮັດລົງໄປ ຕາມການລາຍງານນັ້ນ ວ່າ “ເປັນກໍລະນີພື້ນຖານ ຂອງ
ການຂ້າລ້າງເຊື້ອຊາດເຜົ່າພັນ.”

ແຕ່ບັນດາເຈົ້າໜ້າທີ່ທະຫານຂອງມຽນມາ ໄດ້ກ່າວວ່າ ການສືບສວນສອບສວນພາຍ
ໃນໄດ້ພົບເຫັນວ່າ ບໍ່ມີຫລັກຖານຢັ້ງຢືນວ່າພວກທະຫານຂອງຕົນໄດ້ກໍ່ຄວາມຮຸນແຮງ
ຕໍ່ຊາວໂຣຮິງຢາ ແລະ ວ່າ ພວກທະຫານພຽງແຕ່ສັງຫານພວກ “ກໍ່ການຮ້າຍ” ໂຣຮິງ
ຢາ376 ຄົນ ໃນລະຫວ່າງການສູ້ລົບ ກັບພວກກະບົດຢູ່ນັ້ນ. ລາຍງານນີ້ໄດ້ຖືກຕ້ອງຕິ
ໂດຍກຸ່ມປົກປ້ອງສິດທິມະນຸດ Human Rights Watch ທີ່ມີຫ້ອງການ ຕັ້ງຢູ່ນະຄອນ
ນິວຢອກ ວ່າ ເປັນການພະຍາຍາມ “ປົກປິດ” ການກະທຳຂອງຕົນ ໂດຍ
ທະຫານມຽນມາ.

ຜູ້ນຳຂອງມຽນມາ ທ່ານນາງ Aung San Suu Kyi ເດີນທາງໄປເຖິງ ສະໜາມບິນສາກົນ Clark, ທາງພາກເໜືອຂອງນະຄອນຫຼວງມານີລາ, ປະເທດຟີລິບປິນ ເພື່ອເຂົ້າຮ່ວມ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 31 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອື່ນໆ ໃນນະຄອນຫຼວງມານີລາ, ວັນທີ 11 ພະຈິກ 2017.

ທ່ານ Tillerson ຈະພົບປະກັບ ທ່ານນາງ Aung San Suu Kyi ຕາມທີຫລັງ ຊຶ່ງ
ທ່ານນາງມີຊື່ສຽງເປັນຜູ້ຊະນະລາງວັນ Nobel ຂະແໜງສັນຕິພາບ ແລະ ເປັນສັນຍາ ລັກຂອງການຕໍ່ສູ້ເພື່ອປະຊາທິປະໄຕ ເຊິ່ງໄດ້ຮັບການເສື່ອມເສຍ ໂດຍການຖືກຕ້ອງຕິ ຍ້ອນມີການເຂົ້າໃຈວ່າ ຮັບມືກັບວິກິດການດັ່ງກ່າວຫລ້າຊ້າ. ຍ້ອນວ່າ ທ່ານນາງ ກຳ
ອຳນາດຮ່ວມກັນກັບພວກທະຫານ ເຊິ່ງເຮັດໃຫ້ ປະເທດຕາເວັນຕົກ ມີຄວາມລັງເລໃຈ
ທີ່ຈະຕຳໜິທ່ານນາງ Aung San Suu Kyi ໃນລະຫວ່າງ ໄລຍະການຂ້າມຜ່ານໄປສູ່ ປະຊາທິປະໄຕ ທີ່ບອບບາງນັ້ນ.

ຄາດກັນວ່າ ນັກການທູດລະດັບສູງສຸດຂອງສະຫະລັດ ຈະທຳການເຕືອນຢ່າງແຮງ
ຕໍ່ພວກນາຍພົນຂອງມຽນມາ ໃນຂະນະທີ່ບັນດາສະມາຊິກສະພາ ສະຫະລັດ ພວມ
ຊຸກຍູ້ໃຫ້ວາງມາດຕະການລົງໂທດທາງດ້ານເສດຖະກິດ ແລະ ການຈຳກັດ ການເດີນ
ທາງໄປຍັງປະເທດນີ້.

Myanmar Rohingya Tillerson
please wait

No media source currently available

0:00 0:01:19 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG