ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄຳເຫັນ ທ່ານ Tillerson ເຮັດໃຫ້ນະໂຍບາຍ ຕໍ່ເກົາຫຼີເໜືອ ຂອງທ່ານທຣຳ ສັບສົນຂຶ້ນຕື່ມ


ຊາຍຄົນນຶ່ງເບິ່ງ ລາຍການຂ່າວທາງໂທລະພາບ ທີ່ສະແດງໃຫ້ເຫັນ ລາຍງານຂອງຜູ້ນຳເກົາຫຼີເໜືອ Kim Jong Un, ຢູ່ສະຖານີລົດໄຟໃຕ້ດິນ ຂອງໂໍຊລ ຂອງເກົາໃຕ້, ວັນພຸດ ທີ 5 ເມສາ 2017.
ຊາຍຄົນນຶ່ງເບິ່ງ ລາຍການຂ່າວທາງໂທລະພາບ ທີ່ສະແດງໃຫ້ເຫັນ ລາຍງານຂອງຜູ້ນຳເກົາຫຼີເໜືອ Kim Jong Un, ຢູ່ສະຖານີລົດໄຟໃຕ້ດິນ ຂອງໂໍຊລ ຂອງເກົາໃຕ້, ວັນພຸດ ທີ 5 ເມສາ 2017.

ມີລາຍງານວ່າ ລັດຖະບານທ່ານທຣຳ ໄດ້ສະຫລຸບການທົບທວນຄືນນະໂຍບາຍ ກ່ຽວກັບ
ເກົາຫຼີເໜືອ ຂອງຕົນ ແຕ່ປາກົດວ່າ ຍັງມີຄວາມບໍ່ແນ່ນອນຢ່າງຫລວງຫຼາຍ ກ່ຽວກັບວ່າ
ປະທານາທິບໍດີ ດໍໂນລ ທຣຳ ຈະຈຳກັດ ການພັດທະນາອາ ວຸດນິວເຄລຍ ຂອງລັດຖະບານ
ເກົາຫຼີເໜືອ ແນວໃດ.

ພຽງຢາງ ໄດ້ທ້າທາຍຕໍ່ການເຕືອນຂອງນານາຊາດອີກຄັ້ງນຶ່ງ ແລະ ໄດ້ຍິງລູກສອນໄຟ
ຂີປະນາວຸດ ລັດສະໝີປານກາງເຂົ້າໄປໃນ​ເຂດນ່ານນ້ຳຂອງຕົນ ທາງທິດຕາເວັນອອກ
ເມື່ອຕອນເຊົ້າວັນພຸດວານນີ້ ໃນອັນທີ່ປາກົດວ່າ ເປັນຄວາມພະຍາຍາມ ເພື່ອຈະພັດທະ
ນາ ລູກສອນໄຟ ທີ່ຕິດດ້ວຍຫົວລະເບີດຄິວເຄລຍ -ຊຶ່ງອາດຈະຖະຫລົ່ມແຜ່ນດິນໃຫຍ່
ຂອງສະຫະລັດໄດ້. ລູກສອນໄຟໄດ້ຖືກຍິງຂຶ້ນ ຈາກສະຖານທີ່ຢູ່ພາກພື້ນດິນ ໃກ້ກັບ
ເມືອງ Sinpo ທີ່ຢູ່ແຄມຝັ່ງທາງພາກຕາເວັນອອກ ຂອງເກົາຫຼີເໜືອ ຊຶ່ງມັນໄດ້ບິນໄປ​
ໃນໄລຍະປະມານ 60 ກິໂລແມັດ ແຕ່ “ບໍ່ໄດ້ມີທ່າທາງເປັນໄພ ຕໍ່ທະວີບອາເມຣິກາ
ເໜືອ”
ດັ່ງທີ່ ສູນບັນຊາກການເຂດປາຊີຟິກຂອງສະຫະລັດ ໄດ້ກ່າວໄປນັ້ນ.

ບໍ່ດົນຫຼັງຈາກທີ່ລູກສອນໄຟໄດ້ຖືກຍິງຂຶ້ນ ໂຊລ ແລະ ໂຕກຽວ ໄດ້ຕອບໂຕດ້ວຍການ
ກ່າວ ປະນາມ ໂດຍເອີ້ນການທົດລອງນັ້ນ ວ່າ ເປັນການທ້າທາຍຢ່າງເປີຍເຜີຍ ຕໍ່ມະຕິ
ທັງຫຼາຍ ຂອງສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ແລະ ເປັນ “ເສັ້ນທາງ
ຂອງການທຳລາຍລ້າງຕົວເອງ.”
ເຖິງຢ່າງໃດກໍຕາມ ວໍຊິງຕັນ ໄດ້ອອກຖະແຫລງການ
ສັ້ນໆສະບັບນຶ່ງ ທີ່ກະຕຸ້ນໃຫ້ພວກນັກວິເຄາະຂອງເກົາຫຼີເໜືອ ພາກັນຄາດຄະເນ ກ່ຽວ
ກັບວ່າ ແມ່ນຫຍັງທີ່ອາດຈະຢູ່ເບື້ອງຫລັງ ການ​ໃຊ້ຄວາມຢັບຢັ້ງທີ່ບໍ່ທຳມະດາຂອງວໍຊິຕັນ.

ດອກໄຟໄດ້ຖືກໄຕ້ຂຶ້ນ ຢູ່ຂົວມິດຕະພາບ ແລະ ຂົວເພ ເທິງ ແມ່ນ້ຳ Yalu ທີ່ເຊື່ອມຕໍ່ເມືອງ Sinuiju ຂອງເກົາຫຼີເໜືອ ແລະ ເມືອງ Dandong ແຂວງ Liaoning ຂອງຈີນ, ວັນທີ 30 ມີນາ 2017.
ດອກໄຟໄດ້ຖືກໄຕ້ຂຶ້ນ ຢູ່ຂົວມິດຕະພາບ ແລະ ຂົວເພ ເທິງ ແມ່ນ້ຳ Yalu ທີ່ເຊື່ອມຕໍ່ເມືອງ Sinuiju ຂອງເກົາຫຼີເໜືອ ແລະ ເມືອງ Dandong ແຂວງ Liaoning ຂອງຈີນ, ວັນທີ 30 ມີນາ 2017.

ລັດຖະມົນຕີ ການຕ່າງປະເທດສະຫະລັດ ທ່ານ Rex Tillerson ໄດ້ກ່າວວ່າ “ເກົາຫຼີ
ເໜືອ ໄດ້ຍິງລູກສອນໄຟຂີປະນາວຸດ ລັດສະໝີປານກາງ ອີກລູກນຶ່ງ. ສະຫະລັດ
ໄດ້ເວົ້າເຖິງເກົາຫຼີເໜືອ ມາຫຼາຍພໍສົມຄວນແລ້ວ. ພວກເຮົາບໍ່ມີຄຳເຫັນຫຍັງຕື່ມອີກ.”

ທ່ານ Dennis Wilder ອະດີດຜູ້ອຳນວຍການ ອາວຸໂສ ຮັບຜິດຊອບ ເຂດເອເຊຍ
ຕາເວັນອອກ ຢູ່ທີ່ສະພາຄວາມໝັ້ນຄົງແຫ່ງຊາດ ພາຍໃຕ້ປະທານາທິບໍດີ George
W. Bush ມີທັດສະນະ ຕໍ່ຖະແຫລງການຂອງທ່ານ Tillerson ວ່າເປັນການເຕືອນ ທີ່
ຮີບດ່ວນ ຕໍ່ເກົາຫຼີເໜືອ ແລະ ໄດ້ກ່າວໃນວັນພຸດວານນີ້ ວ່າ ມັນຍັງປາກົດວ່າ ເປັນ
ສ່ວນນຶ່ງຂອງ “ຍຸດທະສາດທີ່ເປີດກວ້າງ” ໂດຍທີ່ທຳນຽບຂາວພາຍ​ໃຕ້​ການ​ນຳພາ
ຂອງທ່ານທຣຳ ຈະກົດດັນຕໍ່ຈີນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG