ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ທິລເລີສັນ ກ່າວວ່າ ວິທີການຂອງ ຈີນ ຕໍ່ ອາຟຣິກາ ຄືສົ່ງເສີມ ການເພິ່ງພາອາໄສ


Tillerson Touts Africa As Key to Global Security
please wait

No media source currently available

0:00 0:02:06 0:00

ເຊີນຊົມວິດີໂອ ກ່ຽວກັບ ຂ່າວນີ້.

ບໍ່ເທົ່າໃດຊົ່ວໂມງກ່ອນການເດີນທາງຢ້ຽມຢາມທະວີບ ອາຟຣິກາ ຢ່າງເປັນທາງການ
ຄັ້ງທຳອິດຂອງທ່ານນັ້ນ, ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ເຣັກສ໌
ທິລເລີສັນ ໄດ້ກ່າວວ່າ ສະຫະລັດ ມີຄວາມໝາຍໝັ້ນ ທີ່ຈະເສີມສ້າງ “ພື້ນຖານສາຍ
ພົວພັນອັນແໜ້ນແຟ້ນ ລະ ຫວ່າງ ສະຫະລັດ ແລະ ອາຟຣິກາ” ແລະ ໄດ້ກ່າວຫາ ຈີນ
ກ່ຽວກັບ “ການສະໜັບສະໜູນ ການເພິ່ງພາອາໄສ” ໃນວິທີການຂອງເຂົາເຈົ້າຕໍ່ພາກ
ພື້ນນັ້ນ.

ໃນຄຳປາໄສທີ່ໄດ້ເນັ້ນຈຸດສຳຄັນເຖິງນະໂຍບາຍ ອາຟຣິກາ ຂອງລັດ ຖະບານທ່ານ
ທຣຳ ນັ້ນ, ທ່ານ ທິລເລີສັນ ໄດ້ເວົ້າວ່າ ສະຫະລັດ “ມີຄວາມກະຕືລືລົ້ນ” ທີ່ຈະຫຼຸດຜ່ອນ
ການກີດກັ້ນທາງການຄ້າ ແລະ ການລົງທຶນໃນ ອາຟຣິກາ, ເຊິ່ງຄູ່ການຄ້າທີ່ໃຫຍ່ທີ່
ສຸດຂອງເຂົາເຈົ້າໃນປັດ ຈຸບັນນີ້ ກໍແມ່ນ ຈີນ.

ທ່ານລັດຖະມົນຕີການຕ່າງປະເທດໄດ້ກ່າວເພີ່ມເຕີມວ່າ ຄວາມຄິດຂອງ ສະຫະລັດ
ກ່ຽວກັບ “ການສະໜັບສະໜູນການປົກຄອງທີ່ດີ” ແມ່ນກົງ ກັນຂ້າມຢ່າງສິ້ນເຊີງກັບ
ຈີນ, “ເຊິ່ງສະໜັບສະໜູນການເພິ່ງພາອາໄສ, ໃຊ້ສັນຍາທີ່ບໍ່ໂປ່ງໃສ, ການໃຫ້ເງິນກູ້
ຢືມທີ່ເອົາລັດເອົາປຽບ ແລະເຮັດສັນຍາທີ່ເປັນການທຸຈະລິດ ທີ່ຂະຫຍາຍໜີ້ສິນໃຫ້
ແກ່ປະເທດຕ່າງໆ ແລະ ທຳລາຍອຳນາດອະທິປະໄຕຂອງເຂົາເຈົ້າ.”

ທ່ານ ທິລເລີສັນ ໄດ້ກ່າວເພີ່ມເຕີມວ່າ “ການລົງທຶນຂອງ ຈີນ ມີຄວາມສາມາດທີ່ຈະ
ແກ້ໄຂຊ່ອງຫວ່າງ ດ້ານພື້ນຖານໂຄງລ່າງຂອງ ອາຟຣິກາ ແທ້, ແຕ່ວິທີການຂອງເຂົາ
ເຈົ້າໄດ້ນຳໄປສູ່ການມີໜີ້ສິນທີ່ເພີ່ມຂຶ້ນ ແລະ ວຽກງານພຽງບໍ່ເທົ່າໃດຕຳແໜ່ງ, ຖ້າມີ,
ໃນປະເທດສ່ວນໃຫຍ່ນັ້ນ. ເມື່ອເຊື່ອມໂຍງກັບຄວາມກົດດັນທາງການເມືອງ ແລະ
ການເງິນແລ້ວ, ສິ່ງນີ້ຈະເຮັດໃຫ້ຊັບພະຍາກອນທຳມະຊາດຂອງ ອາຟຣິກາ, ເສດ
ຖະກິດໄລຍະຍາວ, ແລະ ຄວາມໝັ້ນຄົງດ້ານການເມືອງຂອງເຂົາເຈົ້າຕົກຢູ່ໃນອັນ
ຕະລາຍ.”

ທ່ານ ຄຣິສ ສມິດ “Chris Smith”, ປະທານຂອງອະນຸກຳມະການສະພາຕໍ່າ ກ່ຽວກັບ
ອາຟຣິກາ, ສາທາລະນະສຸກທົ່ວໂລກ, ສິດທິມະ ນຸດທົ່ວໂລກ ແລະ ອົງການຈັດຕັ້ງສາ
ກົນ ໄດ້ເປີດເຜີິຍຖະແຫຼງການສະບັບນຶ່ງທີ່ໄດ້ກ່າວວ່າ ກິດຈະກຳຕ່າງໆຂອງ ຈີນ ແລະ
ການກະທຳຂອງເຂົາເຈົ້າຢູ່ໃນທະວີບອາຟຣິການັ້ນ “ໄດ້ສະໜັບສະໜູນພວກຜູ້ນຳ
ທຸຈະລິດ ແລະ ຜູ້ນຳຜະເດັດການ.”

ທ່ານ ສມິດ ໄດ້ເວົ້າວ່າ “ເຖິງແມ່ນວ່າ ອາຟຣິກາ ຈະຕ້ອງການການລົງທຶນທີ່ໝັ້ນຄົງ
ແລະ ການພົວພັນຈາກບັນດາປະຊາຄົມນານາຊາດກໍຕາມ, ຈີນ ໄດ້ເປັນຜູ້ທີ່ມີບົດດ້ານ
ລົບເປັນສ່ວນໃຫຍ່ ຢູ່ໃນພາກພື້ນນັ້ນໃນຊ່ວງໄລຍະເວລາໃດນຶ່ງແລ້ວ.”

ສະມາຊິກສະພາ ສະຫະລັດ ທ່ານນີ້ ໄດ້ກ່າວເພີ່ມເຕີມວ່າ ຈີນ “ແມ່ນກຳລັງສ້າງສາຍ
ພົວພັນທາງທະຫານ ແລະ ກັບປະເທດ ທີ່ມີພັກການ ເມືອງດຽວ, ທີ່ມັກຈະສ້າງຄວາມ
ເສຍຫາຍຕໍ່ການປົກຄອງທີ່ດີ, ລະບຽບກົດໝາຍ ແລະ ປະຊາຊົນ ອາຟຣິກາ ເອງ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG