ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກົດ​ລະ​ບຽບ​ການ​ເນ​ລະ​ເທດ​ຜູ້​ຂໍ​ລີ້​ໄພ​ທີ່​ເຂັ້ມ​ງວດ​ ມີ​ຜົນ​ບັງ​ຄັບ​ໃຊ້​ໃນ ຍີ່​ປຸ່ນ


ໃນ​ພາບ​ນີ້​ທີ່​ຖືກ​ຖ່າຍ​ໃນ​ວັນ​ທີ 8 ທັນ​ວາ 2015, ພະ​ນັກ​ງານ​ສະ​ມາ​ຄົມ​ອົ​ບ​ພະ​ຍົບ ຍີ່​ປຸ່ນ ເຮັດ​ວຽກ​ຢູ່​ຫ້ອງ​ການ​ຂອງ​ເຂົາ​ເຈົ້າ​ໃນ​ນະ​ຄອນຫຼວງ ໂຕ​ກຽວ.
ໃນ​ພາບ​ນີ້​ທີ່​ຖືກ​ຖ່າຍ​ໃນ​ວັນ​ທີ 8 ທັນ​ວາ 2015, ພະ​ນັກ​ງານ​ສະ​ມາ​ຄົມ​ອົ​ບ​ພະ​ຍົບ ຍີ່​ປຸ່ນ ເຮັດ​ວຽກ​ຢູ່​ຫ້ອງ​ການ​ຂອງ​ເຂົາ​ເຈົ້າ​ໃນ​ນະ​ຄອນຫຼວງ ໂຕ​ກຽວ.

ກົດ​ໝາຍຂອງ ຍີ່​ປຸ່ນ ກຳ​ລັງ​ເຮັດ​ໃຫ້​ມັນ​ງ່າຍ​ກວ່າ​ເກົ່າ​ສຳ​ລັບ​ປະ​ເທດ​ທີ່​ຈະ​ເນ​ລະ​ເທດ​ຜູ້​ທີ່​ບໍ່​ສາ​ມາດ​ຂໍ​ລີ້​ໄພ ໂດຍຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ວັນ​ຈັນ​ມື້ນີ້, ເຊິ່ງ​ບັນ​ດາ​ນັກ​ປຸກ​ລະ​ດົມ​ໄດ້​ເຕືອນ​ວ່າ ​ລະ​ບົບ​ໃໝ່​ດັ່ງ​ກ່າວ​ ຈະ​ເຮັດ​ໃຫ້​ຊີ​ວິດ​ຂອງ​ຄົນ​ທັງຫຼາຍ ຕົກຢູ່ໃນຄວາມ​ສ່ຽງ.

ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ໃຫຍ່​ເປັນ​ອັນ​ດັບ​ສີ່​ນັ້ນ ​ແມ່ນ​ຖືກ​ຕຳ​ໜິ​ວິ​ຈານ​ມາ​ດົນ​ນານ​ສຳ​ລັບ​ການ​ທີ່​ເຂົາ​ເຈົ້າ​ຮັບ​ເອົາ​ຜູ້​ຂໍ​ລີ້​ໄພ​ໃນ​ຈຳ​ນວນ​ທີ່​ຕ່ຳ. ປີ​ກາຍນີ້​ສະ​ຖາ​ນະ​ພາບ​ອົບ​ພະ​ຍົບ​ທີ່ຖືກ​ມອບ​ໃຫ້ 303 ຄົນ​ ແມ່ນຫຼາຍ​ເປັນ​ປະ​ຫວັດ​ການ, ເຊິ່ງ​ສ່ວນ​ໃຫຍ່​ມາ​ຈາກ ອັ​ຟ​ກາ​ນິ​ສ​ຖານ​.

ຕອນນີ້​ລັດ​ຖະ​ບານ​ແມ່​ນ​ສາ​ມາດ​ເນ​ລະ​ເທດ​ຜູ້​ຂໍ​ລີ້​ໄພ​ທີ່​ຖືກ​ປະ​ຕິ​ເສດ​ສາມ​ເທື່ອ, ພາຍ​ໃຕ້​ກົດ​ໝາຍ​ຄົນ​ເຂົ້າ​ເມືອງ​ທີ່​ຖືກ​ປ່ຽນ​ແປງ​ໃໝ່ ​ທີ່​ໄດ້​ມີ​ຜົນ​ບັງ​ຄັບ​ໃຊ້​ປີ​ກາຍນີ້.

ກ່ອນ​ໜ້ານີ້, ຜູ້​ທີ່​ຂໍ​ສະ​ຖາ​ນະ​ພາບ​ອົບ​ພະ​ຍົບ ​ແມ່ນ​ສາ​ມາດ​ທີ່​ຈະ​ອາ​ໄສ​ຢູ່​ໃນ​ປະ​ເທດ​ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ຂໍ​ອຸ​ທອນ​ການ​ຕັດ​ສິນ, ໂດຍບໍ່​ຄຳ​ນຶ່ງ​ເຖິງ​ຈຳ​ນວນ​ຄັ້ງ​ທີ່​ເຂົາ​ເຂົ້າ​ໄດ້​ພະ​ຍາ​ຍາມ​ຂໍ.

ກົດ​ໝາຍ​ທີ່​ຖືກ​ທົບ​ທວນ​ໃໝ່​ແມ່ນ “ມີ​ຈຸດ​ປະ​ສົງ​ທີ່​ຈະ​ເນ​ລະ​ເທດ​ຜູ້​ທີ່ບໍ່​ໄດ້​ຮັບ​ການ​ອະ​ນຸ​ຍາດ​ໃຫ້​ຢູ່ ​ຢ່າງວ່ອງ​ໄວ, ແລະ ຊ່ວຍ​ຫ​ລຸດ​ຜ່ອນ​ການ​ກັກ​ຂັງ​ໄລ​ຍະ​ຍາວ,” ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ດ​ຕິ​ທຳ​ ທ່ານ ຣິອຸ​ຈິ ໂຄ​ອິ​ຊູ​ມິ ໄດ້​ກ່າວ​ໃນ​ເດືອນ​ພຶດ​ສະ​ພາ​ທີ່​ຜ່ານ​ມາ.

ທ່ານ​ກ່າວ​ຕື່ມ​ວ່າ “ຜູ້​ທີ່​ຕ້ອງ​ການ​ການ​ປົກ​ປ້ອງ​ຈະ​ໄດ້​ຮັບ​ການ​ປົກ​ປ້ອງ, ໃນ​ຂະ​ນະ​ທີ່​ຜູ້​ລະ​ເມີດ​ກົດ​ລະ​ບຽບ​ຈະ​ຖືກ​ຮັບ​ມື​ດ້ວຍ​ຢ່າງ​ເຂັ້ມ​ງວດ.”

ພວກ​ນັກ​ວິ​ຈານ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບຄວາມ​ໂປ່ງ​ໃສ​ໃນ​ຂັ້ນ​ຕອນ​ການກວດ​ກາ​ຂອງ ຍີ່​ປຸ່ນ, ໂດ​ຍ​ເຕືອນ​ວ່າ​ ກົດ​ລະ​ບຽບ​ໃໝ່​ອາດ​ເຮັດ​ໃຫ້​ຜູ້​ຍື່ນເອກະສານຂໍ​ລີ້ໄພ ມີຄວາມ​ສ່ຽງແລະປະ​ເຊີນ​ກັບ​ການ​ປະ​ຫັດ​ປະ​ຫານ​ສູງ​ຂຶ້ນ ຫຼັງ​ຈາກ​ການ​ສົ່ງ​ຕົວ​ກັບ​ຄືນ​ປະ​ເທດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG