ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກນັກ​ຊ່ຽວ​ຊານ ກ່າວ​ວ່າ ໃຫ້ເພີ້ມ​​​ ການ​ລົງ​ໂທດ​ ຕໍ່​ເກົາ​ຫຼີ​ເໜືອ​ ​​ໂດຍ​ແນ​ໃສ່ ທະ​ນາ​ຄານ


ກຸມ​ພາ 16, 2018, ພາບ​ຈາກ​ກະ​ຊ​ວງ​ປ້ອງ​ກັນ​ປະ​ເທດ​ຍີ່​ປຸ່ນ ທີ່​ກ່າວ​ວ່າ ກຳ​ປັ່ນ​ເກົາ​ຫຼີ​ເໜືອ ​ທີ່​ມີ​ທຸງ Yu Jong 2, ​ຊ້າຍ, ​ແລະ Min Ning De You 078 ຈອດ​ຮຽງ​ກັນ ໃນ​ທະ​ເລ​ຈີນ​ຕາ​ເວັນ​ອອກ​ທີ່​ທຳ​ການ​ປ່ຽນ​ເຮືອ.
ກຸມ​ພາ 16, 2018, ພາບ​ຈາກ​ກະ​ຊ​ວງ​ປ້ອງ​ກັນ​ປະ​ເທດ​ຍີ່​ປຸ່ນ ທີ່​ກ່າວ​ວ່າ ກຳ​ປັ່ນ​ເກົາ​ຫຼີ​ເໜືອ ​ທີ່​ມີ​ທຸງ Yu Jong 2, ​ຊ້າຍ, ​ແລະ Min Ning De You 078 ຈອດ​ຮຽງ​ກັນ ໃນ​ທະ​ເລ​ຈີນ​ຕາ​ເວັນ​ອອກ​ທີ່​ທຳ​ການ​ປ່ຽນ​ເຮືອ.

ສະ​ຫະ​ລັດ ຈຳ​ເປັນ​ທີ່​ຈະຕ້ອງ​ແນ​ເປົ້າ​ໝາຍ ໃສ່​ທະ​ນາ​ຄານ ຊຶ່ງ​ເປັນ​ຜູ້​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ໝູນ​ເງິນ​ທີ່​ຜິດ​ກົດ​ໝາຍ ສຳ​ລັບ​ພຽງ​ຢາງ ເພື່ອ​ເພີ້ມ​ການ​ກົດ​ດັນໃນ​ການ​ລົງ​ໂທດ​ຕໍ່​ເກົາ​ຫຼີ​ເໜືອ​ ໃຫ້​ໜັກ​ທີ່​ສຸດ, ​ນັ້ນ​ຄື​ຄຳ​ເວົ້າ​ຂອງ​ນັກ​ຊ່ຽວ​ຊານທີ່ ໄດ້​ກ່າວ​ໄວ້.

ຄະ​ນະ​ນັກ​ຊ່ຽວ​ຊານ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດກ່ຽວ​ກັບເກົາ​ຫຼີ​ເໜືອ ໄດ້​ນຳ​ລາຍ​ງານ​ສະ​ບັບ​ນຶ່ງ​ອອກ​ເຜີຍ​ແຜ່ ຊຶ່ງ​ໄດ້​ໃຫ້​ລາຍ​ລະ​ອຽດ​ຕ່າງໆກ່ຽວ​ກັບ​ການທີ່​ປະ​ເທດ​ດັ່ງ​ກ່າວຫລົບ​ຫລີກ​ການ​ລົງ​ໂທດ ດ້ວຍກົນ​ລະ​ຍຸດເຊັ່ນ​ການ​ມອບ​ສົ່ງສິນ​ຄ້າທີ່​ຕ້ອງ​ຫ້າມ ຢ່າງ​ຜິດ​ກົດ​ໝາຍແບບເຮືອ​ຕໍ່​ເຮືອ ແລະ​ການ​ປ​ະ​ຕິ​ບັດ​ງານໂດຍ ​ພວກ​ບໍ​ລິ​ສັດຕາງໜ້າ​ໃນ​ຕ່າງ​ປະ​ເທດ​ ໂດຍ​ພະ​ແນກ​ການ​ຕ່າງໆຂອງລັດ​ຖະ​ບານ​ເກົາ​ຫຼີ​ເໜືອ.

ລາຍ​ງານ​ດັ່ງ​ກ່າວ ຍັງ​ໄດ້​ລະ​ບຸເຖິງ​ທະ​ນາ​ຄານ​ຕ່າງ​ປະ​ເທດ “ໄດ້​ອຳ​ນວຍ​ຄວາມ ສະ​ດວກ​ໃນ​ການໂອນ​ເງິນ​ຂອງ​ເກົາ​ຫຼີ​ເໜືອ ​ໃນ​ການ​ຊື້​ຜະ​ລິດຕະ​ພັນ​ນ້ຳ​ມັນ​ເຊື້ອ​ໄຟ ທີ່​ສົ່ງ​ຕໍ່​ແບບ​ເຮືອ​ຕໍ່​ເຮືອທີ່​ຜິດ​ກົດ​ໝາຍ ແລະ​ການ​ຊື້​ຖ່ານ​ຫີນແບບ​ເຮືອ​ຕໍ່​ເຮືອ ທີ່​ເພີ້ມ​ຂຶ້ນນັ້ນ.” ລາຍ​ງານ​ຍັງ​ໄດ້​ລະ​ບຸ​ຕໍ່​ໄປ​ວ່າ “ການ​ລົງ​ໂທດ​ທາງ​ດ້ານການ​ເງິນ​ຍັງ​ສືບ​ຕໍ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ທີ່​ຂີ້​ຮ້າຍ​ທີ່​ສຸດ ແລະຍັງ​ມີ​ການຫຼົບ​ຫລີກ​ມາດ​ຕະ​ການ​ລົງ​ໂທດ​ຢູ່​ຕໍ່​ມາ.”

ລາຍ​ງານ​ດັ່ງ​ກ່າວ ໄດ້​ນຳ​ອອກ​ເຜີຍ​ແຜ່ ໃນ​ສັບ​ປະ​ດາ​ແລ້ວ​ນີ້ ຫຼັງ​ຈາກ​ກອງ​ປະ​ຊຸມ​ສຸດຍອດ​ທີ່​ນະ​ຄອນ​ຮາ​ໂນ່ຍ​ພັງ​ທະ​ລາຍ​ລົງ ບ່ອນ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ແລະ​ຜູ້​ນຳ​ເກົາ​ຫຼີ​ເໜືອ ກິມ​ ຈົງ​ ອຶນ ບໍ່​ສາມ​າດ​ບັນ​ລຸ​ຂໍ້​ຕົກ​ລົງ​ປົດ​ອາ​ວຸດ​ນິວ​ເຄ​ລຍໃນ​ເດືອນ​ແລ້ວ​ນີ້ ໂດຍ​ທີ່​ວໍ​ຊີງ​ຕັນ​ປະ​ຕິ​ເສດ​ບໍ່​ຍອມ​ຮັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ພຽງ​ຢາງ ​ທີ່ໃຫ້​ຍົກ​ເລີກ​ການ​ລົງ​ໂທດ​ທັງ​ໝົດ​ ແລະພຽງ​ຢາງ ປະ​ຕິ​ເສດ​ຕໍ່ການ​ຮຽກ​ຮ້ອງ​ຕ້ອງການ​ຂອງວໍ​ຊີງ​ຕັນ ທີ່​ຢາກ​ໃຫ້​ເກົາ​ຫຼີ​ເໜືອ​ຍົກ​ເລີກ​ໂຄງ​ການ​ອາ​ວຸດ​ນິວ​ເຄ​ລຍ​ທັງ​ໝົດ​ນັ້ນ.

ຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ພົບປະກັບປະທານປະເທດຈີນ ສີ ຈິ້ນ ຜິງ ໃນປັກກິ່ງ, ຈີນ ພາບຈາກສື່ທາງການເກົາຫຼີເໜືອ, 10 ມັງກອນ 2019.
ຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ພົບປະກັບປະທານປະເທດຈີນ ສີ ຈິ້ນ ຜິງ ໃນປັກກິ່ງ, ຈີນ ພາບຈາກສື່ທາງການເກົາຫຼີເໜືອ, 10 ມັງກອນ 2019.

ໃນ​ຂະ​ນະ​ທີ່ ພວກ​ຊ່ຽວ​ຊານ ໄດ້​ບອກ​ກັບ ວີ​ໂອ​ເອ ພະ​ແນກ​ເກົາ​ຫຼີ ທີ່​ວ່າ ການ​ລົງ​ໂທດ​ແມ່ນ​ດຳ​ເນີນ​ໄປ​ດ້ວຍ​ດີ ໃນ​ເກົາ​ຫຼີ​ເໜືອ, ພວກ​ເຂົາ​ເຈົ້າ​ ແນະ​ນຳ​ວ່າໃຫ້​ລົງ​ໂທດໜັກ​ກວ່າ​ເກົ່າ, ໃຫ້​ທຳ​ການ​ລົງ​ໂທດແບບ​ສະ​ເພາະ​ເຈາະ​ຈົງ, ໃຫ້​ເພີ້ມ​ການ​ລົງ​ໂທດ​ແບບ​ມີ​ປະ​ສິດ​ທິ​ຜົນ ຊຶ່ງ​ມັນ​ຈະ​ສາ​ມາດ​ກົດ​ດັນ​ໃຫ້​ເກົາ​ຫຼີ​ເໜືອ ປົດ​ ອາ​ວຸດ​ນິວ​ເຄລຍ.

ທ່ານ Joshua Stanton ທະ​ນາຍ​ຄວາມ​ທີ່​ມີ​ສຳ​ນັກ​ງານ​ທີ່​ວໍ​ຊີງ​ຕັນ​ ດີ​ຊີ ຜູ້​ຊຶ່ງ​ໄດ້​ຮ່າງ​ການ​ລົງ​ໂທດ​ຂອງ​ເກົາ​ຫຼີ​ເໜືອ ປີ 2016, ຄິດ​ວ່າ ການ​ລົງ​ໂທດ​ທັງ​ຫຼາຍ​ນີ້ ແມ່ນ​ “ບໍ່​ພຽງ​ພໍ” ແລະ “ບໍ່​ລົງ​ໂທດ​ແບບ​ຖືກ​ຕ້ອງ​ເໝາະ​ສົມ.” ທ່ານ​ໄດ້​ແນະ​ນຳ​ວ່າ​ສະ​ຫະ​ລັດ ຄວ​ນ​ຈະ​ສະ​ເພາະ​ເຈາະ​ຈົງ ແນ​ເປົ້າ​ໝາຍໃ​ສ່​ບັນ​ດາ​ທະ​ນາ​ຄານ​ຈີນ​ ທັງ​ຫຼາຍ ທີ່​ທຳ​ການ​ໂອນ​ເງິນ​ທີ່​ຜິດ​ກົດ​ໝາຍ​ ໃຫ້​ເກົາ​ຫຼີ​ເໜືອ.

“ບ່ອນ​ທີ່​ພວກ​ເຮົາ ທີ່​ບໍ່​ໄດ້​ກົດ​ດັນ​ທະ​ນາ​ຄານ​ຢ່າງ​ພຽງ​ພໍ​ນັ້ນ ທີ່​ຖື​ກອງ​ທຶນ​ສຳ​ລັບຫຼາຍໆໜ່ວຍ​ງານ​ຂອງ​ລັດ​ຖະ​ບານເກົາ​ຫຼີ​ເໜືອ,” ຊຶ່ງ​ທ່ານ Stanton ໄດ້​ກ່າວ​ໄວ້ແລະ​ທ່ານ​ຍັງ​ໄດ້​ກ່າວຕໍ່ວ່າ “ຈົນ​ກວ່າ​ວ່າ ພວກ​ເຮົາ​ຈະ​ຈິງ​ຈັງ ກ່ຽວ​ກັບ​ເລື້ອງ​ນີ້, ພວກ​ເຮົາ​ຈະ​ບໍ່ບັນ​ລຸ​ເຖິງ​ການ​ກົດ​ດັນທີ່​ສູງສຸດ. ຂ້າ​ພະ​ເຈົ້າ ຈະ​ຮູ້​ດີ​ຕອນ​ທີ່​ພວກ​ເຮົາ​ພວກ​ເຮົາ​ກົດ​ດັນ ​ໃຫ້​ສູງ​ທີ່​ສຸດ ກໍ​ແມ່ນ​ຕອນ​ທີ່​ກະ​ຊວງ​ການ​ເງິນ ເລີ້ມອອກ​ການ​ລົງ​ໂທດ​ ທີ່​ສຳ​ຄັນທາງ​ພົນ​ລະ​ເຮືອນ ຕໍ່​ຕ້ານ​ຈີນ ແລະ​ພວກ​ທະ​ນາ​ຄານ​ຂອງບັນ​ດາ​ປະ​ເທດທີ 3 ທັງ​ຫຼາຍ.”

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ບັນດາສະມາຊິກຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ຮວມຕົວກັນໃນກອງປະຊຸມ ທີ່ນິວຟອກ ກ່ຽວກັບເກົາຫຼີເໜືອ, 27 ກັນຍາ 2018
ບັນດາສະມາຊິກຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ຮວມຕົວກັນໃນກອງປະຊຸມ ທີ່ນິວຟອກ ກ່ຽວກັບເກົາຫຼີເໜືອ, 27 ກັນຍາ 2018
XS
SM
MD
LG