ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວເມືອງ Baltimore ພາກັນ ເດີນຂະບວນ ປະທ້ວງ ການເສຍຊີວິດ ຂອງທ້າວ Gray


ພວກປະທ້ວງ ເຕົ້າໂຮມກັນຢູ່ນອກ ສະຖານີຕຳຫຼວດແຫ່ງນຶ່ງ ໃນເຂດຕາເວັນອອກ ຂອງກົມຕຳຫຼວດນະຄອນ Baltimore ລັດ Maryland ກອ່ນໜ້າຈະມີການເດີນຂະບວນ ປະທ້ວງການເສຍຊີວິດຂອງທ້າວ Freddie Gray ໃນລະຫວ່າງການຈັບກຸມໂດຍເຈົ້າໜ້າທີ່ຕຳຫຼວດ Baltimore, ວັນທີ 25 ເມສາ 2015.
ພວກປະທ້ວງ ເຕົ້າໂຮມກັນຢູ່ນອກ ສະຖານີຕຳຫຼວດແຫ່ງນຶ່ງ ໃນເຂດຕາເວັນອອກ ຂອງກົມຕຳຫຼວດນະຄອນ Baltimore ລັດ Maryland ກອ່ນໜ້າຈະມີການເດີນຂະບວນ ປະທ້ວງການເສຍຊີວິດຂອງທ້າວ Freddie Gray ໃນລະຫວ່າງການຈັບກຸມໂດຍເຈົ້າໜ້າທີ່ຕຳຫຼວດ Baltimore, ວັນທີ 25 ເມສາ 2015.

ພວກ​ປະ​ທ້ວງ ຈຳນວນຫຼາຍຮ້ອຍ​ຄົນ ​ໄດ້​ພາກັນ​ເດີນ​ຂະ​ບວນ
ຜ່ານນະຄອນ Baltimore ລັດ Maryland ທາງ​ພາກ​ຕາ​ເວັນ​
ອອກ​ຂອງ​ສະຫະລັດ ໃກ້ໆ​ກັບນະຄອນຫລວງ ວໍ​ຊິງ​ຕັນ​ ທາງ​
ກ້ຳ​ເໜືອ ​ເພື່ອ​ປ​ະທ້ວງ​ການ​ເສຍ​ຊີວິດ​ ຂອງ​ຊາຍ​ຜິວ​ດຳຄົນ​ນຶ່ງ
​ໃນລະຫວ່າງ​ທີ່​ຖືກ​ເຈົ້າໜ້າ​ທີ່​ຕຳຫລວດ ຄວບຄຸມ​ໂຕ​ໄວ້​ນັ້ນ.

​ການ​ເດີນ​ຂະ​ບວນປະ​ທ້ວງ ໃນ​ວັນ​ເສົາ​ວານ​ນີ້ ​ໄດ້​ເລີ້ມຕົ້ນ​ຂຶ້ນ
ຢູ່​ບ່ອນ​ດຽວ​ກັນ​ ທີ່ ທ້າວ Freddie Gray ​ໄດ້ຖືກ​ຈັບກຸມ ​ໃນ​
ວັນ​ທີ 12 ​ເມສາ ​ເມື່ອ​ສອງ​ອາທິດ​ກ່ອນ.

ການ​ເດີນ​ຂະ​ບວນ ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສັນຕິ ​ເປັນ​ສ່ວນ​ໃຫຍ່ ​ແຕ່​
ໃນ​ເວລາ​ຕໍ່​ມາ ເຈົ້າ​ໜ້າ​ທີ່​ຕຳຫລວດ ​ໄດ້ເຂົ້າ​ຈັບ​ກຸມພວກ​ຄົນຈຳນວນນຶ່ງ ທີ່​ໄດ້​ທຳລາຍ ລົດ​
ລາດຕະ​ເວນ​ຂອງ​ພວກ​ເຂົາ​ເຈົ້າ.

ທ້າວ Gray ​ໄດ້​ຮັບ​ບາດ​ເຈັບ ​ຢູ່​ກະດູກສັນຫລັງ ໃນ​ຂະນະ​ທີ່​ຖືກ​ຕຳຫຼວດ​ເຂົ້າ​ຈັບ​ກຸມ​ໄວ້ ​ແລະໄດ້​ເສຍ​ຊີວິດ​ ​ໃນອາທິດ​ນຶ່ງ​ຕໍ່ມາ ຫຼັງຈາກ​ທີ່​ໄດ້​ຖືກ​ຈັບ​.

ພິທີ​ສົ່ງສະການທ້າວ Gray ​ກຳນົດຈະ​ມີ​ຂຶ້ນ ​ໃນວັນ​ຈັນ​ມື້​ອື່ນ​ນີ້. ​ ​ຕຳຫລວດ​ໄດ້​ຍອມຮັບ​ວ່າ ຕົນ​ບໍ່​ໄດ້​ໃຫ້ການ​ຊ່ວຍ​ເຫຼືອທາງ​ການ​ແພດ​ໃນ​ທັນທີ​ ຫຼັງຈາກ​ການ​ຈັບ​ກຸມ ກ່ອນ​ທີ່​ຈະ​ນຳ​ສົ່ງຜູ້ກ່ຽວ​ໄປ​ຫ້ອງ​ຂັງ.

ເຈົ້າໜ້າ​ທີ່ຕຳຫຼວດ 6 ຄົນ ທີ່​ພົວພັນ​ກັບ​ຄະດີ​ຂອງທ້າວ Gray ໄດ້​ຖືກ​ສັ່ງ​ພັກການ ​ໂດຍ​ໄດ້​ຮັບ​ເງິນ​ເດືອນ.

ກົມ​ຕຳຫຼວດ​ນະຄອນ Baltimore ກ່າວ​ວ່າ ຕົນ​ຈະ​ເປີດ​ເຜີຍ​ຂໍ້​ມູນ ກ່ຽວ​ກັບ​ການ​ສືບສວນ​
ສອບ​ສວນ ​ເຫດການ​ດັ່ງກ່າວ ​ໃນ​ທ້າຍ​ອາທິດ​ໜ້າ.

US Killing In Baltimore
please wait

No media source currently available

0:00 0:01:02 0:00

Several hundred demonstrators marched through the eastern U.S. city of Baltimore, just north of Washington, protesting the death of a black man while in police custody.

Saturday's march began where Freddie Gray was arrested on April 12.

The demonstration was mostly peaceful until police had to confront several people who vandalized their patrol cars.

Gray suffered a spinal chord injury while in custody and died a week after his arrest.

Gray's funeral is set for Monday. Police admitted to not giving Gray immediate medical assistance and securing him before he was transported in a police van following his arrest.

Six officers involved in Gray's case are on leave with pay.

The Baltimore police department says it will release information on its investigation of the incident late next week.
###

XS
SM
MD
LG