ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສາມປີຫຼັງຈາກການກໍ່ລັດຖະປະຫານ, ວິກິດການໃນ ມຽນມາ ຮຸນແຮງຍິ່ງກວ່າເກົ່າ


ຜູ້ຊາຍຄົນນຶ່ງເບິ່ງເຮືອນທີ່ຖືກທຳລາຍຫຼັງຈາກການໂຈມຕີທາງອາກາດ ແລະ ປືນໃຫຍ່ໃນສູນຜູ້ບໍ່ມີບ່ອນຢູ່ອາໄສ ມັງ ລາຍ ຈຽດ, ເມືອງ ໄລຊາ, ມຽນມາ, 10 ຕຸລາ 2023.
ຜູ້ຊາຍຄົນນຶ່ງເບິ່ງເຮືອນທີ່ຖືກທຳລາຍຫຼັງຈາກການໂຈມຕີທາງອາກາດ ແລະ ປືນໃຫຍ່ໃນສູນຜູ້ບໍ່ມີບ່ອນຢູ່ອາໄສ ມັງ ລາຍ ຈຽດ, ເມືອງ ໄລຊາ, ມຽນມາ, 10 ຕຸລາ 2023.

ສາມ​ປີຫຼັງ​ຈາກ​ການ​ກໍ່​ລັດ​ຖະ​ປະ​ຫານ​ໃນ​ວັນ​ທີ 1 ກຸມ​ພາ 2021, ​ລ​ະ​ບອບການ​ປົກ​ຄອງທະ​ຫານ​ ມຽນ​ມາ ໄດ້​ກໍ່ວິ​ກິດ​ການ​ດ້ານ​ມະ​ນຸດ​ສະ​ທຳ ຮ້າຍ​ແຮງ​ຍິ່ງ​ຂຶ້ນ ດ້ວຍ​ປະ​ຊາ​ຊົນ 2 ລ້ານ 6 ແສນ​ຄົນ​ບໍ່​ມີ​ທີ່​ຢູ່​ອາ​ໄສ ແລະ ຫຼາຍກວ່າ 18 ລ້າ​ນ​ຄົນ​ມີ​ຄວາມ​ຂາດ​ເຂີນ. ເພື່ອ​ຮັບ​ມື​ນັ້ນ, ອົງ​ການ​ມະ​ນຸດ​ສະ​ທຳ​ຕ່າງໆ​ໄດ້​ຊອກ​ຫາ​ເງິນຫຼາຍ​ເປັນ​ປະ​ຫວັດ​ການ 994 ລ້ານ​ໂດ​ລາ​ເພື່ອ​ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ​ຍາມ​ຊ່ວຍ​ເຫຼືອ​ໃນ​ມຽນ​ມາ ໃນ​ປີ 2024, ອີງ​ຕາມ​ຫ້ອງ​ການ​ເພື່​ອ​ການ​ປະ​ສານ​ງານ​ບັນ​ຫາ​ມະ​ນຸດ​ສະ​ທຳ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

“ພວກ​ເຮົາ​ກ່າວ​ປະ​ນາມ​ດ້ວຍ​ຄຳ​ເວົ້າ​ທີ່​ຮຸນ​ແຮງ​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້​ຕໍ່​ຄວາມ​ຊົ່ວ​ຮ້າຍ ແລະ ການ​ລະ​ເມີດ​ສິດ​ທິ​ມະ​ນຸດ​ທີ່​ດຳ​ເນີນ​ຢູ່​ຂອງ​ລະ​ບອບ​ການ​ປົກ​ຄອງ​ທະ​ຫານ, ເຊັ່ນ​ຄວາມ​ຮຸນ​ແຮງ​ທາງ​ເພດ ແລະ ອີງ​ໃສ່​ເພດ, ແລະ ການ​ຫ້າມ​ເສ​ລີ​ພາບ​ຂັ້ນ​ພື້ນ​ຖານ,” ອີງຕາມ​ການ​ກ່າວ​ໃນ​ຖະ​ແຫຼງ​ການ​ຮ່ວມ​ໂດຍ​ສະ​ຫະ​ພາບ​ຢູ​ໂຣບ, ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈາກ ອອ​ສ​ເຕ​ຣ​ເລຍ, ກາ​ນາ​ດາ, ນິວ​ຊີ​ແລນ, ນໍ​ເວ, ສາ​ທາ​ລະ​ນະ​ລັດ ເກົາຫຼີ, ສວິດ​ເຊີ​ແລນ, ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ​ອັງ​ກິດ ແລະ ສະ​ຫະ​ລັດ.

ຖະ​ແຫຼງ​ການ​ຮ່ວມ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ຂໍ​ຮຽກ​ຮ້ອງ ​ໃຫ້​ລະ​ບອບ​ການ​ປົກ​ຄອງ​ທະ​ຫານ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ຫ້າ​ຈຸດ​ຂອງ​ອາ​ຊຽນ ແລະ ພົວ​ພັນ​ຢ່າງ​ມີ​ຄວາມ​ໝາຍ ແລະ ເປັນ​ແງ່ບວກ​ກັບ​ບັນ​ດາ​ຜູ້​ແທນ​ອາ​ຊຽນ, ເພື່ອ​ທີ່ ມຽນ​ມາ​ ຈະ​ຫັນ​ປ່ຽ​ນ​ໄປ​ສູ່​ປະ​ຊາ​ທິ​ປະ​ໄຕ​ກວມ​ລວມ.”

ອາ​ຊຽນ ໝາຍ​ເຖິງ​ສະ​ມາ​ຄົມ​ປະ​ຊາ​ຊາດ​ແຫ່ງ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້​ທີ່​ມີສະ​ມາ​ຊິກ 10 ປະ​ເທດ.

ໃນ​ວັນ​ທີ 24 ເມ​ສາ 2021, ບັນ​ດາ​ຜູ້ນຳ​ຈາກ 9 ປະ​ເທດ​ອາ​ຊຽນ, ພ້ອມ​ກັບ​ຜູ້​ນຳ​ລັດ​ຖະ​ບານ​ທະ​ຫານ​ຂອງ ມຽນ​ມາ, ນາຍ​ພົນ​ອາ​ວຸ​ໂສ ມິນ ອອງ ລາຍ, ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ ​ຕໍ່​ແຜນ​ການ 5 ຈຸດດັ່ງ​ກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG