ຕຳຫລວດອິສຣາແອລກ່າວວ່າ ມືປືນຄົນນຶ່ງໄດ້ເປີດສາກລະດົມຍິງ ໃນວັນອັງ ຄານມື້
ນີ້ ໃສ່ທາງເຂົ້າໄປຫາບ່ອນຕັ້ງຖິ່ນຖານໃໝ່ ນອກນະຄອນ Jerusalem ໂດຍໄດ້ສັງ
ຫານເຈົ້າໜ້າທີ່ຮັກສາຄວາມປອດໄພສາມຄົນ.
ພວກເຈົ້າໜ້າທີ່ກ່າວວ່າ ຍາມອິສຣາແອລຄົນທີສີ່ ໄດ້ຮັບບາດເຈັບໃນການໂຈມຕີ ຢູ່
ນອກປະຊາຄົມອິສຣາແອລຂອງເຂດບ້ານໃໝ່ Had Adar.
ໂຄສົກຕຳຫລວດຄົນນຶ່ງກ່າວວ່າ ຜູ້ໂຈມຕີເຂົ້າໄປດ່ານກວດ ກັບພວກແຮງງານປາແລສ
ໄຕນ໌ ແລະໄດ້ເປີດສາກລະດົມຍິງໃສ່. ມືປືນໄດ້ຖືກຍິງຕາຍໂດຍກຳລັງຮັກສາຄວາມ
ປອດໄພຢູ່ບ່ອນເກີດເຫດ.
sraeli police said a gunman opened fire Tuesday at the entrance to a settlement outside Jerusalem, killing three security personnel.
Officials said a fourth Israeli guard was also wounded in the attack outside the Israeli community of Had Adar.
A police spokesman said the attacker entered the checkpoint with Palestinian laborers and then opened fire. The gunman was shot to death by other security forces at the scene.