ໃນຂະນະທີ່ ບັນດາບໍລິສັດຜະລິດລົດຍົນ ກຳລັງບຸກບືນ ກັບ
ເທັກໂນໂລຈີ ລົດສາມາດຂັບດ້ວຍໂຕມັນເອງຢູ່ນັ້ນ. ກໍມີອີກ
ສ່ວນໜຶ່ງ ຂອງອຸດສາຫະກຳລົດຍົນ ທີ່ພວມກ້າວໜ້າໄປສູ່
ຜົນສຳເລັດ. ດັ່ງທີ່ ຜູ້ສື່ຂ່າວວີໂອເອ George Putic ລາຍງານ
ມາ ການພິມດ້ວຍລະບົບສາມມິຕິ ຫຼື 3D printing ຂອງພວກ
ຮ່າງລົດ ກໍໃຫ້ຄວາມຫວັງ ໃນການຜະລິດລົດ ທີ່ເບົາລົງ ແລະ
ມີລາຄາຖືກລົງ ພ້ອມດ້ວຍການປ່ອຍແກັສ ທີ່ມີສານຄາບອນ
ໜ້ອຍລົງ ຫຼາຍກວ່າ ລົດ ທຳມະດາ ຊຶ່ງໄຊຈະເລີນສຸກ ຈະນຳ
ມາສະເໜີທ່ານ ໃນອັນດັບຕໍ່ໄປນີ້.
ລົດຍົນ ໃນປັດຈຸບັນນີ້ ແມ່ນໄດ້ຜະລິດຂຶ້ນມາແບບນີ້ ຕາມຂັ້ນຕອນທີ່ຕ້ອງການພະລັງງານ
ແລະ ກຳລັງຄົນ ຈຳນວນຫລວງຫຼາຍ.
ແຕ່ບັນດາຜູ້ທີ່ນິຍົມຊົມຊອບລົດ ກ່າວວ່າ ໃນໄວໆນີ້ ການສ້າງລົດ ຂະໜາດໃຫຍ່ ອາດ
ເລີ້ມຕົ້ນ ແບບນີ້.
ທ່ານ John B. Rogers Jr. ຜູ້ອຳນວຍການໃຫຍ່ ຂອງບໍລິສັດ Local Motors ເວົ້າວ່າ
“ທ່ານເລີ້ມດ້ວຍ ການສ້າງຂໍ້ມູນດິຈິໂຕລ ໃສ່ໃນເຄື່ອງພິມ ແລະ ເຄື່ອງພິມ ກໍຈະ
ພິມຮ່າງຕົ້ນແບບ ຂອງລົດ ອອກມາ.”
ຮ່າງຕົ້ນແບບ ອັນນີ້ ທີ່ເອີ້ນວ່າ Strati ນັ້ນ ໄດ້ຜະລິດຂຶ້ນມາ ໂດຍ ບໍລິສັດ Local Motors
ຂອງລັດ ອາຣີໂຊນາ ທີ່ໃຊ້ພວກເມັດຢາງ ປລາສຕິກ ເສີມຄວາມແຂງແກ່ນ ດ້ວຍການລະ
ລາຍພວກໃຍຄາບອນ ແລະ ອັດເຂົ້າກັນ ໃຫ້ເປັນຫຼາຍຊັ້ນ.
ຂັ້ນຕອນດັ່ງກ່າວ ແມ່ນຍັງຊ້າຢູ່ ແຕ່ມັນມີລາຄາຖືກກວ່າ ຕ້ອງການກຳລັງຄົນ ທີ່ໜ້ອຍລົງ
ແລະ ຈະຫລຸດຜ່ອນ ການໃຊ້ແກັສຄາບອນຕ່ຳກວ່າ ວິທີການຜະລິດ ໃນປັດຈຸບັນນີ້.
ແລະບໍລິສັດ Divergent Microfactories ທີ່ມີຫ້ອງການຕັ້ງຢູ່ ລັດຄາລີຟໍເນຍ ໄດ້ກ້າວ
ໄປຕື່ມອີກ ບາດກ້າວໜຶ່ງ.
ຮ່າງລົດເກັງສປອດຂອງບໍລິສັດດັ່ງກ່າວ ທີ່ເອີ້ນວ່າ Blade ນັ້ນ ແມ່ນເຮັດດ້ວຍເຄື່ອງອາໄຫລ່
ທີ່ພິມເປັນໂລຫະຕ່າງໆ ທີ່ສາມາດ ນຳມາປະກອບ ຕໍ່ໃສ່ກັບພວກທ່ອນ ທີ່ເສີມກຳລັງດ້ວຍ
ສານຄາບອນໄດ້ ພາຍໃນບໍ່ເທົ່າໃດນາທີ.
ທ່ານ Kevin Czinger ຜູ້ອຳນວຍການໃຫຍ່ ຂອງບໍລິສັດ Divergent Microfactories
ເວົ້າວ່າ “ເຄື່ອງພິມ 3D ດ້ວຍໂລຫະ ໄດ້ປ່ຽນແປງ ວິທີການດັ່ງກ່າວນັ້ນ ຢ່າງໃຫຍ່.
ດ້ວຍການສັງເກດເບິ່ງ ເຄື່ອງພິມ 3D ແລ້ວ ບໍ່ແມ່ນແຕ່ສຳຫລັບໂຄງສ້າງໂດຍລວມ
ແຕ່ການສ້າງ ໂຄງສ້າງຊິ້ນສ່ວນແຕ່ລະອັນ ທີ່ສາມາດນຳມາປະກອບເຂົ້າກັນໄດ້ນັ້ນ
ເຄື່ອງພິມ 3D ນີ້ ຈະປະຕິຮູບທຸກສິ່ງທຸກຢ່າງ.”
ພວກລົດທີ່ພິມຈາກ ເຄື່ອງພິມ 3D ພ້ອມດ້ວຍເຄື່ອງຈັກຂັບດັນ ທີ່ມີມົນລະຜິດຕ່ຳ ເຊັ່ນ
ຈັກໄຟຟ້າ ຫຼື ແກັສທຳມະຊາດນັ້ນ ຍິ່ງຈະເຮັດໃຫ້ມີການຫລຸດຜ່ອນ ໃນການປ່ອຍແກັສ
ຄາບອນ ນຳດ້ວຍ. ພວກລົດດັ່ງກ່າວ ຍັງເບົາກວ່າ ພວກລົດທຳມະດາ.
ທ່ານ Brad Balzer ຫົວໜ້າອອກແບບ ເຄື່ອງອາໄຫລ່ ຂອງບໍລິສັດ Divergent
Microfactories ເວົ້າວ່າ “ໂຄງຮ່າງລົດ ທີ່ພິມອອກມາຈາກເຄື່ອງພິມ 3D ແມ່ນມີ
ນ້ຳໜັກພຽງ 102 ປອນ ຫຼື 46 ກິໂລກຣາມ ແລະ ມີຄວາມ ແຂງແກ່ນ ແລະ ການປ້ອງ ກັນຄວາມປອດໄພ ເທົ່າກັບໂຄງຮ່າງລົດ ທີ່ເຮັດດ້ວຍ ເຫຼັກ.”
ຕົ້ນແບບຕ່າງໆ ແມ່ນມັກຈະອອກແບບ ໃນຮູບຮ່າງ ຂອງພວກລົດເກັງສປອດ.
ທ່ານ Balzer ເວົ້າວ່າ “ພວກເຮົາໄດ້ເພັ່ງເລັງ ສ່ວນໃຫຍ່ ໃສ່ຄວາມງົດງາມຂອງລົດ
ຄັນນີ້ ເພາະວ່າ ມັນຈະເປັນສິ່ງສຳຄັນທີ່ສຸດ ເພື່ອຈະດຶງດູດເອົາຈິນຕະນາການຂອງ
ມະຫາຊົນ ໂດຍສະເພາະ ໃນເວລາ ພວກເຮົາເວົ້າເຖິງເລື້ອງ ແກນຫຼັກທີ່ຊຸກຍູ້ເທັກ
ໂນໂລຈີອັນນີ້.”
ພວກລົດທີ່ພິມດ້ວຍ ເຄື່ອງພິມ 3D ບາງສ່ວນ ເຊັ່ນ ລົດລຸ້ນ Shelby Corbra ຄັນນີ້
ໄດ້ສ້າງຂຶ້ນມາ ເພື່ອວັດຖຸປະສົງ ສຳຫລັບການທົດສອບ ຢ່າງດຽວເທົ່ານັ້ນ. ນັກອອກແບບ
ຜູ້ອື່ນໆ ກ່າວວ່າ ການຜະລິດຂະໜາດໃຫຍ່ ພວກລົດຍົນຂອງເຂົາເຈົ້ານັ້ນ ອາດເລີ້ມຂຶ້ນ
ພາຍໃນປີໜ້ານີ້. ພວກເຂົາເຈົ້າຄາດກັນວ່າ ການຂາຍ ຈະຄ່ອຍໆດີຂຶ້ນ ໃນເມື່ອ ຫຼາຍໆ
ຄົນ ຮັບຮູ້ເຖິງຈຸດດີ ຫຼາຍຢ່າງ ຂອງພວກຮ່າງລົດທີ່ເຮັດດ້ວຍ ຢາງປະລາສຕິກເສີມຄວາມ
ແຂງແກ່ນ ແລະ ລະບົບເຄື່ອງຈັກ ທີ່ກ້າວ ໜ້າທັນສະໄໝ.
While carmakers are still struggling with self-driving technology, another part of the auto industry is quickly advancing towards maturity. As VOA's George Putic reports, 3D printing of car bodies promises to produce lighter and cheaper vehicles with much smaller carbon footprint than regular cars.
Today's cars are manufactured like this, a process that require large amounts of energy and manpower.
But enthusiasts say very soon, building a mass-produced car may begin like this.
((JOHN B. ROGERS JR. CEO OF LOCAL MOTORS))
"You start with a digital file that you put into a printer and the printer prints out the rough shape of the car."
For this prototype called Strati, manufactured by Arizona's Local Motors, granules of plastic reinforced with carbon fibers are melted and extruded in layers.
The process is still slow, but it is cheaper, requires less manpower and has a lower carbon footprint than today's conventional approach.
California-based Divergent Microfactories went a step further.
The body of its sports car, called Blade, is made of printed metal components, that can be assembled in minutes with connecting carbon-reinforced rods.
((KEVIN CZINGER, CEO OF DIVERGENT MICROFACTORIES))
"3D printing of metal radically changes that. By looking at 3D printing not for that overall structure but to create individual modular structures that can be combined, that 3D printing transforms everything."
Powering 3D-printed cars with less polluting propulsion, such as electricity or natural gas, further reduces their carbon footprint. They are also lighter than regular cars.
((BRAD BALZER, DIVERGENT MICROFACTORIES CHIEF DESIGNER))
"The 3D-printed chassis is only 102 pounds (46 kg) and has the same strength and safety protection as a frame made out of steel."
The first prototypes are often designed in the shape of sports vehicles.
((BRAD BALZER, DIVERGENT MICROFACTORIES CHIEF DESIGNER))
"We focused a lot on the aesthetics of this car because it is very important to capture the people's imaginations, especially when we are talking about the core enabling technologies."
Some 3D-printed cars, such as this Shelby Cobra, were built solely for testing purposes. Other designers say that mass production of their cars may start as soon as the next year. They expect that sales will slowly pick up as more and more people recognize the many advantages of reinforced plastic bodies and advanced propulsion.