ກຳລັງຮັກສາຄວາມປອດໄພຂອງມຽນມາໄດ້ສັງຫານ 14 ຄົນໃນວັນຈັນວານນີ້ໃນໄລຍະທີ່ມີການປະທ້ວງ ຢູ່ຕາມຕົວເມືອງຕ່າງໆໃນທົ່ວປະເທດ ຫລັງຈາກທ້າຍວັນທ້າຍສັບປະດາທີ່ຮ້າຍແຮງທີ່ສຸດ ນັບຕັ້ງແຕ່ມີການກໍ່ລັດຖະປະຫານໃນເດືອນກຸມພາເປັນຕົ້ນມາ, ອີງຕາມສະມາຄົມຊ່ວຍເຫລືອນັກໂທດການເມືອງ ຫລື AAPP.
ກຸ່ມດັ່ງກ່າວທີ່ຕິດຕາມເບິ່ງຄວາມຮຸນແຮງໄດ້ເວົ້າວ່າ ຈຳນວນຜູ້ເສຍຊີວິດໃນວັນຈັນວານນີ້ ແມ່ນເຮັດໃຫ້ຈຳນວນຜູ້ເສຍຊີວິດທັງໝົດ ນັບຕັ້ງແຕ່ການກໍ່ລັດຖະ ປະຫານໃນວັນທີ 1 ກຸມພາເປັນຕົ້ນມາ ເພີ້ມຂຶ້ນໄປເປັນຢ່າງໜ້ອຍ 510 ຄົນແລ້ວ.
ການເສຍຊີວິດຂອງແປດຄົນທີ່ເກີດຂຶ້ນໃນວັນຈັນວານນີ້ ແມ່ນຢູ່ທີ່ນະຄອນຢ່າງກຸ້ງ ຊຶ່ງເປັນເມືອງໃຫຍ່ສຸດຂອງມຽນມາ, ອີງຕາມ AAPP.
ການປະທ້ວງໄດ້ເກີດຂຶ້ນໃນວັນຈັນວານນີ້ຢູ່ທົ່ວປະເທດ, ໃນນັ້ນລວມທັງຢູ່ໃນເຂດແຂວງຊາເກງ (Sagaing), ບ່ອນທີ່ຜູ້ໄປໄວ້ອາໄລຫລາຍຮ້ອຍຄົນໄດ້ລຽນແຖວກັນຢູ່ຕາມຖະໜົນເພື່ອໄວ້ອາໄລແກ່ນັກສຶກສາພະຍາບານອາຍຸ 20 ປີ ທີ່ຖືກຍິງ ແລະຖືກຂ້າຕາຍໃນວັນອາທິດຜ່ານມາ ໃນຂະນະທີ່ກຳລັງໃຫ້ການຊ່ວຍ ເຫລືອແກ່ຜູ້ປະທ້ວງທີ່ໄດ້ຮັບບາດເຈັບຢູ່.
ອົງການສະຫະປະຊາຊາດກ່າວວ່າ ກຳລັງຮັກສາຄວາມສະຫງົບຂອງມຽນມາ ໄດ້ສັງຫານຢ່າງໜ້ອຍ 107 ຄົນ ໃນວັນເສົາຜ່ານມາ ໃນຂະນະທີ່ລະບອບດັ່ງກ່າວ ໄດ້ສະແດງຄັ້ງໃຫຍ່ໃຫ້ເຫັນເຖິງອໍານາດເພື່ອສະເຫລີມສະຫລອງວັນ ກຳລັງປະກອບອາວຸດ, ເຊິ່ງເປັນການສະຫຼອງວັນເລີ້ມຕົ້ນຂອງການຕໍ່ຕ້ານຢູ່ໃນທ້ອງຖິ່ນຕໍ່ການຍຶດຄອງຂອງຍີ່ປຸ່ນ ໃນສະໄໝສົງຄາມໂລກຄັ້ງທີ 2. ສະມາຄົມ AAPP ໄດ້ບັນທຶກຈຳນວນຜູ້ເສຍຊີວິດ ໃນວັນເສົາຜ່ານມາວ່າມີ 141 ຄົນ.
ທ່ານແອນໂຕນິໂອ ກູແຕເຣສ (Antonio Guterres), ເລຂາທິການໃຫຍ່ຂອງ ອົງການສະຫະປະຊາຊາດກ່າວຢູ່ໃນກອງປະຊຸມຖະແຫຼງຂ່າວ ໃນວັນຈັນວານນີ້ວ່າ "ສິ່ງທີ່ເກີດຂຶ້ນໃນວັນຊາດແຫ່ງກຳລັງປະກອບອາວຸດແມ່ນເປັນໜ້າສະຫຍອງຂວັນຫລາຍ".
ທ່ານກ່າວວ່າ "ມັນເປັນທີ່ຍອມຮັບເອົາບໍ່ໄດ້ແທ້ໆ ທີ່ຈະເຫັນການກໍ່ຄວາມຮຸນແຮງຕໍ່ປະຊາຊົນໃນລະດັບສູງເຊັ່ນນັ້ນ. ປະຊາຊົນຈໍານວນຫລວງຫລາຍໄດ້ຖືກຂ້າຕາຍ, ແລະການປະຕິເສດແບບແຂງກະດ້າງເຊັ່ນນັ້ນ ທີ່ບໍ່ຍອມຮັບເອົາຄວາມຈຳເປັນທີ່ຕ້ອງໄດ້ປ່ອຍນັກໂທດການເມືອງທັງໝົດ ແລະເຮັດໃຫ້ປະເທດກັບຄືນສູ່ການຫັນປ່ຽນແບບມີປະຊາທິປະໄຕຢ່າງຈິງຈັງ".
ພ້ອມກັນນັ້ນ ໃນວັນຈັນວານນີ້, ສະຫະລັດໄດ້ໂຈະສັນຍາການຄ້າກັບມຽນມາ, ເຊິ່ງເອີ້ນ ກັນອີກຊື່ນຶ່ງວ່າພະມ້ານັ້ນ, ຈົນກວ່າຈະມີການຟື້ນຟູປະຊາທິປະໄຕຢູ່ໃນປະເທດດັ່ງກ່າວຄືນ.